ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ

Chia sẻ
(VOVWORLD) - ເມື່ອວັນບຸນໄຫວ້ພະຈັນວຽນມາ, ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ພັດເຕັມໄປດ້ວຍສີສັນທີ່ງາມຕາຂອງໂຄມໄຟ ແລະ ເຄື່ອງຫຼິ້ນຂອງເດັກນ້ອຍ ແລະ ເຄື່ອງປະດັບປະດາທີ່ເປັນໜ້າຈັບໃຈ.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 1
ນັບແຕ່ຕົ້ນເດືອນ 8 ໄລ່ຕາມຈັນທະປະຕິທິນ (ກົງກັບວັນທີ 15 ກັນຍາ), ເຂດຖະໜົນຮ່າງເລືອກ, ຝຸ່ງຮຶງ, ດົ່ງຊວນ ແລະ ພິເສດແມ່ນເຂດຖະໜົນຮ່າງມ໊າ ແມ່ນມີບັນຍາກາດຄຶກຄື້ນມ່ວນຊື່ນຕ້ອນຮັບວັນບຸນໄຫວ້ພະຈັນ
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 2
ການເຄື່ອນໄຫວຕະຫຼາດວັນບຸນໄຫວ້ພະຈັນຢູ່ຖະໜົນເກົ່າຈະດຳເນີນແຕ່ວັນທີ 15 ກັນຍາ ຫາວັນທີ 29 ກັນຍາ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວທີ່ຢາກເຂົ້າຮ່ວມບັນຍາກາດຕ້ອນຮັບວັນບຸນທີ່ພິເສດນີ້.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 3
ສິນຄ້າປະເພດເຄື່ອງຫຼິ້ນ ຂຂອງເດັກຄື ໂຄມໄຟ, ໜ້າກາກ, ຫົວສິງໂຕ… ໄດ້ຮັບການກະກຽມເພື່ອວາງຂາຍຈາກພວກພໍ່ຄ້າຊາວຂາຍ
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 4
ໄປຄຽງຄູ່ກັນນັ້ນ ບັນດາເຄື່ອງຫຼິ້ນຊະນິດຕ່າງໆຄື: ຫຸ່ນຍົນ, ໂຄມໄຟທີ່ມີຮູບແບບ ແລະ ສີສັນທີ່ຫຼາກຫຼາຍ
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 5
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 6
ສິນຄ້າປະເພດໃໝ່ທີ່ໄດ້ວາງຂາຍໃນປີນີ້ແມ່ນ ກະຕ່າຍນ້ອຍ ຢູ່ຄູ່ກັບເຄື່ອງຫຼິ້ນທີ່ີຖືກສານດ້ວຍໄມ້ໃຜ່ ຄືໂຄມໄຟ, ເຮືອ ຫຼື ປະລັກແຂນ.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 7
ກະຕ່າຍນ້ອຍນີ້ ມີຫຼາຍສີສັນຄື: ຂາວ, ດຳ, ບົວ ທີ່ສວຍງາມໄດ້ວາງຂາຍດ້ວຍລາຄາແຕ່ 20.000 ຫາ 40.000 ດົ່ງ.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 8
ໂຄມໄຟຮູບປາ, ຫົວສິງໂຕ ຫຼື ສິນຄ້າປະດັບປະດາ ໄດ້ວາງຂາຍດ້ວຍລາຄາແຕ່ 80.000 ຫາ 150.000 ດົ່ງ ແຕ່ຍັງດຶງດູດແຂກທ່ອງທ່ຽວມາຊື້.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 9
ແຂກທ່ອງທ່ຽວຕ່າງປະເທດໄດ້ເຊື່ອມຕົວເຂົ້າກັບບັນຍາກາດຄຶກຄື້ນມ່ວນຊື່ນຢູ່ຕາມຖະໜົນຫົນທາງ.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 10
ບັນດາຮ້ານຄ້າທີ່ມີສີສັນງາມຕາ ກໍ່ແມ່ນສະຖານທີ່ຖ່າຍຮູບທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມ.
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 11
ຖະໜົນເກົ່າຮ່າໂນ້ຍ ຕ້ອນຮັບວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ - ảnh 12
ບັນດາສີສັນທີ່ງົດງາມນີ້ ໄດ້ສ້າງເປັນຈຸດເອກະລັກສະເພາະໃຫ້ແກ່ຖະໜົນເກົ່າ ຮ່າໂນ້ຍ ໃນຍາມວັນບຸນໄຫວ້ພະຈັນ.

ຕອບກັບ