ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ

Trần Hiếu/VOV-ĐBSCL
Chia sẻ
(VOVWORLD) -ຕໍ່ໜ້າບັນດາຄວາມເສຍຫາຍຢ່າງໜັກໜ່ວງຍ້ອນໄພແຫ້ງແລ້ງກໍ່ຂຶ້ນ, ແຂວງ ກ່າເມົາ ໄດ້ປະກາດສະພາວະສຸກເສີນໄພແຫ້ງແລ້ງລະດັບ 2
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 1
ໄພແຫ້ງແລ້ງເກີດຂຶ້ນໃນໄລຍະຜ່ານມາໄດ້ກໍ່ຄວາມເສຍຫາຍຫຼາຍຢ່າງສຳລັບແຂວງ ກ່າເມົາ. ສະພາບຕົວຈິງດັ່ງກ່າວໄດ້ວາງອອກໃຫ້ແຫຼມ ກ່າເມົາ ຕ້ອງແກ້ໄຂຫຼາຍບັນຫາຄື: ຂາດນ້ຳປະປາ, ຂາດແຫຼ່ງນ້ຳທີ່ນຳໃຊ້ເຂົ້າໃນການຜະລິດ ແລະ ສະພາບດິນເຊາະເຈື່ອນ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 2
ຕາມຫ້ອງການ ຊົນລະປະທານທ້ອງຖິ່ນແລ້ວ, ນ້ຳຢູ່ຄອງເໝືອງຂັ້ນ 1 ເຫຼືອພຽງແຕ່ 0,5 ແມັດ; ຄອງເໝືອງຂັ້ນ 2, 3 ແມ່ນບໍ່ມີນ້ຳອີກແລ້ວ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 3
ຢູ່ເຄິ່ງກາງແມ່ນ້ຳກາຍເປັນເດີ່ນ ຫຼີ້ນໃຫ້ແກ່ເດັກນ້ອຍ ແລະ ເຕັມໄປດ້ວຍຕົ້ນຫຍ້າ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 4
ການຄົມມະນາຄົມໄປມາທາງ ນ້ຳຢູ່ເຂດນ້ຳຈືດໄດ້ຢຸດຕິ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 5
ສະພາບໄພແຫ້ງແລ້ງມາໄວ ແລະ ຮ້າຍແຮງໃນປີນີ້ ໄດ້ກໍ່ຄວາມເສຍຫາຍຫຼາຍຢ່າງໃຫ້ແກ່ເຂດແຫຼມ ກ່າເມົາ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 6
ໄລ່ມາຮອດຈຸດເວລານີ້, ດິນນາທີ່ປູກເຂົ້າກວ່າ 19.000 ເຮັກຕາ ຖືກເສຍຫາຍ ແລະ ເສຍຫາຍຢູ່ໃນລະດັບສູງກວ່າ 70%.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 7
ພືດຜັກຢູ່ເຂດທົ່ງນາ ທີ່ເຄີຍສ້າງກຳໄລທົບ 2 ເທົ່າເມື່ອທຽບໃສ່ການປູກເຂົ້າຂອງປະຊາຊົນເມືອງ ເຈິ່ນວັນເເທີ່ຍ ຖືກເສຍຫາຍ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 8
ປະຊາຊົນພວມເກັບນ້ຳທີ່ຍັງເຫຼືອດ້ວຍຄວາມຫວັງຢາກຊ່ວຍກູ້ເອົາລະດູການ
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 9
ປະຈຸບັນ, ປະຊາຊົນຢູ່ແຂວງ ກ່າເມົາ ກວ່າ 20.000 ຄອບຄົວພວມຂາດນ້ຳປະປາ
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 10
ພິເສດ, ນັບແຕ່ຕົ້ນລະດູແລ້ງ ມາຮອດປະຈຸບັນ, ຢູ່ເຂດນ້ຳຈືດຂອງແຂວງກ່າເມົາ ໄດ້ເກີດສະພາບດິນເຊາະເຈືອນ, ດິນລຸບກວ່າ 1.000 ຄັ້ງ
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 11
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 12
ລະດູແລ້ງ ໄດ້ຮັບການຄາດຄະເນວ່າ ຍັງຈະຮ້າຍແຮງກວ່ານີ້ຕື່ມອີກ, ວຽກງານປ້ອງກັນໄຟໄໝ້ ປ່າ ກໍ່ມີວຽກງານຫຼາຍຢ່າງຕ້ອງໄດ້ຮັບການແກ້ໄຂ.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 13
ຕໍ່ໜ້າບັນດາຄວາມເສຍຫາຍຢ່າງໜັກໜ່ວງນັ້ນ, ທາງແຂວງກ່າເມົາ ໄດ້ປະກາດສະພາວະສຸກເສີນເກີດໄພແຫ້ງແລ້ງລະດັບ 2.
ສະພາບໄພແຫ້ງແລ້ງທຳລາຍແຫຼມ ກ່າເມົາ - ảnh 14
ບັນດາຂະແໜງທີ່ມີໜ້າທີ່ຂອງທ້ອງຖິ່ນ ກໍພວມຜັນຂະຫຍາຍບັນດາມາດຕະການແກ້ໄຂ, ບັນດາທິດທາງໜູນຊ່ວຍປະຊາຊົນ.

ຕອບກັບ