ບັນດາເພື່ອນໜຸ່ມສ້າງ “ຄຸນຄ່າທີ່ແທ້ຈິງ” ຈາກ “ອີນເຕີເນັດ”

My Trang - Huyen
Chia sẻ
(VOVWORLD) - ວຽກງານຂອງ ກ່ຽວຈາງ ແມ່ນຂຶ້ນແຜນ, ອອກແບບພາບຖ່າຍໃຫ້ບັນດາບົດຂຽນໃນ fanpage, ບັນດາບົດຂຽນລະດົມກຳລັງໃຈ, ດຳລົງຊີວິດເພື່ອປະຊາຄົມຂອງເພື່ອນໜຸ່ມ.
ບັນດາເພື່ອນໜຸ່ມສ້າງ “ຄຸນຄ່າທີ່ແທ້ຈິງ” ຈາກ “ອີນເຕີເນັດ” - ảnh 1(fanpage ເຂົ້າຈ້າວ 5.000 ດົ່ງ ຮ່າໂນ້ຍ)

ໃນຍຸກສະໄໝຂອງເຕັກໂນໂລຊີທີ່ພວມລະເບີດຂຶ້ນ, ມີເພື່ອນໜຸ່ມຫຼາຍຄົນໄດ້ມີວິທີເຮັດທີ່ດີເພື່ອປະກອບສ່ວນໃຫ້ແກ່ປະຊາຄົມຢ່າງມີຄວາມໝາຍ. ໜຶ່ງໃນບັນດາວິທີເຮັດ, ນັ້ນແມ່ນ, ອາສາສະໝັກເປັນຜູ້ຄຸ້ມຄອງ (admin) ໃຫ້ແກ່ບັນດາສື່ສັງຄົມອອນລາຍ (fanpage) ເພື່ອປະຊາຄົມ. ເບິ່ງຄືວ່າພຽງແຕ່ແມ່ນສື່ສັງຄົມອອນລາຍເທົ່ານັ້ນ, ແຕ່ຢູ່ທີ່ນັ້ນ, ບັນດາເພື່ອນໜຸ່ມໄດ້ສ້າງຄຸນຄ່າຢ່າງແທ້ຈິງ, ນຳມາເຊິ່ງຊີວິດທີ່ດີກວ່າໃຫ້ແກ່ນັກຮຽນ, ນັກສຶກສາທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ.

“ນ້ອງໄດ້ຮູ້ຈັກເຖິງ “ເຂົ້າຈ້າວ 5.000 ດົ່ງ ຮ່າໂນ້ຍ” ຜ່ານ clip Viral ທາງ ຕິກຕອກ. ໂດຍບັງເອີນ, ໃນຈຸດເວລານັ້ນ ທາງສະໂມສອນພວມຮັບສະໝັກຜູ້ອາສາສະໝັກເປັນທາງການ, ນ້ອງຕົກລົງຈົດທະບຽນເຂົ້າກຸ່ມສື່ສານ ແລະ ກາຍເປັນ admin ຂອງ “ເຂົ້າຈ້າວ 5.000 ດົ່ງ ຮ່າໂນ້ຍ”. ເຫດຜົນທີ່ນ້ອງເລືອກເອົາວຽກງານນີ້ ແມ່ນຍ້ອນນ້ອງເຫັນວ່າ ການຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກແມ່ນວຽກງານທີ່ມີຄວາມໝາຍ, ເປັນບ່ອນໃຫ້ນ້ອງໄດ້ຮູ້ຈັກ ແລະ ຮ່ວມເດີນທາງພ້ອມກັບບັນດາອ້າຍເອື້ອຍ ແລະ ພວກເພື່ອນໃນສະໂມສອນ ທີ່ມີຄວາມຄິດມຸ່ງໄປສູ່ທິດທາງດຽວກັນ ແລະ ຕິດພັນນຳກັນ”.

ນີ້ແມ່ນເລື່ອງລາວຂອງນາງ ຫງວຽນທິກ່ຽວຈາງ, ເພື່ອນໜຸ່ມຜູ້ໜຶ່ງທີ່ພວມເປັນ admin ກຸ່ມ “ເຂົ້າຈ້າວ 5.000 ດົ່ງ ຮ່າໂນ້ຍ” ເຊິ່ງແມ່ນສະໂມສອນອາສາສະໝັກ ດ້ວຍການເຄື່ອນໄຫວຫຼາຍຢ່າງ, ຮັບໃຊ້ບັນດາຄາບເຂົ້າແຫ່ງຄວາມເມດຕາປານີໃຫ້ບັນດາຄົນເຈັບໃນບໍລິເວນນະຄອນ ຮ່າໂນ້ຍ; ມອບທຶນການສຶກສາແຕ່ລະເດືອນໃຫ້ນັກຮຽນ, ນັກສຶກສາທີ່ທຸກຍາກແຕ່ຮຽນເກັ່ງ…

ວຽກງານຂອງ ກ່ຽວຈາງ ແມ່ນຂຶ້ນແຜນ, ອອກແບບພາບຖ່າຍໃຫ້ບັນດາບົດຂຽນໃນ fanpage, ບັນດາບົດຂຽນລະດົມກຳລັງໃຈ, ດຳລົງຊີວິດເພື່ອປະຊາຄົມຂອງເພື່ອນໜຸ່ມ. ນອກນັ້ນ, ກ່ຽວຈາງ ຍັັງໄດ້ເຊື່ອມຕໍ່ກັບບັນດາເພື່ອນອາສາສະໝັກໃນແຕ່ລະອາທິດ, ບັນດາຜູ້ໃຈບຸນໃຈກຸສົນ ໃຫ້ໄດ້ຮູ້ຈັກເຖິງບັນດາສະພາບຄວາມຫຍຸ້ງຍາກພິເສດນັ້ນ. ນາງ ກ່ຽວຈາງ, ແບ່ງປັນວ່າ:

ສຳລັບພວກນ້ອງແລ້ວ, ບັນດາບົດຂຽນທີ່ເອົາລົງ fanpage “ເຂົ້າຈ້າວ 5.000 ດົ່ງ ຮ່າໂນ້ຍ” ນັ້ນ ແມ່ນກຳລັງໜູນທີ່ໃຫຍ່ຫຼວງ ເພື່ອຊ່ວຍໃຫ້ບັນດາສະມາຊິກໃນສະໂມສອນຢືດໝັ້ນກັບບັນດາການເຄື່ອນໄຫວອາສາສະໝັກ. ສ່ວນສຳລັບບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ບັນດາບົດຂຽນຄື ເປັນຂົວເຊື່ອມຕໍ່ຊ່ວຍປະຊາຄົມ, ສັງຄົມໃຫ້ໄດ້ຮູ້ຈັກວ່າ ການຊ່ວຍເຫຼືອແມ່ນມາຈາກໃສ, ຈາກການແບ່ງປັນຂອງບັນດາຜູ້ໃຈບຸນໃຈກຸສົນໃນທົ່ວປະເທດ ທີ່ສະຫງວນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ມີຄວາມໝັ້ນໃຈຜ່ານຜ່າສະພາບການຫຍຸ້ງຍາກນັ້ນ”.

ບັນດາເພື່ອນໜຸ່ມສ້າງ “ຄຸນຄ່າທີ່ແທ້ຈິງ” ຈາກ “ອີນເຕີເນັດ” - ảnh 2ບັນດາເພື່ອນນັກສຶກສາກຸ່ມ“ສະໂມສອນນັກສຶກສາອາສາສະໝັກ”

ກໍຄືກັບ ກ່ຽວຈາງ, ກຸ່ມນັກສຶກສາມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ກໍ່ພວມປະກອບສ່ວນສ້າງບັນດາຄຸນຄ່າຢ່າງແທ້ຈິງຈາກບັນດາ fanpage “ສະໂມສອນນັກສຶກສາອາສາສະໝັກ”. ເຊິ່ງປະຈຸບັນພວມມີຜູ້ເຂົ້າຕິດຕາມຫຼາຍ ກວ່າ 7,700 ເທື່ອ ຄົນ, ດ້ວຍຫຼາຍຂໍ້ມູນຂ່າວສານຄື: ມອບຜ້າຮົ່ມ, ມອບຂອງຂວັນບຸນເຕັດໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ; ມອບທຶນການສຶກສາໃຫ້ນັກຮຽນ, ນັກສຶກສາທຸກຍາກ… ນາງ ຫວູທິງອັກລິງ, ຫົວໜ້າສະໂມສອນ, ໃຫ້ຮູ້ວ່າ:

“Fanpage ໄດ້ຊ່ວຍແຜ່ກະຈາຍບັນດາສິ່ງທີ່ດີງາມເຖິງທຸກໆຄົນ, ເຊື່ອມຕໍ່ຜູ້ປະສົບກັບຄວາມຫຍຸ້ງຍາກກັບບັນດາຜູ້ໃຈບຸນໃຈກຸສົນ. ໃນຍຸກສະໄໝສື່ສັງຄົມອອນລາຍພວມພັດທະນາ, fanpage ແມ່ນຊຊ່ອງຂ່າວທີ່ເປັນປະໂຫຍດທີ່ສຸດ, ພວກນ້ອງໄດ້ພັດທະນາບັນດາ “ເນື້ອໃນທາງອອນລາຍ” ແຕ່ໄດ້ນຳມາເຊິ່ງ “ຄຸນຄ່າທີ່ແທ້ຈິງ”, ໜູນຊ່ວຍໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ຫຼາຍກວ່າອີກ”.

ຈຳນວນຜູ້ຕິດຕາມ ແລະ ໃຫ້ການຕອບຮັບຢູ່ fanpage “ສະໂມສອນນັກສຶກສາອາສາສະໝັກ” ນັບມື້ນັບຫຼາຍຂຶ້ນ, ພ້ອມກັບການເຄື່ອນໄຫວສັງຄົມຫຼາຍຢ່າງ, ວຽກງານການກຸສົນກໍ່ໄດ້ຈັດຂຶ້ນ, ຄື: ລາຍການ “ປະກອບແສງແດດ, ມອບລະດູບານໃໝ່” ຢູ່ບ້ານ ບົງ, ຕາແສງ ບາວຮ່າ, ເມືອງ ບາວອຽນ, ແຂວງ ລາວກາຍ ໃນໂອກາດບຸນເຕັດທີ່ຜ່ານມາ.

ໂດຍເປັນ admin fanpage, ວຽກງານເບິ່ງຄືວ່າງ່າຍໆ, ແຕ່ບັນດາເພື່ອນໜຸ່ມໄດ້ນຳມາເຊິ່ງບັນດາຄຸນຄ່າທີ່ແທ້ຈິງ, ມີມະນຸດສະທຳ ເມື່ອສາມາດຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ມີຊີວິດທີ່ດີກວ່າ, ມີຄວາມຜາສຸກຫຼາຍກວ່າ.

ຕອບກັບ