Viettel Solution ກັບລະບົບນິເວດມາດຕະການແກ້ໄຂນະຄອນອັດສະລິຍະ

Huyen - CTV
Chia sẻ
(VOVWORLD) - ມາຮອດປະຈຸບັນ, IOC ເຫ້ວ ໄດ້ຜັນຂະຫຍາຍພ້ອມກັບການບໍລິການຕົວເມືອງອັດສະລິຍະຫຼາຍຢ່າງ, ມຸ່ງໄປເຖິງການຫັນການເຄື່ອນໄຫວຄຸ້ມຄອງລັດທັນສະໄໝ, ຈຳກັດລະບຽບການບໍລິຫານ
 
Viettel Solution ກັບລະບົບນິເວດມາດຕະການແກ້ໄຂນະຄອນອັດສະລິຍະ - ảnh 1Viettel ເມື່ອຜັນຂະຫຍາຍເຂດຕົວເມືອງອັດສະລິຍະຢູ່ຫຼາຍທ້ອງຖິ່ນ
(ພາບ: Viettel)

ດ້ວຍພາລະກຳ “ນຳໜ້າຫຼັກແຫ່ງ, ສ້າງສັງຄົມດີຈີຕອນ”, ກຸ່ມບໍລິສັດ Viettel ໄດ້ຄົ້ນຄວ້າ ແລະ ພັດທະນາບັນດາມາດຕະການແກ້ໄຂນະຄອນອັດສະລິຍະ ໂດຍອີງໃສ່ການນຳໃຊ້ບັນດາເຕັກໂນໂລຊີ 4.0 ທັນສະໄໝທີ່ສຸດໃນປະຈຸບັນຄື: IoT, ປັນຍາປະດິດ AI, ລະບົບໄຈ້ແຍກຂໍ້ມູນໃຫຍ່ຄື Gig Data… ນຳໃຊ້ເຂົ້າໃນການບໍລິຫານຕົວເມືອງອັດສະລິຍະ, ໃນຂົງເຂດການແພດ, ການສຶກສາ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ມຸ່ງໄປເຖິງເລື່ອງ ຊາວ ຫວຽດນາມ ແຕ່ລະຄົນ ລ້ວນແຕ່ກາຍເປັນພົນລະເມືອງດີຈີຕອນ, ໄດ້ຊົມໃຊ້ຜົນປະໂຫຍດ, ຄຸນຄ່າທີ່ເຕັກໂນໂລຊີນຳມາໃຫ້.

        ກ່ອນນີ້, ເມື່ອເວົ້າເຖິງນະຄອນອັດສະລິຍະ, ຕົວເມືອງອັດສະລິຍະ, ເຂົາເຈົ້າຈະນຶກພາບໄປຮອດບ່ອນທີ່ມີຄວາມຮັ່ງມີ, ທັນສະໄໝທີ່ສຸດ, ສ່ວນຢູ່ ຫວຽດນາມນັ້ນແມ່ນ ຈະໃຊ້ເວລາດົນທີ່ສຸດ ຈຶ່ງສາມາດສຳຜັດໄດ້, ແຕ່ຍັງບໍ່ທັນໄດ້ເວົ້າເຖິງເລື່ອງຜັນຂະຫຍາຍບັນລຸຜົນສຳເລັດຢູ່ນະຄອນຂອງຕົນ.

        ໂດຍເລີ່ມມາຈາກຄວາມຕ້ອງການຕົວຈິງ ແລະ ບັນດາມາດຕະການແກ້ໄຂຢ່າງມີໄຫວພິບ, Viettel Solution ໄດ້ສຳຜັດນະຄອນອັດສະລິຍະໂດຍອີງໃສ່ຄວາມຕ້ອງການຂອງປະຊາຊົນ, ວິສາຫະກິດ, ອຳນາດການປົກຄອງ. ທ່ານ ຫງວຽນແມ້ງໂຮ່, CEO Viettel Solution, ແບ່ງປັນວ່າ:

        “ຫຼັກການຂອງ Viettel ເມື່ອຜັນຂະຫຍາຍເຂດຕົວເມືອງອັດສະລິຍະຢູ່ບັນດາທ້ອງຖິ່ນນັ້ນ, ຍາມໃດພວກຂ້າພະເຈົ້າກໍ່ຕ້ອງຫັນເປັນສ່ວນຕົວ, ເອກະເທດ ໂດຍອີງໃສ່ຄວາມຕ້ອງການຂອງທ້ອງຖິ່ນ, ຄວາມເອົາໃຈໃສ່ຂອງທ້ອງຖິ່ນຕໍ່ຂົງເຂດທີ່ໃຫ້ບຸລິມະສິດແຕກຕ່າງກັນ. ແນ່ນອນວ່າ, ພວກຂ້າພະເຈົ້າຕ້ອງອອກແບບຕົວເມືອງອັດສະລິຍະບົນພື້ນຖານຖືປະຊາຊົນເປັນໃຈກາງ.”

        ໂດຍສ້າງຕັ້ງມາແຕ່ປີ 2019, ສູນກວດກາຕິດຕາມ, ບໍລິຫານເຂດຕົວເມືອງອັດສະລິຍະແຂວງ ເທື່ອທຽນເຫ້ວ (IOC ເຫ້ວ) ໂດຍ Viettel Solution ຜັນຂະຫຍາຍທົດລອງ ໄດ້ເສີມຂະຫຍາຍບົດບາດເປັນສູນຮັບ, ບໍລິຫານຂໍ້ມູນ, ສ້າງການເຊື່ອມຕໍ່ລະຫວ່າງພົນລະເມືອງ, ວິສາຫະກິດ ກັບອົງການບໍລິຫານແຫ່ງລັດທາງອອນລາຍ. ມາຮອດປະຈຸບັນ, IOC ເຫ້ວ ໄດ້ຜັນຂະຫຍາຍພ້ອມກັບການບໍລິການຕົວເມືອງອັດສະລິຍະຫຼາຍຢ່າງ, ມຸ່ງໄປເຖິງການຫັນການເຄື່ອນໄຫວຄຸ້ມຄອງລັດທັນສະໄໝ, ຈຳກັດລະບຽບການບໍລິຫານ, ເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານ ຮ່ວາຍກວາງ, ຮອງຫົວໜ້າບໍລິສັດໄຟຟ້າ ເທື່ອທຽນເຫ້ວ, ຕີລາຄາວ່າ:

        “ໂປຼແກຼມສ່ອງແສງຢູ່ພື້ນທີ່ຕົວຈິງ ມີຄຸນປະໂຫຍດຢ່າງຕັ້ງໜ້າທີ່ສຸດສຳລັບຂະແໜງໄຟຟ້າ, ມັນຊ່ວຍໃຫ້ພວກຂ້າພະເຈົ້າໄດ້ຮັບຂໍ້ມູນແຕ່ລະຕຳແໜ່ງຢ່າງໄວ, ຊັດເຈນ, ຊ່ວຍແກ້ໄຂຂໍ້ມູນນັ້ນຢ່າງໄວທີ່ສຸດ, ພ້ອມກັນນັ້ນ ພວກຂ້າພະເຈົ້າສາມາດສົ່ງຂໍ້ມູນໃຫ້ປະຊາຊົນ, ລູກຄ້າໄວທີ່ສຸດ, ສະດວກຫຼາຍ”.

 ຢູ່ ເຫ້ວ ມີທ່າແຮງກ່ຽວກັບພື້ນຖານໂຄງລ່າງເຕັກໂນໂລຊີ, ສ່ວນແຂວງ ທາຍງວຽນ ແມ່ນເຂດ “ດິນແດນ” ທີ່ໃໝ່ອ່ຽມ. ເຖິງຢ່າງໃດກໍ່ຕາມ, ດ້ວຍຈິດໃຈສ້າງສັນ, ພ້ອມແລ້ວທີ່ຈະຮ່ວມມື, ບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມໂດຍໄວ ແລະ ຜັນຂະຫຍາຍຢ່າງສະດວກ. ຕາມນັ້ນແລ້ວ, ຈາກເລື່ອງແກ້ໄຂບັນດາຄວາມຮຽກຮ້ອງ, ສ່ອງແສງຂອງພົນລະເມືອງ, ຕະຫຼອດຮອດການຕິດຕາມກວດກາບັນດາການບໍລິການສາທາລະນະ, ຕິດຕາມກວດກາຄວາມປອດໄພດ້ານຂໍ້ມູນຂ່າວສານ, ຄຸ້ມຄອງໂລກລະບາດ, ການສັກຢາ… ລ້ວນແຕ່ໄດ້ຕິດຕາມຢ່າງເຄັ່ງຄັດຈາກ IOC ທາຍງວຽນ. ທ່ານ ຫວູຮົ່ງງວຽນ, ຫົວໜ້າ Viettel ສາຂາທາຍງວຽນ, ໃຫ້ຮູ້ວ່າ:

        “ໃນໄລຍະສັ້ນໆ, ພວກຂ້າພະເຈົ້າໄດ້ສ້າງສຳເລັດລະບົບທີ່ເປັນພື້ນຖານໃຫ້ແກ່ອຳນາດການປົກຄອງເອເລັກໂຕນິກ ແລະ ຕົວເມືອງອັດສະລິຍະ, ຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງການນຳແຂວງໃນການບໍລິຫານ, ປະກອບສ່ວນຊ່ວຍໃຫ້ແຂວງຜັນຂະຫຍາຍການເຄື່ອນໄຫວບໍລິຫານຮີບດ່ວນ. ລະອຽດຄື, ວຽກງານປ້ອງກັນ, ຕ້ານໂລກລະບາດໃນໄລຍະຜ່ານມາ, ລະບົບກ້ອງວົງຈອນປິດ ສາມາດເຊື່ອມຕໍ່ໂດຍກົງກັບສູນຕິດຕາມກວດກາ, ບໍລິຫານຕົວເມືອງອັດສະລິຍະນີ້ ແລະ ເຈົ້າແຂວງເປັນຜູ້ບໍລິຫານ, ບັນລຸໄດ້ປະສິດທິຜົນຢ່າງຈະແຈ້ງ.”

        ເພື່ອຜັນຂະຫຍາຍໃຫ້ບັນລຸປະສິດທິຜົນເປັນຢ່າງດີທີ່ສຸດ, Viettel Solution ໄດ້ແບ່ງກຸ່ມບັນດາແຂວງ ຕາມຂອບຂະໜາດ ແລະ ປັດໃຈເຂດພາກ ເພື່ອຈັດກຳລັງໄປຜັນຂະຫຍາຍໃຫ້ມີປະສິດທິຜົນໂດຍກົງ, ທັນການຕາມແຕ່ລະເຂດ. ທ່ານ ຫງວຽນແມ້ງໂຫ, CEO Viettel Solution, ຢືນຢັນວ່າ:

        “ນິຍາມຕົວເມືອງອັດສະລິຍະໃນປະຈຸບັນ ຍັງປິ່ນອ້ອມການສ້າງອຳນາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ບັນດາປັດໃຈສ້າງເປັນເຂດຕົວເມືອງອັດສະລິຍະ. Viettel ໄດ້ລົງທຶນ ແລະ ກໍ່ສ້າງບັນດາພື້ນຖານໃຫ້ແກ່ການສ້າງເຂດຕົວເມືອງອັດສະລິຍະເວົ້າສະເພາະ ກໍຄືການຫັນເປັນດີຈີຕອນຢູ່ບັນດາທ້ອງຖິ່ນເວົ້າລວມ. ມີຫຼາຍຂະແໜງ, ຂົງເຂດຄື ສາທາລະນະສຸກ, ການສຶກສາ, ຄົມມະນາຄົມ, ກະສິກຳ… ໄດ້ຫັນເປັນດີຈີຕອນ. ປັດໃຈທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນເຂດຕົວເມືອງເຕັກໂນໂລຊີ ແລະ ກ້າວໄປເຖິງເຂດຕົວເມືອງອັດສະລິຍະ”.

        ປັດໃຈສຳຄັນທີ່ສຸດ ທີ່ຊ່ວຍໃຫ້ Viettel Solution “ໄດ້ຮັບຄວາມນິຍົມ” ໃນວິວັດທະນາການພັດທະນາເຂດຕົວເມືອງອັດສະລິຍະນັ້ນແມ່ນ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນ. ປະຈຸບັນ, Viettel Solution ໄດ້ບືນຕົວຂຶ້ນເປັນທີ 1 ກ່ຽວກັບການຜັນຂະຫຍາຍຕົວເມືອງອັດສະລິຍະໃນທົ່ວປະເທດ. ສະເພາະປີ 2021, Viettel Solution ໄດ້ຜັນຂະຫຍາຍທົດລອງສູນບໍລິຫານອັດສະລິຍະ (IOC) ໃຫ້ 20 ແຂວງ, ນະຄອນ, ຫຼາຍ 200% ເມື່ອທຽບໃສ່ທັງໄລຍະ 2019 – 2020.

ຕອບກັບ