ຍາດ​ແຍ່ງ​ເອົາສິ່ງທີ່ດີຈາກສັນຍາ EVFTA ​ແລະ EVIPA ​ເພື່ອ​​ເພີ່​ມກາລະ​ໂອກາດ​ພັດທະນາ ​ແລ​ະ ​ເຊື່ອ​ມ​ໂຍງ

Van + Long
Chia sẻ
(VOVWORLD) -ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກຂອງ ອີຢູ (EVIPA) ຢ່າງເປັນທາງການ. ນີ້ແມ່ນໝາກຜົນແຫ່ງປະຫວັດສາດ, ອັນໄດ້ສ້າງ ເປັນຂີດໝາຍສໍາຄັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ອີຢູ ເວົ້າລວມ ແລະ ເປີດກາລະໂອກາດພັດທະນາ ແລະ ເຊື່ອມໂຍງຂອງຫວຽດນາມ ໃນໄລຍະຈະມາເຖິງ.
ຍາດ​ແຍ່ງ​ເອົາສິ່ງທີ່ດີຈາກສັນຍາ EVFTA  ​ແລະ EVIPA ​ເພື່ອ​​ເພີ່​ມກາລະ​ໂອກາດ​ພັດທະນາ ​ແລ​ະ ​ເຊື່ອ​ມ​ໂຍງ - ảnh 1ພາບປະກອບ: TTXVN 

        ສັນຍາ EVFTA ແລະ EVIPA ເປັນຕົວແທນໃຫ້ບັນດາກາລະໂອກາດຍິ່ງໃຫຍ່ສໍາລັບການເຕີບໂຕດ້ານການຄ້າ ແລະ ການລົງທຶນ, ກໍຄື ການເພີ່ມສະຫວັດດີການສັງຄົມ. ເມື່ອສັນຍາ EVFTA ແລະ  EVIPA ໄດ້ຮັບການຈັດຕັ້ງຜັນຂະຫຍາຍນັ້ນ, ການເຕີບໂຕເສດຖະກິດຂອງຫວຽດນາມ ຈະໄດ້ຮັບການປັບປຸງນັບທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ທົດແທນການຖອຍຫຼັງຂອງພື້ນຖານເສດຖະກິດໃນໄລຍະເກີດໂລກລະບາດ

        ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງສະພາບການຜະລິດ ແລະ ສົ່ງອອກຂອງຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງຫວຽດນາມ ໃນທົ່ວໂລກ. ໃນສະພາບການນັ້ນ, ເລື່ອງສັນຍາ EVFTA  ມີຜົນບັງຄັບໃຊ້ ແມ່ນມີຄວາມໝາຍສໍາຄັນ, ຊ່ວຍທົດແທນສະພາບການຖອຍຫຼັງຂອງພື້ນຖານເສດຖະກິດໃນໄລຍະເກີດໂລກລະບາດ. ຈາກຝ່າຍວິສາຫະກິດ, ສັນຍາ EVFTA ຈະນໍາມາເຊິ່ງຫຼາຍກາລະໂອກາດເລືອກເຟັ້ນຕະຫຼາດສໍາລັບວິສາຫະກິດ, ຊ່ວຍວິສາຫະກິດກັບຄືນສູ່ທ່າເຕີບໂຕພາຍຫຼັງໂລກລະບາດ.

        ຄວາມຈິງແລ້ວໃນໄລຍະຜ່ານມາ, ຢູ່ຕະຫຼາດເອີຣົບ, ວິສາະກິດຫວຽດນາມ ຖືກແກ້ງແຍ້ງກັບຫຼາຍວິສາຫະກິດໃຫຍ່ໃນໂລກ. ດັ່ງນັ້ນ, ອັດຕາສ່ວນສິນຄ້າຂອງຫວຽດນາມ ຢູ່ ອີຢູ ຍັງມີໜ້ອຍຢູ່. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ມີພຽງແຕ່ 42% ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ໄດ້ຊົມໃຊ້ລະດັບພາສີ 0% ຕາມໂຄງການບຸລິມະສິດພາສີອາກອນທົ່ວໄປ (GSP) ເທ່ົານັ້ນ. ດັ່ງນັ້ນ, ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນໍາເຂົ້າ - ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ແລ້ວ, ດ້ວຍບັນດາຄໍາໝັ້ນສັນຍາເປີດປະຕູຕະຫຼາດຢ່າງແຮງ, ຄໍາໝັ້ນສັນຍາລົບລ້າງພາສີນໍາເຂົ້າຂຶ້ນເຖິງເກືອບ 100% ພາສີປະເພດຕ່າງໆທີ່ໄດ້ລະບຸໃນສາລະບານພາສີ ໃນສັນຍາ EVFTA, ກາລະໂອກາດເພີ່ມວົງເງິນສົ່ງອອກຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍສະເພາະແມ່ນເມື່ອຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ -19 ໄດ້ໂດຍພື້ນຖານແລ້ວ, ປະຊາຄົມວິສາຫະກິດຫວຽດນາມ ໄດ້ມີໂອກາດ ແລະ ເປັນເຈົ້າການຫຼາຍກວ່າ ເມື່ອທຽບໃສ່ບັນດາວິສາຫະກິດຢູ່ປະເທດອື່ນໆໃນໂລກ. ທ່ານກ່າວວ່າ:

        “ຕະຫຼາດ ອີຢູ ແມ່ນຕະຫຼາດໃຫຍ່ ແລະ ກໍພວມນໍາມາເຊ່ິງບັນດາຄຸນຄ່າສູງທີ່ສຸດໃນການເຄື່ອນໄຫວນໍາເຂົ້າ - ສົ່ງອອກຂອງຫວຽດນາມ. ນີ້ກໍແມ່ນຕະຫຼາດຂອງບັນດາປະເພດສິນຄ້າທີ່ເປັນມູນເຊື້ອ, ມີທ່າແຮງຂອງຫວຽດນ ເປັນຕົ້ນແມ່ນເຄື່ອງຕໍາແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ,  ສິນໃນນໍ້າ, ເຄື່ອງເຟີນີເຈີ.... ໃນໄລຍະຜ່ານມາ, ຫວຽດນາມ ໄດ້ແຊກຊຶມ ແລະ ເປີດກວ້າງວົງເງິນສົ່ງອອກຢູ່ຕະຫຼາດແຫ່ງນີ້. ເມື່ອສັນຍາ EVFTA ມີຜົນບັງຄັບໃຊ້, ພວກເຮົາຈະມີຄວາມສະດວກຫຼາຍກວ່າອີກ ໃນການແຊກຊຶມເຂົ້າກັບຕະຫຼາດ ໃນຂະນະທີ່ບັນດາປະເພດສິນຄ້າ ສົ່ງອອກໄປຍັງພາກພື້ນນີ້ ສ່ວນຫຼາຍຈະໄດ້ຊົມໃຊ້ອັດຕາພາສີສົ່ງອອກແມ່ນ 0%”.

        ກ່ຽວກັບການນໍາເຂົ້າ, ບັນດາວິສາຫະກິດ ຫວຽດນາມ ກໍຈະໄດ້ຮັບຜົນປະໂຫຍດຈາກແຫຼ່ງສິນຄ້າ, ວັດຖຸດິບທີ່ມີຄຸນນະພາບສູງ ແລະ ເປັນປົກກະຕິ ດ້ວຍລະດັບລາຄາເໝາະສົມ ຈາກ ອີຢູ. ທ່ານ ເຈິ່ນຮວ່າງເງິນ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈີມິນ ຖືວ່າ:  

        “ຫວຽດນາມ ບໍ່ພຽງແຕ່ສົ່ງອອກໄປຍັງ ອີຢູ ເທົ່ານັ້ນ ຫາກຍັງນໍາເຂົ້າສິນຄ້າຈາກອີຢູ ແລະ ຜູ້ບລິໂພກອຸປະໂພກ  ກໍຈະໄດ້ຊື້ສິນຄ້າເອີຣົບ ດ້ວຍລະດັບພາສີສົ່ງອອກ 0%. ປັດຈຸບັນ, ໃນວົງເງິນການຄ້າສອງສົ້ນແມ່ນ 57,2 ຕື້ USD, ວົງເງິນນໍາເຂົ້າຂອງ ຫວຽດນາມ ແມ່ນ 15%, ເຊິ່ງສ່ວນຫຼາຍແມ່ນປະເພດເຄື່ອງຈັກ, ຜະລິດຕະພັນການຢາ, ເຄື່ອງສໍາອາງ. ເມື່ອສັນຍາ EVFTA ມີຜົນບັງຄັບໃຊ້, ຜູ້ບໍລິໂພກອຸປະໂພກຫວຽດນາມ ຈະມີເງື່ອນໄຂຊື້ສິນຄ້າທີ່ບັນລຸມາດຕະຖານຂອງເອີຣົບ ໂດຍບໍ່ເສຍຄ່າພາສີ. ນີ້ແມ່ນສິ່ງທີ່ເປັນປະໂຫຍດ, ສະນັ້ນ, ມື້ນີ້ແມ່ນມື້ທີ່ນໍາມາເຊິ່ງຄວາມເບີກບານມ່ວນຊື່ນຂອງທັງວິສາຫະກິດ ແລະ ປະຊາຊົນ”. 

ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ

        ສັນຍາອາລັກຂາການລົງທຶນລະຫວ່າງຝ່າຍໜຶ່ງແມ່ນ ສສ.ຫວຽດນາມ ແລະ ຝ່າຍໜຶ່ງແມ່ນ EU ແລະ ບັນດາປະເທດສະມາຊິກ EU (EVFTA) ໄດ້ກຳນົດບາງຫຼັກການເພື່ອແນໃສ່ຮັບປະກັນໃຫ້ ຫວຽດນາມ ພັດທະນາການພົວພັນກັບ EU ບົນເນື້ອໃນຈິດໃຈເຄົາລົບເອກະລາດ, ອະທິປະໄຕ, ຜຶນແຜ່ນດິນອັນຄົບຖ້ວນ, ເໝາະສົມກັບບັນດາເປົ້າໝາຍທີ່ບັນດາຝ່າຍໄດ້ຕົກລົງກັນ ຕາມສັນຍາການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU. ພ້ອມກັບ ສັນຍາ EVFTA, ການປະຕິບັດບັນດາຄຳໝັ້ນສັນຍາຕາມສັນຍາ EVFTA ຈະແມ່ນກຳລັງໜູນຊຸກຍູ້ຫວຽດນາມ ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຕາມທິດນັບມື້ນັບມີຄວາມສະດວກ, ສະເໝີພາບ, ມີຄວາມປອດໄພ, ໂປ່ງໃສ ແລະເປັນມິດກ່ວາ ສຳລັບນັກລົງທຶນທີ່ຂຶ້ນກັບບັນດາພາກສ່ວນເສດຖະກິດທັງໝົດ. ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

        ການໃຫ້ສັດຕະຍາບັນສັນຍາຈະນຳມາເຊິ່ງກາລະໂອກາດດຶງດູດແຫຼ່ງ ທຶນຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ສຳຜັດກັບພື້ນຖານອຸດສາຫະກຳທີ່ທັນສະໄໝ, ເຕັກໂນໂລຢີໃໝ່ ແລະ ສະອາດຈາກບັນດາປະເທດເອີລົບ. ພ້ອມກັບ ສັນຍາການຄ້າເສລີ, ສັນຍາອາລັກຂາການລົງທຶນ ທີ່ນຳມາຜົນປະໂຫຍດຫຼາຍຢ່າງກ່ຽວກັບການດຶງດູດເງິນລົງທຶນຈາກບັນດາປະເທດສະມາຊິກ EU, ສ້າງກາລະໂອກາດໃຫ້ແກ່ນັກລົງທຶນຫວຽດນາມເຂົ້າຕະຫຼາດ EU. ສັນຍາກໍ່ສ້າງກອບນິຕິກຳອະນຸຍາດໃຫ້ລັດ ຫວຽດນາມ ແລະ ນັກລົງທຶນຫວຽດນາມນຳຂໍ້ຄັດແຍ່ງມາແກ້ໄຂເມື່ອຜົນປະໂຫຍດຖືກແຕະຕ້ອງ.

        EU ເຊິ່ງເປັນຕະຫຼາດທີ່ມີພົນລະເມືອງ 508 ລ້ານຄົນ ແລະ ຍອດມູນຄ່າຜະລິດຕະພັນພາຍໃນປະເທດ (GDP) ມີເຖິງ 18.000 ຕື້ USD ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຢ່າງແທ້ຈິງ ແລະ ບໍ່ອາດພາດໂອກາດໄດ້ຂອງຫວຽດນາມ. ດ້ວຍເລື່ອງສະພາແຫ່ງຊາດຮັບຮອງເອົາ ມະຕິວ່າດ້ວຍການໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EU, ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ EU ຢ່າງເປັນທາງການ, ເສັ້ນທາງເພື່ອໃຫ້ຫວຽດນາມແຊກຊຶມເຂົ້າກັບຕະຫຼາດ EU ໄດ້ກ້ວາງຂວງກ່ວາເກົ່າຫຼາຍ, ເພີ່ມທະວີກາລະໂອກາດໃຫ້ແກ່ການພັດທະນາເສດຖະກິດ.

ຕອບກັບ