ພິທີໄວ້ອາໄລທ່ານ ຄຳໄຕ ສີພັນດອນ ໄດ້ຈັດຂຶ້ນໃນເວລາ 12 ໂມງ 30 ນາທີຂອງວັນທີ 7 ເມສາ, ຢູ່ເດີ່ນພະທາດຫຼວງ, ນະຄອນຫຼວງ ວຽງຈັນ. ປີ 1947, ທ່ານ ຄຳໄຕ ສີພັນດອນ ໄດ້ເຂົ້າຮ່ວມກຳລັງແນວລາວ ອິດສະຫຼະ ສ້າງຂີດໝາຍເລີ່ມຕົ້ນການເຄື່ອນໄຫວປະຕິວັດຍາດເອົາເອກະລາດຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ຝລັ່ງ. ທ່ານເຂົ້າເປັນສະມາຊິກພັກກອມມູນິດ ອິນດູຈີນ ເມື່ອປີ 1954 ແລະ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເມື່ອປີ 1955. ປີ 1975, ພາຍຫຼັງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາ, ທ່ານ ຄຳໄຕ ສີພັນດອນ ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ແລ້ວ ເປັນຮອງນາຍົກລັດຖະມົນຕີ. ທ່ານ ຄຳໄຕ ສີພັນດອນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ ເມື່ອປີ 1991 ແລະ ຮັບດຳລົງຕຳແໜ່ງ ປະທານປະເທດແຕ່ປີ 1998 ຫາປີ 2006. ທ່ານແມ່ນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນັບແຕ່ປີ 1992 ຫາປີ 2006. ດ້ວຍຄຸນງາມຄວາມດີອັນຍິ່ງໃຫຍ່ໃນການປະກອບສ່ວນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ, ຂອງປະຊາຊົນລາວບັນດາເຜົ່າ, ທ່ານ ຄຳໄຕ ສີພັນດອນ ໄດ້ຮັບຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງໂດຍພັກ, ລັດ ລາວ ມອບໃຫ້. ໃນພາລະກິດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ທ່ານອະດີດປະທານປະເທດ ຄຳໄຕ ສີພັນດອນ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕາງໜ້າໃຫ້ພັກ, ລັດ ອ່ານບົດສະດຸດີໃນພິທີຊາປະນະກິດສົບຂອງທ່ານ ຄຳໄຕ ສີພັນດອນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລທ່ານ ຄຳໄຕ ສີພັນດອນ. ການນຳພັກ, ລັດ ລາວ ວາງພວງມາລາທ່ານຄຳໄຕ ສີພັນດອນ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເສົ້າສະຫຼົດໃຈຕໍ່ ຍາດຕິພີ່ນ້ອງຂອງທ່ານຄຳໄຕ ສີພັນດອນ. ຄະນະການນຳຂັ້ນສູງ ຫວຽດນາມ ສະແດງຄວາມໂສກເສົ້າເສຍດາຍອັນຍິ່ງໃຫຍ່ຂອງ ປະເທດລາວ. ພະນັກງານ, ລັດຖະກອນບັນດາກະຊວງ, ຄະນະ, ຂະແໜງການ ແລະ ປະຊາຊົນເປັນຈຳນວນຫຼາຍເຂົ້າໄວ້ອາໄລສົ່ງ ທ່ານ ຄຳໄຕ ສີພັນດອນຂຶ້ນສູູ່ສະຫວັນ. Từ khóa: VOV VOVworld ຕອບກັບ ສົ່ງ Xem thêm
ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ການພົວພັນສອງຝ່າຍ