ຮອດໄລຍະທ້າຍເດືອນຕຸລາຂອງທຸກປີ,ໃນຕະຫຼາດສິນຄ້າ Halloween ພັດມີຄວາມຄືກຄຶ້ນເມື່ອຜູ້ບໍລິໂພກໄປຊອກຫາເຄື່ອງຂອງປະດັບປະດາທີ່ເໝາະສົມໃຫ້ແກ່ບັນຍາກາດຂອງວັນບຸນນີ້. ຖະໜົນຮ່າງມ໊າ (ເມືອງຮວ່ານກຽມ), ຫຼາຍປີມານີ້ ໄດ້ຖືກຂະໜານນາມວ່າ ແມ່ນໃຈກາງຂອງຕະຫຼາດຂາຍເຄື່ອງຂອງປະດັບປະດາ, ປັດຈຸບັນພວມມີຜະລິດຕະພັນຄົບທຸກຢ່າງ ເພື່ອຮັບໃຊ້ໃຫ້ແກ່ວັນບຸນ ບັນດາເຄື່ອງຂອງປະດັບປະດາ ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ມາຊື້ ແລະ ຢ້ຽມຊົມ. ບັນດາຜະລິດຕະພັນພົ້ນເດັ່ນໄປດ້ວຍສີສັນຂອງວັນບຸນໂດຍແມ່ນ ສີສົ້ມ ແລະ ສີດຳ ໃນຜະລິດຕະພັນທັງໝົດ, ໝາກອຶແມ່ນເຄື່ອງຫຼິ້ນໄດ້ຮັບຄວາມນິຍົມທີ່ສຸດ. ນອກຈາກຖະໜົນຮ່າງມ໊າ, ຜູ້ບໍລິໂພກຍັງອາດຈະໄປຍັງທາງຮ່ອມ1A, ຖະໜົນ ໂຕນເທິດຕຸງ (ເມືອງດົງດາ) ເພື່ອຊື້ເຄື່ອງຂອງປະດັບປະດາ Halloween. ເຖິງວ່າມີຈຳນວນບໍ່ຫຼາຍຄືຖະໜົນຮ່າງມ໊າ ແຕ່ຜະລິດຕະພັນຂາຍຢູ່ທີ່ນີ້ ກໍ່ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ງາມຕາ ຄືກັບຖະໜົນຮ່າງມ໊າ. ວັນບຸນ Halloween ດຶງດູດໄວໜຸ່ມ, ພິເສດແມ່ນເດັກນ້ອຍ. ໃນໂອກາດນີ້ ພວກເດັກຈະໄດ້ແຕ່ງຕົວ ເພື່ອກາຍເປັນພໍ່ມົດ, ແມ່ມົດ ... ຫຼືຍັງແມ່ນໂອກາດທີ່ພໍ່ແມ່ຊື້ເຄື່ອງຫຼິ້ນໃໝ່ໃຫ້. Từ khóa: VOV VOVworld ຕອບກັບ ສົ່ງ Xem thêm