ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ

Chia sẻ

(VOVWORLD) -  ຊາຊານຕຽດຂອງແຂວງ ຮ່າຢາງ ແລະ ຊາດອກບົວແບກຢຽບຂອງໜອງ ໂຮ່ໄຕ ແມ່ນຊາສອງຊະນິດ ທີ່ມີຊື່ສຽງ ກ່ຽວກັບລົດຫອມ ເຊິ່ງຜູ້ນິຍົມດື່ມນ້ຳຊາກໍ່ລ້ວນແຕ່ຮູ້ຈັກ. ຢູ່ເທື່ອງຕິນ, ຮ່າໂນ້ຍ ໃນຫຼາຍປີມານີ້ ມີຮາກຖານແຫ່ງໜຶ່ງໄດ້ສົມທົບສິ່ງທີ່ຍອດຍິ່ງຂອງຊາ ສອງຊະນິດນີ້ ໃນຜະລິດຕະພັນໜຶ່ງເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ນິຍົມດື່ມນ້ຳຊາ.

ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 1
ອ້າຍຟ້າມເທຢຽດຢູ່ ເມືອງເທື່ອງຕິນ ຮ່າໂນ້ຍ ແມ່ນຜູ້ມີປະສົບການໃນການປະກອບອາຊີບ ເອືອບຊາ , ຮາກຖານຂອງລາວ ກໍ່ປະສົບຜົນສຳເລັດ ດ້ວຍຊາຊານຕວຽດ ເອືອບກັບຊາແບກຢຽບ. ຊາຊະນິດຄຸນນະພາບສູງທີ່ສຸດ ອາດຈະຂຶ້ນເຖິງ 12 – 15 ລ້ານດົ່ງ
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 2
ຊາທີ່ຮາກຖານຂອງອ້າຍຢຽດ ແມ່ນຊາຂອງຕົ້ນຊາຊານຕວຽດ ໃຫຍ່ ຖືກປູກຢູ່ໄຕກົນລີງ ໃນແຂວງ ຮ່າຢາງ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 3
ຮາກຖານຂອງອ້າຍຢຽດ ຍັງຜະລິດຊາແບກຈ່າ ທີ່ມີລົດຫອມທີ່ສຸດ
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 4
ແຕ່ລະປີ ຮອດເດືອນມິຖຸນາ ມີດອກບົວເລີ່ມບານສະພັ່ງ, ບັນດາຄົນງານຂອງຮາກຖານ ອ້າຍຢຽບເລີ່ມ ພາຍເຮືອ ໄປຕັດດອກບົວນັບແຕ່ 5 ໂມງເຊົ້າ ເພື່ອກະກຽມໃຫ້ແກ່ການຜະລິດຊາໃໝ່
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 5
ດອກບົວ ທີ່ໄດ້ຕັດມາແລ້ວ ກໍ່ແຍກດອກເອົາໜໍ່, ດອກບົວຕ້ອງເກັບກູ້ໃນຈຸດເວລາທີ່ກີບດອກບົວຫາກໍ່ບານ ເຊິ່ງຈະມີກີ່ນຫອມຫວນ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 6
ຜູ້ເອືອບຊາ ດອກບົວແນວໃດກໍ່ຕ້ອງເຮັດຕາມຫຼັກການ ເມື່ອເຮັດວຽກເພື່ອໃຫ້ຊາມີກີ່ມຫອມຫວນຄື ຕ້ອງນຸ່ງສົ້ງເສື້ອບໍ່ມີກີ່ນຂອງ ຜ້າແພ, ບໍ່ໃຊ້ນ້ຳຫອມ…
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 7
ການແຍກເອົາໜໍ່ດອກບົວແມ່ນຂັ້ນຕອນຍາກທີ່ສຸດ ຕ້ອງມີຄວາມຄ່ອງແຄ້ວ ເພື່ອ ຮັກສາ ກີ່ນຫອມທີ່ເປັນເອກະລັກຂອງດອກບົວໄວ້
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 8
ເມັດດອກບົວພາຍຫຼັງແຍກອອກຈາກໜໍ່ກໍ່ແມ່ນສ່ວນ ຮັກສາກີ່ນຫອມຂອງດອກບົວຈຳນຳໄປເອືອບກັບຊາຊານຕວຽດ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 9
ສຳລັບຊາທີ່ເອືອບໂດຍຖົ່ວໄປ, ຊາ ຈະຖືກຫໍ່ດ້ວຍກີບດອກບົວ, ຫຼັງຈາກນັ້ນ ດອກບົວສືບຕໍ່ໄດ້ປັກໃນນ້ຳປະມານ 2 – 3 ຊົ່ວໂມງ, ແລ້ວເອົາໃສ່ຖົງຊີວ ສູນຍາກາດ ແລະຖືກຮັກສາໃນຕູ້ເຢັນ. ຊາຊະນິດນີ້ໃນປັດຈຸບັນມີລາຄາ 80.000 ດົ່ງ/ ດອກ, ແຕ່ລະດອກທຽບເທົາກັບ ຊາກະຕິກໜຶ່ງ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 10
ສຳລັບຊາດອກບົວແຫ້ງ ກໍ່ຕ້ອງຜ່ານການເອືອບຫຼາຍຄັ້ງ. ໃນນັ້ນ ເມັດດອກບົວຊັ້ນໜຶ່ງກໍ່ຫວ່ານໃສ່ຊາຊັ້ນໜຶ່ງ ແລ້ວນຳໄປອົບ. ຜູ້ເອືອບຊາແຕ່ລະຄົນກໍ່ມີຊຸດແຕກຕ່າງກັນ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 11
ເພື່ອເອືອບຊາດອກບົວແຫ້ງໜຶ່ງ ກີໂລກຼາມ ກໍ່ຕ້ອງມີດອກບົວສົດ ແຕ່ 120 – 150 ດອກ ແລະ ຕ້ອງຜ່ານການເອືອບ, ອົບ 20 ກ່ວາວັນ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 12
ໃນມໍ່ໆມານີ້ ມີຫຼາຍຄົນ ໄດ້ໄປຍັງຮາກຖານຂອງອ້າຍຢຽດເພື່ອ ຊອກຮູ້ວິທີເອືອບຊາ. ມາທີ່ນີ້ ກໍ່ໄດ້ເຫັນປະຈັກຕາບັນດາຂັ້ນຕອນຜະລິດຊາ ຈິ່ງສາມາດເຂົ້າໃຈວ່າ ເປັນຫຍັງລາຄາຂອງຊາຈຶ່ງແພງເຊັນນັ້ນ.
ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ - ảnh 13
ຍ້ອນວ່າ ຕ້ອງເຮັດຢ່າງລະອຽດລະອໍ່, ຕ້ອງຜ່ານຫຼາຍຂັ້ນຕອນໃນວິທີປຸງແຕ່ງ, ດັ່ງນັ້ນ ຊາ ຊານຕວຽດ ແລະ ແບກຢຽບ ຂອງຮາກຖານອ້າຍຢຽດ ເຖິງວ່າມີລາຄາຂາຍແພງກໍ່ຕາມ ແຕ່ເມື່ອຜະລິດອອກມາໄດ້ເທົ່າໃດ ກໍ່ບໍ່ພຽງພໍເພື່ອຕອບສະໜອງຄວາມຕ້ອງການໃນທ້ອງຕະຫຼາດ.

ຕອບກັບ