ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ

Chia sẻ

(VOVWORLD) - ໃນຊຸມວັນທ້າຍເດືອນສິງຫາ,ຖະໜົນຫົນທາງຫຼາຍສາຍຢູ່ຮ່າໂນ້ຍ ຖືກປະດັບປະດາດ້ວຍປ້າຍຄຳຂວັນ, ແຖບຜ້າໂຄສະນາທີ່ ງົດງາມດ້ວຍສີສັນຫຼາກຫຼາຍເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8) ແລະ ວັນຊາດ ຫວຽດນາມ (2/9).

ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 1
ສະເຫຼີມສະຫຼອງ78 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8) ແລະ ວັນຊາດ ຫວຽດນາມ (2/9), ຖະໜົນຫົນທາງສາຍຕ່າງໆທີ່ນະຄອນຫຼວງ ຮ່າໂນ້ຍໃນຊຸມວັນນີ້ຖືກປະດັບປະດາດ້ວຍປ້າຍຄຳຂວັນ ແຖບຜ້າໂຄສະນາ, ໜ້າຈໍ່ແຜ່ພາບລະດົມກຳລັງໃຈຢູ່ ບັນດາບໍລິເວນໃຈກາງນະຄອນຫຼວງ, ອົງການສຳນັກງານ ແລະ ສະຖານທີ່ສາທາລະນະຕ່າງໆ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 2
ຢູ່ຕາມຖະໜົນສາຍຕ່າງໆຢູ່ນະຄອນຫຼວງຮ່າໂນ້ຍທີ່ເຕັມໄປດ້ວຍສີແດງຂອງປ້າຍຄຳຂວັນແຖບຜ້າໂຄສະນາຂ່ຳນັບຮັບຕ້ອນວັນບຸນໃຫຍ່ຂອງຊາດ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 3
ຢູ່ຖະໜົນດິງຕຽນຮ່ວາງ ແລະ ອ້ອມແອ້ມໜອງຮ່ວານກຽມເຕັມໄປດ້ວຍທຸງຊາດ, ທຸງຜັກ ແລະ ບັນດາປ້າຍຄຳຂວັນ, ປ້າຍໂຄສະນາຂ່ຳນັບຮັບຕ້ອນ ເຫດການນີ້. 5ໜ້າຈໍ່ແຜ່ພາບຢູ່ໜ້າສູນການຄ້າ ຈ່າງຕຽນ ໄດ້ແຜ່ພາບວີດີໂອ ຂ່ຳນັບຮັບຕ້ອນວັນຊາດຫວຽດນາມ 2/9
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 4
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 5
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 6
ບັນດາປ້າຍໂຄສະນາໃຫຍ່ຖືກຕັ້ງຢູ່ຖະໜົນໃຫຍ່ໃນນະຄອນຫຼວງ ເຊິ່ງໄດ້ເຕື້ອງເຖິງຊຸມວັນເດືອນປີແຫ່ງປະຫວັດສາດຂອງປະເທດຊາດ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 7
ປ້າຍໂຄສະນາ ໃຫຍ່ດ້ວຍຮູບພາບປະທານໂຮ່ຈີມິນ ແລະ ຂ່ຳຂວັນຂ່ຳນັບຮັບຕ້ອນວັນຊາດ 2/9
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 8
ຢູ່ອ້ອມແອ້ມບໍລິເວນ ໂຮງລະຄອນໃຫຍ່ຮ່າໂນ້ຍບັນດາປ້າຍໂຄສະນາກໍ່ຖືກຕັ້ງຂຶ້ນດດ້ວຍຄຳຂວັນຂ່ຳນັບຮັບຕອ້ນ ວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ 2/9 ຄົບຮອບ 78 ປີ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 9
ຢູ່ຖະໜົນຫຼາຍສາຍຢູ່ໃກ້ກັບສະໜາມຫຼວງ ບາດິ່ງຮ່າໂນ້ຍ ຄືຖະໜົນ ຮ່ວາງຢ້ຽວ, ຮຸ່ງເວືອງ, ດ້ຽນບຽນຝຸ ກໍ່ງົດງາມດ້ວຍສີແດງຂອງທຸງຊາດ,ປ້າຍໂຄສະນາ,ປ້າຍຄຳຂວັນ, ປ້າຍລະດົມກຳລັງໃຈ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 10
ຢູຸ່ຖະໜົນຮ່ວາງຢ້ຽວ ຍິ່ງສວຍງາມດ້ວຍປ້າຍໂຄສະນາແຖບຜ້າ ຄຳຂວັນແລະ ທຸງແດງດາວເຫຼືອງ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 11
ຢູ່ບໍລິເວນສະໜາມຫຼວງບາດິ່ງ ສຸສານປະທານໂຮ່ຈີມິນ ຖືກປະດັບປະດາຢ່າງສວຍງານດ້ວຍປ້າຍໂຄສະນາປ້າຍຄຳຂວັນທີ່ຫຼາກຫຼາຍສີສັນ ອັນໄດ້ສ້າງບັນຍາກາດທີ່ຟົດຟື້ນມວນຊື່ນເພື່ອຂ່ຳນັບຮັບຕ້ອນວັນບຸນໃຫຍ່ຂອງຊາດ
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 12
ສຸສານປະທານໂຮ່ຈີມິນຍິ່ງງົດງາມໃນແສງແດດຍາມເຊົ້າລະດູໃບໄມ້ຫຼົ່ນ
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 13
ບັນດາປ້າຍໂຄສະນາປ້າຍຄຳຂວັນຖືກແຂ້ວນຢູ່ທຸກແຫ່ງອັນໄດ້ຊ່ວຍໂຄສະນາຢ່າງກ້ວາງເລິກກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳແລະ ປະຕິວັດຂອງຊາດ,ນ້ຳໃຈຮັກຊາດແລະ ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດໃຫ້ແກ່ໄວໜຸ່ມ.
ຖະໜົນຫົນທາງຢູ່ຮ່າໂນ້ຍງົດງາມດ້ວຍທຸງແດງດາວເຫຼືອງຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ວັນທີ2 ກັນຍາ - ảnh 14
ນ້ອງແທັງມາຍ ນັກສຶກສສາສັງກັດມະຫາວິທະຍາໄລເສດຖະກິດ,ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໃຫ້ຮູ້ວ່າ ວັນຊາດ ຫວຽດນາມ 2/9 ພວມຍັບເຂົ້າໃກ້ ເມື່ອຍ່າງເລາະຫຼິ້ນຢູ່ຖະໜົນສາຍຕ່າງໆ ຢູ່ນະຄອນຫຼວງ ຮ່າໂນ້ຍ, ນ້ອງຮູ້ສຶກຕື້ນຕັນໃຈ ເພາະວ່ານີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດ,ຖະໜົນຫົນທາງສາຍຕ່າງໆຖືກປະດັບປະດາຢ່າງສວຍສົດງົດງາມ. ນ້ອງຮູ້ສຶກ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ເຊື່ອມຕົວເຂົ້າໃນບັນຍາກາດຂອງວັນບຸນໃຫຍ່ ພ້ອມກັບເພື່ອນມິດຍາດຕິພີ່ນ້ອງ. ນ້ອງໝັ້ນໝາຍຈະສຸ້ຊົນຫຼາຍກ່ວາອີກເພື່ອສົມກັບການເສຍສະຫຼະຂອງບັນດານັກວິລະຊົນເສຍສະລະຊີວິດເພື່ອຊາດ ເພື່ອໃຫ້ພວກນ້ອງມີການດຳລົງຊີວິດຄືທຸກວັນນີ້.

ຕອບກັບ