ສະ​ໂມສອນຂັບ​ກາຈູ່ ຖ໊າຍ​ຮ່າ ປະ​ກອບ​ສ່ວນ​ຮັກ​ສາ​ສິ​ລະ​ປະ​ດົນ​ຕີ​ພື້ນ​ເມືອງ

Phuong Khanh – Le Phuong
Chia sẻ
(VOVWORLD) - ໃນກະແສດົນຕີ ຫວຽດນາມ, ສິລະປະຂັບກາຈູ່ ໄດ້ສະແດງໃຫ້ເຫັນບັນດາຈຸດຍອດຍິ່ງຂອງຮູບແບບສິລະປະພື້ນເມືອງໄດ້ຢ່າງເຕັມສ່ວນ. ດ້ວຍຄວາມເມົາມົວ ແລະ ນ້ຳໃຈອະນຸລັກຮັກສາສິລະປະພື້ນເມືອງ, ສະໂມສອນຂັບກາຈູ າຍຮ່າ ຂອງຄອບຄົວນັກສິລະປິນ ຫງວຽນວັນມຸ່ຍ ໄດ້ ແລະ ກຳລັງປະກອບສ່ວນຮັກສາບັນດາສິ່ງທີ່ຍອດຍິ່ງຂອງສິລະປະຂັບກາຈູ່ ຂອງດິນແດນ ທັງລອງ ຜ່ານບັນດາລາຍການສະແດງສິລະປະ ກໍຄືການຖ່າຍທອດສິລະປະເພດນີ້ໃຫ້ຄົນລຸ້ນໜຸ່ມ. 
ສະ​ໂມສອນຂັບ​ກາຈູ່ ຖ໊າຍ​ຮ່າ ປະ​ກອບ​ສ່ວນ​ຮັກ​ສາ​ສິ​ລະ​ປະ​ດົນ​ຕີ​ພື້ນ​ເມືອງ - ảnh 1ນັກສິລະປິນດີເດັ່ນ ຫງວຽນວັນເຄວ ແລະ ນັກສິລະປິນ ຖຸ່ຍຮວາ ໃນລາຍການສະແດງສິລະປະ (ພາບ: ເຟືອງແຄງ) 

ຢູ່ສູນແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ ຮ່າໂນ້ຍ (ຕັ້ງຢູ່ເຮືອນເລກທີ 50 ດາວຢຸຍຕື່, ເມືອງຮວ່ານກຽມ, ຮ່າໂນ້ຍ), ຜູ້ຊົມພວມໄດ້ຮັບຊົມລາຍການສະແດງຂັບກາຈູ່ດັ້ງເດີມ, ເຊິ່ງເປັນປະເພດສິລະປະພື້ນເມືອງຢູ່ພາກເໜືອ ຫວຽດນາມ, ຜ່ານການສະແດງຂອງບັນດານັກສິລະປິນໃນສະໂມສອນຂັບກາຈູ່ ຖ໊າຍຮ່າ.

ຍິງ: ທຳມະດາ ເຮົາກໍ່ສາມາດຮັບຊົມຜ່ານໂທລະພາບ, ແຕ່ເມື່ອມານີ້, ເຮົາຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງລາຍການ, ໄດ້ດົມກິ່ນຫອມຂອງທູບເກດສະໜາ, ທັງໄດ້ຮັບຟັງການຂັບຈູ່ ແລະ ຮູ້ສຶກໄດ້ເຖິງສຽງຂັບທີ່ອ່ອນຊ້ອຍຂອງບັນດານັກສິລະປິ. ທັງໝົດທັງມວນເຫຼົ່ານັ້ນ ເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າສິລະປະຂັບກາຈູ່ແຕກຕ່າງກັບການຊົມຜ່ານໂທລະທັດຫຼາຍ”.

ຊາຍ: “ບັນດານັກສິລະປິນ ໄດ້ນັ່ງສະແດງຢູ່ສາດຜື ແລະ ນຳໃຊ້ເຄື່ອງດົນຕີພື້ນເມືອງ, ເຊິ່ງເຮັດໃຫ້ຂ້າພະເຈົ້າຮູ້ສຶກເຖິງບັນຍາກາດຂອງສະໄໝປາງກ່ອນ”.

ສະໂມສອນຂັບກາຈູ່ ຖ໊າຍຮ່າ ໄດ້ສ້າງຕັ້ງເມື່ອປີ 1993, ໂດຍນັກສິລະປິນຂັບກາຈູ່ ຫງວຽນວັນມຸ່ຍ (1930 – 2019), ຜູ້ຕີກອງອັນດັບໜຶ່ງຂອງດິນແດນທັງລອງ. ປັດຈຸບັນ, ສະໂມສອນຂັບຈູ່ ໂດຍນັກສິລະປິນດີເດັ່ນ ຫງວຽນວັນເຄວ, ເຊິ່ງເປັນລູກຊາຍຂອງນັກສິລະປິນ ຫງວຽນວັນມຸ່ຍ ເປັນຜູ້ນຳພາ. ໂດຍສືບທອດຄວາມເມົາມົວຂັບກາຈູ່ ຂອງຄົນລຸ້ນກ່ອນ, ມາຮອດປັດຈຸບັນ, ລຸງ ເຄວ ໄດ້ຜູກພັນກັບການຂັບກາຈູ່ນີ້ມາໄດ້ 60 ປີແລ້ວ. ນັກສິລະປິນ ຖຸ່ຍຮວາ ແມ່ນຜູ້ຂັບກາຈູ່ລຸ້ນທີ 6 ຂອງຄອບຄົວ. ນາງດົງດັງດ້ວຍສຽງຂັບທີ່ສົດໃສ, ອ່ອນຊ້ອຍ ແລະ ຈັບໃຈ.  ລາຍການທີ່ມີຊື່ວ່າ “ດ່າວຮົ່ງ, ດ່າວຕວຽດ” ແມ່ນໜຶ່ງໃນບັນດາລາຍການພົ້ນເດັ່ນຂອງນາງ. 

ສິ່ງທີ່ເຮັດໃຫ້ສະໂມສອນຂັບກາຈູ່ ຖ໊າຍຮ່າ ມີຄວາມແຕກຕ່າງກັບບັນດາສະໂມສອນຂັບກາຈູ່ອື່ນໆຢູ່ ຫວຽດນາມ ນັ້ນແມ່ນ ເຂົາເຈົ້າເອົາໃຈໃສ່ໃນບັນດາລາຍການສະແດງແບບຄອບຄົວ. ໃນສະໂມສອນພິເສດນີ້, ຕາມປະເພນີແລ້ວ, ຜູ້ເປັນພໍ່ ຫຼື ລູກຊາຍຈະເປັນຜູ້ດີດພິມ, ຕີກອງ, ສ່ວນລູກສາວ ແລະ ນ້ອງສາວ ຈະເປັນຜູ້ຂັບ. ສິ່ງດັ່ງກ່າວໄດ້ສ້າງຄວາມສຳພັນອັນພິເສດລະຫວ່າງບັນດາສະມາຊິກໄດ້ເປັນຢ່າງດີ. ນັກສິລະປິນ ຖຸ໋ຍຮວາ ແບ່ງປັນວ່າ:

“ພວກຂ້າພະເຈົ້າແມ່ນຄົນໃນຄອບຄົວດຽວກັນ, ສະນັ້ນ ມີຄວາມເຂົ້າໃຈກັນໄດ້ດີ ແລະ ການນຳຝຶກຊ້ອມກໍມີຄວາມສະດວກ ແລະ ຊ້ອມໄດ້ຫຼາຍກວ່າ. ບໍ່ຈຳເປັນຕ້ອງມີນັດກັນ, ແຕ່ໃນການດຳເນີນຊີວິດປະຈຳວັນ, ຫຼືໃນເວລາກິນເຂົ້າ ກໍສາມາດຊ້ອມນຳກັນໄດ້”.

ສະ​ໂມສອນຂັບ​ກາຈູ່ ຖ໊າຍ​ຮ່າ ປະ​ກອບ​ສ່ວນ​ຮັກ​ສາ​ສິ​ລະ​ປະ​ດົນ​ຕີ​ພື້ນ​ເມືອງ - ảnh 2ພາບສະໂມສອນຂັບກາຈູ່ຖ໋າຍຮ່າ ໄປສະແດງຢູ່ ຝລັ່ງ (ພາບ: ເຟືອງແຄງ)

ໃນຊຸມປີຜ່ານມາ, ສະໂມສອນຂັບກາຈູ່ ຖ໊າຍຮ່າ ໄດ້ມີລາຍການສະແດງເປັນປະຈຳຢູ່ຫໍພິພິທະພັນຊົນຊາດວິທະຍາ ຫວຽດນາມ, ໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ອ້ອມແອ້ມຄຸ້ມຖະໜົນເກົ່າ ຮ່າໂນ້ຍ ເພື່ອແນະນຳຮູບແບບສິລະປະນີ້ເຖິງມະຫາຊົນ. ຜ່ານນັ້ນ, ກໍ່ປະກອບສ່ວນຮັກສາມູນເຊື້ອຂອງຄອບຄົວໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະຂັບກາຈູ່. ນັກສິລະປິນດີເດັ່ນ ຫງວຽນວັນເຄວ ໃຫ້ຮູ້ວ່າ:

“ສະໂມສອນຂັບກາຈູ່ ຖາຍຮ່າ ໄດ້ສົມທົບກັບພະແນກວັດທະນະທຳ ຮ່າໂນ້ຍ, ສະຖາບັນດົນຕີ ເຕົ້າໂຮມບຸກຄົນທີ່ມີຄວາມຮັກມັກກັບສິລະປະຂັບກາຈູ່ ເພື່ອຖ່ອຍທອດ, ໂຄສະນາຮູບແບບສິລະປະນີ້. ແຕ່ລະປີ, ພະແນກວັດທະນະທຳ ຮ່າໂນ້ຍ ໄດ້ຈັດກິດຈະກຳປະມານ 30 ມື້ ເພື່ອໃຫ້ສະໂມສອນຂັບຈູ່ ຖາຍຮ່າ ໄປສອນເພື່ອຍົກສູງເຕັກນິກຂັບກາຈູ່ໃຫ້ບັນດາບໍລິເວນຢູ່ຮ່າໂນ້ຍ, ຊ່ວຍໃຫ້ຜູ້ຂັບກາຈູ່ ໄດ້ຍົກສູງ, ຮຽນຮູ້ເພີ່ມບັນດາບົດຂັບກາຈູ່ອື່ນໆທີ່ຖືກສູນຫາຍໄປແລ້ວ”. 

ນອກຈາກການເຄື່ອນໄຫວຢູ່ພາຍໃນປະເທດແລ້ວ, ສະໂມສອນຂັບຈູ່ ຖ໊າຍຮ່າ ຍັງເຂົ້າຮ່ວມຫຼາຍລາຍການທີ່ຈັດຂຶ້ນຢູ່ຕ່າງປະເທດ ເຊັ່ນ ອີຕາລີ, ຍີ່ປຸ່ນ, ຈີນ ແລະ ເຂົ້າຮ່ວມງານມະໂຫລານດົນຕີລະດັບໂລກ ທີ່ຈັດຂຶ້ນຢູ່ຝລັ່ງ ໃນປີ 2014 ອີກດ້ວຍ.

ສະໂມສອນຂັບກາຈູ່ ຖ໊າຍຮ່າ ຍັງຮັກສາໄດ້ບົດຂັບຈູ່ ຫຼາຍກວ່າ 30 ບົດ ພ້ອມດ້ວຍສາງຂໍ້ມູນ, ແຜ່ນ DC ບົດຂັບກາຈູ່ ຂອງບັນດານັກສິລະປິນທີ່ມີຊື່ສຽງທັງພາຍໃນ ແລະ ນອກວົງຕະກຸນຂອງຕົນ, ເຊິ່ງໄດ້ເກັບຮັກສາໄວ້ແຕ່ປີ 1927 – 1935, ດ້ວຍຫຼາຍບົດຂັບຈູ່ແບບເກົ່າ. ນັ້ນແມ່ນມໍລະດົກຂອງວົງຕະກຸນ ເຊິ່ງສະໂມສອນຖ໊າຍຮ່າ ໄດ້ຊົມໃຊ້; ພ້ອມທັງແມ່ນແຫຼ່ງຂໍ້ມູນທີ່ລ້ຳຄ່າ, ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະຂັບຈູ່ ຂອງ ຫວຽດນາມ./.

ຕອບກັບ