ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ

Bui Hang
Chia sẻ

(VOVWORLD) - ຍາມລະດູໃບໄມ້ຫຼົ່ນກໍແມ່ນຈຸດເວລາສວຍງາມທີ່ສຸດໃນປີ ເພື່ອໃຫ້ແຂກທ່ອງທ່ຽວຮັບຊົມທັດສະນີຍະພາບ “ລະດູເຂົ້າສຸກເຫຼືອງ”.

  ໃນໄລຍະເວລາແຕ່ເດືອນ ກັນຍາ ຫາເດືອນຕຸລາຂອງແຕ່ລະປີ, ຢູ່ຫຼາຍສະຖານທີ່ໃນເຂດທາງຕາເວັກອອກ - ຕາເວັນຕົກພາກເໜືອ, ເຂດທົ່ງພຽງພາກເໜືອ ຫວຽດນາມ ແມ່ນຮອດຍາມເຂົ້າສຸກເຫຼືອງ, ບັນດາເນື້ອທີ່ນາຂັ້ນໄດໄດ້ປ່ຽນເປັນສີເຫຼືອງອາຮາມ ງາມຕາດັ່ງໃນຝັນ.

1.    ຮວ່າງຊູຟີ (ຮ່າຢາງ)

ນາຂັ້ນໄດ ຮວ່າງຊູຟີ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກທັດສະນີຍະພາບລະດັບຊາດຢູ່ ຫວຽດນາມ ເມື່ອປີ 2012 ແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງ ຮ່າຢາງ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 1(ນາຂັ້ນໄດ ຮວ່າງຊູຟີ, ຮ່າຢາງ: ພາບ: VOV)

ຈຸດເວລາເໝາະສົມທີ່ສຸດ ເພື່ອຮັບຊົມທົ່ງນາສຸກເຫຼືອງ ຢູ່ທີ່ນີ້ ແມ່ນຍາມເດືອນ ກັນຍາ, ນາຂັ້ນໄດ ແຕ່ລະຂັ້ນກໍພາກັນປ່ຽນເປັນສີເຫຼືອງອາຮາມ, ເປັນໜ້າຈັບອົກຈັບໃຈຫຼາຍ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 2ເມື່ອຢືນຢູ່ທ່າມກາງທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານ, ພູຜາປ່າໄມ້ສະຫຼັບຊັບຊ້ອນຂອງ ຮ່າຢາງ, ນາຂັ້ນໄດ ຢູ່ຮວ່າງຊູຟີ ຄືດັ່ງພາບສິລະປະກຳອັນໂດດເດັ່ນຢ່າງແທ້ຈິງ, ເຊິ່ງເປັນບັນຍາກາດ ແລະ ຄວາມຮູ້ສຶກທີ່ຍາກຈະຫຼົງລື່ມໄດ້ (ພາບ: VOV)

2.    ໝູ່ກາງຈາຍ (ອຽນບາຍ)

ນາຂັ້ນໄດໝູ່ກາງຈາຍ ນອນຢູ່ເນີນພູສາຍຕ່າງໆ ທີ່ມີເນື້ອທີ່ປະມານ 2.200 ເຮັກຕາ. ມີຫຼາຍສະຖານທີ່ເປັນໜ້າຈັບໃຈ ເພື່ອໃຫ້ແຂກມາຮັບຊົມນາຂັ້ນໄດໝູ່ກາງຈາຍ ເປັນຕົ້ນແມ່ນ ຮ່ອມພູຕູເລະ, ລາປານເຕິນ, ກິ່ວເຂົາຟ້າ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 3(ພາບ: hanoimoi.vn)

ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວສາມາດຖ່າຍຮູບເປັນທີ່ລະນຶກກ່ຽວກັບພາບນາຂັ້ນໄດທີ່ມີຮູບຊົງຄື ພາເຂົ້າໜຽວ ງາມຫຼາຍ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 4(ພາບ: VOV)

3.    ຕູເລະ (ອຽນບາຍ)

ເມື່ອປຽບທຽບກັບ ໝູ່ກາງຈາຍ, ບັນດາທົ່ງນາຢູ່ຕູເລະ ເຖິງວ່າບໍ່ໃຫຍ່ໂຕມະໂຫຖານ ກໍຕາມ, ແຕ່ ຕູເລະ ມີຄວາມດູດດື່ມສະເພາະຂອງຕົນ. ບັນດາທົ່ງເຂົ້າໜຽວຍາມສຸກຢູ່ ຕູເລະ ໄດ້ສົ່ງກິ່ນຫອມຫວນ ເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນຫຼົງໄຫຼ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 5(ພາບ: TTXVN)

ຕາມປົກກະຕິແລ້ວ, ໃນລະດູໃບໄມ້ຫຼົ່ນ, ບັນດາທົ່ງເຂົ້າໜຽວສຸກເຫຼືອງ ສະຫຼັບກັບທົ່ງນາຂຽວອຸ່ມທຸມຂອງລະດູການຜະລິດທີ່ແຕກຕ່າງກັນ ກໍເປັນຈຸດເວລາທີ່ດຶງດູດແຂກທ່ອງທ່ຽວຫຼາຍທີ່ສຸດ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 6(ພາບ: ແອັງຕວັນ)

4.    ຊາປາ (ລາວກາຍ)

ໂດຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ເຂດພູດອຍທາງທິດຕາເວັນຕົກພາກເໜືອ ຫວຽດນາມ, ເມື່ອລະດູໃບໄມ້ຫຼົ່ນວຽນມາ, ຊາປາ (ລາວກາຍ) ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວຍ້ອນມີອາກາດ ທີ່ເຢັນສະບາຍເທົ່ານັ້ນ ຫາກຍັງຍ້ອນບັນດາເນື້ອທີ່ນາຂັ້ນໄດທີ່ພວມສຸກເຫຼືອງອາຮາມອີກດ້ວຍ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 7(ພາບ: TTXVN)
ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 8(ພາບ: TTXVN)
ສິ່ງທີ່ດູດດື່ມໃນການທ່ອງທ່ຽວຊາປາແມ່ນ ແຂກທ່ອງທ່ຽວສາມາດ ເລືອກເອົາບ່ອນ ພັກເຊົ່າ, ໂຮມສະແຕ ຕາມໃຈມັກ ຍ້ອນວ່າ ບັນດາການບໍລິການທ່ອງທ່ຽວຢູ່ທີ່ນີ້ພັດທະນາໄວກວ່າສະຖານທີ່ອື່ນໆ
ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 9(ພາບ: TTXVN)

5.    ບັກເຊີນ (ລ້າງເຊີນ)

ລະດູເຂົ້າສຸກເຫຼືອງ ຢູ່ ບັກເຊີນ ກໍແມ່ນຈຸດເວລາທີ່ອາກາດຢູ່ທີ່ນີ້ໄດ້ຮັບຖືວ່າ ງາມທີ່ສຸດໃນປີ, ສະດວກກັບການຄົ້ນຫາທໍາມະຊາດ ແລະ ຮັບຊົມທັດສະນີຍະພາບທີ່ທັງຈັບໃຈ ແລະ ໃຫຍ່ໂຕມະໂຫຖານຂອງພູຜາປ່າໄມ້.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 10(ພາບ:VOV)

ບັນດາທົ່ງນາສຸກເຫຼືອງ ຢູ່ ບັກເຊີນ ນອນຢູ່ສາຍພູຫີນປູນ, ໂດຍມີຊາວເຜົ່າ ໄຕ, ນຸ່ງ ແລະ ຢ້າວ ດໍາລົງຊີວິດ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 11(ພາບ: VOV)

ນອກຈາກການຮັບຊົມຄວາມງາມຂອງລະດູເຂົ້າສຸກເຫຼືອງແລ້ວ, ນີ້ກໍຍັງແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວຊອກຫາກ່ຽວກັບຈຸດຄວາມງາມທາງດ້ານວັດທະນະທໍາ, ເອກະລັກສະເພາະຂອງອາຫານການກິນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທີ່ນີ້ອີກດ້ວຍ.

6. ປູລວງ (ແທັງຮວ໊າ)

ຫຼາຍປີມໍ່ໆມານີ້, ປູລວງ ໄດ້ກາຍເປັນສະຖານທີ່ຮູ້ຈັກກັນດີ ຍ້ອນວ່າເປັນສະຖານທີ່ທີ່ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນມີຄວາມນິຍົມຊົມຊອບ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 12(ພາບ: laodong.vn)

ແຂກທ່ອງທ່ຽວ ກໍສາມາດເລືອກ trekking ຂ້າມ ປູລວງ ເພື່ອຊົມທົ່ງນາສຸກເຫຼືອງ, ທັງຊອກຫາວັດທະນະທໍາ ແລະ ຮີດຄອງປະເພນີ ວິຖີຊີວິດຂອງຊາວທ້ອງຖິ່ນ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 13(ພາບ: laodong.vn)
7.ຕາມກົກ- ບິກດົ້ງ ຢູ່ ນິງບິ່ງ

ຈຸດເວລາເໝາະສົມທີ່ສຸດເພື່ອຊົມທົ່ງນາສຸກເຫຼືອງຢູ່ ຕາມກົກ ແມ່ນແຕ່ເດືອນກັນຍາ ຫາເດືອນ ຕຸລາ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 14(ພາບ: hanoimoi.vn)

ໂດຍຫ່າງຈາກ ຮ່າໂນ້ຍ ປະມານ 104 ກມ, ແຂກທ່ອງທ່ຽວສາມາດມາຢ້ຽມຢາມຖໍ້າແຫ່ງຕ່າງໆທີ່ເປັນເອກະລັກສະເພາະ ແລະ ເຊື່ອມຕົວເຂົ້າກັບບັນຍາກາດຢູ່ທົ່ງນາສຸກເຫຼືອງທີ່ສວຍງາມດັ່ງໃນຝັນ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 15(ພາບ: hanoimoi.vn)

8.   ອີຕີ (ລາວກາຍ)

ນີ້ກໍແມ່ນໜຶ່ງໃນບັນດາສະຖານທີ່ບໍ່ຄວນພາດໂອກາດແວ່ຢາມເມື່ອມາ ຮອດລາວກາຍ ໃນລະດູເຂົ້າສຸກເຫຼືອງ.

ບັນ​ດາ​ສະ​ຖານ​ທີ່​ທີ່​ມີ​ທົ່ງ​ນາ​ສຸກ​ເຫຼືອງ​ງາມ​ຕາ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ - ảnh 16
ໂດຍຖືກຂະໜານນາມວ່າ ທັດສະນີຍະພາບຢູ່ແດນສະຫວັນ ຕັ້ງຢູ່ທ່າມກາງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ບັນດາເນື້ອທີ່ນາຂັ້ນໄດ ສຸກເຫຼືອງ ຊ້ອນຕົວໃນທາງກາງກຸ່ມເມກຂາວເລື່ອນລອຍຢູ່ກາງເວຫາ.  ສະຖານທີ່ແຫ່ງນີ້ ແມ່ນຈຸດນັດພົບທີ່ໄດ້ຮັບຄວາມນິຍົມຊົມຊອບຈາກ ຜູ້ມັກຮັກນາຂັ້ນໄດ. /.

ຕອບກັບ