ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ

Le Chi
Chia sẻ
(VOVWORLD) -  ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ສ້າງເຂດວາງສະແດງພິເສດທີ່ງານວາງສະແດງຜົນງານຂອງປະເທດຊາດ “80 ປີແຫ່ງການເດີນທາງແຫ່ງຄວາມເອກະລາດ - ເສີລີພາບ - ຄວາມຜາສຸກ”. ແຫ່ງນີ້ບໍ່ພຽງແຕ່ເກັບຮັກສາບັນດາເອກະສານ, ວັດຖຸພັນທີ່ລ້ຳຄ່າເທົ່ານັ້ນ, ຫາກຍັງເລົ່າຄືນເລື່ອງລາວກ່ຽວກັບການເດີນທາງ 80 ປີສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດອີກດ້ວຍ.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 1
ງານວາງສະແດງ “80 ປີວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ” ຢູ່ສູນວາງາແດງແຫ່ງຊາດ ໄດ້ແນະນຳວັດຖຸພັນລ້ຳຄ່າຫຼາຍຢ່າງຂອງ VOV, ໂດຍການປະສານສົມທົບເຕັກໂນໂລຊີທັນສະໄໝເຂົ້າ ແລະ ຂຽນອະທິບາຍຄວາມໝາຍດ້ວຍ 2 ພາສາ.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 2
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025), ວັນຊາດ ຫວຽດນາມ ທີ 2 ກັນຍາ ແລະ 80 ປີແຫ່ງວັນສ້າງຕັ້ງ VOV (07 ກັນຍາ 1945 – 07 ກັນຍາ 2025).
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 3
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 4
80 ປີໄດ້ຜ່ານພົ້ນໄປແລ້ວ, ນັບແຕ່ຊຸມມື້ທຳອິດທີ່ປະສົບກັບຄວາມຫຍຸ້ງຍາກມາຮອດປະຈຸບັນ, VOV ໄດ້ກາຍເປັນອົງການສື່ມວນຊົນຫຼາຍປະເພດທີ່ເຕີບໃຫຍ່ເຂັ້ມແຂງ.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 5
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 6
ຢູ່ເຂດວາງສະແດງມີເຄື່ອງອຸປະກອນເຕັກນິກຫຼາຍປະເພດ, ໄມໂຄຣໂຟນ, ເຄື່ອງກະຈາຍຄື້ນວິທະຍຸ ທີ່ນຳໃຊ້ໃນບັນດາໄລຍະປະຫວັດສາດ, ໃນນັ້ນ ມີເຄື່ອງສົ່ງຄື້ນ 300W ໄດ້ຖ່າຍທອດສົດພິທີ ຖະແຫຼງປະກາດເອກະລາດ ຈາກສະໜາມຫຼວງ ບາດິ່ງ ໃນວັນທີ 02 ກັນຍາ 1945.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 7
ເຄື່ອງອອກອາກາດຄຳຍອມຈຳນົນຂອງ ເຢືອງວັນມິງ ປະທານທິບໍດີ ສາທາລະນະ ຫວຽດນາມ ໃນຕອນທ່ຽງວັນທີ 30 ເມສາ 1975.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 8
ໜຶ່ງໃນບັນດາວັດຖຸພັນທີ່ດຶງດູດຄວາມສົນໃຈແມ່ນລຳໂພງກະຈາຍສຽງແຫ່ງປະຫວັດສາດຢູ່ເຂດແຄມແມ່ນ້ຳ ຮ່ຽນເລືອງ (ກວາງຈິ) ດ້ວຍຄວາມແຮງ 500W.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 9
ລຳໂພງຢູ່ທາງທິດເໜືອແຄມແມ່ນ້ຳ ເບັນຫາຍ ດ້ວຍຮູຖືກລູກປືນຍິງຫຼາຍຮູ, ເປັນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ “ສົງຄາມສຽງ” ຢູ່ເສັ້ນຂະໜານທີ 17.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 10
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 11
ຈຸດພິເສດທີ່ສ້າງຄວາມປະທັບໃຈຢ່າງແຮງແມ່ນເຂດຊົມພາບສະເໝືອນຈິງ (VR), ເປັນແຫ່ງທີ່ຜູ້ມາຢ້ຽມຊົມສາມາດ “ຢ້ອນຄືນເວລາ” ຢູ່ສະໜາມຫຼວງ ບາດິ່ງ ໃນວັນທີ 02 ກັນຍາ 1945 - ຈຸດເວລາທີ່ ປະທານ ໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດ, ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 12
ພິເສດ, ຢູ່ເຂດວາງສະແດງຂອງ VOV, ຜູ້ຊົມຍັງມີໂອກາດຮັບຟັງຄືນບັນດາເທບບັນທຶກສຽງລາຍການກະຈາຍສຽງໃນຈຸດເວລາປະຫວັດສາດຂອງປະເທດຊາດຜ່ານແຕ່ລະຍຸກສະໄໝ.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 13
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 14
ຢູ່ທີ່ນີ້, VOV ຍັງສ້າງພາບຈຳລອງຖ້ຳ ເຈິ່ມ (ຮ່າໂນ້ຍ) - ເປັນສະຖານທີ່ຍົກຍ້າຍທຳອິດຂອງ VOV ແລະ ແມ່ນແຫ່ງກະຈາຍ “ຄຳຮຽກຮ້ອງທົ່ວປະເທດຕໍ່ຕ້ານ” ຂອງປະທານ ໂຮ່ຈີມິນ ໃນວັນທີ 19 ທັນວາ 1946.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 15
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 16
ບັນດານ້ອງນ້ອຍມີຄວາມປະຕິຊົມຊື່ນເມື່ອໄດ້ລອງເປັນໂຄສົກຂອງ VOV.
ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ - ảnh 17
ຕໍ່ຄວາມມັກຮັກ ແລະ ຄວາມປາດຖະໜາຢາກໄດ້ຮັບຂອງຂວັນຂອງມະຫາຊົນເປັນຈຳນວນຫຼາຍ, ເຂດວາງສະແດງ “80 ປີວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ” ໄດ້ແກ່ຍາວເວລາເປີດປະຕູຮອດວັນທີ 15 ກັນຍາ 2025 (ປ່ຽນໃຫ້ການປິດປະຕູໃນວັນທີ 05 ກັນຍາ ຄືແຜນກ່ອນໜ້ານັ້ນ) ຢູ່ເຂດ 8, ສູນວາງສະແດງແຫ່ງຊາດ ຫວຽດນາມ (VEC), ໂກລວາ, ດົງແອັງ, ຮ່າໂນ້ຍ.

ຕອບກັບ