ລະບົບຕິດຕາມແມງໄມ້ອັດສະລິຍະໂດຍຜູກຂາດຂອງຫວຽດນາມ ຖືກສົ່ງອອກຂາຍໃຫ້ຕະຫຼາດຍີ່ປຸ່ນ

Vinh Phong
Chia sẻ
(VOVWORLD) -   ລະບົບຕິດຕາມແມງໄມ້ອັດສະລິຍະ (IMS - insect monitoring system) ແມ່ນຜະລິດຕະພັນທີ່ອອກແບບ ແລະ ຜະລິດ ໂດຍບໍລິສັດຫຸ້ນສ່ວນ RYNAN Technologies ຫວຽດນາມ ເພື່ອແກ້ໄຂບັນຫາການຫັນເປັນ ດິຈິຕອນຂອງຂະແໜງກະສິກຳ. ຜະລິດຕະພັນ ດັ່ງກ່າວໄດ້ຮັບລາງວັນເງິນ Make in Vietnam ປະເພດຜະລິດຕະພັນດີຈີຕອນດີຈີຕອນໃນປີ 2021 ແລະ ໄດ້ນຳໃຊ້ຢູ່ 13 ແຂວງ ແລະ ນະຄອນຂອງ ຫວຽດນາມ. ປີນີ້, ກະຊວງກະສິກໍາຍີ່ປຸ່ນໄດ້ ອະນຸຍາດ ໃຫ້ນໍາເຂົ້າລະບົບຕິດຕາມແມງໄມ້ ຂອງ RYNAN Technologies ເພື່ອຕິດຕາມກວດກາ ແລະ ຄາດຄະເນສະພາບການຂະຫຍາຍຂອງ ພະຍາດພືດ ໃນປະເທດນີ້.
 
ລະບົບຕິດຕາມແມງໄມ້ອັດສະລິຍະໂດຍຜູກຂາດຂອງຫວຽດນາມ ຖືກສົ່ງອອກຂາຍໃຫ້ຕະຫຼາດຍີ່ປຸ່ນ - ảnh 1ນັກວິສາວະກອນຂອງບໍລິສັດ ມາບຳລຸງສະຖານີຕິດຕາມແມງໄມ້
 

ໃນປີນີ້, ບໍລິສັດ RYNAN Technologies ຫວຽດນາມ ຈະສົ່ງອອກລະບົບຕິດຕາມແມງໄມ້ອັດສະລິຍະ 50 ລະບົບໄປຂາຍໃຫ້ ຍີ່ປຸ່ນ ຕົວເລກນີ້ຍັງຈະເພີ່ມຂຶ້ນໃນປີ 2024. ໂດຍແມ່ນມາດຕະການເຕັກໂນໂລຊີສູງໃນການພັດທະນາກະສິກຳ, ຜະລິດຕະພັນຂອງບໍລິສັດນຳໃຊ້ປັນຍາປະດິດ ເພື່ອສັງເກດ ສະຖີຕິ ຈຳນວນລະດັບ ບັນດາປະເພດແມງໄມ້ທີ່ມີປະໂຫຍດ ຫຼື ທຳຮ້າຍ ແລະ ສົ່ງຜົນດ້ວຍຮູບການເປັນແຜນວາດ. ທ່ານ ຖາຍຫງວຽນຮວ່າຍທຽນ ຜູ້ຄຸ້ມຄອງໂຄງການພັດທະນາພື້ນຖານກະສິກຳດີຈີຕອນ VDAPES  ຂອງບໍລິສັດ RYNAN Technologies ຫວຽດນາມໃຫ້ຮູ້ວ່າ: ຜະລິດຕະພັນເຕັກໂນໂລຊີ make in Viet Nam  ນີ້ ໄດ້ສະແດງໃຫ້ເຫັນແຈ້ງການສົມທຽບລະຫວ່າງດ້ານດີ ແລະ ດ້ານອ່ອນຂອງແມງໄມ້ ຈາກນັ້ນ ກໍ່ຊ່ວຍໃຫ້ຊາວກະສິກອນມີການສັງເກດໂດຍສັງລວມ ກ່ຽວກັບລະດັບດຸ່ນດ່ຽງຂອງລະບົບນິເວດ. ດ້ວຍລະບົບຕິດຕາມກວດກາແມງໄມ້ອັດສະລິຍະ, ຊາວກະສິກອນສາມາດຕິດຕາຂໍ້ມູນຂ່າວສານຜ່ານໂທລະສັບມືຖື ບໍ່ຕ້ອງການລົງນາກວດສະພາບສັດຕູພືດທຳລາຍ ຫຼື ໄປຈັບ ຫຼື ນັບຈຳນວນແມງໄມ້ຕາມວິທີປະເພນີ. ທ່ານ ຖາຍຫງວຽນຮວ່າຍທຽນ ເວົ້າວ່າ:

      “ລະບົບຕິດຕາມແມງໄມ້ສວມບົດບາດເປັນເຄື່ອງມື ຊ່ວຍຊາວກະສິກອນຕິດຕາມແມງໄມ້ທຳຮ້າຍ ຫຼື ແມງໄມ້ນຳມາເຊິ່ງຜົນປະໂຫຍດຢູ່ຕາມທົ່ງນາ. ປັນຍາປະດິດໄດ້ສະໜອງ, ສະຖີຕິ ຊ່ວຍໃຫ້ຜູ້ຄຸ້ມຄອງກໍ່ຄືຊາວກະສິກອນ ເປັນເຈົ້າການຄວບຄຸມສະພາບສັດຕູພືດທຳລາຍ, ມີແຜນຮັບມືຢ່າງທັນການ ແນໃສ່ຊ່ວຍໃຫ້ລະດູການຜະລິດໄດ້ຮັບຜົນດີ”.

       ດ້ວຍທ່າແຮງທາງດ້ານເຕັກໂນໂລຊີ, ລະບົບຕິດຕາມແມງໄມ້ອັດສະລິຍະເຄື່ອນໄຫວດ້ວຍພະລັງງານແສງຕາເວັນ ຮັບປະກັນຄວາມປອດໄພກ່ຽວກັບໄຟຟ້າ ເມື່ອເຄື່ອນໄຫວ ພິເສດໃນເວລາຝົນຕົກ ແລະ ລົມແຮງສາມາດຕິດຕັ້ງຢ່າງສະດວກສະບາຍ. ທ່ານ ຖາຍຫງວຽນຮວ່າຍທຽນ ໃຫ້ຮູ້ຕື່ມອີກວ່າ:

       “ລະບົບຕິດຕາມແມງໄມ້ ນຳໃຊ້ປັນຍາປະດິດໄດ້ຊ່ວຍຮັບຮູ້ສະຖີຕິແມງໄມ້ຫຼາຍກວ່າ 150 ປະເພດທີ່ແຕກຕ່າງກັນ. ພາຍຫຼັງຂໍ້ມູນຖືກເກັບກຳກັ່ນຕອງ ແລະ ວິໄຈແລ້ວ ໝາກຜົນຈະຖືກສົ່ງດ້ວຍຮູບການເປັນແຜນວາດສະແດງໃຫ້ເຫັນແຈ້ງ ການສົມທຽບລະຫວ່າງແມງໄມ້ທຳຮ້າຍ ແລະ ແມງໄມ້ນຳມາເຊິ່ງຜົນປະໂຫຍດ”.

ລະບົບຕິດຕາມແມງໄມ້ອັດສະລິຍະໂດຍຜູກຂາດຂອງຫວຽດນາມ ຖືກສົ່ງອອກຂາຍໃຫ້ຕະຫຼາດຍີ່ປຸ່ນ - ảnh 2ປະຊາຊົນຕິດຕາມລະບົບດ້ວຍໂທລະສັບມືຖື

   ຍ້ອນນຳໃຊ້ພະລັງງານແສງຕາເວັນ ແລະ ມີໝໍ້ໄຟ, ລະບົບຕິດຕາມແມງໄມ້ຂອງບໍລິສັດ ສາມາດຮັບປະກັນການຮັກສາການເຄື່ອນໄຫວຢ່າງຕໍ່ເນື່ອງໃນເນື້ອທີ່ກວ້າງຄື ທົ່ງນາ, ຜັກພືດ, ເຂດປູກຝັງໃນເນື້ອທີ່ໃຫຍ່ ແລະ ບໍ່ຂຶ້ນກັບເຄືອຂ່າຍໄຟຟ້າແຫ່ງຊາດ ດ້ວຍບັນດາຈຸດດີເຊັ່ນນີ້ ລະບົບດັ່ງກ່າວໄດ້ຮັບການຕີລາຄາສູງຈາກຫຼາຍແຂວງ ແລະ ນະຄອນ ແລະ ໃນປັດຈຸບັນໄດ້ມີສະຖານີຕິດຕາມແມງໄມ້ 60 ສະຖານີ ຖືກຕິດຕັ້ງຢູ່ແຂວງ ບາດລຽວ, ເກິ່ນເທີ, ດົ່ງທາບ, ກຽນຢາງ, ເລິມດົ່ງ , ອານຢາງ ແລະ ເງະອານ... ອ້າຍ ຫຼີດຶກ ຢູ່ຕາແສງ ມິງຮວ່າ ເມືອງ ເຈົາແທັ່ງ ແຂວງ ອານຢາງ ໃຫ້ຮູ້ວ່າ:

      “ສະຖານນີ້ຕິດຕາມແມງໄມ້ມີຜົນປະໂຫຍດຢ່າງແທ້ຈິງສຳລັບພໍ່ແມ່ພີ່ນ້ອງຊາວກະສິກອນ, ເຂົາເຈົ້າສາມາດເບິ່ງ ແລະ ຕີລາຄາຈຳນວນແມງໄມ້ທີ່ມີປະໂຫຍດ ຫຼື ແມງໄມ້ທຳຮ້າຍຜ່ານໂທລະສັບມືຖື ຜ່ານນກໍ່ສາມາດຕັດສິນວ່າ ຈະຄວນຊີດຢາປ້ອງກັນພືດ ຫຼື ບໍ່. ຍົກຕົວຢ່າງຄື ເວລາລົງນາເຫັນຕົ້ນເຂົ້າມີສັດຕູພືດຫຼາຍ ແຕ່ຖ້າຫາກວ່າບໍ່ມີສະຖານີຕິດຕາມແມງໄມ້ອັດສະລິຍະ, ຊາວກະສິກອນພົບເຫັນພືດກໍ່ຈະໄປຊີດຢາ ເຮັດແບບນີ້ເຮົາໄດ້ຂ້າແມງໄມ້ທີ່ປະໂຫຍດໂດຍເຈດຕະນາ. ເມື່ອມີສະຖານີຕິດຕາມແມງໄມ້ ເຮົາກໍ່ຈະຮູ້ຈຳນວນສັດຕູພືດທີ່ມີປະໂຫຍດ ຫຼື ສັດຕູພືດທຳລາຍມີຄວາມຜິດດ່ຽງ ຫຼື ບໍ່ ຖ້າຫາກວ່າຈຳນວນແມງໄມ້ມີປະໂຫຍດຫຼາຍກວ່າ ເຮົາບໍ່ຕ້ອງການສີດຢາ.”

      ທ່ານ ປອ ຫງວຽນແທັງໝີ ນັກວິທະຍາສາດຊາວ ການາດາ ເຊື້ອຊາດ ຫວຽດນາມ ຜູ້ອຳນວຍການບໍລິຫານ ບໍລິສັດ Rynan Technologies  ຢືນຢັນວ່າ:  ລະບົບນີ້ ກໍ່ຄືຫຼາຍຜະລິດຕະພັນຮັບໃຊ້ກະສິກຳເຕັກໂນໂລຊີສູງ ໂດຍບໍລິສັດຜະລິດນັ້ນ ຍັງມຸ່ງໄປສູ່ເປົ້າໝາຍທີ່ໃຫຍ່ຫຼວງກວ່າ ຄືປະກອບສ່ວນສ້າງລະບົບນິເວດ ຫັນເປັນດີຈີຕອນໃຫ້ແກ່ກະສິກຳ ຫວຽດນາມ. 

ຕອບກັບ