ບິ່ງລຽວ ເປັນເມືອງພູດອຍ ຕັ້ງຢູ່ຊາຍແດນທາງທິດຕາເວັນອອກສ່ຽງເໜືອຂອງແຂວງກວ໋າງນິງ, ຫ່າງຈາກນະຄອນຮະລອງ ໄປປະມານ 130 ກມ. ອາກາດຢູ່ແຫ່ງນີ້ສົດໄສປອດໂປງ, ມີທິວທັດທຳມະຊາດສວຍງາມ ແລະ ໄດ້ປຽບທຽບເໝືອນດັ່ງ “ຊາປາ ຂອງແຂວງກວ໋າງນິງ”. ຈຸດທີ່ເປັນເອກະລັກສະເພາະຂອງ ບິ່ງລຽວ ແມ່ນທິວທັດທຳມະຊາດເຂດຊາຍແດນທີ່ໂຫຍ່ໂຕມະໂຫຖານ ແລະ ຫົກເຮື້ອເປົ່າຫວ່າງ. ລະດູໃບໄມ້ຫຼົ່ນປີນີ້, ເສັ້ນທາງໄປຍັງເຂດຊາຍແດນແມ່ນເຕັມໄປດ້ວຍສີຂາວຂອງເລົາ ເດືອນຕຸລາ ກໍ່ແມ່ນລະດູເຂົ້າສຸກເຫຼືອງຢູ່ບິ່ງລຽວ. ບັນດານາຂັ້ນໄດຢູ່ທີ່ນີ້ກໍ່ມີຄວາມດຶງດູດໃຈທີ່ສຸດເມື່ອທຽບໃສ່ນາຂັ້ນໄດຢູ່ຊາປາ ດ້ວຍອັດຕາສ່ວນ 96% ຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້ແມ່ນຊາວເຜົ່າ ໄຕ, ຢ້າວ, ຊ໊ານຈີ່ ແລະ ບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອຢູ່ທີ່ນີ້ໄດ້ຮັບການຮັກສາໄວ້ເໝືອນເດີມ, ສ້າງຄວາມດຶງດູດໃຈໃຫ້ແກ່ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ເມື່ອມາຢ້ຽມຢາມບ້ານຂອງຊາວເຜົ່າຢ້າວ, ນັກທ່ອງທ່ຽວຕ່າງປະເທດຍັງໄດ້ຮ່ວມດຳລົງຊີວິດກັບພໍ່ແມ່ປະຊາຊົນຕື່ມອີກ. ເອື້ອຍ Faren Rebecca Rajkumar ມາຈາກອາເມລິກາ, ມີຄວາມກະຕືລືລົ້ນດ້ວຍການສອນພາສາອັງກິດ ໃຫ້ພວກນ້ອງນ້ອຍຢູ່ແຫ່ງນີ້ ເມື່ອມາຢ້ຽມຢາມ ບິ່ງລຽວ, ນັກທ່ອງທ່ຽວຍັງໄດ້ຮັບຊົມທິວທັດທຳມະຊາດຂອງນ້ຳຕົກຕາດແຄວັ່ນຢູ່ຕາແສງ ຫຸກດົ້ງ, ຕື່ມອີກທີ່ໃຫຍ່ໂຕມະໂຫຖານ. ດ້ວຍບັນດາຈອມພູທີ່ສວຍງາມ ແລະ ພູມມີປະເທດທີ່ສະດວກຄື: ກາວລີ, ກາວຊຽມ, ກາວບາແລັງ, ບິ່ງລຽວ ກໍ່ລ້ວນແຕ່ແມ່ນສະຖານທີ່ຕັ້ງຄ້າຍຂອງຫຼາຍຄົນເມື່ອມາທ່ຽວຢູ່ແຫ່ງນີ້. ດ້ວຍບັນດາຈຸດຄວາມງາມທີ່ເປັນເອກະລັກສະເພາະ ແລະ ມີການລົງທຶນທີ່ນັບມື້ນັບຫຼາຍເຂົ້າຂະແໜງທ່ອງທ່ຽວ, ບິ່ງລຽວ ຫວັງວ່າຈະແມ່ນຈຸດນັດພົບຂອງນັກທ່ຽວທີ່ບໍ່ອາດພາດໄດ້ໃນລາຍການທ່ອງທ່ຽວຂອງຕົນ. Từ khóa: ຕອບກັບ ສົ່ງ Xem thêm