ກໍ່ສ້າງ ແລະ ເປີດກ້ວາງເກາະ : ຈີນພວມ ລະເມີດກົດໝາຍສາກົນ

Thu Hoa
Chia sẻ
ວົງການສື່ມວນຊົນ ກໍຄືບັນດານັກຮຽນຮູ້ ສາກົນພວມເວົ້າ ຢ່າງຕໍ່ເນືອງເຖິງ“ ຄວາມມັກໃຫຍ່ໃຝ່ສູງ​ແຜ່​ອຳນາດ”ຂອງ​ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ຜ່ານ​ການ​ກໍ່ສ້າງ​ ບັນດາ​ຫາດດອນ​ຫີນ​ນ້ຳ​ຖ້ວມ​ ກາຍເປັນ​ເກາະ​ທຽມ​

ວົງການສື່ມວນຊົນ ກໍຄືບັນດານັກຮຽນຮູ້ສາກົນພວມເວົ້າຢ່າງຕໍ່ເນືອງເຖິງ“ ຄວາມມັກໃຫຍ່ໃຝ່ສູງ​ແຜ່​ອຳນາດ”ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ຜ່ານ​ການ​ກໍ່ສ້າງ​ບັນດາ​ຫາດດອນ​ຫີນ​ນ້ຳ​ຖ້ວມ​ກາຍເປັນ​ເກາະ​ທຽມ​ຢູ່ ກາກ​ມາ ​ແລະ ​ເປີດ​ກ້ວາງ​ບາງ​ບໍລິ​ເວນ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາຂອງ​ຫວຽດນາມ​ຢ່າງ​ຜິດ​ກົດໝາຍ. ການ​ກະທຳ​ຂອງ​ຈີນ​ບໍ່​ພຽງ​ແຕ່ຝືນ​ກັບ​ກົດໝາຍ, ລ່ວງ​ລ້ຳ​ອະ​ທີ​ປະ​ໄຕ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການລະ​ເມີດ​ກົດໝາຍ​ສາກົນ​ອີກ​ດ້ວຍ, ​ເຮັດ​ໃຫ້​ສະພາບ​ການ​ພາກ​ພື້ນ​​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​. 

ກໍ່ສ້າງ ແລະ ເປີດກ້ວາງເກາະ : ຈີນພວມ ລະເມີດກົດໝາຍສາກົນ  - ảnh 1
ກໍ່ສ້າງ ​ແລະ ​ເປີດ​ກ້ວາງ​ເກາະ : ຈີນ​ພວມ ລະ​ເມີດ​ກົດໝາຍ​ສາກົນ

    ​ ໃນ​ການ​ຜັນ​ແປ​ທີ່​ຫຼ້າ​ສຸດ​ເພື່ອ​ຍູ້​ໄວ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ​ໄດ້​ລົງທຶນ​ເກືອ​ບ 6 ລ້ານ USD ​ເພື່ອ​ກໍ່ສ້າງ​ໂຮງ​ຮຽນ​ຢ່າ​ງຜິດ​ກົດໝາຍ​ໃນ​ໝູ່​ເກາະ​ຮວ່າງ​ຊາ​ຂອງ​ຫວຽດນາມ. ກ່ອນ​ນີ້ 2,3 ວັນ, ກຸ່ມ​ສື່​ມວນ​ຊົນ BBC ​ໄດ້​ເຜີ​ຍ​ແບ​ບັນດາ​ສະຖານ​ທີ່​ກໍ່ສ້າງ​ເກາະ​ຂອງ​ຈີນຢູ່​ກາກ​ມາ ​ແລະ ຢູ່ຫາດ​ດອນ​ຫີນ​ອີກຈຳນວນໜຶ່ງ​ໃນ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດນາມ ຜ່ານ​ລາຍການ​ສາລະ​ຄະດີ “ ​ໂຄງການ​ກໍ່ສ້າງ​ເກາະ​ຂອງ​ຈີນ”. ສິ່ງ​ນີ້​ແມ່ນ​ກົງ​ກັບ​ບົດ​ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ​ລັດຖະບານ​ຟີ​ລິບປິນທີ່​ວ່າ : ຈີນ​ອາດ​ຈະ​ພວມ​ດຳ​ເນີນ​ກໍ່ສ້າງ​ຢູ່​ສະຖານ​ທີ່​ຢ່າງ​ໜ້ອຍ 5 ​ແຫ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ຂອງ​ຫວຽດນາມ​ຊຶ່ງ​ລວມມີ : ກາກ​ມາ, ​ເຈົາວຽນ, ກາ​ແວນ, ຕື​ເງັ້ຍ ​ແລະ ​ແອ້​ນ​ເດີດ.

    ການ​ກະທຳ​ທີ່​ພົ້ນ​ເດັ່ນ​​ແຫ່ງຄວາມມັກໃຫຍ່ໃຝ່ສູງ​ແຜ່​ອຳນາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ

   ຫາດ​ດອນ​ຫີນ ກາກ​ມາ​ແມ່ນ​ຫາດ​ຫີນ​ປະ​ກາ​ລັງ​ໃຕ້​ໜ້າ​ນ້ຳ​ທະ​ເລ, ນອນ​ຢູ່​ກ້ຳ​ຕາ​ເວັນ​ຕົກ​​ພາກ​ໃຕ້ຂອງ​ກຸ່ມ​ເກາະ ຊິງ​ຕົນ​​ໃນໝູ່​ເກາະ​ເຈືອງ​ຊາ ທີ່​ຂຶ້ນ​ກັບ​ເມືອງ​ເກາະ​ເຈ​ືອງຊາ​ແຂວງ​ແຄ້ງ​ຮ່ວາ. ພາຍຫຼັງ​ທີ່​ໄດ້​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຢຶດຄອງ​ຫາດ​ດອນ​ຫີນ​ນີ້​ຂອງ​ຫວຽດນາມ​ແຕ່​ປີ 1988, ຈີນ​ໄດ້​ຄ່ອຍໆໃຫ້​ກໍ່ສ້າງ​ບັນດາ​ກິດຈະກຳ​ທີ່​ໝັ້ນ​ແກ່ນ​ບົນ​ຫາດ​ດອນ​ນີ້ ​ແລະ ຫັນ​ແຫ່ງ​ນີ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ທີ່​ໝັ້ນ​ການ​ທະຫານ​ຢ່າງ​ຜິດ​ກົດໝາຍ​ຂອງ​ເຂົາ​ເຈົ້າ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບໍ່​ຢຸດ​ຢູ່​ພຽງເທົ່າ​ນັ້ນ , ນັບ​ແຕ່​ເດືອນ 2/2014 ມາ​ຮອດ​ປະຈຸ​ບັນ, ຈີນ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ດັດ​ສ້າງ, ​ເປີດ​ກ້ວາງ ​ແລະ ບຽດ​ຢຶດດ້ວຍ​ຂອບ​ຂະໜາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ແຫ່ງ​ນີ້. ລົດ​ດຸດ, ລົດ​ຈົກ...ນັບ 10ຄັນ​ພ້ອມ​ກັບ​ເຮືອກຳ​ປັ່ນ​ໃຫຍ່​ນ້ອຍ​ຫຼາຍໆ​ລຳ ນຳ​ຂົນ​ສົ່ງ​ຊາຍ​ເປັນ​ປະ​ລີ​ມານ​ມະຫຶມາ​ຂຶ້ນ​ສູ່ ກາກ​ມາ. ພຽງ​ໃນ​ຮອບ​ເວລາ​ບໍ່​ຮອດ​ເຄິ່ງປີ, ຈາກ​ຫາດ​ດອນ​ຫີນ, ກາກ​ມາ​ໄດ້​ກາຍ​ເປັນ​ເກາະ​ທຽມ​ແຫ່ງ​ໜຶ່ງ​ດ້ວຍ​ໂຄງ​ສ້າງ​ເປັນ​ທີ່​ຈະ​ແຈ້ງ​ສຳລັບ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ, ມີ​ຂົວ​ໃຫຍ່​ໃຫ້​ເຮືອ​ເຂົ້າ​ທຽບທ່າ, ມີ​ເດີນ​ບິນ​ດ້ວຍ​ລານ​ບິນ​ຍາວ​ພໍ​ສົມຄວນ...ທຸກ​ສິ່ງທຸກ​ຢ່າງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່ ກາກ​ມາ ​​ກໍແມ່ນ​ສ່ວນໜຶ່ງ​ທີ່​ພົ້ນ​ເດັ່ນ​ໃນ​ແຜນການ​ໃຫຍ່ທີ່​ຜິດ​ກົດໝາຍ​ດ້ວຍ ຄວາມມັກໃຫຍ່ໃຝ່ສູງ​ຂອງ​ຈີນ ​ແນ​ໃສ່​ຢຶດຄອງ​ທະ​ເລ​ຕາ​ເວັນ​ອອກ. ທ່ານ ດຣ ​ເຈີ​ນກົງ​ຈຸກ ອະດີດ​ຫົວໜ້າ​ຄະນະ​ຊາຍ​ແດນ​ຂອງ​ລັດຖະບານ​ຫວຽດນາມ​ຢືນຢັນ​ວ່າ : (​ເທບ) “ ວຽກ​ງານ​ນີ້ ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ນັບ​ແຕ່​ກ່ອນ​ເປັນຕົ້ນ​ມາ, ​ແມ່ນ​ນອນ​ໃນ​ກົນ​ອຸບາຍ​ເລ​ລຽ​ມຂອງ​ຈີນ ​ແນ​ໃສ່​​ໃຫ້​ປະກົດ​ຜັນເປັນ​ຈິງ ​ແລະ ຫັນ​ແຜນ​ທວງ​ເອົາ​ກຳມະສິດ​ຂອງ​ເຂົາ​ເຈົ້າ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ. ປະຈຸ​ບັນ, ​ເຂົາ​ເຈົ້າ​ພວມ​ຊອກ​ຫາ​ວິທີ​ເພື່ອ​ສ້າງ​ບັນດາຫຼັກ​ຖານດ້ານ​ກົດໝາຍ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເວົ້າ​ວ່າ ບັນດາແຜນ​ທວງ​ເອົາ​ກຳມະສິດ​ນັ້ນ​ແມ່ນສອດຄ່ອງກັບ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ທະ​ເລປີ 1982 ຢ່າງ​ສິ້ນ​ເຊິ່ງ, ໝາຍ​ຄວາມ​ວ່າ ​ເຂົາ​ເຈົ້າພວມ​ຫວັງ​ຢາກ​ຫັນ​ບັນດາ​ຫາດ​ດອນນ້ຳ​ຖ້ວມ, ບັນດາ​ຫາດ​ຊາຍ​ໃຫ້​ກາຍ​ເປັນ​ເກາະ, ຊ້ຳ​ບໍ​ໜຳ, ​ເຂົາ​ເຈົ້າຢາກ​ກໍ່ສ້າງ​ບັນດາ​ທີ່ໝັ້ນ​ໃຫ້​ແກ່​ເລື່ອງ​ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ ​ເກາະ​ເຫຼົ່າ​ນັ້ນ ​ແມ່ນ​ພໍໃຫຍ່ ​ແລະ ​ແທດ​ເໝາະ​ກັບ​ມະນຸດ​ເມື່ອ​ດຳລົງ​ຊີວິດ ​ແລະ ມີ​ຊີວິດ​ເສດຖະກິດ​ຕ່າງຫາກ. ນັ້ນ​ແມ່ນ​ການ​ຄິດ​ໄລ​ໂດຍ​ໃຊ້​ເລ​ລຽມຂອງ​ຈີ​ນ.

     ຈີນ​ພວມ​ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ໜັກ

     ພ້ອມ​ກັບ​ຫາດ​ດອນ​ຫີນ ກາກ​ມາ, ຈີນ​ກໍ​ຍັງ​ພວມ​ດຳ​ເນີນ​ການ​ດັດ​ສ້າງ, ບຽດ​ຢຶດດ້ວຍຂອບ​ຂະໜາດ​ໃຫຍ່​ຢູ່​ຫາດ​ດອນ​ຫີນ​ອື່ນໆຄື: ເຈົາວຽນ, ກາ​ແວນ, ຕື​ເງັ້ຍ ​ແລະ ​ແອ້​ນ​ເດີດ. ພາຍຫຼັງ​ທີ່​ໄດ້​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຕີ​ຢຶດຄອງ​ບັນດາ​ເກາະ, ດອນ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ນັ້ນ, ຈີນ​ພັດ​ສືບ​ຕໍ່​ລະ​ເມີດ​ກົດໝາຍ​ສາກົນ​ດ້ວຍ​ບັນດາ​ການ​ກະທຳ​ທີ່​ບັງອາດ​ນີ້. ທ່ານ ດຣ ​ເຈີ​ນກົງ​ຈຸກ ອະດີດ​ຫົວໜ້າ​ຄະນະ​ຊາຍ​ແດນ​ຂອງ​ລັດຖະບານ​ຫວຽດນາມ​​ໄຈ້​ແຍກ​ວ່າ : (​ເທບ)

   “ ຈີນ​ໄດ້​ຕັ້ງ​ໃຈ​ອະທິບາຍ ​ແລະ ໝູນ​ໃຊ້​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ທະ​ເລຢ່າງ​ຜິດ​ກົດໝາຍ, ຕັ້ງ​ໃຈ​ກໍ່ຕັ້ງ​ເກາະ​ຕ່າງໆ​ເພື່ອ​ຍາດ​ແຍ່ງ​ເອົາ​ສິດ​ແລະ ຜົນປະ​ໂຫຍ​ດອັນ​ຊອບ​ທຳ, ລະ​ເມີດ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ປະ​ເທດ​ຊາຍ​ຝັ່ງ​ທະ​ເລ ດັ່ງ​ທີ່​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ທະ​ເລ ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ມີ​ຜົນ​ສັກສິດ​ໃນ​ທົ່ວ​ໂລກ. ນັ້ນ​ແມ່ນ​ການລະ​ເມີດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ. ​ເລື່ອງກໍ່ສ້າງ ​ແລະ ​ເປີດ​ກ້ວາງ​ບັນດາ​ບໍລິ​ເວນ​ຢຶດຄອງ​ຕື່ມ​ອີກ​ໃນ​ໝູ່​ເກາະ ກໍ​​ເປັນ​ການ​ລ່ວງ​ລະ​ເມີດ​ບັນດາ​ສັນຍາ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ຄື​ລະຫວ່າ​ງ ອາ​ຊຽນກັບ​ຈີນ, ​ໃນ​ຖະ​ແຫຼ​ງການ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ທະ​ເລຕາ​ເວັນອອກ DOC ​ແລະ ​ໃນ​ຂະນະ​ທີ່​ບັນດາ​ຝ່າຍ​ພວມ​ຫວັງ​ພ້ອມ​ກັນ​ສ້າງປະມວນ​ລະບຽບ​ການ​ກ່ຽວ​ກັ​ບການ​ປະພຶດ​ລະຫວ່າ​ງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ COC ”

     ບັນດາ​ນັກ​ໄຈ້​ແຍກ​ສາກ​ກົນ​ຖື​ວ່າ : ການ​ກໍ່ສ້າ​ງ​ເກາະ​ຕ່າງໆ​ຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເພື່ອ​ແນ​ໃສ່​ຈຸດປະສົງ​ການ​ທະຫານ, ​ເພື່ອ​ເປັນ​ພື້ນຖານ​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ອາ​ກາດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຈີນ​ພວມ​ສະ​ແດງ​ໃຫ້​ເຫັນ ​ເຈດ​ຈຳນົງ​ຢຶດຄອງທະ​ເລ​ຕາ​ເວັນ​ອອກ ຂະນະ​ທີ່​ພວມ​ພະຍາຍາມ​ຊອກ​ຫາ​ວິທີ​ຫັນ​ບັນດາ​ຫາດ​ດອນ​ຫີນ​ທີ່​ເຂົາ​ເຈົ້າ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຢຶດຄອງ​ໃຫ້​ເປັນ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ຈີນ​ກໍ​ພວມ​ສືບ​ຕໍ່​ດັດ​ສ້າງ, ​ເປີດ​ກ້ວາງ​ການ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ.  ການ​ກະທຳ​ນີ້​ຂອງ​ຈີນ​ຍິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນວ່າ ​ເຖິງ​ວ່າ​ຈີນ​ພວມ​ແມ່ນ​ປະ​ເທດ​ພວມ​ຟື້ນ​ຕົວ​ຂຶ້ນ​ເພື່ອ​ການ​ເຊື້ອ​ມ​ໂຍງ ​ແຕ່​ພັດ​ມີ​ວິທີ​ປະ​ພຶດທີ່​ຂາດ​ຄວາມ​ເຄົາລົບ​ກົດໝາຍ​ສາກົນ, ບໍ່​ເພື່ອ​ຜົນ​ປະ​ໂຫຍ​ດ ລວມຂອງ​ປະຊາ​ຄົມ.

ຕອບກັບ