ກະຈາຍສຽງ - ພາຫະນະໃຫ້ການພົບປະເຈລະຈາ, ອະນຸໂລມ ແລະ ສັນຕິພາບ

Phuong - Hang
Chia sẻ
(VOVWORLD) - ວັນທີ 13 ກຸມພາ ປີນີ້, ໂລກສະເຫຼີມສະຫຼອງວັນກະຈາຍສຽງໂລກຄັ້ງທີ 8 ດ້ວຍຫົວຂໍ້ວ່າ: “ກະຈາຍສຽງແມ່ນພາຫະນະໃຫ້ການພົບປະເຈລະຈາ, ອະນຸໂລມ ແລະ ສັນຕິພາບ”. ນີ້ແມ່ນວັນເພື່ອໃຫ້ໂລກເຊີດຊູບົດບາດຂອງກະຈາຍສຽງໃນການດຳລົງຊີວິດ. 

ໃນປັດຈຸບັນ, ໄປຄຽງຄູ່ກັບພາລະບົດບາດສະໜອງຂໍ້ມູນຂ່າວສານ, ກະຈາຍສຽງຍັງປະກອບສ່ວນປ່ຽນແປງສະຕິຄວາມຮັບຮູ້ ແລະ ຄວາມສາມັກຄີວົງຄະນະຍາດໃນທຸກກໍລະນີສະພາບການ ກໍ່ຄືຊຸກຍູ້ການພົບປະເຈລະຈາຢ່າງຕັ້ງໜ້າ. ບົດຂຽນຂອງນັກຂ່າວ VOV.

ກະຈາຍສຽງ - ພາຫະນະໃຫ້ການພົບປະເຈລະຈາ, ອະນຸໂລມ ແລະ ສັນຕິພາບ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ (ພາບ: VGP)

        ຮັບເອົາ ແລະ ອັບເດັດຂໍ້ມູນຂ່າວສານແມ່ນໜຶ່ງໃນບັນດາຄວາມຕ້ອງການສຳຄັນຂອງມະຫາຊົນ. ປັດຈຸບັນ, ກະຈາຍສຽງແມ່ນຮູບການສື່ມວນຊົນ ຍັງໄດ້ຮັບຖືວ່າ: ແມ່ນພາຫະນະສື່ສານມີທີ່ຕັ້ງບົດບາດສຳຄັນໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ມະຫາຊົນ, ແລະ ກໍ່ແມ່ນເຄື່ອງມືໂຄສະນາເຜີຍແຜ່ຂອງບັນດາອົງການການເມືອງ, ສັງຄົມ.

ກະຈາຍສຽງ - ເວທີປາໄສປະຊາທິປະໄຕຂອງມະຫາຊົນ

       ຢູ່ ຫວຽດນາມ, ໃນຍຸກສະໄໝ ທີ່ບັນດາຮູບການສື່ມວນຊົນລ້ວນແຕ່ພັດທະນາຢ່າງແຮງ, ຂະແໜງກະຈາຍສຽງຍັງຄົງມີທີ່ຕັ້ງໃດໜຶ່ງໃນໃຈຂອງມະຫາຊົນ. ກະຈາຍສຽງໄດ້ ແລະ ພວມປະຕິບັດວຽກງານຖະແຫຼງຂ່າວ, ໂຄສະນາໃຫ້ຕ່າງປະເທດເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງທີ່ຕັ້ງບົດບາດ, ພາບພົດຂອງປະເທດ ແລະ ຊາວ ຫວຽດນາມ ບົນເວທີສາກົນ; ເພີ່ມທະວີຄວາມຜູດຮັດ, ຂົນຂວາຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ. ແລະພິເສດແມ່ນ, ກະຈາຍສຽງໄດ້ເຂົ້າຮ່ວມປະຕິບັດບົດບາດເປັນເວທີປາໄສຂອງປະຊາຊົນເປັນຢ່າງດີ, ນຳສຽງເວົ້າຂອງປະຊາຊົນເຖິງພັກ ແລະ ລັດ ກໍ່ຄືໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ປະຊາຊົນເປັນຈຳນວນຫລວງຫລາຍ ຄືດັ່ງຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ທີ່ວ່າ:

        ກະຈາຍສຽງຍາມໃດກໍ່ແມ່ນເພື່ອນມິດສະໜິດສະໜົມກັບທຸກຄົນ, ທຸກຄອບຄົວ. ດ້ວຍບັນດາຮູບການສົ່ງຂໍ້ມູນຂ່າວສານຜ່ານການອອກອາກາດ, ຜ່ານອິນເຕີແນັດ, ຜ່ານດາວທຽມ…, ຄື້ນກະຈາຍສຽງໄດ້ສົ່ງໄປເຖິງເຂດຫ່າງໄກສອກຫຼີກ, ຊາຍແດນ, ທະເລໝູ່ເກາະ; ເຖິງພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດໃນໂລກ. ກະຈາຍສຽງ ຫວຽດນາມ ນັບມື້ນັບຢັ້ງຢືນແມ່ນຊ່ອງຂໍ້ມູນຂ່າວສານສຳຄັນທີ່ສຸດໃນແນວໂຮມແນວຄິດ, ວັດທະນະທຳ, ທັງເປັນເວທີປາໄສຢ່າງກ້ວາງຂວາງ, ປະຊາທິປະໄຕ, ສະດວກດີ, ເປັນເພື່ອນມິດສະໜິດສະໜົມຂອງມະຫາຊົນ.

        ຕາມສະພາບຕົວຈິງໃຫ້ເຫັນວ່າ: ບັນດາລາຍການອອກອາກາດສົດ ໄດ້ປະຕິບັດພາຍໃຕ້ຮູບການໂອ້ລົມສົນທະນາ, ພົບປະເຈລະຈາທີ່ມີແຂກຖືກເຊີນແມ່ນບັນດານັກຊ່ຽວຊານຢູ່ໃນຂົງເຂດຕ່າງໆຄື: ການເມືອງ, ສັງຄົມ, ວັດທະນະທຳ, ຊີວິດການເປັນຢູ່…; ຫຼື ບັນດາລາຍການກະຈາຍສຽງມີການຮ່ວມເດີນທາງ, ການແລກປ່ຽນຖາມ-ຕອບກັບມະຫາຊົນ ຍາມໃດກໍ່ໄດ້ຮັບຄວາມສົນໃຈຈາກທ່ານຜູ້ຟັງເປັນຈຳນວນຫລວງຫລາຍ. ແຕ່ລະຫົວຂໍ້ໄດ້ຍົກອອກເພື່ອແລກປ່ຽນ ລ້ວນແຕ່ປຸກລຸກຄວາມສົນໃຈຂອງມະຫາຊົນ, ເຈາະຈິ້ມບັນຫາເພື່ອໃຫ້ທ່ານຜູ້ຟັງພ້ອມກັນແບ່ງປັນທັດສະນະ. ສິ່ງດັ່ງກ່າວໄດ້ສ້າງຄວາມດູດດື່ມຂອງຮູບການກະຈາຍສຽງໃນປັດຈຸບັນ. ທ່ານຜູ້ຟັງ ຮ່ວາງທູ່ຍເຢືອງ ແບ່ງປັນວ່າ:

        ຂ້າພະເຈົ້າມັກຟັງບັນດາລາຍການກະຈາຍສຽງທີ່ມີລັກສະນະແລກປ່ຽນຖາມ-ຕອບລະຫວ່າງລາຍການກະຈາຍສຽງກັບທ່ານຜູ້ຟັງ. ຍົກຕົວຢ່າງຄື: ເມື່ອສົນໃຈຕໍ່ບັນຫາພວມໄດ້ແລກປ່ຽນໂດຍກົງໃນຄື້ນກະຈາຍສຽງ, ທ່ານຜູ້ຟັງຄືຂ້າພະເຈົ້າ ສາມາດໂທຫາໂທລະສັບສາຍດ່ວນໃນທັນທີ ເພື່ອເຂົ້າຮ່ວມການປຶກສາຫາລື ຫຼື ຕັ້ງຄຳຖາມໃຫ້ເຂົາເຈົ້າ. ດັ່ງນັ້ນ, ຂ້າພະເຈົ້າມີຄວາມຮູ້ສຶກວ່າ ຕົນເອງໄດ້ຮ່ວມເດີນທາງພ້ອມກັບລາຍການກະຈາຍສຽງ, ກໍ່ຄືໄດ້ເວົ້າເຖິງຄວາມນຶກຄິດຂອງຕົນກ່ຽວກັບບັນຫາ ເຊິ່ງຂ້າພະເຈົ້າມີຄວາມສົນໃຈ. ຫວັງວ່າ ນັບມື້ນັບມີບັນດາລາຍການກະຈາຍສຽງຕາມຮູບການນີ້.

VOV ທ່ານຜູ້ຟັງດ້ວຍຄວາມສົນໃຈລວມ

       ໃນຕະຫລອດກ່ວາ 73 ປີແຫ່ງວັນສ້າງຕັ້ງ ແລະ ຂະຫຍາຍຕົວ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາມໃດກໍ່ໄດ້ຮັບຖືວ່າ: ເປັນເພື່ອນມິດສະໜິດສະໜົມຂອງທ່ານຜູ້ຟັງ. ໃນໄລຍະສົງຄາມ, ຄື້ນກະຈາຍສຽງ VOV ໄດ້ປະກອບສ່ວນສ້າງຄວາມສາມັກຄີໃນໝູ່ປະຊາຊົນ, ລະດົມໃຈແກ່ທະຫານ ແລະ ປະຊາຊົນ ຫວຽດນາມ ສູ້ຮົບ. ພິເສດ ສຳລັບລາຍການກະຈາຍສຽງພາສາຕ່າງປະເທດ (VOV5), ບັນດາທ່ານຜູ້ຟັງຕ່າງປະເທດໄດ້ຮູ້ເຖິງການຕໍ່ສູ້ຍາດເອົາເອກະລາດຂອງປະຊາຊົນ ຫວຽດນາມ ຢ່າງອົງອາດກ້າຫານ. ໃນສະໄໝສັນຕິພາບ, VOV ແມ່ນແຫຼ່ງສະໜອງຂໍ້ມູນຂ່າວສານໃຫ້ແກ່ທ່ານຜູ້ຟັງວິທະຍຸຢ່າງມີປະສິດທິຜົນ, ພ້ອມທັງປະກອບສ່ວນຊ່ວຍໃຫ້ເພື່ອນມິດສາກົນໄດ້ຮູ້ເຖິງປະເທດ ຫວຽດນາມ ທີ່ສວຍສົດງົດງາມ, ປະຊາຊົນ ຫວຽດນາມ ສະໜິດສະໜົມ. ທ່ານຜູ້ຟັງ Juan Diez ຊາວ ແອັດສະປາຍ ຖືວ່າ:

        VOV ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດໃນໂລກ. ຂ້າພະເຈົ້າເຫັນວ່າ VOV ສົມເປັນແມ່ນໜຶ່ງໃນບັນດາວິທະຍຸກະຈາຍສຽງດີທີ່ສຸດ ແລະ ແມ່ນຊາຍຄາລວມຂອງທ່ານຜູ້ຟັງສາກົນຫລາຍຄົນ.

        ສ່ວນທ່ານຜູ້ຟັງ Rudy Hartono, ປະທານສະໂມສອນຜູ້ຟັງວິທະຍຸ Borneo (BLC), ແຂວງ Kalimantan, ອິນໂດເນເຊຍ ແບ່ງປັນວ່າ:

        VOV5 ໄດ້ນຳມາເຊິ່ງກຳລັງໜູນໃຫ້ແກ່ບັນດາທ່ານຜູ້ຟັງ ແລະ ຮັດແໜ້ນຄວາມເຊື່ອມຕໍ່ລະຫວ່າງບັນດາທ່ານຜູ້ຟັງໃນກຸ່ມ ອາຊຽນ ເວົ້າລວມ ແລະ ທ່ານຜູ້ຟັງ ອິນໂດເນເຊຍ ເວົ້າສະເພາະ. ຕາງໜ້າສະໂມສອນທ່ານຜູ້ຟັງ ອິນໂດເນເຊຍ Borneo Listener Club, ຊົມເຊີຍວັນກະຈາຍສຽງໂລກ ແລະ ອວຍພອນ VOV5 ຍາມໃດກໍ່ປະສົບຜົນສຳເລັດ.

        ອາດເວົ້າໄດ້ວ່າ, ກະຈາຍສຽງ ແມ່ນພາຫະນະສື່ມວນຊົນທີ່ສະໜອງຂໍ້ມູນຂ່າວສານຢ່າງສະດວກສະບາຍ ແລະ ດຶງດູດທີ່ສຸດ. ຖະແຫຼງຂ່າວໃຫ້ມະຫາຊົນ ແລະ ຫັນປ່ຽນມະຫາຊົນຜ່ານບັນດາລາຍການຂ່າວ, ບັນເທີງ. ວັນກະຈາຍສຽງໂລກ 2019 ແມ່ນໂອກາດເພື່ອເຊີດຊູຂະແໜງ ກະຈາຍສຽງ ແລະ ຊີ້ໃຫ້ເຫັນຄວາມສຳຄັນຂອງກະຈາຍສຽງຜ່ານແງ່ມູມຂອງຫົວຂໍ້ “ກະຈາຍສຽງ: ພົບປະເຈລະຈາ, ອະນຸໂລມ ແລະ ສັນຕິພາບ”.

ຕອບກັບ