ຜົນສຳເລັດຂອງປີ APEC 2017 ສ້າງກຳລັງຫນູນໃຫມ່ໃຫ້ແກ່ປະເທດຊາດ

Anh Huyen
Chia sẻ
(VOVWORLD) -ປີ 2017 ໄດ້ສິ້ນສຸດລົງດ້ວຍຜົນງານສຳຄັນຫລາຍຢ່າງຂອງປະເທດຊາດ. ຜົນງານພົ້ນເດັ່ນທີ່ສຸດ ນັ້ນແມ່ນຫວຽດນາມ ໄດ້ຈັດຕັ້ງປີ APEC ປະສົບຜົນສຳເລັດ ດ້ວຍ ການເຄື່ອນໄຫວໃຫຍ່ນ້ອຍ 243, ໃນນັ້ນ ຈຸດສູງແມ່ນສັບປະດາຂັ້ນສູງ APEC  ໂດຍມີການເຂົ້າຮ່ວມຂອງການນຳທັງໝົດ 21 ພື້ນຖານເສດຖະກິດ ອາຊີ ປາຊີຟິກ. ບໍ່ພຽງແຕ່ປຸກລຸກນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມເທົ່ານັ້ນ, ຫາກ ປີ APEC 2017 ຍັງສ້າງພະລັງຊີວິດໃຫມ່ໃຫ້ແກ່ປະເທດຊາດອີກດ້ວຍ, ເພື່ອໃຫ້ຫວຽດນາມ ມີຄວາມເຊື່ອໝັ້ນດ້ວຍຕົນເອງ, ມີຄວາມເຂັ້ມແຂງກວ່າບົນເສັ້ນທາງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໃນປີ 2018 ແລະ ຊຸມປີຕໍ່ໄປ.

ຜົນສຳເລັດຂອງປີ APEC 2017 ສ້າງກຳລັງຫນູນໃຫມ່ໃຫ້ແກ່ປະເທດຊາດ - ảnh 1 ບັນດາການນຳ 21 ພື້ນຖານເສດຖະກິດ APEC

ພາບ:ອິນເຕີແນັດ

ຜົນສຳເລັດຂອງປີ APEC 2017 ແມ່ນສັງລວມຫລາຍປັດໄຈ. ກ່ອນອື່ນໝົດ ແມ່ນຄວາມເຫັນດີເຫັນພ້ອມ,ເປັນຈິດຫນຶ່ງໃນດຽວຈາກການນຳຕະຫລອດຮອດປະຊາຊົນແຕ່ລະຄົນ. ແລະນີ້ແມ່ນປັດໄຈໄດ້ປະກອບສ່ວນສ້າງບັນດາຜົນງານຂອງປະເທດຊາດໃນກວ່າ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ການເຊື່ອມໂຍງເຂົ້າກັບສາກົນໃນໄລຍະຜ່ານມາ.

ຜົນສຳເລັດມາຈາກຄວາມເຫັນດີເຫັນພ້ອມ

ນັບແຕ່ເມື່ອຕົກລົງເປັນເຈົ້າພາບຈັດຕັ້ງປີ APEC 2017, ການນຳພັກ ແລະ ລັດ ຫວຽດນາມ ໄດ້ຊີ້ນຳຢ່າງຂ້ຽວຂາດວິວັດການກະກຽມ, ຍົກອອກບັນດາຄຳຕັດສິນຢ່າງໃກ້ຊິດ,ຖືກຕາມສະພາບການປີ APEC. ການເລືອກເຟັ້ນຈຸດເວລາເປັນເຈົ້າພາບຈັດຕັ້ງໃນປີ 2017 ແມ່ນຕົວຢ່າງມີຊີວິດຊີວາ ສະແດງໃຫ້ເຫັນວິໄສທັດຍຸດທະສາດຍາວນານຂອງພັກ ແລະ ລັດ ສຳລັບພາກພື້ນ ອາຊີ ປາຊີຟິກ.

ເລື່ອງຕົກລົງເລືອກເຟັ້ນ 10 ແຂວງ, ນະຄອນ ຈັດຕັ້ງບັນດາເຫດການພົ້ນເດັ່ນຂອງ APEC ໃຫ້ທັງປີ, ຕິດພັນກັບຫົວຂໍ້ຂອງບັນດາກອງປະຊຸມ APEC ດ້ວຍທ່າແຮງຂອງແຕ່ລະທ້ອງຖິ່ນ ບໍ່ພຽງແຕ່ຊ່ວຍເສີມຂະຫຍາຍທ່າແຮງຂອງບັນດາທ້ອງຖິ່ນເທົ່ານັ້ນ ຫາກຍັງສ້າງເງື່ອນໄຂເພື່ອແນະນຳໃຫ້ເພື່ອນມິດສາກົນກ່ຽວກັບພື້ນຖານວັດທະນະທຳ, ປະຊາຊົນ ແລະ ບັນດາຜະລິດຕະພັນເປັນເອກະລັກສະເພາະຂອງບັນດາເຂດພາກຢູ່ຫວຽດນາມ, ສ້າງລັກສະນະດູດດື່ມສະເພາະຂອງ ປີ APEC 2017. ພິເສດ ເລື່ອງເລືອກເຟັ້ນນະຄອນ ດາຫນັງ ເປັນສະຖານທີ່ຈັດຕັ້ງສັບປະດາຂັ້ນສູງ APEC 2017 ໄດ້ສະແດງໃຫ້ເຫັນພາບພົດປະເທດຫວຽດນາມ ມີຄວາມຂະຫຍັນຂັນເຄື່ອນ, ມີການປ່ຽນແປງໃຫມ່, ທັນສະໄຫມ, ແມ່ນພາກສ່ວນຫນຶ່ງບໍ່ອາດຕັດແຍກອອກຈາກພາກພື້ນ ອາຊີ ປາຊີຟິກ ໄດ້.

        ຕົວເລກເປັນຫນ້າປະທັບໃຈ ນັ້ນແມ່ນ ມີເອກະສານ 20 ສະບັບໄດ້ຮັບການຮັບຮອງເອົາໃນປີ APEC 2017 ໄດ້ສະແດງໃຫ້ເຫັນບົດບາດນຳພາຂອງຫວຽດນາມໃນການສ້າງຄວາມຕັດສິນໃຈ, ຄວາມເປັນຈິດຫນຶ່ງໃຈດຽວຂອງບັນດາສະມາຊິກໃນການຮັກສາທ່າຮ່ວມມື, ຮ່ວມສຳພັນດ້ານເສດຖະກິດ. ພິເສດ, ສານທີ່ແຂງແຮງໃຫມ່ໃນຖະແຫລງການຂັ້ນສູງ ດາຫນັງ ກ່ຽວກັບການຊຸກຍູ້ດ້ານການຄ້າ, ການລົງທຶນແບບເປີດ ແລະ ເສລີ, ການສະຫນັບສະຫນູນລະບົບການຄ້າຫລາຍຝ່າຍ, ອີກຄັ້ງຫນຶ່ງເປັນການຢືນຢັນເຖິງບົດບາດຫລັກແຫລ່ງຂອງ APEC ແມ່ນກຳລັງຫນູນຂອງການເຕີບໂຕ, ແມ່ນບ່ອນເລີ່ມຕົ້ນບັນດາຂໍ້ລິເລີ່ມຮ່ວມສຳພັນດ້ານເສດຖະກິດ ແລະ ແມ່ນກົນໄກຮ່ວມມືດ້ານເສດຖະກິດແຖວຫນ້າຂອງພາກພື້ນ. ເນື້ອໃນຂອງບັນດາເອກະສານກໍ່ຮັບໃຊ້ການຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ ສັງຄົມຂອງປະເທດຊາດຢ່າງແທດຈິງ.

ເລື່ອງເປັນປະເທດເປັນເຈົ້າພາບຈັດຕັ້ງປີ APEC 2017ກໍ່ໄດ້ນຳຫວຽດນາມ ກາຍເປັນປະເທດທຳອິດໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຢ້ຽມຢາມທາງລັດຖະກິດຫວຽດນາມ ພາຍຫລັງ ດຳເນີນກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ. ຫວຽດນາມ ກໍ່ໄດ້ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Donald Trump ຊື່ງເປັນຄັ້ງທຳອິດປະທານາທິບໍດີ ອາເມລິກາ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີທຳອິດຮັບດຳລົງຕຳແຫນ່ງເປັນປະທານາທິບໍດີ. ພອ້ມກັນນັ້ນແມ່ນການຢ້ຽມຢາມທາງລັດຖະກິດຂອງທ່ານນາງປະທານາທິບໍດີ ຈີເລ Michelle Bachelet ແລະ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ເນື່ອງໃນໂອກາດນີ້ ຫວຽດນາມ ໄດ້ສ້າງການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ. ບັນດາໝາກຜົນການພົວພັນສອງຝ່າຍຄັ້ງປະຫວັດສາດນັ້ນ ພ້ອມກັບການພົບປະ 50 ຄັ້ງລະຫວ່າງການນຳຫວຽດນາມ ກັບການນຳບັນດາສະມາຊິກ APEC ໄດ້ວາງພື້ນຖານເພື່ອສືບຕໍ່ຍົກລະດັບການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ APEC ຂຶ້ນສູ່ລະດັບສູງໃຫມ່.

ບັນລຸໄດ້ບັນດາຜົນງານນັ້ນ ແມ່ນຍ້ອນຄວາມເປັນຈິດຫນຶ່ງໃຈດຽວກັນ, ຍ້ອນ ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ. ຈາກການຊີ້ນຳຂອງການນຳພັກ, ລັດ, ການຜັນຂະຫຍາຍຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ການຫນູນຊ່ວຍທາງດ້ານວັດຖຸຈາກປະຊາຄົມວິສາຫະກິດ ແລະ ກອ່ນອື່ນໝົດແມ່ນການສະຫນັບສະຫນູນຢ່າງແຮງຂອງປະຊາຊົນທຸກຊັ້ນວັນນະ. ຫວຽດນາມ ໄດ້ສືບທອດ ແລະ ເສີມຂະຫຍາຍບັນດາບົດຮຽນອັນລ້ຳຄ່າກ່ຽວກັບການຕ່າງປະເທດຫລາຍຝ່າຍຊື່ງຖອດຖອນມາໄດ້ຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການຮັບປະກັນຫນ້າທີ່ບົດບາດເປັນປະເທດເຈົ້າພາບປີ APEC 2006 ແລະ ປະທານ ອາຊຽນ ປີ 2010 ປະສົບຜົນສຳເລັດ.

ສ້າງກຳລັງຫນູນໃຫມ່ໃຫ້ແກ່ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ

        ຜົນສຳເລັດອັນສະຫງ່າລາສີຂອງປີ APEC 2017 ໄດ້ປຸກລຸກສະຕິຄວາມຮັບຜິດຊອບ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ ກ່ຽວກັບທີ່ຕັ້ງບົດບາດຂອງປະເທດຊາດພວມນັບມື້ນັບສູງຂຶ້ນ ຕໍ່ຫນ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ພິເສດ ບັນດາຜົນງານຂອງປີ APEC 2017 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງໃຫ້ແກ່ບັນດາວິສາຫະກິດ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ຕໍ່ຄວາມສາມາດເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ພ້ອມທັງຢັ້ງຢືນຄືນເລື່ອງຫວຽດນາມ ສືບຕໍ່ແມ່ນເພື່ອນມິດທີີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກຕັ້ງຫນ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມພາກພື້ນ ແລະ ໂລກ.

ດ້ວຍທ່ວງທ່າ ແລະ ກຳລັງແຮງຂອງ 30 ປີແຫ່ງການປ່ຽນໃຫມ່ ແລະ  ບ່ອນອີງແມ່ນ “ຈິດໃຈຂອງປະຊາຊົນ”, ຜົນສຳເລັດຂອງປີ APEC 2017 ແນ່ນອນວ່າຈະເພີ່ມກຳລັງແຮງໃຫ້ແກ່ຫວຽດນາມ ໃນການຮັບບັນດາຫນ້າທີ່ສຳຄັນຍິ່ງຂອງສາກົນ ຕໍ່ໄປໃຫ້ສຳເລັດຜົນ, ສະແດງໃຫ້ເຫັນບົດບາດນຳພາການຮ່ວມມືຫລາຍຝ່າຍ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນໂລກພວມມີການຫັນປ່ຽນຢ່າງເລິກເຊິ່ງ.

ຕອບກັບ