ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມີການກະທຳເພື່ອດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັບ UAE ແລະ ຕວກກີ

Huyen
Chia sẻ
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ລັດຖະບານປະເທດ ສ. ຕວກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳເພື່ອດິນຟ້າອາກາດໂລກຢູ່ UAE ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 ພະຈິກ - ວັນທີ 3 ທັນວາ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມີການກະທຳເພື່ອດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັບ UAE ແລະ ຕວກກີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ: Dương Giang/TTXVN)

 ການຢ້ຽມຢາມເພື່ອແນໃສ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຕັ້ງໜ້າພ້ອມກັບປະຊາຄົມສາກົນມີການກະທຳເພື່ອດິນຟ້າອາກາດ, ຜັນຂະຫຍາຍໂຄງການພັດທະນາການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ຕາເວັນອອກກາງ - ອາຟຣີກາ, ຊຸກຍູ້ການສ້າງກົນໄກການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະພາຮ່ວມມືເຂດ ອ່າວເປີເຊຍ.

        ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມໝາຍສຳຄັນ, ຢັ້ງຢືນແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຢັ້ງຢືນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນບັນດາຂອບເຂດການຮ່ວມມືຢູ່ພາກພື້ນ ແລະ ສາກົນ, ພ້ອມທັງກໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ UAE, ຕວກກີ.

ເປັນເຈົ້າການ, ຕັ້ງໜ້າໃນການເຂົ້າຮ່ວມແກ້ໄຂສິ່ງທ້າທາຍລວມຂອງໂລກ

        ກອງປະຊຸມສຸດຍອດການກະທຳເພື່ອດິນຟ້າອາກາດ ນອນໃນຂອບເຂດກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 1 – 2 ທັນວາ, ຢູ່ UAE.

        ກອງປະຊຸມແມ່ນເຫດການຫຼາຍຝ່າຍສຳຄັນທີ່ສຸດໃນປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ດຳເນີນໄປໃນສະພາບການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນກະທົບທີ່ນັບມື້ນັບຫຍໍ້ທໍ້ໃນຂອບເຂດທົ່ວໂລກ, ຮຽກຮ້ອງໃຫ້ບັນດາປະເທດຕ້ອງມີການກະທຳຢ່າງຮີບດ່ວນເພື່ອອາດສາມາດບັນລຸໄດ້ບັນດາເປົ້າໝາຍຕາມຂໍ້ຕົກລົງ ປາຣີ (2015) ກ່ຽວກັບການຮັກສາລະດັບອຸນຫະພູມທົ່ວໂລກເພື່ອຂຶ້ນຢູ່ໃນລະດັບຕ່ຳກ່ວາເມື່ອທຽບໃສ່ລະດັບ 2 ອົງສາ C; ພ້ອມທັງຮັດແຄບຊ່ອງຫວ່າງລະຫວ່າງບັນດາຄຳໝັ້ນສັນຍາກ່ຽວກັບການຫລຸດຜ່ອນອາຍພິດເຮືອນແກ້ວ, ການປະກອບສ່ວນດ້ານການເງິນ…, ໜູນຊ່ວຍບັນດາປະເທດພວມພັດທະນາແກ້ໄຂຜົນກະທົບ ແລະ ຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ.

        ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ແລ້ວ, ການເຂົ້າຮ່ວມກອງປະຊຸມ COP28 ຄັ້ງນີ້, ຫວຽດນາມ ມີຄວາມຫວັງວ່າ ກອງປະຊຸມຈະບັນລຸໄດ້ບັນດາບາດກ້າວທີ່ແທດຈິງ, ພິເສດແມ່ນໃນ 4 ຂົງເຂດທີ່ໄດ້ຮັບຄວາມເອົາໃຈໃສ່ແຖວໜ້າ. ທີໜຶ່ງແມ່ນ, ບັນດາປະເທດສືບຕໍ່ມີການກະທຳຢ່າງແຮງເພື່ອຫລຸດຜ່ອນອາຍພິດເຮືອນແກ້ວ, ດຳເນີນການຫັນປ່ຽນພະລັງງານແບບຍືນຍົງ ແລະ ຍຸຕິທຳ. ທີສອງແມ່ນ, ບັນດາປະເທດພັດທະນາປະຕິບັດຄຳໝັ້ນສັນຍາຂອງຕົນ, ພິເສດແມ່ນໃນການສະໜອງບ້ວງການເງິນ, ໜູນຊ່ວຍການຖ່າຍທອດເຕັກໂນໂລຊີໃຫ້ແກ່ບັນດາປະເທດພວມພັດທະນາໃນວິວັດການນີ້ (ລວມມີການປະຕິບັດຄຳໝັ້ນສັນຍາດ້ວຍເປົ້າໝາຍລະດົມຈຳນວນເງິນ 100 ຕື້ໂດລາສະຫະລັດໃນແຕ່ລະປີ ແລະ ເພີ່ມລະດັບໃຫ້ຄຳໝັ້ນສັນຍາໃຫ້ແກ່ໄລຍະຮອດປີ 2025 ແລະ ປີ 2030). ທີສາມແມ່ນ, ເອົາໃຈໃສ່ເຖິງການເຄື່ອນໄຫວປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ຍົກອອກນຳບັນດາກອບເປົ້າໝາຍປັບຕົວທົ່ວໂລກຢ່າງຈະແຈ້ງ ແລະ ມີຄວາມສາມາດເປັນໄປໄດ້. ທີສີ່ແມ່ນ, ນຳກອງທຶນກ່ຽວກັບຜົນກະທົບ ແລະ ຄວາມເສຍຫາຍ ເຂົ້າເຄື່ອນໄຫວ ເພື່ອມີແຫຼ່ງການເງິນໃໝ່, ໃຫຍ່ກ່ວາ ເພື່ອໜູນຊ່ວຍໃຫ້ແກ່ບັນດາປະເທດພວມພັດທະນາ ແລະ ບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຂອງການປ່ຽນແປງຂອງດິນຟ້າອາກາດ.

ເຮັດໃຫ້ການພົວພັນ ຫວຽດນາມ - UAE ແລະ ຫວຽດນາມ - ເຂດອ່າວເປີເຊຍ ເລິກເຊິ່ງກ່ວາອີກ

        ການນຳ ຫວຽດນາມ ແລະ UAE ມີທັດສະນະລວມ ກ່ຽວກັບການພົວພັນຮ່ວມມືຮອບດ້ານ, ພິເສດແມ່ນກ່ຽວກັບເສດຖະກິດ, ເສົາຄ້ຳສຳຄັນ ແລະ ແມ່ນຈຸດເດັ່ນໃນພາບ ລວມຂອງການພົວພັນຮ່ວມມືສອງຝ່າຍ. ປະຈຸບັນ, ຫວຽດນາມ ນອນໃນທອັບ 10 ຄູ່ຮ່ວມມືນຳເຂົ້າໃຫຍ່ທີ່ສຸດຂອງ UAE ແລະ ກົງກັນຂ້າມ, UAE ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ພາກພື້ນ ຕາເວັນອອກກາງ. ວົງເງິນການຄ້າສອງຝ່າຍໃນຊຸມປີມໍ່ໆນີ້ຍາມໃດກໍ່ບັນລຸເກືອບ 5 ຕື້ໂດລາສະຫະລັດ. ສະເພາະໃນ 10 ເດືອນ ປີ 2023, ບັນລຸເກືອບ 4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສອງປະເທດພວມຍູ້ໄວການເຈລະຈາ, ສ້າງສຳເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA). ການເຊັນສັນຍາ CEPA ມີຄວາມໝາຍໃຫຍ່ຫຼວງ, ແມ່ນເສົາຄ້ຳສຳຄັນໃນການພົວພັນຮ່ວມມື, ມິດຕະພາບ ຫວຽດນາມ - UAE ເວົ້າສະເພາະ, ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນເຂດອ່າວ ເປີເຊຍ ເວົ້າລວມ. ໃນການຢ້ຽມຢາມຄັ້ງນີ້, ນອກຈາກການພົບປະກັບບັນດາການນຳຂັ້ນສູງ ແລະ ນັກການເມືອງປະເທດຕ່າງໆແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຈະເຂົ້າຮ່ວມບັນດາເວທີປາໄສ, ພົບປະກັບບັນດາວິສາຫະກິດ, ກອງທຶນລົງທຶນແຖວໜ້າຂອງ UAE, ຜ່ານນັ້ນ ກໍ່ເປີດຕະຫຼາດສົ່ງອອກໃຫ້ແກ່ ຫວຽດນາມ ຕື່ມອີກ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມີການກະທຳເພື່ອດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັບ UAE ແລະ ຕວກກີ - ảnh 2(ພາບປະກອບຈາກ Lê Minh/TTXVN)

ເພີ່ມທະວີການພົວພັນ ຫວຽດນາມ  - ຕວກກີ

        ໃນການພົວພັນກັບ ຕວກກີ, ນີ້ເປັນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມປະເທດນີ້ຢ່າງເປັນທາງການ, ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ ໃນຂະນະທີ່ສອງປະເທດພ້ອມກັນສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1978 – 2023). ຫວຽດນາມ ແລະ ຕວກກີ ມີການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃນຫຼາຍຂົງເຂດ, ຄື: ການເມືອງ, ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ… ຕວກກີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ອາຊຽນ. ຕວກກີ ແມ່ນຕະຫຼາດໃຫຍ່ ແລະ ມີຫຼາຍຄວາມສາມາດບົ່ມຊ້ອນພັດທະນາຢູ່ພາກພື້ນ ຕາເວັນອອກກາງ, ຍັງມີຄວາມຕ້ອງນຳເຂົ້າຫຼາຍສິນຄ້າທີ່ເປັນທ່າແຮງຂອງ ຫວຽດນາມ ແລະ ແມ່ນຄູ່ຮ່ວມມືການຄ້າສຳຄັນ, ແມ່ນຕະຫຼາດສົ່ງອອກໃຫຍ່ທີສອງຂອງ ຫວຽດນາມ ຢູ່ ຕາເວັນອອກກາງ (ຖັດຈາກ UAE). ປີ 2022, ວົງເງິນການຄ້າສອງຝ່າຍ ຫວຽດນາມ - ຕວກກີ ບັນລຸຈຳນວນເງິນ 1,65 ຕື້ ໂດລາສະຫະລັດ ແລະ ສອງຝ່າຍພວມມານະພະຍາຍາມເພື່ອບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 4 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ.

        ໃນສະພາບການນັ້ນ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ການກະທຳເພື່ອດິນຟ້າອາກາດໂລກ ໃນຂອບເຂດກອງປະຊຸມ COP28, ດຳເນີນບັນດາການເຄື່ອນໄຫວສອງຝ່າຍທີ່ UAE ແລະ ຢ້ຽມຢາມ ສ ຕວກກີ ຢ່າງເປັນທາງການຄັ້ງນີ້ມີຄວາມໝາຍສຳຄັນ, ຢັ້ງຢືນຄວາມຮັບຜິດຊອບຂອງ ຫວຽດນາມ ໃນບັນດາຄວາມມານະພະຍາຍາມລວມທົ່ວໂລກ, ພ້ອມທັງສ້າງຂອດບຸກທະລຸ, ເຮັດໃຫ້ການພົວພັນ ຫວຽດນາມ - UAE, ຫວຽດນາມ - ຕວກກີ ເວົ້າສະເພາະ ແລະ ລະຫວ່າງ ຫວຽດນາມ ກັບເຂດອ່າວເປີເຊຍ, ເວົ້າລວມ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ