ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906

Chia sẻ
(VOVWORLD) -ແຕ່ປີ 1901 – 1906 ທ່ານປະທານໂຮ່ຈີມິນ ໄດ້ຢູ່ຮ່ວມພ້ອມກັບຄວບຄົວ ໃນເຮືອນໄມ້ມຸງຫຍ້າຢູ່ບ້ານແຊນທີ່ຕາແສງ ກິມລຽນ, ເມືອງນາມດ່ານ, ແຂວງເງະອ່ານ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 1
ບ້ານແຊນທີ່ຕາແສງກິມລຽນ, ເມືອງນາມດານ, ແຂວງເງະອານ, ແມ່ນແຫ່ງທີ່ປະທານໂຮ່ຈີມິນໄດ້ຢູ່ໃນຄາວເຍົາໄວ. ຢູ່ແຫ່ງນີ້ມີເຮືອນໄມ້ມຸງ ຫຍ້າປະກອບດ້ວຍ 5 ຫ້ອງຂອງພໍ່ຕູ້ ຫງວຽນຊິງສັກ, ຊຶ່ງແມ່ນພໍ່ຂອງປະທານໂຮ່ຈີມິນ. ເຮືອນຫຼັງນີ້ແມ່ນບ່ອນທີ່ລຸງໂຮ່ ໄດ້ຢູ່ນັບແຕ່ ປີ1901 – 1906.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 2
ປ້າຍແນະນຳທາງເຂົ້າໄປເຮືອນພໍ່ຕູ້ ຫງວຽນຊິງສັກ ຢູ່ເຂດປູຊານີຍະສະຖານ ກິມລຽນ, ເມືອງນາມດານ, ແຂວງເງະອານ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 3
ປີ 1901 ພໍ່ຕູ້ຫງວຽນຊິງສັກເສັງໄດ້ລະດັບປະລິນຍາໂທ, ຊາວບ້ານແຊນເປັນຄັ້ງທຳອິດມີຄວາມເປັນກຽວມີຊາວບ້ານຜູ້ໜຶ່ງເສັງໄດ້ລະດັບປະລິນຍາໂທ, ດັ່ງນັ້ນໄດ້ຫັກເງິນຈາກກອງທຶນບ້ານ ເພື່ອປຸກສ້າງເຮືອນໄມ້ມຸງຫຍ້າ ຊຶ່ງເປັນຂອງຂວັນໃຫ້ແກ່ພໍ່ຕູ້ຫງວຽນຊິງສັກ. ເຮືອນຫຼັງນີ້ໄດ້ປຸກສ້າງບົນເນື້ອທີ່ດິນ 2500 ຕາແມັດ ລວມທັງເດີນ ແລະ ສວນ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 4
ພາຍຫຼັງທີ່ພໍ່ຕູ້ຫງວຽນຊິງສັກເສັງໄດ້ລະດັບປະລິນຍາໂທ ຊາວບ້ານໄດ້ປຸກເຮືອນໃຫ້ເປັນຂອງຂວັນ, ພໍ່ຕູ້ພ້ອມກັບພວກລູກ,ໃນນັ້ນມີ ຫງວຽນຊິງກຸງ (ຊື່ຂອງປະທານໂຮ່ຈີມິນຄາວເຍົາໄວ) ໄດ້ຍ້າຍມາຢູ່ເຮືອນຫຼັງນີ້.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 5
ເຮືອນຫຼັງນີ້ໂດຍຊາວບ້ານປຸກສ້າງແລະ ມອບໃຫ້ພໍ່ຕູ້ຫງວຽນຊິງສັກເປັນຂອງຂັວນປະກອບດ້ວຍ 5 ຫ້ອງ, ເຄື່ອງໃຊ້ໃນເຮືອນແມ່ນລຽງງ່າຍຖືກຈັດສັນຢ່າງງາມຕາ. ນີ້ກໍ່ແມ່ນບ່ອນທີ່ ພໍ່ຕູ້ຫງວຽນຊິງສັກ ໄດ້ສອນຮຽນໃຫ້ແກ່ພວກລູກ ໃນນັ້ນມີປະທານໂຮ່ຈີມິນ ແລະ ຈິດໃຈຮັກຊາດ, ຫວັງປົດປ່ອຍຊາດໄດ້ກຳເນີດຂຶ້ນໃນກະໂຕຂອງລຸງໂຮ່ເອງ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 6
ຊຸດເຕົ້ານ້ຳແລະ ຈອກມີລວດລາຍງາມຕາ, ຖືກຄອບຄົວຂອງປະທານໂຮ່ຈີມິນນຳໃຊ້ນັ້ນ ຍັງຄົງໄດ້ຮັກສາໄວ້ ມາຮອດປັດຈຸບັນ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 7
ເຮືອນຄົວດ້ວຍຕູ້ອາຫານທີ່ລຽບງ່າຍ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 8
ບັນດາວັດຖຸພັນຄື: ກະບຸງ, ຊາມລ້າງໜ້າ…ຍັງຄົງໄດ້ຮັບການຮັກສາໄວ້ຈົນຮອດປັດຈຸບັນ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 9
ຂຽງ 3 ຂາທີ່ເປົ່າໄຟດ້ວຍຟືນ ໂດຍຄອບຄົວປະທານໂຮ່ຈີມິນ ນຳໃຊ້ເພື່ອແຕ່ງອາຫານ
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 10
ເຮືອນຂອງຄອບຄົວປະທານໂຮ່ຈີມິນເບິ່ງຈາກໄກ. ທາງນອກແມ່ນເດີນ, ສວນ, ດ້ວຍເນື້ອທີ່ກ້ວາງທີ່ສຸດ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 11
ແຖວກົກໄມ້ໄພຂຽວອຸ່ມທຸ່ມຢູ່ປະຕູໂຂງໃຫຍ່ຂອງເຮືອນ
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 12
ລົດຄັນນີ້ໄດ້ສົ່ງລຸງໂຮ່ກັບເມືອຢາມບ້ານເກີດຄັ້ງທີ 1 ເມື່ອວັນທີ 16 ມິຖຸນາ ປີ 1957 ແລະ ນີ້ແມ່ນເຮືອນທີ່ປະທານໂຮ່ຈີມິນໄດ້ ຢູ່ໃນຄາວເຍົາໄວ, ຊຶ່ງນອນໃນເຂດປູຊະນີຍະສະຖານ ລະດັບຊາດພິເສດ ກິມລຽນ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 13
ຊຸດເຄື່ອງນຸ່ງ ແພໄໝຊຶ່ງປະທານໂຮ່ຈີມິນໄດ້ນຸ່ງ ໃນໂອກາດກັບເມືອຢາມບ້ານເກີດຄັ້ງທີ 1 ເມື່ອວັນທີ 16 ມິຖຸນາ ປີ 1957.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 14
ຊຸດກາກີຂາວ ແລະ ເກີບຕີນລົດທີ່ລຽບງ່າຍ ຊຶ່ງລຸງໂຮ່ໄດ້ນຸ່ງຖືເມື່ອກັບຄືນຢ້ຽມຢາມບ້ານເກີດຄັ້ງທີ 2 ປີ 1961.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 15
ນີ້ແມ່ນວັດຖຸພັນໃໝ່ສຸດຖືກມອບໃຫ້ ເຂດປູຊະນີຍະສະຖານ ລະດັບຊາດພິເສດກິມລຽນເມື່ອເດືອນ ມັງກອນ 2020. ເມື່ອໄດ້ຍິມຂ່າວປະທານໂຮ່ຈີມິນເຖິງແກ່ມໍລະນະກຳ, ລຸງ ຫງວຽນກົງຟິ ກຳມະກອນຢູ່ໂຮງງານກົນຈັກວິງ ໄດ້ຕີແກະສະຫຼັກຮູບເຄິ່ງຄີງ ປະທານໂຮ່ຈີມິນ ບົນປ່ຽງເຫຼັກ ທີ່ຕັດຈາກຊາກເຮືອບິນອາເມລິກາ ຖືກກອງທັບ ແລະ ປະຊາຊົນ ນະຄອນວິງຍິງຕົກ.
ເຮືອນມຸງຫຍ້າທີ່ລຽບງ່າຍຊຶ່ງລຸງໂຮ່ໄດ້ຢູ່ໃນຄາວເຍົາໄວແຕ່ປີ 1901 – 1906 - ảnh 16
ປີນີ້ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ເຂດປູຊະນີຍະສະຖານ ລະດັບຊາດພິເສດກິມລຽນ ໄດ້ຕ້ອນຮັບ ຜູ້ແທນຫຼາຍຄະນະ ມາຖວາຍທູບທຽນບູຊາ ແລະ ຢ້ຽມຊົມທັດສະນະສຶກສາ.

ຕອບກັບ