ນັບແຕ່ປີ 1997, ເມື່ອໄດ້ແຍກອອກຈາກແຂວງ ກວ໋າງນາມ - ດ່າໜັງ ເພື່ອກາຍເປັນຕົວເມືອງທີ່ຂຶ້ນກັບສູນກາງ, ດ່າໜັງ ໄດ້ມີບັນດາບາດກ້າວພັດທະນາຢ່າງວ່ອງໄວ, ຄ່ອຍໆກາຍເປັນສູນການເມືອງ, ເສດຖະກິດ, ສັງຄົມຂອງພາກກາງ - ເຂດໄຕງວຽນ. ບັນດາກິດຈະກຳຈຸດສຸມ, ປະທັບໃຈໃນຫຼາຍຂົງເຂດ ໄດ້ປະກອບສ່ວນສ້າງໂສມໜ້າໃໝ່ຂອງນະຄອນທີ່ໃຫຍ່ໂຕສວຍງາມ ແລະ ທັນສະໄໝ. ຂົວແມ່ນ້ຳ ຮ່ານ ເລີ່ມລົງມືກໍ່ສ້າງເມື່ອວັນທີ 2 ກັນຍາ 1998 ແລະ ກໍ່ສ້າງສຳເລັດກົງກັບໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນປົດປ່ອຍນະຄອນ ດ່າໜັງ, ວັນທີ 29 ມີນາ 2000, ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ດ່າໜັງ. ຂົວແມ່ນ້ຳ ຮ່ານ ທີ່ມີຊື່ສຽງ ດ້ວຍຄວາມກົມກຽວ, ສວຍງາມດັ່ງໃນຝັນ, ສ້າງຄວາມຈັບໃຈໃຫ້ແກ່ຕົວເມືອງດ່າໜັງ. ນີ້ແມ່ນຂົວປິ່ນແຫ່ງທຳອິດ ໂດຍນັກວິສະວະກອນ, ກຳມະກອນ ຫວຽດນາມ ອອກແບບ ແລະ ກໍ່ສ້າງ. ໄລ່ມາຮອດປັດຈຸບັນ, ນີ້ຍັງຄົງເປັນຂົວປິ່ນແຫ່ງໜຶ່ງດຽວຂອງ ຫວຽດນາມ. ລຽບຕາມສອງຝັ່ງແມ່ນ້ຳ ຮ່ານ (ດ່າໜັງ) ໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການໃຫຍ່, ບັນດາຕຶກອາຄານຊັ້ນສູງໄດ້ຮັບການກໍ່ສ້າງເປັນຈຳນວນຫຼາຍ.ລຽບຕາມສອງຝັ່ງແມ່ນ້ຳ ຮ່ານ (ດ່າໜັງ) ໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການໃຫຍ່, ບັນດາຕຶກອາຄານຊັ້ນສູງໄດ້ຮັບການກໍ່ສ້າງເປັນຈຳນວນຫຼາຍ. ຂົວຣົ່ງ (ມັງກອນ) ແມ່ນຂົວທີ່ມີຄວາມເປັນເອກະລັກຢູ່ ຫວຽດນາມ. ຂົວແຫ່ງນີ້ໄດ້ກາຍເປັນສັນຍາລັກຂອງນະຄອນ ດ່າໜັງ, ເປັນຈຸດເນັ້ນ ເຊິ່ງແຂກທ່ອງທ່ຽວບໍ່ອາດພາດໄດ້ເມື່ອໄປທ່ຽວ ດ່າໜັງ. ໂດຍຕັ້ງຢູ່ໃກ້ແມ່ນ້ຳ ຮ່ານ ແລະ ຂົວຣົ່ງ, ສວນສາທາລະນະ APEC ມີຄວາມຍິບຍັບ, ຮຸ່ງເຮືອງເຫຼືອງເຫຼື້ອມ ເມື່ອເບິ່ງຈາກມູມສູງ. ໂຄງການຍົກລະດັບ, ບູລະນະອານຸສອນສະຖານນະຄອນ ແລະ ສ້ອມແປງ, ຂະຫຍາຍເນື້ອທີ່ສະໜາມຫຼວງ 29 ມີນາ ຫາກໍ່ໄດ້ຮັບການເປີດສະຫຼອງ. ຊິງຊ້າສະຫວັນ, ສວນສາທາລະນະ ອາຊີ, ເມືອງ ຫາຍເຈົາ ຫາດຊາຍທະເລ ດ່າໜັງ ໄດ້ຮັບການຂະໜານນາມວ່າແມ່ນໜຶ່ງໃນ 6 ຫາດຊາຍທະເລທີ່ງາມທີ່ສຸດໃນໂລກ. ທ່າກ່ຳປັ່ນຫາປ່າ ເທາະກວາງ ໄດ້ຮັບການລົງທຶນຢ່າງມີແບບມີແຜນ ແຫຼມ ເຊີນຈ່າ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ນະຄອນ ດ່າໜັງ, ໄດ້ຮັບການຂະໜານນາມວ່າ “ສິ່ງລ້ຳຄ່າ” ຂອງທຳມະຊາດ, ເປັນປອດສີຂຽວປັບອາກາດໃຫ້ແກ່ນະຄອນ. ທ່າກ່ຳປັ່ນ ດ່າໜັງ, ຕັ້ງຢູ່ອ່າວ ດ່າໜັງ ມີເນື້ອທີ 12km2 ດ້ວຍລະບົບຄົມມະນາຄົມທີ່ສະດວກ, ປັດຈຸບັນ ແມ່ນທ່າກ່ຳປັ່ນທີ່ສຳຄັນໃນລະບົບການບໍລິການ logistics ຂອງເຂດພາກກາງ ຫວຽດນາມ ສະພານລອຍ ສາມແຍກ ເຫວ້ ເຂດປູຊະນີຍະສະຖານ ຫາຍເວິນກວານ ພາຍຫຼັງໄດ້ຮັບການບູລະນະ ສຳນັກງານບໍລິຫານເມືອງ ຮວ່າວາງ, ນະຄອນ ດ່າໜັງ. ສະໜາມກິລາ ຮວ່າຊວັນ ໄດ້ຮັບການກໍ່ສ້າງແບບທັນສະໄໝ ມູມໜຶ່ງຂອງທັດສະນີຍະພາບ ງູແຮັ່ງເຊີນ Từ khóa: VOV VOVworld ຕອບກັບ ສົ່ງ Xem thêm
ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ການພົວພັນສອງຝ່າຍ