ຊອກຫາເຈົ້າຂອງຜະລິດຕະພັນ Make in Vietnam 2023

Vinh Phong
Chia sẻ

(VOVWORLD) -    ທ້າຍເດືອນກໍລະກົດຜ່ານມາ, ງານແຂ່ງຂັນຊີງລາງວັນ “ ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam” ປີ 2023 ໄດ້ຖືກໄຂຂຶ້ນ ຢ່າງເປັນ ທາງການເພື່ອ ຊອກຫາເຈົ້າຂອງຜະລິດຕະພັນ. ງານແຂ່ງຂັນຊີງລາງວັນດັ່ງກ່າວເພື່ອແນໃສ່ເຊີດຊູບັນດາຜະລິດຕະພັນ, ການບໍລິການ, ວິທີການແກ້ໄຂດ້ານເຕັກໂນໂລຢີດີຈີຕອນຫວຽດນາມທີ່ດີເດັ່ນ, ມີຄວາມເອກອ້າງທະນົງໃຈຕໍ່ພູມປັນຍາຫວຽດນາມ, ມີຜົນກະທົບຢ່າງໃຫຍ່ຫຼວງ ໃນການນຳການເຄື່ອນໄຫວຂອງປະຊາຊົນ ແລະ ວິສາຫະກິດຂຶ້ນສູ່ສະພາບແວດລ້ອມດີຈີຕອນ, ປະກອບສ່ວນຊຸກຍູ້ລັດຖະບານ ດີຈີຕອນ, ເສດຖະກິດດີຈີຕອນ. ແລະສັງຄົມດີຈີຕອນຢູ່ຫວຽດນາມ.

ຊອກຫາເຈົ້າຂອງຜະລິດຕະພັນ Make in Vietnam 2023 - ảnh 1ກອງປະຊຸມຖະແຫຼງຂ່າວກ່ຽວກັບງານແຂ່ງຂັນຊີງລາງວັນ “ຜະລິດຕະພັນ ເຕັກໂນໂລຢີ ດີຈີຕອນ Make in Vietnam” ປີ 2023
  ງານແຂ່ງຂັນຊີງລາງວັນ “ຜະລິດຕະພັນ ເຕັກໂນໂລຢີ ດີຈີຕອນ Make in Vietnam” ແມ່ນການເຄື່ອນໄຫວລະອຽດເພື່ອຜັນຂະຫຍາຍ ປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີກ່ຽວກັບການຊຸກຍູ້ການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນຫວຽດນາມ.

     ປີນີ້, ນອກຈາກຊອກຫາເຈົ້າຂອງບັນດາຜະລິດຕະພັນເຕັກໂນໂລຊີດີຈີຕອນດີຈີຕອນທີ່ດີເດັ່ນ ປະກອບສ່ວນໃຫ້ຫວຽດນາມຈະເລີນຮຸ່ງເຮືອງ,  ລາງວັນ “ຜະລິດຕະພັນເຕັກໂນໂລຊີດີຈີຕອນ Make in Vietnam” ຍັງເຊີດຊູບັນດາຜະລິດຕະພັນ ແລະ ການບໍລິການ, ວິທິແກ້ໄຂດ້ານເຕັກໂນໂລຊີດີຈີຕອນຫວຽດນາມ ທີ່ສົ່ງອອກໄປຕ່າງປະເທດ, ພິຊິດໂລກ, ປະກອບສ່ວນເຂົ້າໃນການພັດທະນາຂອງມະນຸດ. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນຮຸຍຢຸງ, ຮອງຫົວໜ້າຄະນະຈັດຕັ້ງງານແຂ່ງຂັນຊີງລາງວັນໃຫ້ຮູ້ວ່າ

        “ຂ້າພະເຈົ້າຮຽກຮ້ອງປະຊາຄົມວິສາຫະກິດເຕັກໂນໂລຊີດີຈີຕອນຫວຽດນາມ ຕອບສະໜອງ ແລະ ຕັ້ງໜ້າເຂົ້າຮ່ວມ ເພື່ອໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສາມາດຊອກຫາ ແລະ ເຊີດຊູບັນດາຜະລິດຕະພັນ Make in ຫວຽດນາມ ທີ່ດີເດັ່ນທີ່ສຸດ, ມີຄວາມເອກອ້າງທະນົງໃຈຕໍ່ພູມປັນຍາຫວຽດນາມ ເພື່ອແກ້ໄຂບັນຫາສະເພາະຂອງຫວຽດນາມ. ພິຊີດຕະຫຼາດພາຍໃນປະເທດ, ແລະຈາກນັ້ນສົ່ງອອກສູ່ສາກົນ”

      ໂດຍໄດ້ປຸກລະດົມມາແຕ່ປີ 2019, ປີນີ້ແມ່ນປີທີ 4 ຊຶ່ງງານແຂ່ງຂັນຊີງລາງວັນ“Make in Vietnam” ນີ້ໄດ້ຖືກຈັດຂຶ້ນ. ການຈັດຕັ້ງໃນຊຸມປີຜ່ານມານີ້ໄດ້ຊ່ວຍຊອກຫາບັນດາຜະລິດຕະພັນທີ່ມີຄວາມໝາຍ. ຕາມຕົວເລກສະຖິຕິຂອງສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ກ່ວາ 30%ຈຳນວນຜະລິດຕະພັນ Make in ຫວຽດນາມ ທີ່ໄດ້ຮັບການຮັບຮູ້ນັບແຕ່ປີ 2020 ມານີ້ ໄດ້ເຂົ້າສູ່ຊີວິດຕົວຈິງດ້ວຍລະດັບແຜ່ກະຈາຍຢ່າງສູງ. ທ່ານ ຮວ່າງກວາງຟອງ, ຮອງປະທານ VCCI, ຢືນຢັນວ່າ:

       “ພວກເຮົາຕີລາຄາສູງຕໍ່ຜະລິດຕະພັນ ທີ່ໄດ້ປະດິດຄິດສ້າງຂອງບັນດາສ່ວນບຸກຄົນ, ຫົວຫນ່ວຍ, ວິສາຫະກິດ ທີ່ໄດ້ຮ່ວມເດີນທາງພ້ອມກັບງານແຂ່ງຂັນຊີງລາງວັນແລະໄດ້ຮັບບັນດາລາງວັນໃນຕະຫຼອດ ໄລຍະທີ່ຜ່ານມາ. ອາດເວົ້າໄດ້ວ່າ, ບັນດາຜະລິດຕະພັນດັ່ງກ່າວໄດ້ເຂົ້າສູ່ຊີວິດຕົວຈິງ,ນຳມາເຊິ່ງຄວາມໝາຍແທດຈິງໃຫ້ແກ່ກິດຈະການຫັນເປັນດີຈີຕອນ ແລະ ຖືກນຳໃຊ້ແກ່ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ແລະ ສັງຄົມດີຈີຕອນຢູ່ ຫວຽດນາມ. ໃນຖານະ ເປັນອົງການຕາງໜ້າໃຫ້ແກ່ ປະຊາຄົມວິສາຫະກິດ ແລະ ສະຫະສະມາຄົມວິສາຫະກິດ, ພວກຂ້າພະເຈົ້າ ໝັ້ນໝາຍຮ່ວມເດີນທາງ ພ້ອມກັບວິສາຫະກິດ ເຮັດໜ້າທີ່ໂຄສະນາ ແລະ ຫັນການຜະລິດຜະລິດຕະພັນເປັນສິນຄ້າ.”

    ດ້ວຍບັນດາມາດຖານການອອກແບບ, ປະດິດຄິດສ້າງ, ຜະລິດຢູ່ ຫວຽດນາມ, ມີຜົນສະທ້ອນຢ່າງໃຫຍ່ຫຼວງໃນການນຳບັນດາການເຄື່ອນໄຫວ ຂອງວິສາຫະກິດ ແລະ ປະຊາຊົນເຂົ້າສູ່ສະພາບ ແວດລ້ອມດີຈີຕອນ, ປະກອບສ່ວນຜັນຂະຫຍາຍປະຕິບັດ 3 ເສົາຄ້ຳຂອງການຫັນເປັນດີຈີຕອນຫວຽດນາມ ຄື ລັດຖະບານດີຈີຕອນ - ເສດຖະກິດດິຈິຕອນ - ສັງຄົມດິຈິຕອນ, ງານແຂ່ງຂັນຊີງລາງວັນ “ ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam” ບໍ່ພຽງແຕ່ຊ່ວຍໃຫ້ ບັນດາວິສາຫະກິດຮັກສາທີ່ຕັ້ງໃນທ້ອງຕະຫຼາດ ພາຍໃນ ປະເທດເທົ່ານັ້ນ ງານແຂ່ງຂັນຍັງຊ່ວຍ ເຂົ້າເຖິງຕະຫຼາດສາກົນອີກດ້ວຍ. ທ່ານ ເລຮົ່ງຫວຽດ, ຜູ້ອຳນວຍການໃຫຍ່ບໍລິສັດ FPT Smart Cloud, ຫົວໜ່ວຍໄດ້ຮັບລາງວັນຄຳໃນລາຍການ “ຜະລິດຕະພັນດີຈີຕອນທີ່ດີເດັ່ນໃຫ້ແກ່ເສດຖະກິດດິຈິຕອນ” ປີ 2022 ແບ່ງປັນວ່າ:

     “ລາງວັນດັ່ງກ່າວໄດ້ນໍາຄວາມຫມາຍ ທາງດ້ານຈິດໃຈ ອັນໃຫຍ່ຫຼວງ ໃຫ້ຖັນແຖວຜູ້ເຮັດວຽກງານໃນຂົງເຂດ ເຕັກໂນໂລຢີພວກຂ້າພະເຈົ້າ, ຂະນະທີ່ເຫື່ອແຮງຂອງຕົນທີ່ໄດ້ທຸ່ມເທ ໄດ້ຮັບການຮັບຮູ້, ເຊີດຊູ ແລະ ແຜ່ກະຈາຍ. ພາຍຫຼັງທີ່ໄດ້ຮັບລາງວັນ, ຜະລິດຕະພັນຂອງ FPT Smart Cloud ໄດ້ເຕີບໂຕຢ່າງຕໍ່ເນື່ອງຂຶ້ນເປັນລະດັບ 3 ຕົວເລກ. ໃນເມື່ອກ່ອນ, ເມື່ອກ່ອນນີ້ ຖ້າຫາກເວົ້າເຖິງບັນດາຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ, ຜູ້ຄົນທັງຫຼາຍກໍຄິດເຖິງບັນດາຜະລິດຕະພັນຂອງຕ່າງປະເທດ, ແຕ່ປະຈຸບັນ, ບັນດາລູກຄ້າຂອງພວກຂ້າພະເຈົ້າຖື ບັນດາຜະລິດຕະພັນຂອງ ຫວຽດນາມ ແມ່ນທາງເລືອກ ແລະ ເປັນການແຂ່ງຂັນກັບບັນດາປະເທດໃຫຍ່ ກ່ຽວກັບເຕັກໂນໂລຊີ. ນອກຈາກນັ້ນ, ຍັງເປັນການຮັບຮູ້ເຄື່ອງໝາຍການຄ້າ “Make in Vietnam” ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງ ແລະ ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ.”

      ບໍ່ພຽງແຕ່ FPT Smart Cloud ເທົ່ານັ້ນ, ບັນດາວິສາຫະກິດເຕັກໂນໂລຢີ ດີຈີຕອນທີ່ມີບັນດາຜະລິດຕະພັນໄດ້ຮັບລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam” ໃນຊຸມປີມໍ່ໆມານີ້ ລ້ວນແຕ່ຢັ້ງຢືນ ການພັດທະນາ ຢ່າງກະໂດດຂັ້ນພາຍຫຼັງເຂົ້າຮ່ວມງານແຂ່ງຂັນຊີງລາງວັນ. ຕົວຢ່າງຄື ບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຂໍ້ມູນຂ່າວສານ Rynan, ເຊິ່ງເປັນວິສາຫະກິດ ໄດ້ຮັບລາງວັນຄໍາໃນງານແຂ່ງຂັນຊີງລາງວັນ ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ປີ 2022 ດ້ວຍບັນດາຜະລິດຕະພັນ ດີຈີຕອນທີ່ນຳໃຊ້ເຂົ້າໃນການພັດທະນາກະສິກຳ ແລະ ສິນໃນນ້ຳ. ມາຮອດປະຈຸບັນ, ຜະລິດຕະພັນຂອງບໍລິສັດໄດ້ຖືກຕິດຕັ້ງຢູ່ 13 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ມີເກືອບ100 ລະບົບປະກົດມີຢູ່ຕະຫຼາດຍີ່ປຸ່ນ.

      ຜົນສຳເລັດ ແລະ ການພັດທະນາທີ່ດີເດັ່ນຂອງບັນດາວິສາຫະກິດດີຈີຕອນ ທີ່ມີບັນດາຜະລິດຕະພັນດີຈີຕອນໄດ້ຮັບລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam” ໄດ້ ແລະ ພວມສົ່ງຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ປະຊາຄົມ ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ.

     ການເດີນທາງຊອກຫາເຈົ້າຂອງຜະລິດຕະພັນ Make in Vietnam ໄດ້ເລີ່ມເຄື່ອນໄຫວ ແລະ ແນ່ນອນວ່າຈະມີວິສາຫະກິດຫວຽດນາມ ນັບມື້ນັບຫຼາຍສາມາດຢັ້ງຢືນຕົນເອງ ແລະ ມີຄວາມໝັ້ນໃຈອອກສູ່ຕ່າງປະເທດເພື່ອສ້າງເຄື່ອງໝາຍຂອງຕົນໃນແຜນທີ່ເຕັກໂນໂລຊີຂໍ້ມູນຂ່າວສານໂລກ

ຕອບກັບ