ແນະ​ນຳ​ບາງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ໃນ​ແຂວງ ນິງ​ທ້ວນ

Dieu Hong
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 370 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 27 ສະບັບຈາກທ່ານຜູ້ຟັງ.

ຈາກ Bilbao, ປະເທດ ແອດສະປາຍ, ທ່ານ Jose Ignacio Cos Lezama ໄດ້ແບ່ງປັນວ່າ: “ຂ້າພະເຈົ້າຂໍໃຫ້ພວກເພື່ອນບັນນາທິການມີສຸຂະພາບເຂັ້ມແຂງເພື່ອ ຜະລິດ ບັນດາລາຍການກະຈາຍສຽງ. ຂ້າພະເຈົ້າຢາກເວົ້າວ່າ, ບັນດາລາຍການກະຈາຍ ສຽງຂອງ VOV5 ມ່ວນ ແລະ ເປັນປະໂຫຍດຫຼາຍ”.

ເພື່ອນ ແສງອາລຸນ, ແຂວງ ຫົວພັນ ໃຫ້ຮູ້້ວ່າ: “ໄລຍະມໍ່ໆມານີ້, ຢູ່ແຂວງ ຫົວພັນ ອາກາດໜາວພໍສົມຄວນ, ຕອນເຊົ້າມີໝອກຫຼາຍ ແລະ ອາກາດແບບນີ້ເໝາະສົມ ໃຫ້ການປູກພືດຜັກຂອງລະດູໜາວຄື: ໝາກກະລ່ຳປີ, ຜັກກາດ, ຜັກກະລ່ຳດອກຂຽວ ຊາວກະສິກອນພວກຂ້າພະເຈົ້າໄດ້ເລີ່ມປູກພືດຜັກຫຼາຍປະເພດໃນເຂດໂນນພູແລ້ວ, ຫວັງວ່າ ອາກາດຈະເອື້ອອຳນວຍ ເພື່ອໃຫ້ລະດູການຜະລິດໄດ້ຮັບຜົນດີ”.

ເພື່ອນ ພອນສະຫວັນ, ຢູ່ແຂວງ ບໍ່ແກ້ວ ໄດ້ຝາກອີເມວເຖິງລາຍການ, ໂດຍສະແດງຄວາມສົນໃຈເຖິງສູນເຕັກໂນໂລຊີສູງ ຮວ່າລາກ ຂອງ ຫວຽດນາມ, ເພື່ອນໃຫ້ຮູ້ວ່າ: “ລັດຖະບານ ຫວຽດນາມ ໄດ້ເອົາໃຈໃສ່ລົງທຶນກໍ່ສ້າງເຂດເຕັກໂນໂລຊີສູງ ຮວ່າລາກ ເພື່ອໃຫ້ປະເທດ ຫວຽດນາມ ກ້າວຂຶ້ນພ້ອມກັບບັນດາປະເທດພັດທະນາ. ຜ່ານບົດຂຽນກ່ຽວກັບສູນເຕັກໂນໂລຊີສູງ ຮວ່າລາກ, ຂ້າພະເຈົ້າເຫັນໄດ້ການລົງທຶນ, ຄວາມສຸດຈິດສຸດໃຈ ແລະ ຄວາມມຸ່ງຫວັງຂອງລັດຖະບານ ກ່ຽວກັບປະເທດ ຫວຽດນາມ ວັດທະນາຖາວອນ ແລະ ແມ່ນ “ຈຸດນັດພົບ” ຂອງນະວັດຕະກຳ”.

ແນະ​ນຳ​ບາງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ໃນ​ແຂວງ ນິງ​ທ້ວນ - ảnh 1ລາຍການທ່ອງທ່ຽວຍາມຄ່ຳຢູ່ຄຸກ ຫວາລໍ່

ໃນອາທິດ, ເພື່ອນ ດາວ ສັງຄົມ, ຢູ່ແຂວງ ບໍລິຄຳໄຊ ໄດ້ໂທມາຖາມກ່ຽວກັບ ລາຍການທ່ອງທ່ຽວຍາມຄຳຄືນຢູ່ ຄຸກ ຫວາລໍ່ ?

ເພື່ອນ ດາວ ສັງຄົມ ທີ່ຮັກແພງ, ພວກຂ້າພະເຈົ້າໄດ້ແນະນຳຂໍ້ມູນກ່ຽວກັບ ລາຍການທ່ອງທ່ຽວ ຍາມຄ່ຳຄືນຂອງປູຊະນີຍະສະຖານບາງແຫ່ງໃນບໍລິເວນ ນະຄອນຫຼວງ ຮ່າໂນ້ຍ ໃນລາຍການ “ໂອ້ລົມກັບເພື່ອນລາວ” ອາທິດກ່ອນໆແລ້ວ. ມື້ນີ້, ພວກຂ້າພະເຈົ້າຈະແນະນຳລະອຽດກ່ຽວກັບລາຍການທ່ອງທ່ຽວຍາມຄ່ຳຢູ່ຄຸກ ຫວາລໍ່ ເພື່ອໃຫ້ຜູ້ຟັງໄດ້ຮັບຊາບ. ເພື່ອຊ່ວຍໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດ ເຂົ້າໃຈແຈ້ງກ່ວາກ່ຽວກັບຄວາມສູນເສຍ, ເຈັບປວດໃນໄລຍະສົງຄາມຢູ່ ຫວຽດນາມ, ເຂດປູຊະນີຍະສະຖານຄຸກ ຫວາລໍ່ ໄດ້ຈັດລາຍການທ່ອງທ່ຽວຍາມຄ່ຳ ດ້ວຍຫົວຂໍ້ “ຄ່ຳຄືນສັກກະລະບູຊາ”. ເມື່ອເຂົ້າຮ່ວມລາຍການ, ແຂກທ່ອງທ່ຽວຈະໄດ້ເຫັນ ປະຈັກຕາລາຍການ ສະແດງສົມທົບລະຫວ່າງແສງສີສຽງ ແລະ ການສະແດງຂອງ ບັນດານັກສິລະປະການ.

ຄຸກ ຫວາລໍ່ ຈະໃຫ້ແຂກທ່ອງທ່ຽວໄດ້ຜ່ານພຶດຕິກຳທີ່ແທ້ຈິງ ແລະ ມີຊີວິດຊີວາ ກ່ຽວກັບໄລຍະ ເວລາຕໍ່ສູ້ທີ່ອົງອາດກະຫານຂອງບັນດານັກຮົບທ່ີເສຍສະຫຼະຊີວິດ, ເລືອດເນື້ອເພື່ອຍາດເອົາສັນຕິພາບ ແລະ ປະຊາທິປະໄຕມາໃຫ້ແກ່ປະເທດຊາດ. ນອກຈາກການຢ້ຽມຊົມແລ້ວ, ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວນີ້, ແຂກທ່ອງທ່ຽວ ຍັງໄດ້ຮັບບັນດາຂອງຂວັນທີ່ລະນຶກ, ຄື: ຊາ, ເຂົ້າໜົມ, ວຸ້ນທີ່ເຮັດຈາກຕົ້ນຫູກວາງ ຕົ້ນສຸດທ້າຍທີ່ຍັງເຫຼືອໃນຄຸກ ຫວາລໍ່. ນີ້ແມ່ນລາຍການທ່ອງທ່ຽວ ສົມທົບກັບການສະແດງ ດັ່ງນັ້ນລາຄາຈະແມ່ນ 300.000 ດົ່ງ (ເທົ່າກັບ 280.000 ກີບ). ນອກຈາກນັ້ນ, ຄະນະຈັດຕັ້ງຈະບັນທຶກວີດີໂອ ເພື່ອມອບໃຫ້ແຂກທ່ຽວທ່ຽວໄດ້ເບິ່ງຄືນ.

ແນະ​ນຳ​ບາງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ໃນ​ແຂວງ ນິງ​ທ້ວນ - ảnh 2ວັດ ໂປ ຢູ່ນິງທ້ວ
 

ໃນອາທິດຜ່ານມາ, ເພື່ອນ ພອນສະຫວັນ ໄດ້ຝາກອີເມວເຖິງລາຍການ, ຢາກຖາມກ່ຽວກັບຂໍ້ມູນທີ່ເພື່ອນໄດ້ອ່ານໃນໜັງສືພິມປະຊາຊົນ (ລາວ), ເພື່ອນໃຫ້ຮູ້ວ່າ: “ອາທິດຜ່ານມາ, ໜັງສືພິມປະຊາຊົນ ໄດ້ລົງແຫຼ່ງຂ່າວກ່ຽວກັບການທ່ອງທ່ຽວຢູ່ແຂວງ ນິງທ້ວນ (ຫວຽດນາມ) ກາຍເປັນສະຖານທີ່ດຶງດູດທີ່ສຸດ, ມີກຳລັງແກ່ງແຍ້ງສູງເມື່ອ ທຽບໃສ່ພາກພື້ນ ແລະ ໃນທົ່ວປະເທດ ຫວຽດນາມ? ຂ້າພະເຈົ້າຢາກຮູ້ແຈ້ງກວ່າກ່ຽວກັບ ແຂວງນີ້”.

ເພື່ອນ ພອນສະຫວັນ ທີ່ຮັກແພງ, ແຂວງ ນິງທ້ວນ ແມ່ນແຂວງ ແຄມທະເລນອນໃນເຂດ ໃຕ້ສຸດຂອງເຂດແຄມທະເລຕອນໃຕ້ພາກກາງ ຫວຽດນາມ. ເມືອງເອກຂອງ ນິງທ້ວນ ແມ່ນນະຄອນ ຟານຣາງ - ທາດຈ່າມ. ຫ່າງຈາກນະຄອນ ໂຮ່ຈີມິນ 340 ກມ ໄປທາງທິດເໜືອ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ 1.380 ກມ ໄປທາງທິດໃຕ້, ກໍ່ຫ່າງຈາກສະໜາມບິນ ກາມແຣງ ປະມານ 60 ກມ, ສະດວກໃຫ້ການໄປມາ, ພັດທະນາເສດຖະກິດ ສັງຄົມຂອງແຂວງ. ບາງຜະລິດຕະພັນກະເສດທີ່ເປັນ ເອກະລັກສະເພາະຂອງແຂວງ ນິງທ້ວນ ໄດ້ຮັບການຮູ້ຈັກຈາກ ຜູ້ບໍລິໂພກ ໃນທົ່ວປະເທດ, ນັ້ນແມ່ນ: ໝາກອາງຸ່ນ, ໜໍ່ໄມ້ຝລັ່ງ, ໝາກເຜັດ, ໝູດຳ, ໄກ່ລາດ...

ຢູ່ແຂວງ ນິງທ້ວນ ມີຫຼາຍສະຖານທີ່ຊື່ສຽງ, ໃນນັ້ນມີ: ທາດ Po Klong Garai ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ນິງທ້ວນ. ສະຖານທີ່ແຫ່ງນີ້ ໄດ້ຮັບໃບຢັ້ງຢືນເປັນເຂດປູຊະນີຍະສະຖານແຫ່ງຊາດໃນປີ 1979, ດຶງດູດຜູ້ທີ່ເຫຼື້ອມໃສ ທາງສາສະໜາ, ຈິດວິນຍານ ກໍ່ຄືແຂກທ່ອງທ່ຽວທີ່ຢາກຄົ້ນຫາ ວັດທະນະທຳ ຊາຮວິ່ງ ມາຢ້ຽມຊົມ.

ຈ່ອມພູຫີນ ແວກ: ນີ້ແມ່ນສະຖານທີ່ຊື່ດັ່ງຂອງ ອ່າວ ຫວີງຮີ - ເຊິ່ງເປັນອ່າວ ທະເລງາມທີ່ສຸດຂອງ ຫວຽດນາມ ແລະ ແມ່ນສະຖານທີ່ມີສະຖາປັດຕະຍາກຳ ທຳມະຊາດງາມທີ່ສຸດຢູ່ອ່າວ ຫວີງຮີ. ບຶງນະ: ນອນໃນໃຈກາງຂອງເທດສະບານ ນິງທ້ວນ ແຕ່ສະຖານທີ່ແຫ່ງນີ້ແມ່ນສະຖານທີ່ທັງງາມ ແລະ ສະຫງົບງຽບ. ຢູ່ອ້ອມແອ້ມເຂດບຶງ ນ້ຳເຄັມນີ້ ແມ່ນເຂດພູອ້ອມຮອບ ແລະ ປ່າຊາຍເລນ, ໃນເຂດໜ້ານຳ້ເຕົ້າໂຮມເຮືອ ໃຫຍ່ນ້ອຍດ້ວຍສີສັນທີ່ຫຼາກຫຼາຍ... ນອກຈາກນັ້ນ, ແຂວງນິງທ້ວນ ຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ພວມຖ້າເພື່ອນ ພອນສະຫວັນ ມາຄົ້ນຫາເດີ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ