ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023

Le Chi ລວບ​ລວ​ມ
Chia sẻ
(VOVWORLD) - ຫວຽດນາມ ມີຄວາມພິເສດດີເລີດລື່ນກາຍຫຼາຍປະເທດເພື່ອຄ້ວາໄດ້ລາງວັນ “ຈຸດນັດພົບແຖວໜ້າຢູ່ ອາຊີ” ຢູ່ World Travel Awards 2023.

ຫວຽດນາມ ແມ່ນປະເທດມີຫຼາຍສະຖານທີ່, ທິວທັດທຳມະຊາດທີ່ຫຼາກຫຼາຍ, ປະຊາຊົນຮັກແພງແຂກຄົນ ແລະ ບັນດາການບໍລິການທ່ອງທ່ຽວລະດັບສາກົນ. ດ້ວຍຂໍ້ສັງເກດດັ່ງກ່າວ, ລາງວັນການທ່ອງທ່ຽວໂລກ (WTA) ໄດ້ເຊີດຊູ ຫວຽດນາມ ແມ່ນ “ຈຸດນັດພົບແຖວໜ້າຂອງ ອາຊີ” ປີ 2023. ຕໍ່ໄປນີ້, VOV5 ຂໍລວບລວມບາງສະຖານທີ່ທີ່ໄດ້ຮັບການເຊີດຊູຈາກ WTA 2023.

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 1

ປີນີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການເຊີດຊູ ເປັນ 3 ຄັ້ງ, ເຊິ່ງລວມມີລາງວັນ: “ນະຄອນແຖວໜ້າ ອາຊີ”, “ນະຄອນແຖວໜ້າ ອາຊີ ສຳລັບການພັກຜ່ອນໄລຍະສັ້ນ”. ນອກຈາກນັ້ນ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກໍ່ໄດ້ຮັບການເຊີດຊູ ແມ່ນ “ອົງການຄຸ້ມຄອງການທ່ອງທ່ຽວ ນະຄອນ ແຖວໜ້າ”.   (ພາບ: : haycafe.vn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 2

ຕອນເຊົ້າຂອງລະດູໃບໄມ້ຫຼົ່ນ ຢູ່ໜອງ ຮວ່ານກ໋ຽມ  (ພາບ: Giang Trịnh/FB Hà Nội Fan)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 3

ນະຄອນ ໂຮ່ຈີມິນ ໄດ້ຮັບການເຊີດຊູ ແມ່ນ “ນະຄອນ ທ່ອງທ່ຽວສົມທົບກັບເຮັດວຽກດີທີ່ສຸດ” ແລະ “ຈຸດນັດພົບຂອງການຈັດງານບຸນ ແລະ ເຫດການແຖວໜ້າຢູ່ ອາຊີ”  (ພາບ: dantri.com.vn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 4

ໂດຍນອນໃນໃຈກາງເມືອງ 1, ນະຄອນ ໂຮ່ຈີມິນ, ໂບດ ດຶກບ່າ ສວຍງາມ, ໃຫຍ່ໂຕມະໂຫຖານ ດ້ວຍສະຖາປັດຕະຍາກຳຂອງ ຝລັ່ງ, ແມ່ນໜຶ່ງໃນບັນດາສັນຍາລັກຂອງນະຄອນ   (ພາບ: reatimes.vn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 5

ນະຄອນ ໂຮ້ຍອານ ໄດ້ຮັບການຂະໜານນາມເປັນຄັ້ງທີ 4 ວ່າແມ່ນ “ຈຸດນັດພົບແຫ່ງນະຄອນ ວັດທະນະທຳ ແຖວໜ້າ ອາຊີ”. ນະຄອນແຫ່ງນີ້ກໍ່ໄດ້ຮັບລາງວັນນີ້ໃນປີ 2022, 2021 ແລະ 2019  (ພາບ: ໜັງສືພິມ Quảng Nam)

 ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 6

ຄ່ຳຄືນທີ່ສວຍງາມຢູ່ ໂຮ້ຍອານ     (ພາບ: Pullman Dananang Beach Resort)

 
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 7

ແຂວງ ຮ່າຢາງ ໄດ້ຮັບການເຊີດຊູແມ່ນ “ຈຸດນັດພົບຂອງການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຢູ່ ອາຊີ”. ນີ້ເປັນຄັ້ງທຳອິດທີ່ ຮ່າຢາງ ໄດ້ຮັບລາງວັນ  WTA    (ພາບ: toquoc.vn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 8

ໃນລະດູໃບໄມ້ຫຼົ່ນ, ຢູ່ລຽບຕາມເສັ້ນທາງໄປເຂດພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ), ແຂກທ່ອງທ່ຽວສາມາດໄດ້ຮັບຊົມດອກບັກຫວິດ ເຕັມທົ່ວບໍລິເວນ (ພາບ: VOV)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 9

ເປັນຄັ້ງທຳອິດ, ເມືອງເກາະ ຝູກວັກ ໄດ້ຮັບລາງວັນ “ເກາະແຫ່ການງທ່ອງທ່ຽວທີ່ຫລູຫລາແຖວໜ້າ ອາຊີ”. ປີ 2022, WTA ກໍໄດ້ເຊີດຊູ ຝູກວັກ ເປັນ “ເກາະມີທິວທັດທຳມະຊາດແຖວໜ້າໃນພາກພື້ນ”    (ພາບ: Sun Property)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 10

ຝູກວັກ ມີຫຼາຍສະຖານທີ່ພັກຜ່ອນບຳລຸງສຸຂະພາບມີລະດັບສາກົນ  (ພາບ: VOV)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 11

ຮ່ານາມ ໄດ້ຮັບລາງວັນຄວບຄູ່, ແມ່ນ “ຈຸດນັດພົບຂອງວັດທະນະທຳພາກພື້ນ ແຖວໜ້າ ອາຊີ ແລະ ຫວຽດນາມ”. ປີນີ້ແມ່ນປີທຳອິດ ທີ່ຮ່ານາມ ໄດ້ຮັບລາງວັນ ຈາກ WTA    (ພາບ: Nguyễn Gia Bảo/thanhnien.vn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 12

ໝູ່ບ້ານອາຊີບປາເຄັມ ຫວູດ້າຍ, ຕາແສງ ຮ່ວາເຮົ້າ, ເມືອງ ຫຼີເຍີນ, ແຂວງ ຮ່ານາມ (ພາບ: dulichhanam.vn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 13

ເມືອງ ມົກເຈົາ (ແຂວງ ເຊີນລາ) ໄດ້ຮັບລາງວັນຄວບຄູ່ “ຈຸດນັດພົບແຫ່ງທຳມະຊາດແຖວໜ້າ ອາຊີ ແລະ ຫວຽດນາມ” ແລະ ເປັນຄັ້ງທີສອງຢ່າງລຽນຕິດທີ່ WTA ໄດ້ເຊີດຊູເນື້ອໃນສາຍນີ້. (ພາບ: : Nick M)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 14

ຕາດ ຢ໋າຍອ້ຽມ (ເມືອງ ມົກເຈົາ)    (ພາບ: FB Sơn Hòa Nguyễn)

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 15

ປ່າ ກຸກເຟືອງ ໄດ້ຮັບການເຊີດຊູແມ່ນ “ປ່າສະຫງວນແຫ່ງຊາດແຖວໜ້າ ອາຊີ” ປີ 2023   (ພາບ: FB Vườn Quốc Gia Cúc Phương )

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ WTA 2023 - ảnh 16

ນີ້ແມ່ນປີທີ 5 ຢ່າງລຽນຕິດທີ່ ປ່າ ກຸກເຟືອງ ໄດ້ຮັບລາງວັນນີ້    (ພາບ: FB Vườn Quốc Gia Cúc Phương)

ຕອບກັບ