WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025

Chia sẻ

(VOVWORLD) -  ອີກເທື່ອໜຶ່ງ, ຫວຽດນາມ ໄດ້ຮັບການເຊີດຊູໃນ World Travel Awards 2025 ວ່າ ແມ່ນ “ຈຸດນັດພົບມໍລະດົກແຖວໜ້າໂລກ”, ຢັ້ງຢືນກຳລັງດູດດື່ມທາງດ້ານມໍລະດົກທີ່ຫຼາຍຮູບຫຼາຍແບບ, ຕິດພັນກັບການທ່ອງທ່ຽວແບບຍືນຍົງ ແລະ ເຄື່ອງໝາຍການຄ້າແຫ່ງຊາດທົ່ວໂລກ.

  ໃນງານຮອບຊິງຊະນະເລີດລາງວັນການທ່ອງທ່ຽວໂລກ (World Travel Awards - WTA) ປີ 2025 ຫາກໍຈັດຂຶ້ນໃນຕົ້ນເດືອນນີ້ຢູ່ລາຊະອານາຈັກ ບຣາເຣນ, ອີກເທື່ອໜຶ່ງ, ຫວຽດນາມ ໄດ້ຮັບການຮັບຮອງວ່າ “ແມ່ນຈຸດນັດພົບມໍລະດົກແຖວໜ້າໂລກ”. ນີ້ແມ່ນຄັ້ງທີ 6 ທີ່ ຫວຽດນາມ ໄດ້ຮັບນາມມະຍົດອັນສູງສົ່ງນີ້, ພາຍຫຼັງຊຸມປີ 2019, 2020, 2022,  2023 ແລະ 2024. ນາມມະຍົດດັ່ງກ່າວ ບໍ່ພຽງແຕ່ຢັ້ງຢືນກຳລັງດູດດື່ມແບບຍືນຍົງຂອງບັນດາຄຸນຄ່າວັດທະນະທຳ - ປະຫວັດສາດຍາວນານເທົ່ານັ້ນ, ຫາກຍັງແມ່ນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາ, ເຊີດຊູ ແລະ ໂຄສະນາມໍລະດົກຢ່າງເປັນມືອາຊີບ ແລະ ປະດິດຄິດສ້າງ.

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 1

ຜູ້ຕາງໜ້າບັນດາປະເທດໄດ້ຮັບລາງວັນໃນງານຮອບຊິງຊະນະເລີດ WTA 2025. ພາບ: WTA

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 2

ເຂດປູຊະນີຍະສະຖານວັດ ເກົ່າ - ສັນຍາລັກຂອງເມືອງເກົ່າ ໂຮ້ຍອານ - ນັບແຕ່ດົນນານມາແລ້ວໄດ້ກາຍເປັນຈຸດນັດພົບທີ່ພາດບໍ່ໄດ້ຂອງແຂກທ່ອງທ່ຽວເມື່ອມາຕົວເມືອງມໍລະດົກດັ່ງກ່າວ. ຫາຍນາມ/VOV

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 3

ເມືອງເກົ່າ ໂຮ້ຍອານ ຫຍິບຫຍັບກັບໂຄມໄຟ. ພາບ: ລອງຟີ/ນັກຂ່າວ VOV ປະຈຳ ພາກກາງ

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 4

ອ່າວຮະລອງ ມີຄວາມໃຫຍ່ໂຕມະໂຫຖານ ເມື່ອເບິ່ງຈາກມູມສູງ, ພາບ: ເຈື່ອງຢາງ/ ນັກຂ່າວ VOV ປະຈຳເຂດຕາເວັນອອກສ່ຽງເໜືອ


WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 5

ອ່າວຮະລອງ ຍາມຄ້າຍແລງ ງາມດັ່ງໃນຝັນ. ພາບ: ເຈື່ອງຢາງ/ນັກຂ່າວ VOV ປະຈຳເຂດຕາເວັນອອກສ່ຽງເໜືອ

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 6

ບັ້ງໄຟດອກຮຸ່ງແຈ້ງຢູ່ແຄມຝັ່ງມໍລະດົກອ່າວຮະລອງ. ພາບ: ຫວູມ່ຽນ, ນັກຂ່າວ VOV ຕາເວັນອອກສ່ຽງເໜືອ.

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 7

ເຂດທັດສະນີຍະພາບ ຈ່າງອານ ດ້ວຍລະບົບນິເວດພູຜາ - ແມ່ນ້ຳທີ່ເປັນເອກະລັກ, ປະກອບສ່ວນສຳຄັນໃຫ້ແກ່ນາມມະຍົດຄັ້ງນີ້. ພາບ: ເລະຈີ/ນັກຂ່າວ VOV5

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 8

ດ້ວຍເຂດວິຫານພະທາດທີ່ເກົ່າແກ່ຂອງລາຊະອານາຈັກ ຈຳປາ, ເຂດປູຊະນີຍະສະຖານດິນແດນສັກສິດ ໝີເຊີນ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນມໍລະດົກວັດທະນະທຳລະດັບໂລກ. ພາບ: ຕວຽດເລ/ນັກຂ່າວ VOV ປະຈຳພາກກາງ

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 9
ເຂດປູຊະນີຍະສະຖານດິນແດນສັກສິດ ໝີເຊີນ
WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 10

ແຂກທ່ອງທ່ຽວສາກົນຢ້ຽມຢາມເຂດປູຊະນີຍະສະຖານດິນແດນສັກສິດ ໝີເຊີນ. ພາບ: ຕວຽດເລ/ນັກຂ່າວ VOV ປະຈຳພາກກາງ

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 11

ວັນໝຽວ - ກວັກຕືຢາມ ແມ່ນເຂດມໍລະດົກປະຫວັດສາດ - ວັດທະນະທຳແບບພິເສດ, ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມແບບເກົ່າແກ່, ເຄັ່ງຂຶມເທົ່ານັ້ນ ຫາກຍັງຍ້ອນຄຸນຄ່າປະຫວັດສາດທີ່ຍິ່ງໃຫຍ່ອີກດ້ວຍ. ພາບ: VOV

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 12

ນີ້ໄດ້ຮັບຖືວ່າແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ພາບ: ມິງດຶກ/VTC News

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 13

ດົນຕີທີ່ສະແດງຢູ່ໃນພະລາຊະວັງເຫວ້ - ມໍລະດົກບໍ່ເປັນວັດຖຸທຳອິດຂອງ ຫວຽດນາມ ໂດຍອົງການ UNESCO ຮັບຮອງເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕົວແທນຂອງມວນມະນຸດ. ພາບ: VOV

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 14
 
WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 15

ເຂດວັດທະນະທຳຄ້ອງ ເຕີຍງວຽນ ຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນຜົນງານດີເລີດຂອງວັດທະນະທຳບໍ່ເປັນວັດຖຸ ແລະ ເລົ່າປາກຕໍ່ປາກຂອງມວນມະນຸດ. ພາບ: VTC News

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 16

ບັນດານັກສິລະການຊາວເຜົ່າ ບານາ, ຈາຣາຍ ໃນຊຸດອາພອນປະຈຳເຜົ່າ, ສະແດງດົນຕີຂອງເຜົ່າຕົນ. ພາບ: VTC News

WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 17
ພິທີຂັບຊວານ ໄດ້ດຳເນີນໃນເຂດເກົ່າແກ່, ສ່ອງແສງໃຫ້ເຫັນພະລັງຊີວິດອັນແຮງກ້າຂອງມໍລະດົກບໍ່ເປັນວັດຖຸຂອງ ຫວຽດນາມ. ພາບ: hoidisanvanhoa.vn
WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 - ảnh 18
ແຂກທ່ອງທ່ຽວສາກົນມ່ວນຊື່ນກັບຈັງຫວະຂັບຊວານ. ພາບ: hoidisanvanhoa.vn

ໃນສະພາບການທ່ອງທ່ຽວທົ່ວໂລກທີ່ນັບມື້ນັບມີການແກ້ງແຍ້ງຢ່າງແຮງຄືໃນປັດຈຸບັນ, ເລື່ອງ ຫວຽດນາມ ສືບຕໍ່ຮັກສາທີ່ຕັ້ງອັນດັບແຖວໜ້າໄດ້ສົ່ງສານຢ່າງຈະແຈ້ງວ່າ: ມໍລະດົກ ຫວຽດນາມ ບໍ່ພຽງແຕ່ງາມເທົ່ານັ້ນ, ຫາກຍັງມີຊີວິດຊີວາ; ບໍ່ພຽງແຕ່ໄດ້ຮັບການອະນຸລັກຮັກສາເທົ່ານັ້ນ, ຫາກຍັງໄດ້ເລົ່າຄືນດ້ວຍບັນດາເລື່ອງລາວທີ່ເຕັມໄປດ້ວຍອາລົມຈິດອີກດ້ວຍ.

ຕອບກັບ