ຮ້ານກາເຟ ຢາງ ມີແຂກເຕັມ ພາຍຫຼັງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ

Chia sẻ

(VOVWORLD) - ຍ້ອນມີກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ, ຮ້ານກາເຟ ຢາງ (ເຮື່ອນເລກທີ 39 ຖະໜົນ ຫງວຽນຮຶ້ວຮວນ, ຮ່າໂນ້ຍ) ຈຶ່ງມີແຂກມາດື່ມເຕັມຮ້ານ. ຈອກກາເຟໄຂ່ມີລົດຫອມ ແລະ ເຂັ້ມຂຸ້ນໄດ້ດຶງດູດແຂກຫຼາຍຄົນມາດື່ມໃນຊຸມມື້ທີ່ຜ່ານມາ. 

ຮ້ານກາເຟ ຢາງ ໄດ້ເປີດຮັບໃຊ້ແຂກນັບແຕ່ຊຸມປີ 1946 ແລະ ໄດ້ຮັບການເລືອກເຟັ້ນເປັນເຄື່ອງດື່ມເພື່ອຮັບໃຊ້ໃນສູນສື່ມວນຊົນສາກົນເນື່ອງໃນໂອກາດ ກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ. ກາເຟໄຂ່ຂອງ ຮ້ານກາເຟ ຢາງ ໄດ້ດຶງດູດແຂກຫຼາຍຄົນມາດື່ມ.

ຮ້ານກາເຟ ຢາງ (ເຮື່ອນເລກທີ 39 ຖະໜົນຫງວຽນຮຶ້ວຮວນ, ຮ່າໂນ້ຍ) ໃນຊຸມມື້ນີ້ກໍມີແຂກມາດື່ມເຕັມຮ້ານ. ຕາມລຸງ ຫງວຽນວັນດ້າວຊຶ່ງແມ່ນລູກຊາຍຂອງພໍ່ຕູ້ ຫງວຽນວັນຢາງແລ້ວ, ນັບແຕ່ເມື່ອຈັດ ກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ, ຮ້ານກາເຟ ຢາງ ມີແຂກສົນໃຈມາດື່ມ ເຕັມຮ້ານ, ພິເສດແມ່ນພວກນັກຂ່າວສາກົນ. ພາຍຫຼັງ ສຳນັກຂ່າວສານ CNN ໃຫ້ຂ່າວກ່ຽວກັບຮ້ານກາເຟນີ້, ແຂກຕ່າງປະເທດໄດ້ຊວນກັນມາດື່ມຢ່າງຫຼວງຫຼາຍ.

ໃນມື້ທຳມະດາ, ຮ້ານກາເຟມີແຂກປະມານຮ້ອຍຄົນມາດື່ມເທົ່ານັ້ນ, ແຕ່ພາຍຫຼັງ ກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ, ຈຳນວນແຂກມາດື່ມນັບມື້ນັບຫຼາຍຂຶ້ນ, ມີບາງມື້ເພີ່ມຂຶ້ນທົບ 4-5 ເທົາ, ມີບາງມື້ຂາຍກາເຟໄດ້ເຖິງ 700 ຈອກ.

ດ້ວຍລົດຫວານພໍດີ, ກາເຟໄຂ່ໄດ້ດຶງດູດແຂກ ທຸກເພດທຸກໄວມາດື່ມ, ພິເສດແມ່ນໄວໜຸ່ມ.

ເນື້ອທີ່ຂອງຮ້ານບໍ່ກ້ວາງ ແຕ່ຍາມໃດກໍມີແຂກມາດື່ມເຕັມຮ້ານ. ຈຸດພິເສດຂອງກາເຟໄຂ່ນີ້ ແມ່ນບໍ່ມີກິ່ນຄາວຂອງໄຂ່ ແຕ່ຍັງຫອມ ແລະ ເຂັ້ມຂຸ້ນ. ກາເຟ ຢາງ ແມ່ນເຄື່ອງໝາຍກາເຟທີ່ມີມາແຕ່ດົນນານກ່ອນໝູ່ຢູ່ດິນແດນນະຄອນຫຼວງຮ່າໂນ້ຍ ໂດຍພໍ່ຕູ້ ຫງວຽນວັນຢາງ ສ້າງຂຶ້ນ, ລາວເຄີຍແມ່ນຜູ້ປຸງແຕ່ງອາຫານຢູ່ໂຮງແຮມ Metropole ໃນສະໄໝລາເມືອງຂຶ້ນຝະລັ່ງ.

ຕອບກັບ