ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງເພື່ອພາກພື້ນແມ່ນ້ຳຂອງມີຄວາມວັດທະນາຖາວອນ

Huyen - Hoa
Chia sẻ
(VOVWORLD) -ກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ຄັ້ງທີ 3 ຖືກດຳເນີນໃນວັນທີ 24 ສິງຫາ, ຕາມຮູບແບບອອນລາຍ ດ້ວຍການເຂົ້າຮ່ວມຂອງ 6 ປະເທດຢູ່ເຂດແຄມແມ່ນ້ຳຂອງ ລວມມີ: ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຈີນ.
ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງເພື່ອພາກພື້ນແມ່ນ້ຳຂອງມີຄວາມວັດທະນາຖາວອນ - ảnh 1 (ຫວຽດນາມ ເຂົ້າຮ່ວມກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ຄັ້ງທີ 3)

ກອງປະຊຸມຄັ້ງນີ້ໄດ້ເປັນຂີດໝາຍໄລຍະ 5 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງກົນໄກຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ, ວາງອອກການກຳນົດທິດສຳຄັນຫຼາຍຢ່າງໃຫ້ແກ່ການຮ່ວມມືຢູ່ໃນພາກພື້ນ.

        ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ (MLC) ດ້ວຍການເຂົ້າຮ່ວມຂອງບັນດາປະເທດຢູ່ເຂດແຄມແມ່ນ້ຳ ແມ່ນແນວຄວາມຄິດຂອງປະເທດໄທ ທີ່ຍົກອອກມາສະເໜີຄັ້ງທຳອິດໃນປີ 2012. ໃນກວ່າ 10 ກົນໄກຮ່ວມມືທີ່ມີຢູ່ແລ້ວຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ, ກົນໄກຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ພວມພົ້ນເດັ່ນຂຶ້ນດ້ວຍທ່າແຮງຫຼາຍຢ່າງ ແລະ ບັນດາຄວາມມຸ່ງຫວັງອັນໃຫຍ່ຫຼວງ. ນີ້ແມ່ນກົນໄກໂດຍມີການເຂົ້າຮ່ວມຂອງຄົບ 6 ປະເທດຢູ່ເຂດແຄມແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ເຊິ່ງແມ່ນຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຈີນ; ມີເນື້ອໃນຮ່ວມມືກວມລວມໃນຫຼາຍຂົງເຂດ.

ສະພາບການລວມ-ສິ່ງທ້າທາຍລວມ

        ກອງປະຊຸມ MLC ຄັ້ງທີ 3 ແມ່ນກາລະໂອກາດສຳຄັນເພື່ອໃຫ້ການນຳຂັ້ນສູງ 6 ປະເທດແລກປ່ຽນກ່ຽວກັບບັນດາບັນຫາໃຫຍ່ຂອງພາກພື້ນ ແລະ ເປັນເອກະພາບທິດທາງ, ມາດຕະການແກ້ໄຂບັນດາສິ່ງທ້າທາຍລວມ.

        ພາຍຫຼັງກວດກາຄືນວິວັດການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງທັງໝົດ ນັບແຕ່ວັນສ້າງຕັ້ງມາຮອດປະຈຸບັນ, ພິເສດແມ່ນການປະຕິບັດແຜນການເຄື່ອນໄຫວຮ່ວມມື MLC ໄລຍະປີ 2018 – 2022, ບັນດາການນຳລ້ວນແຕ່ຕີລາຄາສູງເລື່ອງຜັນຂະຫຍາຍ 3 ເສົາຄ້ຳຕົ້ນຕໍນັ້ນແມ່ນ ການຮ່ວມມືທາງດ້ານການເມືອງ, ການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ ແລະ ຮ່ວມມືກ່ຽວກັບການພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ບັນດາປະເທດສະມາຊິກ ກໍຄືປະຊາຊົນ ແລະ ວິສາຫະກິດ. ກ່ຽວກັບບັນດາໝາກຜົນພົ້ນເດັ່ນຂອງກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ, ເນັ້ນໜັກວ່າ.

        “ບັນດາການນຳໄດ້ກວດກາຄືນການເຄື່ອນໄຫວທັງໝົດໃນຂອບເຂດກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ທີ່ອຸປະຖຳໃຫ້ແກ່ບັນດາໂຄງການຢູ່ພາກພື້ນ ດ້ວຍແຫຼ່ງກຳລັງປະມານ 300 ລ້ານ USD. ໃນໄລຍະຜ່ານມາ, ມີຫຼາຍໂຄງການຮ່ວມມືໄດ້ຮັບການຜັນຂະຫຍາຍ. ກອງປະຊຸມກໍໄດ້ກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າໃນບາງຂົງເຂດບຸລິມະສິດ ໃນນັ້ນມີການຄຸ້ມຄອງແຫຼ່ງນ້ຳ, ການຮ່ວມມືໃນຂົງເຂດກະສິກຳ, ຊຸກຍູ້ການສົ່ງອອກຜະລິດຕະພັນກະເສດຂອງບັນດາປະເທດແມ່ນ້ຳຂອງໄປຍັງຈີນ, ການຮ່ວມມືດ້ານການສຶກສາບຳລຸງສ້າງ, ຫັນປ່ຽນແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພາກພື້ນແມ່ນ້ຳຂອງ ເພື່ອເພີ່ມທະວີການແລກປ່ຽນກ່ຽວກັບການທ່ອງທ່ຽວ…”

        ພ້ອມກັນນັ້ນ, ບັນດາປະເທດສະມາຊິກຈະເພີ່ມທະວີການຮ່ວມມືດ້ານສາທາລະນະສຸກເພື່ອຮັບມືກັບໂລກລະບາດໂຄວິດ-19; ຮັບປະກັນຄວາມໝັ້ນຄົງໃຫ້ແກ່ການເຄື່ອນໄຫວຜະລິດ ແລະ ບັນດາລະບົບສະໜອງຢູ່ໃນພາກພື້ນ, ຮັກສາທ່າເຕີບໂຕທາງດ້ານເສດຖະກິດ; ສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງ, ປະກອບສ່ວນປະຕິບັດບັນດາເປົ້າໝາຍ SDGs 2030 ໃຫ້ບັນລຸຜົນສຳເລັດ; ຍູ້ແຮງການຮ່ວມມືໃນຂົງເຂດສຶກສາບຳລຸງສ້າງ ແລະ ແຫຼ່ງກຳລັງຫັນປ່ຽນແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພາກພື້ນແມ່ນ້ຳຂອງ.

        ກອງປະຊຸມກໍ່ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບການຮ່ວມມືຄຸ້ມຄອງແຫຼ່ງນ້ຳແມ່ນ້ຳຂອງ. ບັນດາການນຳໄດ້ແລກປ່ຽນກ່ຽວກັບສະພາບໄພແຫ້ງແລ້ງຢ່າງຮ້າຍແຮງຢູ່ເຂດລຸ່ມແມ່ນ້ຳຂອງໃນໄລຍະປີ 2019 – 2020 ແລະ ເປັນເອກະພາບນຳກັນວ່າ ຕ້ອງເພີ່ມທະວີການຮ່ວມມືໃນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງກວ່າອີກຕາມຮູບແບບແບບຍືນຍົງ.

ຫວຽດນາມ ຕັ້ງໜ້າປະກອບສ່ວນໃຫ້ແກ່ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ

        ດ້ວຍແຜນນະໂຍບາຍທີ່ວ່າ ຍາມໃດກໍ່ແມ່ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນໃຫ້ແກ່ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ຢ່າງມີປະສິດທິຜົນນັບແຕ່ເບື້ອງຕົ້ນ. ແລະ ທີ່ກອງປະຊຸມຄັ້ງນີ້, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມການຮຽບຮຽງເອກະສານ ບົນຈິດໃຈສ້າງສັນ, ຮ່ວມມືເພື່ອຜົນປະໂຫຍດລວມຂອງທັງພາກພື້ນ. ທ່ານຮອງລັດຖະມົນຕີ ບຸນແທັງເຊີນ, ໃຫ້ຮູ້ວ່າ.

        “ຂໍ້ສະເໜີໃຫຍ່ 2 ຂໍ້ຂອງທ່ານນາຍົກລັດຖະມົນຕີໃນຄັ້ງນີ້ແມ່ນ ສະເໜີການຮ່ວມມືຮັບມືກັບໂລກລະບາດໂຄວິດ-19 ແລະ ເພີ່ມທະວີການຮ່ວມມືຂອງສູນຄົ້ນຄວ້າອຸທົກກະສາດ ແລະ ແບ່ງປັນຂໍ້ມູນຂ່າວກ່ຽວກັບການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ຜ່ານນັ້ນຈຳກັດຜົນສະທ້ອນທີ່ຫຍໍ້ທໍ້ຂອງການປ່ຽນແປງດິນຟ້າອາກາດ. ແລະ ບັນດາຂໍ້ສະເໜີດັ່ງກ່າວກໍ່ໄດ້ຮັບການຕີລາຄາສູງຈາກບັນດາການນຳແມ່ນ້ຳຂອງ”.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພ້ອມກັບການນຳຂັ້ນສູງຂອງບັນດາປະເທດສະມາຊິກໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ສົ່ງຜົນສະທ້ອນເຖິງການພັດທະນາແບບຍືນຍົງຂອງພາກພື້ນ ແລະ ບັນດາມາດຕະການແກ້ໄຂທີ່ຈຳເປັນ.

        ອາດສາມາດຢັ້ງຢືນໄດ້ວ່າ, MLC ພວມສວມບົດບາດຕັ້ງໜ້າກວ່າ ບໍ່ພຽງແຕ່ໃນການຄຸ້ມຄອງແຫຼ່ງນ້ຳເທົ່ານັ້ນ, ຫາກຍັງໃນບັນດາຂົງເຂດຮ່ວມມືອື່ນໆອີກດ້ວຍ. ການຮັກສາທ່າຮ່ວມມືຍາມໃດກໍ່ແມ່ນສິ່ງທ້າທາຍສຳລັບບັນດາກົນໄກຫຼາຍຝ່າຍ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງທຸກປະເທດສະມາຊິກ ແລະ ການຮ່ວມມື MLC ກໍ່ເຊັ່ນດຽວກັນ. ຍາມໃດ ຫວຽດນາມ ກໍ່ຢືນຢັນວ່າ ການຮ່ວມມື MLC ຄວນເອົາໃຈໃສ່ເຖິງການຮ່ວມມືຢ່າງແທ້ຈິງ, ສ້າງບັນດາການຫັນປ່ຽນຢ່າງຕັ້ງໜ້າໃນບັນດາບັນຫາຫຼັກແຫຼ່ງຂອງເຂດອະນຸພາກພື້ນ, ໂດຍສະເພາະແມ່ນຮັບປະກັນຄວາມໝັ້ນຄົງຂອງແຫຼ່ງນ້ຳ, ຊຸກຍູ້ການພັດທະນາແບບຍືນຍົງ, ສ້າງຄວາມດຸ່ນດ່ຽງໃນແຕ່ລະປະເທດສະມາຊິກ.

ຕອບກັບ