ແນະນຳອ່າວຮ້າລອງ ແລະ ນ້ຳຕົກຕາດ ບ້ານຢົກ

Dieu Hong
Chia sẻ
(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 424 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 17 ສະບັບຈາກທ່ານຜູ້ຟັງ.

ແນະນຳອ່າວຮ້າລອງ ແລະ ນ້ຳຕົກຕາດ ບ້ານຢົກ - ảnh 1ພາບປະກອບ

ໃນອາທິດ, ເພື່ອນ ວຽງສະຫວັນ, ນັກສຶກສາມະຫາວິທະຍາໄລແພດສາດ ທ໋າຍງວຽນ ໄດ້ໂທລະສັບຫາລາຍການ, ໂດຍແບ່ງປັນຄວາມຮູ້ສຶກເມື່ອໄດ້ເຂົ້າຮ່ວມ Festival ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ເພື່ອນໄດ້ຂຽນວ່າ: ເມື່ອຕົ້ນເດືອນ ຕຸລາ, ຂ້າພະເຈົ້າໄດ້ໄປນະຄອນຫຼວງ ຮ່າໂນ້ຍ ໄປຫາໝູ່ຮຽນຢູ່ມະຫາວິທະຍາໄລສັບພະວິຊາ (ແບັກຄວາ), ໂຊກດີຫຼາຍທີ່ຖືກກັບໂອກາດຈັດ Festival ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ 2023. ນີ້ແມ່ນໂອກາດທີ່ຫາຍາກ ຍ້ອນວ່າເປັນຄັ້ງທຳອິດ Festival ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ໄດ້ຖືກຈັດຂຶ້ນ. ຂ້າພະເຈົ້າໄດ້ຊິມອາຫານຫຼາຍປະເພດຂອງລະດູໃບໄມ້ຫຼົ່ນຮ່າໂນ້ຍ, ຄື: ເຂົ້າເໝົ້າໜຶ້ງ, ກະແລມເຂົ້າເໝົ້າ, ຢໍ່ຈືນເຂົ້າເໝົ້າ… ນອກຈາກນັ້ນ, ຍັງໄດ້ຊິມອາຫານຫຼາຍປະເພດຂອງປະເທດຕ່າງໆເຂົ້າຮ່ວມງານບຸນ.

***NC***

        ສ່ວນເພື່ອນ ພອນສະຫວັນ, ແຂວງບໍ່ແກ້ວ, ໄດ້ຝາກອີເມວເຖິງລາຍການ, ເພື່ອນໃຫ້ຮູ້ວ່າ: ວັນທີ 7 ຕຸລາ ຜ່ານມາ, ນັກຮຽນ, ນັກສຶກສາໃນທົ່ວປະເທດລາວ ໄດ້ພັກເພື່ອສະເຫຼີມສະຫຼອງ 29 ປີແຫ່ງວັນຄູລາວ (7/10/1994 7/10/2023). ໃນຊຸມມື້ນີ້, ໂຮງຮຽນບາງແຫ່ງໄດ້ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ, ສ່ວນວັນທີ 7 ຈະແມ່ນວັນພັກ. ຂ້າພະເຈົ້າຢາກຮູ້ວ່າ, ຢູ່ ຫວຽດນາມ ມີວັນຄູບໍ່?

        ເພື່ອນ ພອນສະຫວັນ ທີ່ຮັກແພງ, ປະຊາຊົນ ຫວຽດນາມ ມີມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ເຄົາລົບນັບຖືຮູ້ບຸນຄຸນຄູບາອາຈານ”, ມູນເຊື້ອອັນດີງາມນັ້ນໄດ້ກາຍເປັນສິນທຳອັນສູງສົ່ງ, ສັກກະລະບູຊາ, ຊຶມເລິກເຂົ້າສະຕິຄວາມຮັບຮູ້, ນ້ຳໃຈຂອງປະຊາຊົນ ຫວຽດນາມ ແຕ່ລະຄົນ. ວັນຄູ ຫວຽດນາມ ແມ່ນວັນທີ 20 ພະຈິກ, ແມ່ນ ເປັນວັນເພື່ອສະແດງຫຼັກສິນທຳນັບພັນປີນັ້ນ. ຍ້ອນເຫດນັ້ນ, ແຕ່ດົນນານມາແລ້ວ, ວັນທີ 20 ພະຈິກ ບໍ່ພຽງແຕ່ແມ່ນວັນບຸນຂອງສະເພາະຂະແໜງການສຶກສາເທົ່ານັ້ນ ຫາກຍັງແມ່ນວັນບຸນໃຫຍ່ຂອງທົ່ວສັງຄົມອີກດ້ວຍ. ນີ້ແມ່ນວັນບຸນສຳຄັນເພື່ອແນໃສ່ເຊີດຊູອາຊີບຄູ, ເຊີດຊູຄູອາຈານ, ບັນດາຜູ້ເຮັດວຽກງານການສຶກສາ. ໃນວັນນີ້, ຄູອາຈານ ແລະ ນັກຮຽນ, ນັກສຶກສາໄດ້ໄປສອນ, ໄປຮຽນເປັນປົກກະຕິ ແລະ ຂອບຂະໜາດການຈັດການສະເຫຼີມສະຫຼອງກໍ່ຈະແຕກຕ່າງກັນ

ແນະນຳອ່າວຮ້າລອງ ແລະ ນ້ຳຕົກຕາດ ບ້ານຢົກ - ảnh 2ອ່າວ ຮ້າລອງ

ເພື່ອນ ວັນລະສອນ, ແຂວງ ຊຽງຂວາງ, ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ອ່ານກ່ຽວກັບຂໍ້ມູນ ອ່າວຮ້າລອງ ຂອງ ຫວຽດນາມ ໄດ້ປະກົດມີໃນໜັງຂອງ Hollywood. ຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ຍິນຂໍ້ມູນຂ່າວດັ່ງກ່າວ ຍ້ອນຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມ ອ່າວຮ້າລອງ ມາແລ້ວ ແລະ ມີຄວາມປະທັບໃຈຫຼາຍກ່ຽວກັບທິວທັດທຳມະຊາດຢູ່ທີ່ນີ້. ຂ້າພະເຈົ້າຫວັງວ່າຈະໄດ້ຮັບຊົມໜັງເລື່ອງນີ້ໃນໄວໆນີ້.

ເພື່ອນ ວັນລະສອນ ທີ່ຮັກແພງ, ອາທິດຜ່ານມາ, ອີກເທື່ອໜຶ່ງ, ອ່າວ ຮ້າລອງ ໄດ້ປະກົດໃນໜັງ Hollywood ນັ້ນແມ່ນ ໜັງ “The Creator” - ໜັງຈິນຕະນາການໄປອະນາຄົດຂອງຜູ້ກຳກັບການສະແດງ Gareth Edwards, ໜັງເລື່ອງນີ້ມີຈຳນວນເງິນລົງທຶນທັງໝົດຂຶ້ນເຖິງ 80 ລ້ານໂດລາສະຫະລັດ. ອ່າວຮ້າລອງ ມີທິວທັດທຳມະຊາດ, ພູຜາປ່າໄມ້ທີ່ເປັນເອກະລັກສະເພາະ, ທະເລ, ໜ້ານ້ຳຂຽວສົດງົດງາມໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ຜູ້ກຳກັບການສະແດງ Gareth Edwards ໄດ້ນຳເອົາຈຸດຄວາມງາມຂອງວັດທະນະທຳຝ່າຍຕາເວັນອອກ ແລະ ນຳໃຊ້ພາບພົດທີ່ເປັນເອກະລັກສະເພາະ ສ້າງໂລກໃນອະນາຄົດທີ່ຫຼາຍຮູບຫຼາຍແບບ ແລະ ດຶງດູດໃຈ. ດ້ວຍຄວາມງາມແບບທຳມະຊາດນັ້ນ, ອ່າວຮ້າລອງ ກໍ່ເຄີຍໄດ້ປະກົດໃນໜັງສາກົນຫຼາຍເລື່ອງ, ໃນນັ້ນ, ມີໜັງ Indochine ໃນປີ 1992 ຂອງຜູ້ກຳກັບການສະແດງ ຊາວຝລັ່ງ Regis Wargnier.

        ອີກຂ່າວໜຶ່ງທີ່ກ່ຽວຂ້ອງເຖິງ ອ່າວຮ້າລອງ, ນັ້ນແມ່ນ ໃນອາທິດຜ່ານມາ, ວາລະສານ Forbes ຂອງປະເທດ ອາເມລິກາ, ບັນດານັກຊ່ຽວຊານ OvitionNetwork ໄດ້ແບ່ງປັນສິດຜູກຂາດກັບ Forbes ກ່ຽວກັບບັນຊີລາຍຊື່ຂອງ 24 ສະຖານທີ່ດຶງດູດທີ່ສຸດໃນໂລກປີ 2024, ໃນນັ້ນມີ ອ່າວຮ້າລອງ. ຫວັງວ່າ ບັນດາຂ່າວດີນີ້ຈະຊ່ວຍໂຄສະນາ ອ່າວຮ້າລອງ ຂອງ ຫວຽດນາມ, ເພື່ອສາມາດດຶງດູດແຂກທ່ອງທ່ຽວສາກົນໃຫ້ຫຼາຍກ່ວາອີກ.

ແນະນຳອ່າວຮ້າລອງ ແລະ ນ້ຳຕົກຕາດ ບ້ານຢົກ - ảnh 3ນ້ຳຕົກຕາດບ້ານຢົກ

        ເພື່ອນ ລັດດາພອນ, ຜູ້ຟັງທີ່ສະໜິດສະໜົມກັບລາຍການ, ທີ່ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົນໃຈເຖິງການເຄື່ອນໄຫວງານບຸນວັດທະນະທຳ, ທ່ອງທ່ຽວຢູ່ ຫວຽດນາມ, ໃນຈົດໝາຍຝາກເຖິງລາຍການ, ເພື່ອນໄດ້ຂຽນວ່າ: “ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮູ້ຂໍ້ມູນກ່ຽວກັບງານບຸນ ນ້ຳຕົກຕາດ ບ້ານຢົກ, ຂໍໃຫ້ພາກພາສາລາວ ເວົ້າລະອຽດກ່ຽວກັບສະຖານທີ່ແຫ່ງນີ້ໃຫ້ຮູ້ແດ່?”

        ນ້ຳຕົກຕາດບ້ານຢົກ ຢູ່ຕາແສງ ດ່າມຖຸຍ, ແຂວງ ກາວບັ່ງ, ທາງທິດຕາເວັນອອກສ່ຽງເໜືອ ຫວຽດນາມ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 335 ກມ, ຖ້າຂີ່ລົດໂອໂຕແມ່ນປະມານ 7 ຊົ່ວໂມງຈຶ່ງຈະຮອດ. ນ້ຳຕົກຕາດບ້ານຢົກແມ່ນໜຶ່ງໃນບັນດານ້ຳຕົກຕາດຊື່ດັງ ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ, ຫາກເພື່ອນມິດສາກົນກໍ່ຮູ້ຈັກນ້ຳຕົກຕາດແຫ່ງນີ້ອີກດ້ວຍ. ໂດຍນອນໃນ Top 4 ນ້ຳຕົກຕາດຂ້າມຊາດໃຫຍ່ທີ່ສຸດຢູ່ໃນໂລກ, ສະຖານທີ່ແຫ່ງນີ້ນັບມື້ນັບດຶງດູດແຂກທ່ອງທ່ຽວມາແຂວງ ກາວບັ່ງ ເພື່ອຢ້ຽມຊົມ. ຕອນຄ່ຳວັນທີ 6 ຕຸລາ ຜ່ານມາ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ຈັດພິທີໄຂງານບຸນ ນ້ຳຕົກຕາດບ້ານຢົກ 2023. ເພື່ອສ້າງເງື່ອນໄຂໃຫ້ແກ່ວຽກງານການຈັດຕັ້ງງານບຸນ, ໂຄສະນາພາບພົດ, ດຶງດູດແຂກທ່ອງທ່ຽວ, ຟື້ນຟູ ແລະ ພັດທະນາການທ່ອງທ່ຽວ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ຊີ້ນຳຄະນະຄຸ້ມຄອງເຂດທ່ອງທ່ຽວ ນ້ຳຕົກຕາດບ້ານຢົກ ບໍ່ໃຫ້ເກັບຄ່າສຳລັບແຂກທ່ອງທ່ຽວທີ່ເຂົ້າຮ່ວມງານບຸນທ່ອງທ່ຽວ ນ້ຳຕົກຕາດບ້ານຢົກ ປີ 2023  (ແຕ່ວັນທີ 5 -7 ຕຸລາ).

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ