ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ບົ່ມ​ຊ້ອນກຳ​ລັງ​ແຮງ​ຂ​ອງ​ໄວ​ໜຸ່ມ​ໃນ​ການ Startup ດ້ານ​ເຕັກ​ໂນ​ໂລ​ຢີ

Chia sẻ
(VOVWORLD) - ໄລຍະຜ່ານມາ, ຂະບວນການ Startup ນະວັດຕະກຳໄດ້ເປັນຂະບວນການພັດທະນາຢ່າງແຮງຢູ່ ຫວຽດນາມ. ຕາມການຕີລາຄາຂອງບັນດານັກຊ່ຽວຊານ, ນັກເລີ່ມຕົ້ນບັນດາ Startup ເຕັກໂນໂລຢີ ຢູ່ ຫວຽດນາມ ແລ້ວ, ຊາວໜຸ່ມ ມີຄວາມຄາດຫວັງຫຼາຍຢ່າງ ແລະ ກ້າທີ່ຈະປະເຊີນໜ້າກັບບັນດາສິ່ງທ້າທາຍ, ນັບມື້ນັບມີຫົວຄິດປະດິດສ້າງ. ພ້ອມກັບບັນດານະໂຍບາຍໜູນຊ່ວຍຂອງລັດຖະບານ, ກໍ່ຄືການຮ່ວມເດີນທາງຂອງບັນດາວິສາຫະກິດ, ບັນດາສູນໜູນຊ່ວຍ Startup, ນະວັດຕະກຳ ແລະ ຜູ້ແນະນຳທີ່ມີບົດຮຽນປະສົບການ, ປັດຈຸບັນ ມີຫຼາຍຮູບແບບ Startup ໃນຂົງເຂດເຕັກໂນໂລຢີດີຈີຕອນ ບັນລຸໄດ້ຜົນສຳເລັດ.

ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ບົ່ມ​ຊ້ອນກຳ​ລັງ​ແຮງ​ຂ​ອງ​ໄວ​ໜຸ່ມ​ໃນ​ການ Startup ດ້ານ​ເຕັກ​ໂນ​ໂລ​ຢີ - ảnh 1ໂປແກຼມ momo (ພາບ: congluan.vn)
 
  ກໍ່ຄືກັນກັບຫຼາຍປະເທດໃນໂລກ, ຢູ່ ຫວຽດນາມ, ເຕັກໂນໂລຢີພວມແມ່ນຂົງເຂດດຶງດູດຫຼາຍວິສາຫະກິດ Startup. ໃນຊຸມປີຜ່ານມາ, ມີຫຼາຍຂໍ້ລິເລີ່ມ, ໂຄງການ Startup ໃນຂົງເຂດເຕັກໂນໂລຢີໄດ້ສ້າງຕັ້ງຂຶ້ນ, ປະສົບຜົນສຳເລັດ ແລະ ນຳເຄື່ອງໝາຍການຄ້າມາໃຫ້ແກ່ການ Startup ຢູ່ ຫວຽດນາມ. ການຫັນປ່ຽນຮູບແບບດຳເນີນທຸລະກິດຈາກແບບເຊິ່ງໜ້າມາເປັນທາງອອນໄລ, ນຳໃຊ້ບັນດາພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວິວັດການຄຸ້ມຄອງ, ໝູນໃຊ້, ນຳເຕັກໂນໂລຢີເຂົ້າໃນການຜະລິດໃຫ້ດີທີ່ສຸດ ແມ່ນວິທີການເຊິ່ງຫຼາຍວິສາຫະກິດ Startup ຢູ່ ຫວຽດນາມ ສ້າງຂຶ້ນຫຼາຍຄຸນຄ່າບຸກທະລຸ. ທ່ານຮອງສາດສະດາຈານ, ປ.ອ ຫງວຽນບິ່ງມິງ ຜູ້ອຳນວຍການສູນເຕັກໂນໂລຢີ ແລະ ເສດຖະກິດດີຈີຕອນ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃຫ້ຮູ້ວ່າ:

ພວກເຮົາມີທ່າແຮງກ່ຽວກັບມະນຸດ, ເມື່ອພວມຢູ່ໃນໄລຍະພົນລະເມືອງຄຳ, ຍ້ອນວ່າພວກເຮົາມີຊາວໜຸ່ມກວມເອົາສ່ວນຫຼາຍຂອງປະຊາກອນ. ຊາວໜຸ່ມມີຄວາມສາມາດຮ່ຳຮຽນເອົາໂດຍໄວ, ແລະກໍ່ແມ່ນເປົ້າໝາຍທີ່ໝູນໃຊ້ເຕັກໂນໂລຢີໃໝ່. ນີ້ແມ່ນກາລະໂອກາດເຊິ່ງບັນດາວິສາຫະກິດຕ່າງປະເທດ ເມື່ອມາຫວຽດນາມ ກໍ່ສາມາດເຫັນໄດ້ສິ່ງນັ້ນ. ນີ້ແມ່ນປັດໄຈພຽງພໍ. ເຖິງຢ່າງໃດກໍ່ຕາມ, ປັດໄຈທີ່ຈຳເປັນແມ່ນ ຄຸນນະພາບຊັບພະຍາກອນມະນຸດໃນຂົງເຂດ Startup ດ້ານເຕັກໂນໂລຢີດີຈີຕອນ, ພວກເຮົາຍັງຕອບສະໜອງໄດ້ເປັນຢ່າງດີ. ດັ່ງນັ້ນ, ຫວ່າງແລ້ວນີ້, ພວກເຮົາໄດ້ສ້າງສູນເຕັກໂນໂລຢີເສດຖະກິດດີຈີຕອນ, ເຊິ່ງແມ່ນສະຖານທີ່ຫຼໍ່ລ້ຽງບັນດາຜະລິດຕະພັນໃຫ້ແກ່ໄວໜຸ່ມ, ນັກສຶກສາ. ຮູບແບບຂອງສູນແມ່ນການສົມທົບລະຫວ່າງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ເສດຖະກິດເຊິ່ງກັນແລະກັນເພື່ອໜູນຊ່ວຍການກະກຽມຊັບພະຍາກອນມະນຸດໃຫ້ແກ່ທ່າອ່ຽງການສ້າງບັນດາວິສາຫະກິດ ໃນຂົງເຂດເຕັກໂນໂລຢີດີຈີຕອນໃນປັດຈຸບັນ.

ຕາມຕາຕະລາງຈັດອັນດັບດັດຊະນີນະວັດຕະກຳທົ່ວໂລກ (GII) ປີ 2022 ໂດຍອົງການຊັບສິນທາງປັນຍາໂລກ (WIPO) ປະກາດ, ຫວຽດນາມ ໄດ້ຮັບການຕີລາຄາແມ່ນມີກຳລັງຄວາມສາມາດດ້ານນະວັດຕະກຳ ທີ່ໄດ້ຮັບການຈັດເຂົ້າໃນກຸ່ມສູງທີ່ສຸດໃນຈຳນວນບັນດາປະເທດພວມພັດທະນາ, ຢູ່ອັນດັບທີ 48/132 ປະເທດ, ພື້ນຖານເສດຖະກິດ, ອັນດັບທີ 4 ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ລະບົບນິເວດ Startup ນະວັດຕະກຳຂອງ ຫວຽດນາມ ໄດ້ຮັບການຕີລາຄາຢູ່ອັນດັບທີ 54 ໃນໂລກ, ອັນດັບທີ 12 ຢູ່ພາກພື້ນ ອາຊີ - ປາຊີຟິກ ໃນປີ 2022 (ຕາມການຕີລາຄາຂອງ Startup Blink). ການຈັດອັນດັບສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນ ຂອງ ຫວຽດນາມ ໃນສະພາບການປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ບົ່ມ​ຊ້ອນກຳ​ລັງ​ແຮງ​ຂ​ອງ​ໄວ​ໜຸ່ມ​ໃນ​ການ Startup ດ້ານ​ເຕັກ​ໂນ​ໂລ​ຢີ - ảnh 2VNLIFE ໜຶ່ງໃນບັນດາ Startup  ປະສົບຜົນສຳເລັດຢູ່ ຫວຽດນາມ (ພາບ: DealStreetAsia.)

ຢູ່ ຫວຽດນາມ ໄດ້ເກີດຂຶ້ນຫຼາຍວິສາຫະກິດ Startup ທີ່ດີ (ມູນຄ່າວິສາຫະກິດບັນລຸແຕ່ 1 ຕື້ USD ຂຶ້ນໄປ) ອາດເວົ້າເຖິງຄື: MoMo, Sky Mavis, VNG, VNLIFE. ນີ້ແມ່ນສັນຍານທີ່ຕັ້ງໜ້າສະແດງໃຫ້ເຫັນ ຫວຽດນາມ ພວມແມ່ນສະຖານທີ່ເຕົ້າໂຮມຫຼາຍເງື່ອນໄຂເພື່ອກາຍເປັນສະຖານທີ່ພັດທະນາບັນດາວິສາຫະກິດ Startup ທີ່ດີ ໃນອະນາຄົດ. ທ່ານ ຫງວຽນວັນຢຸງ, ຫົວໜ້າ ໝູ່ບ້ານກໍ່ສ້າງ ແລະ ພັດທະນາປະຊາຄົມ (Community Village ຍັງໄດ້ເອີ້ນວ່າ Comvil), ຖືວ່າ:

ບັນດາ Startup ໃນປັດຈຸບັນໄດ້ສ້າງບາງໂປແກຼມເຕັກໂນໂລຢີ ແລະ ບັນດາຂະບວນການເຕັກໂນໂລຢີໃໝ່, ມີລັກສະນະນຳໃຊ້ສູງ. ບັນດາວິສາຫະກິດ Startup ໄດ້ເລີ່ມກຳໄດ້ທ່າອ່ຽງລວມຂອງໂລກ, ແລະ ມີບັນດາຜະລິດຕະພັນລະອຽດທີ່ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດ. ຂ້າພະເຈົ້າເຄີຍໜູນຊ່ວຍໂຄງການປະດິດສ້າງຝາມືທີ່ບັນຊາດ້ວຍຄວາມຄິດ. ບັນດາເຕັກໂນໂລຢີນັ້ນໃນໂລກ ມີ 2 – 3 ບໍລິສັດສາມາດຜັນຂະຫຍາຍໄດ້. ຫຼືເຕັກໂນໂລຢີສ້າງເປັນ ທາດ Green hydrogen. ນີ້ແມ່ນບັນດາເຕັກໂນຢີທີ່ຫຍຸ້ງຍາກທີ່ສຸດ ເຊິ່ງບາງບໍລິສັດໃຫຍ່ໃນໂລກ ອາດຈະສາມາດຜະລິດໄດ້.

ປັດຈຸບັນ, ຂະບວນການ Startup ເຕັກໂນໂລຢີດີຈີຕອນຢູ່ ຫວຽດນາມ ພວມພັດທະນາຢ່າງແຮງ. ນັບທັງບັນດານັກສຶກສາ, ນັກຮຽນກໍ່ສາມາດສວຍໃຊ້ໄດ້ກຳລັງແຮງຂອງອິນເຕີເນັດ ແລະ ປະດິດຄິດສ້າງ ເພື່ອສ້າງບັນດາໂຄງການ, ຜະລິດຕະພັນສະເພາະຂອງຕົນ. ທ່ານ ຫງວຽນວັນຢຸງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມີຫຼາຍການເຄື່ອນໄຫວທີ່ມີຜົນກະທົບຕໍ່ກຸ່ມນັກສຶກສາ, ຊາວໜຸ່ມ, ຜູ້ທີ່ມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຢີ ແລະ ພວມມີແຫຼ່ງກຳລັງ ແລະ ຄວາມຫ້າວຫັນໃນການ Startup ຢ່າງແຮງ. ພວກຂ້າພະເຈົ້າໄດ້ຮ່ວມມືກັບບັນດາມະຫາວິທະຍາໄລ ເພື່ອນຳບັນດານັກຊ່ຽວຊານ ແລະ ສ້າງແຫຼ່ງບັນດາໃຈໃຫ້ແກ່ພວກນ້ອງ, ກຳນົດທິດໃຫ້ແກ່ພວກນ້ອງ. ແຕ່ໄປຄຽງຄູ່ກັນນັ້ນແມ່ນບັນດາຫຼັກສູດການຮຽນກ່ຽວກັບແນວຄິດ Startup ເພື່ອໃຫ້ພວກນ້ອງມີການກຳນົດທິດທີ່ຍາວນານກ່ວາ, ແນ່ນອນກ່ວາ. ນອກຈາກນັ້ນ, ພວກຂ້າພະເຈົ້າ ກໍ່ໄດ້ສົມທົບບັນດາວິສາຫະກິດໃນຕົວຈິງ ເພື່ອໃຫ້ພວກນ້ອງສາມາດແລກປ່ຽນ, ແບ່ງປັນກັບບັນດານັກທຸລະກິດໂດຍກົງ ແລະ ຮູ້ສຶກໄດ້ວ່າ ບັນດາວິສາຫະກິດພວມຕ້ອງການຫຍັງ, ເພື່ອໃຫ້ພວກນ້ອງອາດຈະມີຄວາມຄິດ, ຈິດຕະນາການຊັດເຈນກ່ວາກ່ຽວກັບການ Startup ໃນຂົງເຂດດີຈີຕອນ.

ປັດຈຸບັນ, ລັດຖະບານ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງການຝືກອົບຮົບຄວາມຮູ້ພື້ນຖານໃຫ້ແກ່ຊາວໜຸ່ມກ່ຽວກັບການ Startup ດຳເນີນທຸລະກິດ, ພັດທະນາວິສາຫະກິດ; ໜູນຊ່ວຍບັນດາ Startup ເຂົ້າເຖິງແຫຼ່ງເງິນທຶນ, ຮ່ວມເດີນທາງກັບ Startup ໃນຂັ້ນຕອນຈຳໜ່າຍຜະລິດຕະພັນ Startup. ບັນດາປັດໄຈສະດວກນີ້ ຈະປະກອບສ່ວນຊ່ວຍບັນດາ Startup ໜຸ່ມມີຄວາມໝັ້ນໃຈບົນເສັ້ນທາງ Startup, ເປັນຕົ້ນແມ່ນການ Startup ໃນຂົງເຂດເຕັກໂນໂລຢີດີຈີຕອນໃນໄລຍະຈະມາເຖິງ.

ຕອບກັບ