ນັບແຕ່ເດືອນພະຈິກ, ດອກຕາເວັນປ່າໄດ້ເບັ່ງບານຢູ່ທົ່ວທຸກບ່ອນຂອງເຂດ ເຕີຍງວຽນ. ພາບ: ເຕິນເກິ່ນ/ thanhnien.vn ຜືນປ່າດອກຕາເວັນປ່າເຫຼືອງອະຫຼ່າມປົກຄຸມໄປທົ່ວບັນດາເປີ້ນພູ ແລະ ທາງຍ່າງຢູ່ອ້ອມ ຈອມພູເຂົາໄຟທີ່ມີມານັບລ້ານປີ. ພາບ: tienphong.vn ດອກຕາເວັນປ່າ - ດອກໄມ້ຊະນິດໜຶ່ງທີ່ມີຄວາມງາມແບບລຽບງ່າຍ, ບໍລິສຸດ, ເຫຼືອງອະຫຼ່າມຢູ່ທ່າມກາງປ່າດົງຕຶບໜາຂອງເຂດພູພຽງ ຢາລາຍ. ພາບ: baoquangnam.vn ຕາມບັນດານັກຄົ້ນຄວ້າດ້ານວັດທະນະທຳຢູ່ເຂດພູພຽງ ຢາລາຍ ແລ້ວ, ເຖິງວ່າຝົນຕົກ, ອາກາດໜາວຈັດ ແລະ ລົມພັດແຮງກໍຕາມ ແຕ່ບັນດາດອກຕາເວັນປ່າ ຍັງມີກຳລັງຕ້ານທານຢ່າງແຮງກ້າ ເພື່ອອວດອ້າງສີສັນຄວາມງາມຂອງຕົນ… ພາບ: tienphong.vn ພາບ: baoquangnam.vn ໃນລະດູນີ້, ສີເຫຼືອງຂອງດອກຕາເວັນປ່າ ສະຫຼັບກັບສີຂຽວຂອງຕົ້ນໄມ້ໃບຫຍ້າ, ໄດ້ສ້າງຄວາມງາມທີ່ຈັບໃຈໃຫ້ແກ່ເຂດພູພຽງ. ພາບ: ເຕິນເກິ່ນ/ thanhnien.vn ດອກຕາເວັນປ່າ ໄດ້ເກີດຂຶ້ນຕາມທຳມະຊາດຢູ່ທຸກເຂດທຸກບ່ອນໃນແຂວງ ຢາລາຍ. ສຳລັບປະຊາຊົນ ເຕິຍງວຽນ, ດອກຕາເວັນປ່າ ຄືດັ່ງດອກໄມ້ຊະນິດໜຶ່ງທີ່ບົ່ງບອກໃຫ້ຮູ້ວ່າ ລະດູໜາວວຽນມາແລ້ວ. ພາບ: dantri.com.vn ຈຸດເວລານີ້, ກົງກັບເວລາທີ່ຄະນະກຳມະການປະຊາຊົນເມືອງ ຈືປາ ຈັດ “ສັບປະດາດອກຕາເວັນປ່າ - ພູເຂົາໄຟ ຈືດັງຢາ” ເພື່ອໃຫ້ປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວມາທ່ຽວຊົມ, ຄົ້ນຫາ. ພາບ: dantri.com.vn ໄປລຽບຕາມ 2 ຟາກທາງເຂົ້າພູເຂົາໄຟ ຈືດັງຢາ ແມ່ນເຕັມໄປດ້ວຍດອກຕາເວັນປ່າເຫຼືອງອະຫຼ່າມ. ນີ້ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວມາ checkin, ຖ່າຍຮູບ ເປັນຈຳນວນຫຼາຍ. ພາບ: dantri.com.vn ພາບ: tienphong.vn ບັນດາເສັ້ນທາງທີ່ໄດ້ປົກຄຸມໄປດ້ວຍສີເຫຼືອງຂອງດອກຕາເວັນປ່າ ຍິ່ງເຮັດໃຫ້ຜູ້ໃດທີ່ມາແວ່ຢາມແລ້ວ ກໍຮູ້ສຶກສະອອນໃຈ. ພາບ: mia.vn ພາບ: ເຕິນເກີ່ນ ນາງສາວ Jrai ກັບດອກຕາເວັນປ່າ. ພາບ: baoquangnam.vn Từ khóa: VOV VOVworld ຕອບກັບ ສົ່ງ Xem thêm