ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ”

Chia sẻ

(VOVWORLD) - ລາຍການລວມມີ 3 ຫົວຂໍ້ຕົ້ນຕໍຄື: ຈິດສຳນຶກທະເລ; ຫວຽດນາມ ມຸ່ງໄປສູ່ຄວາມຮັ່ງມີຈາກທະເລ, ຫວຽດນາມ ມຸ່ງໄປສູ່ຄວາມເຂັ້ມແຂງກ່ຽວກັບທະເລ.

ເວລາ 20 ໂມງຕອນຄ່ຳວັນທີ 12 ສິ່ງຫາທີ່ຈະມາເຖິງ, ຢູ່ທ່າກຳປັ່ນ ທະຫານ ຍາຈາງ ທີ່ແຂວງແຄັ້ງຮ່ວາ, ແຂກທ່ອງທ່ຽວ ແລະ ຊາວນະຄອນຍາຈາງ ກໍ່ຄື ຜູ້ຊົມຜູ້ຟັງໃນທົ່ວປະເທດ ຈະໄດ້ຊົມລາຍການພົບປະແລກປ່ຽນສະແດງສິລະປະລະດັບຊາດດ້ວຍຫົວຂໍ້ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ”. ລາຍການໂດຍວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ແຄັ້ງຮ່ວາ ສົມທົບກັນຈັດຂຶ້ນ.

ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 1
ໃນໄລຍະທີ່ຜ່ານມາ, ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ຈັດການປະຊຸມຫຼາຍຄັ້ງເພື່ອກະກຽມໃຫ້ແກ່ເຫດການນີ້. ກອງປະຊຸມຄະນະຊີ້ນຳຄະນະຈັດຕັ້ງລາຍການ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” ຖືກຈັດຕັ້ງຢູ່ສະຖານທີ່ຖ່າຍທອດ ເຮືອນເລກທີ 58 ຖະໜົນກວານຊື, ຮ່າໂນ້ຍ.
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 2
ທ່ານຜູ້ອຳນວຍການໃຫຍ່ VOV ໂດຕຽນຊີ ເນັ້ນໜັກວ່າ ລາຍການແນໃສ່ສືບຕໍ່ຫຼໍ່ຫຼອມຄວາມເອກອ້າງທະນົງໃຈ, ການເຊີດຊູຊາດຕົນເອງ, ເຈດຈຳນົງຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ ແລະ ຍົກສູງສະຕິການຮັກສາ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຫຼາຍຮູບຫຼາຍແບບຂອງທະເລໝູ່ເກາະ ຫວຽດນາມ ໃຫ້ແກ່ປະຊາຊົນທຸກຊັ້ນຄົນໃນທົ່ວປະເທດ.
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 3
ບັນດານັກສິລະປິນໃນວົງດົນຕີຂອງ VOV ພວມຮີບຮ້ອນ ຝືກແອບໃຫ້ແກ່ລາຍການນັບແຕ່ວັນທີ 5 ສິງຫາ.
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 4
ທາງດ້ານດົນຕີຂອງລາຍການໂດຍນັກດົນຕີ ຢວານງວຽນຊີ້ນຳ. ຕາມທ່ານແລ້ວ, ລາຍການດົນຕີຂອງເຫດການນີ້ ແມ່ນເຮັດຕາມທຳນອງ Rock, symphony ສົມທົບກັນລະຫວ່າງການ ເຂົ້າຮ່ວມຂອງກຸ່ມດົນຕີທຳນອງ Rock ກັບດົນຕີປະສານສຽງຂອງນັກຮ້ອງ VOV
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 5
ລາຍການນີ້ຄາດວ່າຈະເຊື້ອເຊີນບັນດານັກດົນຕີ, ກອງດົນຕີທີ່ມີຊື່ສຽງຄື, ກອງດົນຕີ ບຶກເຕື່ອງ, ນັກຮ້ອງຮ່າເຈິ່ນ, ກອງດົນຕີ MTV, ນັກຮ້ອງດົງຍີ, ດົງຮຸ່ງ…
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 6
ຂຶ້ນຕົ້ນລາຍການຈະແມ່ນເພງຕິດຕໍ່ກັນ “ຫວຽດນາມ ໃນໃຈຂອງຂ້າພະເຈົ້າ - ຂັບຮ້ອງ ກ່ຽວກັບທະເລບ້ານເກີດເມືອງນອນ - ທະເລຍາມສາຍັນ” ໂດຍນັກຮົບດົງຍີ - ຮ່າເຈິ່ນ - ຟອງ Windy ພ້ອມກັບວົງດົນຕີປະສານສຽງສະແດງ
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 7
ປັດຈຸບັນ ເວທີສະແດງ ຢູ່ທ່າກຳປັ່ນ ທະຫານ ຍາຈາງໃນ ພື້ນຖານແລ້ວກໍ່ໄດ້ເຮັດສຳເລັດພ້ອມແລ້ວທີ່ຈະຮັບໃຊ້ມວນຊົນດ້ວຍລາຍການທີ່ມີຄວາມໝາຍແລະເປັນເອກະລັກ.
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 8
ລາຍການສະແດງຈະເອົາຫນ້າຂົວທຽບທ່າເປັນເວທີສະແດງຫຼັກ ພ້ອມກັບເຮືອບາງລຳຂອງກຳລັງກອງທັບເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນ…
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 9
ລາຍການຈະດຶງດູດການເຂົ້າຮ່ວມຂອງປະມານ 1500 ຄົນ ສັງກັດ ກອງທັບເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນ, ຊາວປະມົງ, ຊາວໜຸ່ມ, ນັກຮຽນ, ນັກສຶກສາໃນບໍລິເວນແຂວງ ແຄັ້ງຮ່ວາ.
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 10
ກຳລັງກູ້ໄພອຽດກຽວ ຖືກລະດົມມາຮັບໃຊ້ລາຍການ “ ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ”.
ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 11
ລາຍການລວມມີ 3 ຫົວຂໍ້ຕົ້ນຕໍ່ຄື: ຈິດສຳນຶກທະເລ; ຫວຽດນາມ ມຸ່ງໄປສູ່ຄວາມຮັ່ງມີຈາກທະເລ, ຫວຽດນາມ ມຸ່ງໄປສູ່ຄວາມເຂັ້ມແຂງກ່ຽວກັບທະເລ. ນີ້ແມ່ນຮູບຖ່າຍເຂດເວທີສະແດງຫຼັກຂອງລາຍການຊຶ່ງອ້ອມແອ້ມແມ່ນບັນດາກຳປັ່ນຂອງກຳທັບເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນ.

ຕອບກັບ