ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ - ສະຖານທີ່ດຶງດູດ, ເປັນໜ້າສົນໃຈ

Diệu Hồng
Chia sẻ
(VOVWORLD) - ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ຕັ້ງຢູ່ຖະໜົນ ດ້ຽນບຽນຝູ, ຫ່າງຈາກ ສຸສານປະທານ ໂຮ່ຈີມິນ ພຽງ 1 ກມ ເທົ່ານັ້ນ, ມີອາຍຸເກືອບ 70 ປີ. ຢູ່ແຫ່ງນີ້, ພວມວາງສະແດງ ແລະ ຮັກສາບັນດາວັດຖຸພັນ, ຮູບພາບ, ເປັນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນນ້ຳໃຈອັນອົງອາດກ້າຫານ, ພິລະອາດຫານຂອງລຸ້ນພໍ່ລຸ້ນອ້າຍ ໃນພາລະກິດແຫ່ງການຕໍ່ສູ້ ແລະ ປົກປັກຮັກສາປະເທດຊາດ.
ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ - ສະຖານທີ່ດຶງດູດ, ເປັນໜ້າສົນໃຈ - ảnh 1ແຂກຕ່າງປະເທດຢ້ຽມຢາມຫໍພິພິທະພັນ

ນີ້ແມ່ນສະຖານທີ່ທີ່ດີ ເພື່ອຊອກຮູ້ກ່ຽວກັບປະຫວັດສາດສຳລັບປະຊາຊົນ ຫວຽດນາມ ທຸກລຸ້ນຄົນ ແລະ ກໍ່ແມ່ນສະຖານທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວສຳລັບແຂກທ່ອງທ່ຽວສາກົນເມື່ອມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ.

          ໂດຍນອນໃນກຸ່ມປູຊະນີຍະສະຖານຢູ່ນະຄອນຫຼວງ ຮ່າໂນ້ຍ, ເຊິ່ງລວມມີ: ສຸສານປະທານ ໂຮ່ຈີມິນ, ພະລາດຊະວັງ ທັງລອງ, ວັດວັນມ໋ຽວ - ກວັກຕື໋ຢ໋າມ, ຄຸກຮ໋ວາລໍ່… ດັ່ງນັ້ນ, ຫໍພິພິທະພັນປະຫວັດສາດການທະຫານ ກໍ່ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ.

ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ຮັບການສ້າງຕັ້ງໃນວັນທີ 11 ກໍລະກົດ 1956, ປະຈຸບັນ ພວມວາງສະແດງ ແລະ ເກັບຮັກສາຮູບຖ່າຍ, ວັດຖຸພັນ, ເອກະສານທີ່ໄດ້ສ່ອງແສງກ່ຽວກັບປະຫວັດສາດດ້ານການທະຫານ ຫວຽດນາມ ແຕ່ສະໄໝເຈົ້າຊີວິດ ຮູ່ງ ສ້າງຕັ້ງປະເທດຊາດ ຕະຫຼອດຮອດໄລຍະປະຈຸບັນ, ດ້ວຍວັດຖຸພັນເກືອບ 16.000 ຢ່າງ, ໃນນັ້ນມີຫຼາຍວັດຖຸພັນມີອັນລ້ຳຄ່າ. ຊັ້ນ 1 ຂອງຫໍພິພິທະພັນແມ່ນບ່ອນວາງສະແດງຮູບປັ້ນທີ່ເຮັດດ້ວຍທອງຂອງບັນດາເຈົ້າຊີວິດ, ວິລະຊົນຂອງຊາດ ຫວຽດນາມ ມີຜົນງານດີເດັ່ນໃນການຕໍ່ສູ້ກູ້ຊາດກ່ອນນີ້ຮອດຊຸມປີ 1930.

ມື້ນີ້, ເອື້ອຍ ຈາງ, ຢູ່ເມືອງ ເກົ່າໄຢ໊, ໄດ້ຍາດເວລາເພື່ອພາລູກຂອງຕົນໄປຊອກຮູ້ກ່ຽວກັບປະຫວັດສາດຢູ່ ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ແທນທີ່ໃຫ້ການຮຽນປະຫວັດສາດໃນປື້ມຕຳລາຮຽນ. ເອື້ອຍ ຈາງ ພ້ອມກັບລູກສອງຄົນ ໄດ້ແຫຍ້ຜ່ານບັນດາກຸ່ມແຂກທ່ອງທ່ຽວຕ່າງປະເທດ ເພື່ອຫຍັບມໍ່ເຂົ້າກັບບັນດາວັດຖຸພັນທີ່ໂຊໃນຕູ້ແກ້ວ. ບັນດາອາວຸດເຮັດດ້ວຍໄມ້, ເຫຼັກມີອາຍຸນັບຮ້ອຍໆປີ, ເຖິງວ່າເກົ່າແກ່ເຂົ້າໝ້ຽງແລ້ວກໍ່ຕາມ ແຕ່ກໍ່ໄດ້ຮັບການເກັບຮັກສາໃນຕູ້ແກ້ວເພື່ອໃຫ້ແຂກໄດ້ເຂົ້າຊົມ. ຢູ່ຊັ້ນ 1 ຍັງມີບັນດາຮູບແຕ້ມຢູ່ຝາເຮືອນ ວາດພາບບັ້ນຮົບໃນແມ່ນ້ຳ ແບກດັ່ງ, ບັ້ນຮົບຕີຊະນະກຳລັງມົງໂກນ (ຕໍ່ມາແມ່ນລາດຊະວົງຢວນ) ທີ່ມີແຖວຕົວໜັງສືອະທິບາຍສັ້ນໆ, ອ່ານ ແລະ ຈື່ງ່າຍ. ຈຸດເດັ່ນຂອງຊັ້ນໜຶ່ງແມ່ນແຜ່ນພາບແກະສະຫຼັກນູນຂະໜາດໃຫຍ່ (reliefs) 5 – 6 ແມັດ ຢູ່ປະຕູທາງເຂົ້າ ເຊິ່ງໄດ້ວາດພາບ ປະທານ ໂຮ່ຈີມິນ ພວມນັ່ງໂອ້ລົມກັບບັນດາທະຫານ, ນັກຮົບ; ຮູບສັງລວມບັ້ນຮົບໃຫຍ່ ຕ່າງໆໃນປະຫວັດສາດ ຫວຽດນາມ. ລູກຂອງເອື້ອຍ ຈາງ ຮູ້ສຶກແປກປະຫຼາດໃຈເມື່ອໄດ້ເຫັນປະຈັກຕາບັນດາອາວຸດ, ວັດຖຸພັນຕ່າງໆຂອງກອງທັບປະຊາຊົນ ຫວຽດນາມ, ນັບແຕ່ແບບປະຖົມປະຖານຕະຫຼອດຮອດແບບທັນສະໄໝ:

- ມາແຫ່ງນີ້ຫຼານໄດ້ເຫັນ ໄດ້ຮູ້ຫຼາຍສິ່ງຫຼາຍຢ່າງທີ່ໃໝ່ໆ, ມີບັນດາວັດຖຸພັນ, ອາວຸດ… ຢູ່ແຫ່ງນີ້, ຫຼານໄດ້ເຫັນບັນດາຮູບຈຳອງກ່ຽວກັບບັ້ນຮົບຕ່າງໆຂອງກອງທັບ ຫວຽດນາມ ທີ່ໄດ້ຂຽນໃນປື້ມຕຳລາຮຽນ. ມານີ້ຮຽນຄັກກ່ວາຮຽນປະຫວັດສາດຢູ່ໂຮງຮຽນ.

- ຫຼານຮູ້ສຶກມ່ວນຫຼາຍ, ຍ້ອນໄດ້ເຫັນຫຼາຍສິ່ງຫຼາຍຢ່າງ. ຫຼານມັກທີ່ສຸດແມ່ນໄດ້ເຫັນປະຈັກຕາຊາກເຮືອບິນຂອງສັດຕູທີ່ທະຫານ ຫວຽດນາມ ຍິງຕົກ.

ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ - ສະຖານທີ່ດຶງດູດ, ເປັນໜ້າສົນໃຈ - ảnh 2ຢູ່ກາງແຈ້ງແມ່ນລູກປືນໃຫຍ່

ຊັ້ນສອງຂອງຫໍພິພິທະພັນມີເນື້ອທີ່ກ້ວາງກ່ວາ, ໄດ້ແບ່ງເປັນແຕ່ລະເຂດ, ວາງສະແດງວັດຖຸພັນນັບຮ້ອຍຢ່າງໃນສະໄໝຕໍ່ຕ້ານໆລ່າເມືອງຂຶ້ນ ຝລັ່ງ, ຈັກກະພັດ ອາເມລິກາ ຂອງກອງທັບ - ປະຊາຊົນ ຫວຽດນາມ. ຢູ່ລຸ່ມແມ່ນແຖວຕົວໜັງສືດ້ວຍພາສາ ຫວຽດນາມ ແລະ ອັງກິດ ອະທິບາຍກ່ຽວກັບກົກເຄົ້າ, ຕົ້ນກຳເນີດ, ຍຸກສະໄໝ. ວັດຖຸພັນສ່ວນຫຼາຍໄດ້ວາງສະແດງຢູ່ພາຍໃນຫໍພິພິທະພັນ, ສ່ວນຢູ່ກາງແຈ້ງໄດ້ວາງສະແດງຊາກຂອງເຮືອບິນ B52 – ຄວາມເອກອ້າງທະນົງໃຈຂອງກອງທັບ ອາເມລິກາ, ເຊິ່ງເປັນຄັ້ງທຳອິດທີ່ຖືກກອງທັບ ຫວຽດນາມ ຍິງຕົກ, ຄືດັ່ງອະນຸສາວະລີທີ່ສະແດງໃຫ້ເຫັນຄວາມໝັ້ນຄົງ, ເຂັ້ມແຂງ, ນ້ຳໃຈອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ… ເອື້ອຍ ຈາງ ຮູ້ສຶກປິຕິຊົມຊື່ນຍ້ອນວ່າ ລູກຂອງຕົນໄດ້ “ມີຊົ່ວໂມງຮຽນປະຫວັດສາດ” ທີ່ເປັນປະໂຫຍດ ແລະ ມີຄວາມໝາຍທີ່ສຸດ:

          “ຂ້າພະເຈົ້າພາລູກມາແຫ່ງນີ້ເພື່ອຊ່ວຍໃຫ້ລູກໄດ້ຮຽນປະຫວັດສາດຜ່ານບັນດາຮູບພາບ, ວັດຖຸູພັນຕ່າງໆ, ບັນດາແຖວຕົວໜັງສືອະທິບາຍໃຕ້ຮູບພາບ, ວັດຖຸພັນ ແມ່ນດຶງດູດກ່ວາເມື່ອທຽບໃສ່ການຮຽນໃນປື້ມຕຳລາຮຽນ. ແຂກມາຊົມຢູ່ແຫ່ງນີ້ ນອກຈາກມີຊາວ ຫວຽດນາມ ແລ້ວກໍ່ຍັງມີແຂກທ່ອງທ່ຽວສາກົນຫຼາຍຄົນເຂົ້າມາຊົມເຊິ່ງສະແດງໃຫ້ເຫັນວ່າ ຊາວຕ່າງປະເທດກໍ່ມີຄວາມສົນໃຈເຖິງປະຫວັດສາດຂອງປະຊາຊົນ ຫວຽດນາມ ທີ່ສຸດ”.

          ພວກຫຼານນ້ອຍພາກັນແລ່ນຫຼິ້ນຢູ່ເຂດເດີ່ນກາງແຈ້ງ, ທັງໄດ້ເຫັນ ແລະ ບາຍລູກປືນໃຫຍ່, ຊາກຂອງເຮືອບິນຂອງແທ້, ອ່ານແຖວຕົວໜັງສືທີ່ອະທິບາຍຕິດຢູ່ນັ້ນ, ເຂົາເຈົ້າກໍ່ມີຄວາມປະເອີບໃຈຍ້ອນຊາກເຮືອບິນໃຫຍ່ກ່ວາຕົນເອງນັບສິບເທົ່າ. ແຂກທ່ອງທ່ຽວຫຼາຍຄົນຢືນລົມກັນ, ຖ່າຍຮູບກັບບັນດາວັດຖຸພັນ, ເຂົາເຈົ້າທັງເບິ່ງຮູບທັງງຶກໆຫົວສະແດງຄວາມເພິ່ງພໍໃຈ.

ນອກຈາກນັ້ນແລ້ວ, ເມື່ອມາຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານແລ້ວ, ແຂກທ່ອງທ່ຽວຍັງໄດ້ມາຍັງຫຼັກທຸງ ຮ່າໂນ້ຍ - ເຊິ່ງເປັນ “ຕົວພະຍານຫຼັກຖານປະຫວັດສາດ” ຢູ່ໃນບໍລິເວນຫໍພິພິທະພັນ, ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳທີ່ລ້ຳຄ່າທີ່ຍັງຄົງຕົວຢູ່ໃນບໍລິເວນເຂດກຳແພງເມືອງເກົ່າ ຮ່າໂນ້ຍ ທີ່ໂຊກດີໄດ້ວິດອອກຈາກການມ້າງເພທຳລາຍຂອງລ່າເມືອງຂຶ້ນ ຝລັ່ງ.

ໃນເດືອນ ມິຖຸນາ ຈະມາເຖິງ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ຈະຍ້າຍໄປບ່ອນໃໝ່, ເຊິ່ງໄດ້ຮັບການກໍ່ສ້າງທີ່ໃຫຍ່ໂຕ, ສວຍງາມໃນເນື້ອທີ່ດິນ 74 ເຮັກຕາ ຢູ່ເມືອງ ນາມຕື່ລຽມ, ຮ່າໂນ້ຍ. ຫໍພິພິທະພັນແຫ່ງນີ້ໄດ້ຮັບການອອກແບບຕາມຮູບແບບທັນສະໄໝ, ລຽບງ່າຍ ແລະ ສ້າງເປັນໄປຕາມໄລຍະຂອງປະຫວັດສາດ, ມີຄວາມກົມກຽວດ້ວຍລະບົບແສງສີ ຂອງກິດຈະກຳສົມທົບກັບແສງສີທຳມະຊາດ, ນຳໃຊ້ລະບົບ Multimedia ກັບເຄື່ອງສຽງທັນສະໄໝ ຈະນຳຄວາມຮູ້ສຶກໃໝ່ອ່ຽມມາໃຫ້ແຂກທ່ອງທ່ຽວ. ສຳລັບ ຊາວ ຫວຽດນາມ ທີ່ໂຊກດີໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄວາມສະຫງົບສຸກຄືໃນທຸກວັນນີ້, ຖ້າພຽງໄດ້ຮັບຟັງ ແລະ ອ່ານປະຫວັດສາດຜ່ານປື້ມຕຳລາຮຽນແມ່ນຍັງບໍ່ທັນພຽງພໍເທື່ອ. ຈົ່ງມາຢາມຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ, ເພື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນທີ່ມີຊີວິດຊີວາ, ເພື່ອຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈກ່ຽວກັບຄົນລຸ້ນກ່ອນທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດ ຫວຽດນາມ ເປັນເອກະພາບ, ສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນຄືໃນທຸກວັນນີ້./.

ຕອບກັບ