ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ

ເຈື່ອງ​ຢ​າງ
Chia sẻ
(VOVWORLD) - ໂດຍຕັ້ງຢູ່ແຂວງ ກວາງນິງ ແລະ ນະຄອນ ຫາຍຟ່ອງ, ມໍລະດົກທຳມະຊາດໂລກອ່າວ ຮະລອງ - ໝູ່ເກາະ ກາດບ່າ ມີຄວາມສວຍງາມມະຫັດສະຈັນຄືດັ່ງ “ກະດານໝາກຮຸກທີ່ເຮັດດ້ວຍແກ້ວປະເສີດທີ່ລ້ຳຄ່າ” ຢູ່ໜ້ານ້ຳທະເລ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 1
UNESCO ໄດ້ຮັບຮອງ ອ່າວ ຮະລອງ (ແຂວງ ກວາງນິງ) - ໝູ່ເກາະ ກາດບ່າ (ນະຄອນ ຫາຍຟ່ອງ) ເປັນມໍລະດົກທຳມະຊາດໂລກ ໃນວັນທີ 16 ກັນຍາ, ທີ່ກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການມໍລະດົກໂລກ
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 2
ບັນດາຄຸນຄ່າພິເສດຂອງອ່າວ ຮະລອງ - ໝູ່ເກາະ ກາດບ່າ ໄດ້ຕອບສະໜອງບັນດາມາດຕະຖານຂອງ UNESCO. ນີ້ແມ່ນມໍລະດົກໂລກລະຫວ່າງແຂວງ, ນະຄອນແຫ່ງທຳອິດຢູ່ ຫວຽດນາມ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 3
ອ່າວ ຮະລອງ - ໝູ່ເກາະ ກາດບ່າ ແມ່ນສອງເຂດທີ່ຕັ້ງຢູ່ຕິດກັນ, ມີ 1.133 ເກາະຫີນປູນທີ່ເປັນຫຼາຍຮູບຫຼາຍແບບ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 4
ທິວທັດທີ່ສວຍສົດງົດງາມ ໄດ້ຮັບການປະດັບດ້ວຍພູຫີນປູນທີ່ຄືດັ່ງ “ກຳແພງ” ຢູ່ທະເລ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 5
ດ້ວຍເນື້ອທີ່ປ່າຢູ່ເຂດທະເລທີ່ກວ້າງໃຫຍ່ທີ່ສຸດຂອງ ຫວຽດນາມ ກວ່າ 17.000 ເຮັກຕາ, ນີ້ແມ່ນສະຖານທີ່ເຊິ່ງແຂກທ່ອງທ່ຽວສາມາດ “ເຂົ້າປ່າ - ລົງທະເລ” ໄດ້.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 6
ອ່າວ ຮະລອງ - ໝູ່ເກາະ ກາດບ່າ ມີພືດ ແລະ ສັດ 4.910 ຊະນິດຢູ່ເທິງບົກ ແລະ ຢູ່ໃຕ້ນ້ຳທະເລ. ພິເສດ, ປະຈຸບັນ ໂຕຄ່າງ ກາດບ່າ ແມ່ນນອນໃນບັນຊີລາຍຊື່ຂອງສັດທີ່ມີຄວາມສ່ຽງທີ່ຈະສູນພັນສູງທີ່ສຸດ, ເຊິ່ງໄດ້ບັນທຶກໄວ້ໃນປື້ມແດງຂອງໂລກ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 7
ຖ້າຄືອ່າວ ຮະລອງ (ກວາງນິງ) ໄດ້ຮັບນາມວ່າເປັນມໍລະດົກທຳມະຊາດໂລກ 2 ຄັ້ງ (1994, 2000) ນັ້ນ, UNESCO ກໍ່ໄດ້ຈົດຊື່ ໝູ່ເກາະ ກາດບ່າ ແລະ ປ່າສະຫງວນແຫ່ງຊາດ ກາດບ່າ ເຂົ້າບັນຊີລາຍຊື່ເຂດນິເວດທຳມະຊາດໂລກ (2004).
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 8
ອ່າວ ຮະລອງ ແລະ ໝູ່ເກາະ ກາດບ່າ ລ້ວນແຕ່ແມ່ນສະຖານທີ່ດຶງດູດໃຈແຖວໜ້າ ຢູ່ເຂດພາກເໜືອ ແລະ ທົ່ວປະເທດ, ດຶງດູດແຂກທ່ອງທ່ຽວນັບລ້ານເທື່ອຄົນມາຢ້ຽມຢາມໃນແຕ່ລະປີ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 9
ລະດູຮ້ອນແມ່ນເວລາທີ່ເໝາະສົມໃຫ້ແກ່ການລ່ອງເຮືອໄປທ່ຽວອ່າວ, ຢ້ຽມຊົມຖ້ຳ, ອາບນ້ຳທະເລ, ພາຍເຮືອກາຢັກ
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 10
ລະດູໃບໄມ້ຫຼົ່ນ ແມ່ນເວລາທີ່ດີເພື່ອພັກຜ່ອນດ້ວຍການລ່ອງເຮືອ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 11
ທີ່ສະຖານທີ່ມີຊື່ສຽງຂອງອ່າວ ຮະລອງ ຄື: ດອນ ຈົ່ງມາຍ, ດອນ ດິງເຮືອງ, ໂບຮ່ອນ... ຈຸດທີ່ເປັນເອກະລັກສະເພາະທີ່ສຸດຢູ່ອ່າວແມ່ນຖ້ຳກວ່າ 60 ແຫ່ງທີ່ສວຍງາມ, ຄື: ຖ້ຳ ຊື່ງສົດ, ທຽນກຸງ, ເດົ່າໂກ້...
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 12
ໝູ່ເກາະ ກາດບ່າ ພັດມີຈຸດທີ່ເປັນເອກະລັກສະເພາະດ້ວຍຫາດຊາຍເກືອບ 140 ຫາດຢູ່ຕີນບັນດາເກາະຫີນ, ຄື: ອາງແວ້ມ, ກາດເຍືອ, ກາດກໍ່, ເບັນແບ່ວ, ໂກຕຽນ, ຫວ້ານໂບຍ...
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 13
ຮະລອງ - ກາດບ່າ ຍັງມີຄວາມດຶງດູດໃຈດ້ວຍຈຸດວັດທະນະທຳຂອງຊາວປະມົງ. ມາແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ສຳຜັດກັບບັນດາຈຸດວັດທະນະທຳທະເລທີ່ເປັນເອກະລັກສະເພາະຂອງຊາວປະມົງ, ໄດ້ຖັກແຫ, ຫາປາ... ດ້ວຍຕົນເອງ.
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 14
ນອກຈາກໄປຢ້ຽມຢາມ ຮະລອງ (ກວາງນິງ) ຫຼື ເກາະ ກາດບ່າ (ນະຄອນ ຫາຍຟ່ອງ) ແລ້ວ, ແຂກທ່ອງທ່ຽວກໍ່ສາມາດ “ເດີນທາງໄປຊອດ” ເຂດມໍລະດົກສອງແຫ່ງນີ້ ດ້ວຍເຮືອຂ້າມຟາກ (ຂ້າມບັກ) ທີ່ເຊື່ອມຕໍ່ລະຫວ່າງ ຕວນເຈົາ (ຮະລອງ) ແລະ ຢາລ້ວນ (ກາດບ່າ).
ຮັບຊົມຄວາມງາມມະຫັດສະຈັນຂອງມໍລະດົກໂລກອ່າວ ຮະລອງ - ໝູ່ເກາະກາດບ່າ - ảnh 15

ຕອບກັບ