ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ

Trúc Quỳnh, Mỹ Trà/Góc Ảnh 9194
Chia sẻ
(VOVWORLD) -ໂດຍຫ່າງຈາກນະຄອນຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງເໜືອ ເກືອບ 300 ກ.ມ, ໝູ່ກາງຈ໋າຍ ແມ່ນສະຖານທີ່ທ່ອງທ່ຽວທີ່ນິຍົມຂອງນັກທ່ອງທ່ຽວຫຼາຍຄົນ, ໂດຍສະເພາະແມ່ນຍາມລະດູສຸກເຫຼືອງເຂົ້າປີນີ້, ດ້ວຍງານບຸນນາຂັ້ນໄດ.
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 1
ງານບຸນນາຂັ້ນໄດ ໝູ່ກາງຈ໋າຍ ແມ່ນນອນໃນສັບປະດາວັດທະນະທຳ - ທ່ອງທ່ຽວ ເມື່ອງລໍ່, ຖືກດຳເນີນໃນລະຫວ່າງວັນທີ 19 – 25 ກັນຍາ 2019. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາງານບຸນໃຫຍ່ ເຊິ່ງໄດ້ຈັດຕັ້ງປະຈຳປີຢູ່ແຂວງອຽນບ໊າຍ. ຮອດຍາມໄຂວັນບຸນ, ມີນັກທ່ອງທ່ຽວ, ປະຊາຊົນນັບພັນໆຄົນໄດ້ມາແຫ່ງນີ້, ສ້າງເປັນບັນຍາກາດທີ່ຟົດຟື້ນ, ຄຶກຄື້ມມ່ວນຊື່ນ. ທັງ ໝູ່ກາງຈ໋າຍ ອຶກກະທຶກຄຶກໂຄມໄປດ້ວຍສຽງເວົ້າສຽງຫົວ. (ພາບ: Sunny Tran)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 2
ງານບຸນໄດ້ຈັດຕັ້ງແມ່ນເພື່ອໂຄສະນາຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ກໍ່ຄືບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງອຽນບ໊າຍ. ນີ້ໄດ້ຮັບຖືວ່າແມ່ນການເຄື່ອນໄຫວເພື່ອຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ. ພ້ອມທັງສ້າງການເຄື່ອນໄຫວທ່ອງທ່ຽວຢູ່ເຂດຕາເວັນຕົກສ່ຽງເໜືອໃຫ້ຍືນຍົງ, ນຳມາໃຫ້ແກ່ນັກທ່ອງທ່ຽວການຄົ້ນຫາທີ່ໃໝ່ອ່ຽມ ແລະ ຈັບອົກຈັບໃຈເມື່ອຢືນຢູ່ຕໍ່ໜ້າທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ສວຍງາມທີ່ສຸດຂອງນາຂັ້ນໄດຍາມລະດູເຂົ້າສຸກເຫຼືອງ. (ພາບ: Doan Nguyen)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 3
(ພາບ: Phan Hải)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 4
(ພາບ: Sunny Tran)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 5
(ພາບ: Bui Trung Hanh)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 6
(ພາບ: Mai Nhung)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 7
(ພາບ: Sunny Tran)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 8
ນອກຈາກໄດ້ຊົມທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ຊອກຮູ້ກ່ຽວກັບການດຳລົງຊີວິດຂອງປະຊາຊົນແລ້ວ, ການເຄື່ອນໄຫວເຊິ່ງໄດ້ຮັບຄວາມລໍຄອຍທີ່ສຸດໃນວັນບຸນແມ່ນ Festival ໂດດຈ້ອງເວີ່ນເວຫາ. ການເຄື່ອນໄຫວນີ້ໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ສິ່ງດັ່ງກ່າວໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນ, ສ້າງຄວາມດຶງດູດສະເພາະໃຫ້ແກ່ວັນບຸນຢູ່ ໝູ່ກາງຈ໋າຍ. (ພາບ: Don Tran)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 9
ກີ່ວ ເຂົ້າຟ້າ, ເຊິ່ງແມ່ນແຫ່ງດຳເນີນການເຄື່ອນໄຫວໂດດຈ້ອງເວີ່ນເວຫາ, ເຊິ່ງໄດ້ຮັບຖືວ່າແມ່ນໜຶ່ງໃນຈຳນວນ 4 ກີ່ວໃຫຍ່ ຢູ່ຫວຽດນາມ. ຈາກສະຖານທີ່ໂດດຈ້ອງ, ນັກທ່ອງທ່ຽວ ສາມາດຮັບຊົມທິວທັດຂອງຮ່ອມພູ ລີ່່ມມົງ ໄດ້ທັງໝົດໃນຍາມລະດູ ເຂົ້າສຸກເຫຼືອງ. (ພາບ: Đặng Thái Dương )
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 10
Festival ໂດດຈ້ອງເວີ່ນເວຫາ ໝູ່ກາງຈ໋າຍ ໄດ້ຮັບການຈັດຕັ້ງຄັ້ງທຳອິດເມື່ອປີ 2013 ແລະ ໄດ້ກາຍເປັນເຫດການປະຈຳປີ ໂດຍສະໂມສອນ ໂດດຈ້ອງເວີ່ນເວຫາ VietWings ຮ່າໂນ້ຍ ຈັດຕັ້ງ. ພາຍຫຼັງໄລຍະ 6 ປີ, ເຫດການນີ້ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທ່ອງທ່ຽວ - ວັດທະນະທຳ - ກິລາ ທີ່ຟົດຟື້ນ, ບໍ່ພຽງແຕ່ຂອງເມືອງ ໝູ່ກາງຈ໋າຍ ເທົ່ານັ້ນ, ຫາກເປັນທັງແຂວງ ອຽນບ໊າຍ ອີກດ້ວຍ. (ພາບ: Vu Nguyen)
ຄວາມງາມໃຫຍ່ໂຕມະໂຫຖານ ໝູ່ກາງຈ໋າຍ ຍາມລະດູເຂົ້າສຸກເຫຼືອງ - ảnh 11
ລະດູເຂົ້າສຸກເຫຼືອງ ແລະ ບັນດາງານບຸນທີ່ໜ້າຈັບອົກຈັບໃຈນັ້ນ ບໍ່ພຽງແຕ່ດຶງດູດບັນດານັກທ່ອງທ່ຽວເທົ່ານັ້ນ, ຫາກຍັງດຶງດູດເອົາບັນດານັກຖ່າຍຮູບຢູ່ໃນທົ່ວທຸກແຫ່ງຂອງປະເທດ ມາຖ່າຍຮູບອີກດ້ວຍ. (ພາບ: Góc Ảnh 9194)

ຕອບກັບ