ບຶງຈ່ວນເຫວ້ ຫ່າງຈາກໃຈກາງນະຄອນ ເຫວ້ ປະມານກວ່າ 12 ກມ ໄປທາງທິດຕາເວັນອອກ ຂຶ້ນກັບເມືອງ ຝູວາງ, ແຂວງເທື່ອທຽນເຫວ້ ຂອງ ຫວຽດນາມ. (ພາບ: VOV) ບຶງຈ່ວນເຫວ້ ມີຄວາມງາມທີ່ມີສະເໜ່, ລຽບງ່າຍ ແຕ່ພັດດຶງດູູດໃຈແຂກທ່ອງທ່ຽວຈາກທົ່ວທຸກສາລະທິດ. (ພາບ: ເລຮຸຍ) (ພາບ: thanhnien.vn) ເມື່ອຕາເວັນຂຶ້ນ ກໍເປັນຈຸດເວລາທີ່ທົ່ວເຂດທັດຊະນີຍະພາບທີ່ກວ້າງໃຫຍ່ໄພສານນີ້ ໄດ້ຍ້ອມດ້ວຍສີແດງສົ້ມ. ນັ້ນກໍແມ່ນຈຸດເວລາທີ່ປະຊາຊົນໃນເຂດເລີ່ມຕົ້ນວັນໃໝ່. (ພາບ: thanhnien.vn) (ພາບ: VOV) ເຮືອຫາງຍາວຄືຕ່າງເອົາອາລຸນໃໝ່ເຂົ້າໄປກາງບຶງ. (ພາບ: thanhnien.vn) ໃນແຕ່ລະຍາມທີ່ຕາເວັນຂຶ້ນ ແລະ ຕາເວັນຕົກດິນ, ສັດສາວາສິ່ງໃນເຂດຄືດັ່ງເທບນິຍາຍ ເຊິ່ງໄດ້ດຶງດູດຊ່າງພາບຊື່ດັ່ງຫຼາຍຄົນມາເກັບພາບບັນຍາກາດທີ່ມີເອກະລັກ ໂດຍທີ່ບ່ອນອື່ນບໍ່ມີ. (ພາບ: ເລຮຸຍຮວ່າງຫາຍ) ບັນດາຮົ້ວຕາໜ່າງກັ້ນເຂດປູກລ້ຽງສິນໃນນ້ຳ, ສິນທະເລຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ກໍໄດ້ສ້າງຄວາມງາມທີ່ເປັນເອກະລັກໃຫ້ແກ່ບຶງຈ່ວນ. ບັນດາເຮືອຫາງຍາວຂອງຊາວປະມົງເຂົ້າທຽບທ່າ ງາມດັ່ງພາບແຕ້ມ (ພາບ: thanhnien.vn) ການດຳລົງຊີວິດຂອງປະຊາຊົນຢູ່ເທິງໜ້າບຶງ. (ພາບ: VOV) (ພາບ: VOV) ຄວາມລຽບງ່າຍຂອງບຶງຈ່ວນ. (ພາບ: ເລຮຸຍຮວ່າງຫາຍ) ກາງແມ່ນ້ຳທີ່ກວ້າງໃຫຍ່ໄພສານ ປະກົດມີເຮືອລຳນ້ອຍໆແລ່ນພໍລາງໆເທິງໜ້ານ້ຳ, ບັນດາຮົ້ວກັ້ນໄດ້ຝັງສະເໝີກັນທັກ. (ພາບ: laodong.vn) ຝູງຄວາຍກັບເມືອຄອກ ພາຍໃຕ້ແສງຄ້ອຍຄ່ຳຂອງຕາເວັນຕົກດິນ. (ພາບ: ເລຮຸຍຮວ່າງຫາຍ) Từ khóa: VOV VOVworld ຕອບກັບ ສົ່ງ Xem thêm