ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ

Le Chi ລວບ​ລວມ
Chia sẻ

(VOVWORLD) - ບໍ່ພຽງແຕ່ມີບັນດາສວນໝາກໄມ້ທີ່ກວ້າງໃຫຍ່ ແລະ ບັນດາສະຖານທີ່ທ່ອງທ່ຽວຊີວະພາບທີ່ເປັນເອກະລັກ ເທົ່ານັ້ນ, ຫວິງລອງ ຍັງມີຊື່ສຽງດ້ວຍໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ ເຊິ່ງໄດ້ຮັບຂະໜານນາມວ່າອານາຈັກແດງອີກດ້ວຍ.

ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 1
ໝູ່ບ້ານເຮັດອາຊີບເຮັດກະໂລ້ດິນເຜົາ ມາງທິດ (ຢູ່ເມືອງ ມາງທິດ, ແຂວງ ຫວິງລອງ ຕັ້ງຢູ່ລຽບຕາມແມ່ນ້ຳ ໂກຈຽນ) ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໄດ້ກວ່າ 100 ປີແລ້ວ. ນີ້ແມ່ນບ່ອນຜະລິດກະໂລ້, ດິນເຜົາແດງທີ່ມີຊື່ສຽງ ແລະ ໃຫຍ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ພາບ: ກາວກີ່ເຍິນ/ toquoc.vn.
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 2
ໂດຍໄດ້ຮັບຂະໜານນາມວ່າ “ອານາຈັກແດງ”, ໝູ່ບ້ານກະໂລ້ດິນເຜົາ ມາງທິດ ຕັ້ງຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳທີ່ສວຍງາມດັ່ງໃນຝັນ. ພາບ: ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວິງລອງ.
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 3
ເຕົາເຜົາແຕ່ລະເຕົາ, ກະໂລ້ແຕ່ລະແຖວ, ຮູບພາບທີ່ງາມຕາແຕ່ລະຮູບ ກັບທິວທັດທຳມະຊາດແມ່ນ້ຳລຳເຊທີ່ເປັນເອກະລັກຂອງໝູ່ບ້ານກະໂລ້ດິນເຜົາແຕ່ລະແຫ່ງ ເຊິ່ງຍາກທີ່ຈະຫາໄດ້ຢູ່ບ່ອນໃດ. ພາບ: mangthit.vinhlong.gov.vn
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 4
ຕາມຂໍ້ສັງເກດຂອງບັນດານັກຄົ້ນຄວ້າແລ້ວ, ນີ້ແມ່ນມໍລະດົກທີ່ເປັນເອກະລັກໃນຍຸກປັດຈຸບັນ, ເຊິ່ງມີພຽງແຕ່ຢູ່ແຂວງ ຫວິງລອງ ເທົ່ານັ້ນ. ພາບ: gomsuhoanggia.vn
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 5
ສິ່ງທີ່ເປັນເອກະລັກໂດດເດັ່ນ ນັ້ນແມ່ນ ບັນດາຮາກຖານຜະລິດກະໂລ້ດິນເຜົາ ມາງທິດ ໄດ້ນຳໃຊ້ເຕົາເຜົາແບບດັ້ງເດີມ ນັ້ນແມ່ນເຕົາເຜົາຮູບກົມໆ ທີ່ມີຄວາມສູງ ແຕ່ 5 – 12 ແມັດ, ເປັນຮູບທາດກົມ, ອັນໄດ້ສ້າງເປັນເຂດສະຖາປັດຕະຍາກຳທີ່ເປັນເອກະລັກ ດ້ວຍບັນດາຫຼັງຄາເຕົາເຜົາທີ່ຕ່ຳ ແລະ ໂຍຂຶ້ນ. ພາບ: ແທ່ງກົງ/VOV
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 6
ກະໂລ້ດິນເຜົາ ມາງທິດ ໄດ້ເຮັດດ້ວຍດິນດາກຈາກແມ່ນ້ຳ ໂກຈຽນ. ພາບ: ແທ່ງກົງ/VOV
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 7
ກະໂລ້ດິນເຜົາຊຸດໜຶ່ງຫາກໍໄດ້ເອົາອອກຈາກເຕົາເຜົາ. ພາກ: ແທ່ງກົງ/VOV
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 8
ໃນຊຸມປີ 1980, ທັງ “ອານາຈັກ” ມີຮາກຖານຜະລິດປະມານ 1.000 ແຫ່ງ ດ້ວຍຈຳນວນເຕົາເຜົາປະມານ 3.000 ເຕົາ. ເຖິງຢ່າງໃດກໍຕາມ, “ອານາຈັກແດງ” ເລີ່ມຖືກຊຸດໂຊມແຕ່ຊຸມປີ 2000 ດ້ວຍຄ່າໃຊ້ຈ່າຍໃນການຜະລິດສູງຫຼາຍ, ຄວາມຊີນເຄີຍຂອງຜູ້ບໍລິໂພກກໍມີການປ່ຽນແປງໄປຕາມການເວລາ. ປັດຈຸບັນ, ຍັງເຫຼືອພຽງ 1.000 ເຕົາເທົ່ານັ້ນ. ພາບ: thamhiemmekong.com
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 9
ປັດຈຸບັນ, ແຂວງ ຫວິງລອງ ພວມພັດທະນາຕາມທິດອະນຸລັກຮັກສາຄຸນຄ່າຂອງໝູ່ບ້ານອາຊີບ, ໃນນັ້ນ ໄດ້ສ້າງບັນດາເຕົາເຜົາກະໂລ້ດິນເຜົາທີ່ຍັງມີຢູ່ນັ້ນ ເປັນສະຖານທີ່ທ່ອງທ່ຽວໝູ່ບ້ານອາຊີບ ສົມທົບກັບແຜນຮ່າງມໍລະດົກຍຸກປັດຈຸບັນ ມາງທິດ. ພາບ: vinhlongtourist.vn
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 10
ພາບ: fantasea.vn
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ - ảnh 11
ຈາກໝູ່ບ້ານອາຊີບພື້ນເມືອງ, ປັດຈຸບັນ, ບັນດາເຕົາເຜົາກະໂລ້ ດິນເຜົາຢູ່ແຂວງ ຫວິງລອງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈສຳລັບແຂກທ່ອງທ່ຽວ. ພາບ: vinhlongtourist.vn

ຕອບກັບ