ໂປຼ​ແກຼມ GapoWork ຊ່ວຍ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ດີ​ຈີ​ຕອນ

Anh Huyen
Chia sẻ
(VOVWORLD) -ກຸ່ມບໍລິສັດເຕັກໂນໂລຢີ G-Group ຢັ້ງຢືນທີ່ຕັ້ງໃນຂະແໜງ ອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບໃນນັ້ນຜະລິດຕະພັນ GapoWork ເປັນໂປຼແກຼມສື່ສານສຳລັບວສາຫະກິດ ແລະ ອົງການຈັດຕັ້ງ ໄດ້ເປັນກຽດຮັບລາງວັນ ຊາວເຄວ ປີ 2022 ດ້ວຍຜະລິດຕະພັນ ແລະ ມາດຕະການເຕັກໂນໂລຢີດີຈີຕອນທີ່ດີເດັ່ນກ່ອນໜ້ານັ້ນ, GapoWork ໄດ້ຮັບລາງວັນ “ຜະລິດຕະພັນມາດຕະການອັບແວໃໝ່ດີເລີດ” ໃນລາງວັນເຕັກໂນໂລຢີດີຈີຕອນ Make in Vietnam.
 GapoWork ຂຶ້ນກັບກຸ່ມບໍລິສັດເຕັກໂນໂລຢີ G-Group ແມ່ນໂປຼແກຼມສື່ສານພາຍໃນ ແລະ ໜູນຊ່ວຍວຽກງານສຳລັບວິສາຫະກິດ ແລະ ອົງການຈັດຕັ້ງ, ຊ່ວຍສ້າງຄວາມຜູກພັນຕໍ່ຖັນແຖວພະນັກງານຢ່າງມີປະສິດທິຜົນ, ແບ່ງປັນຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ, ບໍລິຫານວຽກງານ ແລະ ສ້າງວັດທະນະທຳວິສາຫະກິດ.
ໂປຼ​ແກຼມ GapoWork ຊ່ວຍ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1GapoWork ມີລັກສະນະສະເພາະອັດສະລິຍະ, ໃກ້ຊິດກັບຜູ້ຊົມໃຊ້ຄື ແຊັດເປັນກຸ່ມ, ໄລສົດ, ໂທວິດີໂອ HD ແລະ ຈັດກອງປະຊຸມທາງໄກ Zoom ແບບບໍ່ຈຳກັດ (ພາບ: vietnamnet.vn)

ໂປຼແກຼມ GapoWork ຕອບສະໜອງໄດ້ມາດຕະຖານຫຼາຍຢ່າງ ເປັນຕົ້ນແມ່ນລັກສະນະປະດິດສ້າງ ແລະ ປະສິດທິຜົນເວລານຳໃຊ້. GapoWork ມີລັກສະນະສະເພາະອັດສະລິຍະ, ໃກ້ຊິດກັບຜູ້ຊົມໃຊ້ຄື ແຊັດເປັນກຸ່ມ, ໄລສົດ, ໂທວິດີໂອ HD ແລະ ຈັດກອງປະຊຸມທາງໄກ Zoom ແບບບໍ່ຈຳກັດ… ນັບແຕ່ເມື່ອໄດ້ຮັບການກໍ່ຕັ້ງແຕ່ ປີ 2019 ມານີ້, GapoWork ບັນລຸໄດ້ບັນດາຜົນງານເປັນໜ້າຊື່ນຊົມຢ່າງລຽນຕິດ. ປັດຈຸບັນ, GapoWork ໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍບໍລິສັດໃຫຍ່ຄື: ABA Cooltrans, F88, HSV Group, Edufit, TechZones…

ດ້ວຍພາລະກຳຕັດສິນໃຈພິສູດໃຫ້ເຫັນວ່າ ຄົນຫວຽດ ກໍສາມາດປະດິດສ້າງຜະລິດຕະພັນເຊື່ອມຕໍ່ ແລະ ຮັບໃຊ້ຄົນຫວຽດໄດ້, GapoWork ແມ່ນພື້ນຖານເຕັກໂນໂລຢີອັນດັບໜຶ່ງຂອງ ຫວຽດນາມ ໃນປັດຈຸບັນທີ່ສະໜອງການບໍລິການສື່ສານເປັນກຸ່ມ ແລະ ພັດທະນະນາວັດທະນະທຳວິສາຫະກິດຢ່າງຮອບດ້ານ. ທ່ານ ຮ່າຈູງກຽນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ G-Group, ຜູ້ກໍ່ຕັ້ງ GapoWork ແບ່ງປັນວ່າ:

ຜະລິດຕະພັນ GapoWork ໄດ້ຊ່ວຍໃຫ້ບັນດາວິສາຫະກິດສຸມໃສ່ແກ້ໄຂ 4 ບັນຫາຈຸດສຸມ. ນັ້ນແມ່ນ ເພີ່ມລາຍຮັບ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ເຄື່ອນໄຫວຄຸ້ມຄອງບໍລິຫານບໍລິສັດໃຫ້ດີທີ່ສຸດ, ຫຼຸດຜ່ອນຄວາມສ່ຽງໄລຍະຜ່ານມາ, GapoWork ໄດ້ຮ່ວມມືກັບ Zoom ຢູ່ຕະຫຼາດ ຫວຽດນາມ, ໂດຍໄດ້ສະໜອງການບໍລິການນຳໃຊ້ Zoom ຼີໃຫ້ບັນດາວິສາຫະກຳດຳເນີນກອງປະຊຸມ ຫຼື ການເຊື່ອມຕໍ່ທາງໄກ ໃນໂປຼແກຼມ GapoWork ໄດ້ຢ່າງງ່າຍດາຍ.

ຕົວຈິງ, ຢູ່ ຫວຽດນາມ ໄດ້ມີຫຼາຍຮູບແບບທີ່ຄ້າຍຄືກັນກັບຕ່າງປະເທດ ແຕ່ເພື່ອສາມາດສຳຜັດກັບຮູບແບບນີ້ແມ່ນຍາກພໍສົມຄວນ ເພາະວ່າ ບັນດາໂປຼແກຼມເຫຼົ່ານັ້ນ ໄດ້ສ້າງຂຶ້ນ ບໍ່ແມ່ນເພື່ອຮັບໃຊ້ຊາວ ຫວຽດນາມ ໂດຍສະເພາະ, ສະນັ້ນ ບໍ່ມີຄວາມເໝາະສົມ ແລະ ພົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນເວລານຳໃຊ້ ແລະ ເສຍຄ່າໃຊ້ຈ່າຍເປັນຈຳນວນຫຼາຍ. ທ່ານນາງ ບຸ່ຍທິຊວັນຖາວ, ຜູ້ອຳນວຍການໃຫຍ່ບໍລິຫານບໍລິສັດ GapoWork ໃຫ້ຮູ້ວ່າ:

ທີ່ຈິງແລ້ວເມື່ອປຽບທຽບກັບໂປຼແກຼມMake in Vietnam ກັບບັນດາໂປຼແກຼມ ຢູ່ຕ່າງປະເທດແລ້ວຜູ້ົມໃຊ້ຍາມໃດກໍຢາກນຳໃຊ້ໂປຼແກຼມຕ່າງປະເທດແຕ່ລາຄາຫວຽດນາມບັນດາວິສາຫະກິດຫວຽດນາມເມື່ອກໍ່ຕັ້ງໂປຼແກຼມໃດໜຶ່ອອກມາລ້ວນແຕ່ມຸ່ງໄປເຖິງເປົ້າໝາຍຕ້ອງປະດິດສ້າງອອກຜະລິດຕະພັນທີ່ມີຄຸນນະພາບເທົ່າທຽມກັບຜະລິຕະພັນຕ່າງປະເທດແຕ່ລາຄາຕ້ອງແກ້ງແຍ້ງປັດໄຈທຳອິດແມ່ນທ່າໄດ້ປຽບໃນການແກ້ງແຍ້ງແລະປັດໄຈທີສອງແມ່ນການໜູນຊ່ວຍການບໍລິການມີຄວາມເຂົ້າໃຈຄວາມຕ້ອງການຂອງວິສາຫະກິດຫວຽດພໍສົມຄວນສະນັ້ນການດັດປັບບັນດາລັກສະນະເພາະຕາຄວາມຮຽກຮ້ອງຕ້ອງການຂອງວິຫະກິດເປັນເຈົ້າການກວ່າເມື່ອທຽບໃສ່ບັນດາໂປຼແກຼມຕ່າງປະເທດ”.

ການເຮັດວຽກຈາກທາງໄກ ແມ່ນທ່າອ່ຽງທີ່ຈຳເປັນໃນໄລຍະໂລກລະບາດໂຄວິດ - 19 ແຜ່ລະບາດ. ເຖິງຢ່າງໃດກໍຕາມ, ການເຮັດວຽກຈາກທາງໄກ ກໍເຮັດໃຫ້ມີສິ່ງກີດຂວາງຫຼາຍຢ່າງໃນວິວັດການເຄື່ອນໄຫວວິສາຫະກິດ. ການນັ່ງເຮັດວຽກຕ່າງຄົນຕ່າງບ່ອນກໍເຮັດໃຫ້ເຈົ້າປະສົບກັບຄວາມຫຍຸ້ງຍາກເມື່ອຢາກແບ່ງປັນປະສົບການ, ແລກປ່ຽນຄວາມຮູ້. ແລະຕາມການເວລາ, ບັນດາບັນຫານີ້ຈະສົ່ງຜົນກະທົບບໍ່ດີຕໍ່ສະມັດຕະພາບການອອກແຮງງານ ແລະ ຈິດໃຈຂອງພະນັກງານໃນບໍລິສັດ, ບໍ່ພຽງແຕ່ເທົ່ານັ້ນ, ໃນເວລາຍາວນານ ມັນອາດຈະເຮັດໃຫ້ພະນັກງານໃນບໍລິສັດຫ່າງເຫີນກັນ, ບໍ່ມີຄວາມໃກ້ຊິດສະໜິດສະໜົມ ແລະ ບໍ່ຢາກຜູກພັນນຳບໍລິສັດ.  GapoWork ກຳເນີດເກີດຂຶ້ນ ໄດ້ຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກເຫຼົ່ານີ້.

ໂປຼ​ແກຼມ GapoWork ຊ່ວຍ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 2ທ່ານ ຮ່າຈູງກຽນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດເຕັກໂນໂລຢີ G-Group (ພາບ: vietnamnet.vn)
ປີ 2021, GapoWork - ໂປຼແກຼມ ສື່ສານສຳລັບວິສາຫະກິດ ຍາດໄດ້ລາງວັນ “ຜະລິດຕະພັນ, ມາດຕະການເຕັກໂນໂລຢີດີຈີຕອນທີ່ດີເດັ່ນ” ໃນລາງວັນຫັນເປັນດີຈີຕອນ ຫວຽດນາມ ປີ 2021. ລາງວັນນີ້, ຍິ່ງຢັ້ງຢືນທ່າແຮງຂອງເຕັກໂນໂລຢີ, ກຳລັງປະດິດຄິດສ້າງ ແລະ ບຸກທະລຸໃນຍຸດທະສາດສ້າງພື້ນຖານການສື່ສານພາຍໃນ Made in Vietnam ຂອງ GapoWork. ທ່ານ ຮ່າຈູງກຽນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດເຕັກໂນໂລຢີ G-Group ຢັ້ງຢືນວ່າ:

ພວກຂ້າພະເຈົ້າມີ 2 ເປົ້າໝາຍຕົ້ນຕໍ, ທີໜຶ່ງແມ່ນຜະລິດຕະພັນ, ທີສອງແມ່ນມະນຸດ. ກ່ຽວກັບຜະລິດຕະພັນ, ພວກຂ້າພະເຈົ້າມີແຜນການອອກສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້ໃນປີນີ້. ສ່ວນກ່ຽວກັບຖັນແຖວພະນັກງານ, ພວຂ້າພະເຈົ້າຈະສືບຕໍ່ເອົາໃຈໃສ່ບຳລຸງສ້າງມະນຸດກໍຄືວັດທະນະທຳຂອງອົງການ ເພາະວ່າ ພວກຂ້າພະເຈົ້າກຳນົດວ່າ ນີ້ແມ່ນກະດູກສັນຫຼັງຂອງວິສາຫະກິດ ແລະ ພື້ນຖານແຫ່ງຜົນສຳເລັດ”.

ໃນສະພາບການໂລກລະບາດ, ໄດ້ແຜ່ລາມອອກ GapoWork ແມ່ນເຄື່ອງມືສຳຄັນ ແລະ ຊ່ວຍວິສາຫະກິດສາມາດຄຸ້ມຄອງບໍລິຫານການເຮັດວຽກຂອງພະນັກງານໄດ້ຢ່າງຮອບດ້ານທີ່ສຸດ. ໃນໄລຍະປົກກະຕິໃໝ່ຄືປັດຈຸບັນ, GapoWork ຈະສືບຕໍ່ຮ່ວມເດີນທາງພ້ອມກັບວິສາຫະກິດແກ້ໄຂທຸກບັນຫາທີ່ກ່ຽວຂ້ອງເຖິງການຄຸ້ມຄອງບໍລິຫານໃນວິວັດການຫັນເປັນດີຈີຕອນຂອງຕົນ ເພື່ອບໍ່ຖືກຕົກຢູ່ເບື້ອງຫຼັງ./.

ຕອບກັບ