ສະຫະສະມາຄົມ ປາຈາ ຫວຽດນາມ ຮ່ວມສຳພັນເພື່ອພັດທະນາ

To Tuan
Chia sẻ
ໃນ​ຊຸມ​ປີຜ່ານມາ, ອາຊີບ​ລ້ຽງ​ປາຈາ ຢູ່ ​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ ​ໄດ້​ສ້າງ​ລາຍ​ຮັບ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງາມ​ນັບ​ລ້ານ​ຄົນ

(vovworld) - ​ໃນ​ຊຸມ​ປີຜ່ານມາ, ອາຊີບ​ລ້ຽງ​ປາຈາ ຢູ່ ​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ ​ໄດ້​ສ້າງ​ລາຍ​ຮັບ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງາມ​ນັບ​ລ້ານ​ຄົນ. ຄຽງ​ຄູ່​ກັນ​ນັ້ນ ຜະລິດ​ຕະພັນ​ປາຈາ​ສົ່ງ​ອອກຂອງ ຫວຽດນາມ​ໄດ້​ຮັບ​ຄວາມ​​ນິຍົມ​ຈາກ​ໂລກ, ອັນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​​ຂອງຊາດ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ໃນ​ປີ 2011 ຂຶ້ນ​ເຖິງ 1,8 ຕື້ ​ໂດ​ລາ​ສະ​ຫະລັດ. ​ເຖິງຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ດັ່ງກ່າວ,​ ອາຊີບ​ລ້ຽງ​ປາຈາ ​ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ ຕໍ່ຫນ້າ​ຄວາມ​ຮຽກຮ້ອງ​ພັດທະນາ​ແບບ​ຍືນ​ຍົງ. ​ເພາະສະ​ນັ້ນ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ຕົກລົງ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ປາຈາ ຫວຽດນາມ ​ໃນ​ເດືອນ 1/2013.

ສະຫະສະມາຄົມ ປາຈາ ຫວຽດນາມ ຮ່ວມສຳພັນເພື່ອພັດທະນາ - ảnh 1
ປາຈາຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽນາມ
ພາບ:internet

        ປີ 2012 ຜ່ານ​ມາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ທີ່​ຫຍຸ້ງຍາກ​ສຳລັບ​ຂະ​ແຫນງ​ຜະລິດ​ປາຈາ ຫວຽດນາມ.​ ຕາມ​ຕົວ​ເລກ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລ້ວ, ຍັງ​ປີ 2012 ວິ​ສາ​ຫະກິດ​ສົ່ງ​ອອກມີ​ພຽງ 160​ ແຫ່ງເທົ່າ​ນັ້ນ,  ຫລຸດ​ລົງ 30% ​ເມື່ອ​ທຽບ​ໃສ່​ 230 ວິ​ສາ​ຫະກິດຂອງ​ປີ 2011. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ 20% ຈຳນວນ​ວິ​ສາ​ຫະກິດ​ຍັງ​ຄົງ​ຮັກສາ​ລະ​ດັບການ​ສົ່ງ​ອອກ​ເປັນ​ປົກ​ກະຕິ, ​ສ່ວນ​ຍັງ​ເຫຼືອ​ແມ່ນ​ວິ​ສາ​ຫະກິດ​​ຜະລິດ ​ແລະ ສົ່ງ​ອອກ​ຢ່າງ​ຊັກ​ຊ້າ. ສະ​ນັ້ນ, ການ​ສ້າງ​ຕັ້ງ​ສະຫະ​ມາ​ຄົມ​ປາຈາ ຫວຽດນາມ ​ໃນ​ເດືອນ 1/2013 ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ສຳລັບ​ການ​ພັດທະນາ​ຂອງ​ຂະ​ແຫນງ​ລ້ຽງ​ປາຈາ, ການ​ເຕີບ​ໂຕ​ໃນ​ເຂດ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ​​ເວົ້າ​ລ​ວມ. ການ​ສ້າງ​ຕັ້ງສະຫະ​ສະມາຄົມ​ປາຈາ ຈະ​ປະກອບສ່ວນ​ກຳນົດ​ທິດທາງ ​ແລະ ຊ່ວຍ​ອາຊີບ​ລ້ຽງ​ປາຈາ ​ໃຫ້ພັດທະນາ​ເປັນ​ປົກ​ກະຕິ ​ແລະ ໝັ້ນຄົງ. ດ້ານ​ອື່ນ ສະຫະ​ສະມາຄົມ ​ຍັງປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນການ​ເຄື່ອນ​ໄຫວ​ລ້ຽງ​ປູກ​, ປຸ​ງ​ແຕ່ງ, ສົ່ງ​ອອກ ​ແລະ ຈຳຫນ່າຍ ປາຈາ​ໃນ​ໄລຍະ​ຜ່ານ​ມາ.  ຜ່ານ​ນັ້ນ ຊ່ວຍ​ອາຊີບ​ລ້ຽງ, ປຸງ​ແຕ່ງ ​ແລະ ຈຳຫນ່າຍ ປາຈາ ຂອງ ຫວຽດນາມ​ ພັດທະນາ​ເປັນ​ປົກ​ກະຕິ, ໝັ້ນ​ຄົງ​ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ ຫງວຽນ​ງອກ​ຫ໋າຍ, ຫົວຫນ້າ​ສະຫະກອນ​ລ້ຽງ​ປາຈາ ​ເມືອງ ​ໂອ​ມົນ, ນະຄອນ ​ເກີນ​ເທີ ຖື​ວ່າ:

        “​ໂດຍແມ່ນ​ຜູ້​ລ້ຽງ​ປາຈາ, ​ໃນ​ຊຸມ​ປີຜ່ານມາ ຂ້າພະ​ເຈົ້າ​ເອງ​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ສະຫະ​ສະມາຄົມ​ປາຈາ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ​ແລະ ປາດ​ຖະຫນາ​ວ່າ ສະຫະ​ສະມາຄົມ​ຈະ​ປະກອບສ່ວນ​ຊ່ວຍ​ຜູ້​ລ້ຽງ​ປາຈາ ຈຳຫນ່າຍ​ຜະລິດ​ຕະພັນ​ໄດ້ ແລະ ຫລີກ​ລ້ຽງ​ສະພາບ​ຫລຸບ​ທຶນ.”

        ປະຈຸ​ບັນ ປາຈາ ຫວຽດນາມ ​ໄດ້ສົ່ງໄປຂາຍ​ຢູ່​ຫລາຍ​ປະ​ເທດ, ຫລາຍ​ທະ​ວີ​ບ. ຂະ​ແຫນງ​ຜະລິດ​ປາຈາ​ສົ່ງອອກ ພວມ​ມີ​ກາລະ​ໂອກາດ​ພັດທະນາ ​ແຕ່​​ໃນ​ໄລຍະ​ຜ່ານ​ມາ, ສິ່ງ​ທ້າ​ທາຍ​ສຳຫຼັບຂະ​ແຫນງ​ສິນຄ້າ​ນີ້ ຍັງ​​ຄົງຫຼາຍຢູ່. ​ເປັນ​ຕົ້ນ​ໃນ​ສະພາບ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ສິນ​ໃນ​ນ້ຳ ຫວຽດນາມ ຍັງ​ອ່ອນ​ດອ້ຍ, ລະດັບ​ຄວາມ​ຮູ້​ການ​ຄຸ້ມ​ຄອງ​ຍັງ​ຈຳກັດ​ຢູ່, ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວກັບ​ຄຸນ​ນະພາ​ບ, ຫລັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານຂອງ​ບັນດາ​ບໍລິສັດ​ນຳ​ເຂົ້າ​ມີ​ການ​ປ່ຽນ​ແປງ​ເປັນ​ປະຈຳ ​ແລະ ນັບ​ມື້​ນັບ​ຕ້ອງການ​ຄຸນ​ນະພາ​ບສູງ. ນອກ​ນັ້ນ ປາຈາ ຂອງ​ຫວຽດນາມ ຍັງ​ຕົກ​​ຢູ່ໃນ​ກໍລະນີ​ຮ້ອງ​ຟ້ອງ​ຂາຍ​ບຸບ​ລາຄາ ​ພ້ອມ​ກັບບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້ານັ້ນ, ​ໄດ້ສົ່ງ​ຜົນ​ສະທ້ອນ​​ຢ່າງ​ໃຫຍ່​ຫລວງ​ເຖິງ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ທ່ານ ​ເຈີ​ນວັນ​ຮຸ່ງ, ປະທານ​ສະພາ​ບໍລິຫານ, ຜູ້ອຳ​ນວຍການ​ໃຫຍ່​ບໍລິສັດ​ຮຸ່ງ​ປາ ຈຳກັດ ​ແຂວງ ດົ່ງ​ທາ​ບ ສະ​ເຫ​ນີວ່າ:

        “ນີ້​ແມ່ນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ມາ​ແຕ່​ດົນ​ນານ​ແລ້ວ. ຂ້າພະ​ເຈົ້າ ຫວັງ​ວ່າ ການ​ນຳ​ສະຫະ​ສະມາຄົມ​ແມ່ນ​ຜູ້​ທີ່​ມີ​ປະ​ສົບ​ການ ​ແລະ ​ເຄີຍ​ເຮັດ​ວຽກ​ໃນຂະ​ແຫນງ​ການ​ກ່ຽວຂ້ອງ ​ແລະ ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ໂລກ​​ນັບ​ມື້​ນັບ​ຮູ້​ຈັກ​ ແລະ ນຳ​ໃຊ້ປາຈາ ຂອງ​ຫວຽດນາມ.”

ສະຫະສະມາຄົມ ປາຈາ ຫວຽດນາມ ຮ່ວມສຳພັນເພື່ອພັດທະນາ - ảnh 2
ການປຸງແຕ່ງປາຈາ ເພື່ອສົ່ງອອກ
ພາບ:internet

        ​ແຜນ​ຮ່າງ​ພັດທະນາ​ການຜະລິດ ​ແລະ ຈຳຫນ່າຍ​ປາຈາ ຢູ່ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຮອດ​ປີ 2020 ​ໄດ້​ກຳນົດ​ວ່າ ປາຈາ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ຫວຽດນາມ. ສະ​ນັ້ນ ພ້ອມ​ກັບ​ການ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ, ​ເລື່ອງ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ປາຈາ ​ເພື່ອ​ຄຸ້ມ​ຄອງ​ຂະ​ແຫນ​ງຜະລິດ​ປາ​ຈາ​ຢ່າງຮອບດ້ານ ແລະ ພັດທະນາ​ແບບ​ຍືນ​ຍົງ ນັ້ນ ​ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ. ຄຽງ​ຄູ່​ກັນ​ນັນ ການ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ດັ່ງກ່າວ ໝາຍຄວາມ​ວ່າ ​ເພື່ອ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ບັນດາ​ແຂວງ, ​ແກ້​ໄຂ​ວຽກ​ງານ​ງານ​ທຳ​ໃຫ້​ຄົນ​ງານ, ປະກອບ​ສ່ວນ​ເຮັດ​ໃຫ້​ເສດຖະກິດ​ສັງຄົມ​​​ເຕີບ​ໂຕ ​ແລະ ພິ​ເສດ​ແມ່ນ​ຍົກ​ສູງ​ພາບ​ພົດ​ປາຈາ ຫວຽດນາມ ​ໃນ​ຕະຫລາດ​ສາກົນ. ທ່ານ ​ເວື​ອງບີ່​ງ​ແທ້ນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ອານ​ຢາງ ຖື​ວ່າ: ຄວນ​ມີ​ຂໍ້​ກຳນົດ​ປາຈາ ​ແມ່ນ​ຜະລິດ​ຕະພັນ​ດຳ​ເນີນ​ທຸລະ​ກິດທີ່​ມີ​ເງື່ອນ​ໄຂ​​ໂດຍ​ໄວ, ພ້ອມ​ທັງ​ສ້າງ​ນະ​ໂຍບາຍ​ອຸດ​ຫນູນ​ອັດຕາ​ດອກ​ເບ້ຍ 0% ​ນັບ​ແຕ່ 6 ​ເດືອນຮອດ​ຫນຶ່ງ​ປີ​ໃຫ້​ແກ່​ຂະ​ແຫນງ​ປາ​ຊາ.

        “ບັນຫາ​ຕົ້ນຕໍ ນັ້ນ​ແມ່ນ ສະຫະ​ສະມາຄົມ​ຄວນ​ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃຫມ່ ​ເພື່ອ​ເຮັດ​ແນວ​ໃດ​ຕິດ​ພັນ​ກັບ​ຕະຫລາດ​ຢ່າງ​ແຫນ້ນ​ແຟ້ນ, ປັບປຸງ​ຕະຫລາດ​ຄືນ​ໃຫມ່, ນັບ​ແຕ່ການວາງ​ແຜນ​ກຳນົດ​ຕະຫລອດ​ຮອດ​ການ​ລ້ຽງ, ປຸງ​ແຕ່ງ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ກະຊວງ​ກະສິກຳ, ສະຫະ​ສະມາຄົມ​ປາຈາ ​ແລະ 8 ​ແຂວງ​ໃນ​ເຂດ​ປະສານ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນເພື່ອ​ພັດທະນາ​ປາຈາ ຫວຽດນາມ.”

        ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ປະ​ເທດ​ສະ​ວິດ ​ແລະ ດານ​ມາກ ​ໄດ້​ນຳ​ປາຈາ ​ເຂົ້າ​ບັນຊີ​ລາຍ​ຊື່​ຂຽວ, ຮັບ​ຮູ້​ປາຈາ ຫວຽດນາມ ​ໄດ້​ຮັບ​ການ​ລ້ຽງ​ບົນ​ພື້ນຖານ​ພັດທະນາ​ແບບ​ຍືນ​ຍົງ, ສອດ​ຄອ່ງກັບ​ມາດຕະຖານ​ສາກົນ. ​ກາງ​ເດືອນ 8/2012, ກະ​ຂວງ​ການຄ​້າ ອາ​ເມ​ລິ​ກາ ​​ໄດ້​ຍົກ​ເວັ້ນການຈັດ​ວາງ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ປາຈາ ຂອງ​ຫວຽດນາມ. ສະ​ນັ້ນ ການ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ປາຈາ ຫວຽດນາມ ຈະ​​ເປັນ​ພື້ນຖານ, ​ແມ່ນ​ກຳລັງ​ຫນູນ​ເພື່ອ​ໃຫ້​ປາຈາ ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ອອກ​ສູ່​ຕະຫລາດ​ໂລກ.

ຕອບກັບ