ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ

CTV Tuan Anh/VOV
Chia sẻ
(VOVWORLD) - ໂດຍແມ່ນວັດໃຫຍ່ທີ່ສຸດຂອງເມືອງ ກິມແທ່ງ (ແຂວງ ຫາຍເຢືອງ), ໃນເຂດສວນຂອງວັດ ມ໋ວງຍັງມີສວນທາດ 4 ສວນ ດ້ວຍທາດໃຫຍ່, ນ້ອຍກວ່າ 33 ທາດ ສະແດງໃຫ້ເຫັນການອອກແບບທີ່ເປັນເອກະລັກສະເພາະ ຂອງຫຼາຍໄລຍະປະຫວັດສາດ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 1
ວັດ ມ໋ວງ (ວັດ ກວາງແຄງ) ມີເນື້ອທີ່ 15.000 ຕາແມັດ, ຢູ່ຕາແສງ ຫງູຟຸກ, ເມືອງ ກິມແທງ, ແຂວງ ຫາຍເຢືອງ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 2
ຈຸດທີ່ເປັນເອກະລັກສະເພາະທີ່ສຸດແມ່ນ ວັດ ມ໋ວງ ຍັງອະນຸລັກຮັກສາສວນທາດ 4 ສວນ ດ້ວຍ 33 ທາດໃຫຍ່, ນ້ອຍ ແລະ ແມ່ນວັດທີ່ມີທາດຫຼາຍກວ່າໝູ່ຢູ່ແຂວງ ຫາຍເຢືອງ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 3
ສວນທາດຈາກເບື້ອງຂວາ (ທິດແຕ່ປະຕູທາງເຂົ້າ) ລວມມີ 6 ທາດ, ສ່ວນຫຼາຍທາດໄດ້ກໍ່ສ້າງຈາກກ້ອນດິນຈີ່.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 4
ຂອບຂະໜາດ ແລະ ຄວາມສູງຂອງບັນດາທາດແມ່ນອີງໃສ່ສົມບັດສິນ ແລະ ສິນລະທຳຂອງນັກບວດ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 5
ປະຈຸບັນ, ສວນທາດຕັ້ງຢູ່ຂອບເຂດໃຈກາງຂອງວັດລວມມີ 5 ທາດ, ໄດ້ກໍ່ສ້າງຈາກຫີນເປັນຕົ້ນຕໍ ມີສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງທ້າຍສະໄໝເຈົ້າຊີວິດ ເລ ແລະ ສະໄໝເຈົ້າຊີວິດ ຫງວຽນ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 6
ມີທາດທີ່ມີຕົວໜັງສືຍັງເຫັນໄດ້ແຈ້ງ, ມີອາຍຸກວ່າ 300 ປີ. ບາງທາດບໍ່ຂຽນອາຍຸ, ແຕ່ຄາດວ່າມີອາຍຸ 600 ປີ. ປະຈຸບັນ, ຢູ່ ຫາຍເຢືອງ ບໍ່ມີວັດໃດ ທີ່ມີທາດຫຼາຍຄືວັດ ມ໋ວງ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 7
ສວນທາດຢູ່ເບືຶ້ອງຊ້າຍຂອງຂອບເຂດວັດ ແມ່ນສວນທີ່ມີຈຳນວນທາດຫຼາຍທີ່ສຸດ ດ້ວຍ 20 ທາດ, ລວມມີ 7 ທາດສູງ ແລະ 13 ທາດນ້ອຍ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 8
ແຕ່ລະທາດມີສະຖາປັດຕະຍາກຳທີ່ແຕກຕ່າງກັນ, ສ້າງເປັນຄວາມຫຼາກຫຼາຍໃຫ້ເຂດສວນທາດໃຫຍ່ສຸດຂອງ ວັດ ທີ່ໄດ້ຄົງຕົວເປັນເວລາກວ່າ 7 ສັດຕະວັດຢູ່ແຂວງ ຫາຍເຢືອງ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 9
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 10
ບັນດາສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຢູ່ແຕ່ລະທາດ ດ້ວຍແຖວຕົວໜັງສືບູຮານ, ລວດລາຍທີ່ເປັນເອກະລັກສະເພາະຂອງແຕ່ລະສະໄໝ, ເປັນຕົ້ນແມ່ນຮູບດອກບົວ, ກ້ອນເມກ…
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 11
ສວນທາດຢູ່ປະຕູໂຄງຂອງວັດແມ່ນສວນທີ່ມີຈຳນວນທາດໜ້ອຍສຸດ. ບັນດາຜູ້ອາຍຸສູງຢູ່ຕາແສງ ຫງູຟຸກ ໃຫ້ຮູ້ວ່າ, ໃນການຕໍ່ຕ້ານ ຕ້ານພວມລ່າເມືອງຂຶ້ນ ຝລັ່ງ, ເຂດສວນນີ້ຖືກລະເບີດທຳລາຍ, ສະນັ້ນ ຮັກສາໄດ້ພຽງແຕ່ 2 ທາດເທົ່ານັ້ນ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 12
ແຕ່ປີ 1980 ມາຮອດປະຈຸບັນ, ມີຫຼາຍກິດຈະກຳຂອງວັດ ມ໋ວງ ໄດ້ຮັບການກໍ່ສ້າງໃໝ່…
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 13
ວັດ ມ໋ວງ ໄດ້ບູຊາພະພູດທະເຈົ້າ ຕາມສາສະໜາພຸດນິກາຍຈຸກເລິມ, ພ້ອມທັງແມ່ນເຂດບູຊາຄູບາ ເຕວ້ເຍິນ, ຜູ້ມີຄຸນງາມຄວາມດີບຸກເບີກທີ່ດິນ, ສ້າງເປັນບ້ານ ມ໋ວງ ໃນປະຈຸບັນ.
ວັດມີ 30 ທາດທີ່ເປັນເອກະລັກສະເພາະ ຢູ່ແຂວງ ຫາຍເຢືອງ - ảnh 14
ໂດຍໄດ້ເກັບຮັກສາຫຼາຍຄຸນຄ່າປະຫວັດສາດ, ວັດ ມ໋ວງ ໄດ້ຮັບການຮັບຮອງເອົາວ່າແມ່ນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດນັບແຕ່ປີ 1992. ແຕ່ລະປີ, ວັດ ມ໋ວງ ໄດ້ຕ້ອນຮັບແຂກທ່ອງທ່ຽວ, ປະຊາຊົນນັບໝື່ນເທື່ອຄົນມາຢ້ຽມຢາມ, ຖະຫວາຍທູບທຽນ, ໂດຍສະເພາະແມ່ນໃນໂອກາດລະດູບານໃໝ່ (ວັນທີ 24-27 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ).

ຕອບກັບ