ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ

Chia sẻ
(VOVWORLD) - ຖ້ຳເຊີນດ່ອງ ເຮັດໃຫ້ທຸກຄົນຕົກສະເງີ້ ເມື່ອກ້າວຂາເຂົ້າໄປຄົ້ນຫາ ຍ້ອນຂະໜາດທີ່ໃຫຍ່ໂຕມະໂຫຖານ ແລະ ຄວາມງາມທີ່ລືກລັບມະຫັດສະຈັນຂອງຖ້ຳ.
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 1
ວາລະສານສະເພາະການທ່ອງທ່ຽວ ທີ່ມີຊືສຽງ Time Out ຂອງລາຊະອານາຈັກ ອັງກິດ ຫາກໍ່ໄດ້ຄັດເລືອກໃຫ້ຖ້ຳເຊີນດ່ອງ ຢູ່ປ່າສະຫງວນ ຟອງຍາ - ແກບ່າງ (ກ໋ວາງບິ່ງ) ຢູ່ອັນດັບທີ 6 ໃນຈຳນວນ 10 ຖ້ຳງາມທີ່ສຸດໃນໂລກ. ຖ້ຳເຊີນດ່ອງ ມີລວງຍາວເກືອບ 9 ກີໂລແມັດ, ໃນຖ້ຳກ້ວາງໃຫຍ່, ດ້ວຍບໍລິມາດ ຂຶ້ນເຖິງ 38,5 ແມັດກ້ອນ ອັນໄດ້ເຮັດໃຫ້ຖ້ຳແຫ່ງນີ້ກາຍເປັນຖ້ຳທຳມະຊາດໃຫຍ່ທີ່ສຸດໃນໂລກ. (ພາບ: TTXVN)
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 2
ວາລະສານ Time Out ພັນລະນາວ່າ: “ໂດຍຕັ້ງຢູ່ທ່າມກາງພູຜາປ່າໄມ້ແຂວງ ກ໋ວາງບິ່ງ, ຖ້ຳແຫ່ງນີ້ ມີຂອບຂະໜາດລວງຂວາງໃຫຍ່ທີ່ສຸດເມື່ອທຽບໃສ່ກັບບັນດາຖ້ຳທີ່ເຄີຍໄດ້ຮູ້ຈັກໃນໂລກ, ໂດຍແມ່ນສະຖານທີ່ກວ້າງໃຫຍ່ຍາກທີ່ຈະພັນລະຍາໄດ້”. ພາບ: TTXVN
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 3
ຂະໜາດທີ່ຍັກໃຫຍ່ຂອງຖ້ຳກໍ່ເຮັດໃຫ້ເກີດມີເມກກໍ່ຕົວຢູ່ພາຍໃນຖ້ຳ ເຊິ່ງເກີດຈາກບັນດາສາຍນ້ຳທີ່ຢູ່ໃຕ້ດິນ. ພາບ: TTXVN
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 4
ຢູ່ຫາງຖ້ຳມີຝາຫີນປູນສູງ 90 ແມັດ ຫຼືຍັງໄດ້ເອີ້ນວ່າ ຝາຫວຽດນາມ. ພາບ: TTXVN
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 5
ຝາຫວຽດນາມ ແມ່ນໜຶ່ງໃນບັນດາສິ່ງທ້າທາຍທີ່ຍາກທີ່ສຸດໃນການເດີນທາງເຂົ້າໄປຄົ້ນຫາຖ້ຳເຊີນດ່ອງ.ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 6
ໃນຍາມລະດູໜາວ ແລະ ລະດູບານໃໝ່, ຢູ່ໃກ້ກັບທາງອອກຂອງຖ້ຳເຊີນດ່ອງ ມີໜອງນ້ຳທີ່ກວ້າງໃຫຍ່. ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 7
ຖ້ຳເຊີນດ່ອງ ຍາວເຖິງ 9 ກີໂລແມັດ ແຕ່ເກືອບຄືວ່າຍາມໃດຢູ່ພາຍໃນຖ້ຳກໍ່ມີແສງສະຫວ່າງ. ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 8
ຢູ່ໃຕ້ບັນດາຊ່ອງຫວ່າງເພດານຂອງຖ້ຳແມ່ນເຂດປ່າດົງຕຶບໜາທີ່ເປັນເອກະລັກສະເພາະ (ພາບ: Oxalis Adventures)
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 9
ຖ້ຳເຊີນດ່ອງ ມີໜໍ່ຫີນແລະນົມຜາຫີນຫຼາຍແລະສວຍງາມທີ່ສຸດ ເຊິ່ງໄດ້ກໍ່ຕົວຕັ້ງແຕ່ນັບລ້ານປີກ່ອນ. ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 10
ຢູ່ສອງເຂດຕັ້ງຄ້າຍພາຍໃນຖ້ຳເຊີນດ່ອງ ແຂກທ່ອງທ່ຽວອາດສາມາດຊົມທ້ອງຟ້າເຕັມໄປດ້ວຍດວງດາວໃນຍາມຄ່ຳຄືນທີ່ບໍ່ມີເມກ. ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 11
ບັນດານັກຄົ້ນຫາ ເຊີນດ່ອງ ໄດ້ຕີລາຄາລະບົບຊີວະພາບພາຍໃນຖ້ຳ ແມ່ນມີຄວາມເປັນເອກະລັກສະເພາະ ແລະ ອຸດົມສົມບູນທີ່ສຸດ. ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 12
ດ້ວຍສາຍນ້ຳທີ່ຢູ່ໃຕ້ດິນ ແລະ ໜອງນ້ຳເປັນຈຳນວນຫຼາຍ, ການລອຍນ້ຳພາຍໃນຖ້ຳເຊີນດ່ອງ ກໍ່ແມ່ນໂອກາດເພື່ອລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບອົບຈັບໃຈ. ພາບ: Oxalis Adventures
ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ - ảnh 13
ບັນດາແສງແດດ ປະສານເຂົ້າກັບນ້ຳໝອກ ໄດ້ສ້າງເຄື່ອງໝາຍໃຫ້ແກ່ຖ້ຳເຊີນດ່ອງ.

ຕອບກັບ