ແນະ​ນຳ​​ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ ຢູ່​ຮ່າ​ໂນ້ຍ

Nguyen Xuyen
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 417 ສະບັບໄດ້ສົ່ງມາ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາກພາສາລາວ ມີ 24 ສະບັບ.

ອາທິດຜ່ານມາ, ໂຄງການວັນບຸນໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ 2023 ໄດ້ດຳເນີນໄປຢ່າງຟົດຟື້ນ ດ້ວຍຫຼາຍເນື້ອໃນການເຄື່ອນໄຫວທີ່ມີຄວາມໝາຍ, ຊຶ່ງໄດ້ສ້າງຄວາມປະທັບໃຈອັນດີງາມແກ່ແຂກຖືກເຊີນ ແລະ ປະຊາຊົນສອງປະເທດ. ມີທ່ານຜູ້ຟັງຫຼາຍທ່ານໄດ້ກົດໄລ໌ (Like) ແລະ ແບ່ງປັນຄວາມຮູ້ສຶກຕໍ່ບັນດາຂ່າວ, ບົດທີ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ ແລະ ຖືວ່າ: ນີ້ແມ່ນເຫດການທີ່ແທດຈິງ ແລະ ມີຄວາມໝາຍທີ່ສຸດ, ປະກອບສ່ວນຮັດແໜ້ນສາຍພົວພັນແບບພິເສດ ຫວຽດນາມ - ລາວ.

ແນະ​ນຳ​​ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ ຢູ່​ຮ່າ​ໂນ້ຍ - ảnh 1ພິທີໄຂ ໂຄງການ "ວັນບຸນໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ ປີ 2023"

ທ່ານ ຫງວຽນດຶກຕຽນ ຢູ່ ແຂວງ ຫາຍເຢືອງ ປາດຖະໜາວ່າ:ຊຸມປີຕໍ່ໄປ, ເຫດການນີ້ຈະບໍ່ພຽງແຕ່ຈັດຂຶ້ນຢູ່ບັນດາແຂວງທີ່ມີຊາຍແດນຕິດກັບລາວ ເທົ່ານັ້ນ, ຫາກຍັງໄດ້ດຳເນີນຢູ່ບັນດາແຂວງ, ນະຄອນທີ່ໄດ້ແຮກສ່ຽວກັບບັນດາແຂວງຂອງລາ ອີກດ້ວຍ, ເປັນຕົ້ນແມ່ນແຂວງ ຫາຍເຢືອງ, ບ້ານເກີດຂອງຂ້າພະເຈົ້າ”.

ທ່ານ ສັນຕິສຸກ ຢູ່ແຂວງ ຄຳມ່ວນ ກໍຫວັງວ່າ: ບັນດາກິດຈະກຳແບບນີ້ຈະໄດ້ຮັບການຈັດຂຶ້ນຫຼາຍກວ່າອີກ ເພື່ອໃຫ້ປະຊາຊົນສອງປະເທດມີໂອກາດໄດ້ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ແນະນຳ, ແລກປ່ຽນສິນຄ້າເຊິ່ງກັນ ແລະ ກັນ

 ສ່ວນເພື່ອນ ແສງຈັນ ຢູ່ນະຄອນຫຼວງວຽງຈັນ ໄດ້ແບ່ງປັນວ່າ: ຂໍຊົມເຊີຍ ແລະ ຂອບໃຈລາຍການພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ. ຍ້ອນມີລາຍການ ແລະ ບັນດາການເຄື່ອນໄຫວຮ່ວມມືດ້ານສື່ມວນຊົນລະຫວ່າງສອງປະເທດ, ພວກຂ້າພະເຈົ້າ ຈຶ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບມູນເຊື້ອອັນດີງາມ ແລະ ສາຍພົວພັນຮ່ວມມືແບບພິເສດລະຫວ່າງ 2 ປະເທດ”. 

ຜ່ານບັນດາຂ່າວ, ບົດກ່ຽວກັບໂຄງການ ວັນບຸນໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ ປີ 2023 ທີ່ໄດ້ດຳເນີນຢູ່ເຫວ້ ໃນຊຸມວັນຜ່ານມາ, ເພື່ອນ ຈັນສຸກ ຢູ່ແຂວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການກະຈາຍສຽງພາກພາສາລາວ ຄືດັ່ງນີ້: ຜ່ານການຕິດຕາມຂ່າວບົດໃນເວັບໄຊ vovworld.vn, ຂ້າພະເຈົ້າໄດ້ຮູ້ມາວ່າ ເຫວ້ ມີຫຼາຍສະຖານທີ່ທ່ອງທ່ຽວຕິດພັນກັບຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ. ສະນັ້ນ, ມີສະຖານທີ່ ແລະ ສິລະປະປະເພດໃດແດ່ ທີ່ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳໂລກ?

ແນະ​ນຳ​​ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ ຢູ່​ຮ່າ​ໂນ້ຍ - ảnh 2ກຸງເກົ່າເຫວ້  (ພາບ: dulichconvoi.com)

ໄລ່ຮອດປັດຈຸບັນ, ແຂວງ ເທື່ອທຽນເຫວ້ ມີຄວາມເອກອ້າງທະນົງໃຈ ເມື່ອມີເຖິງ 5 ມໍລະດົກ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນມໍລະດົກວັດທະນະທຳໂລກ, ເຊິ່ງລວມມີ: ເຂດຮ່ອງຮອຍກຸງເກົ່າເຫວ້ (ຮັບຮອງເອົາໃນປີ 1993), ດົນຕີສະແດງໃນພະລາດຊະວັງເຫວ້ (2003), ແຜ່ນພິມດ້ວຍໄມ້ຂອງລາຊະວົງ ຫງວຽນ (2009), ສຳເນົາເອກະສານໃນລາຊະວົງ ຫງວຽນ (2014) ແລະ ກາບກອນທີ່ໄດ້ຄວັດສະຫຼັກໃນສະຖາປັດຕະຍາກຳພະລາດຊະວັງ ເຫວ້ (2016). ພວກຂ້າພະເຈົ້າ ຫວັງວ່າ ບັນດາທ່ານຈະຍາດເວລາມາຢ້ຽມຢາມ ເຫວ້ ແລະ ຊອກຮູ້ທຸກມໍລະດົກວັດທະນະທຳທີ່ໄດ້ກ່າວມາຂ້າງເທິງ.

ອາທິດຜ່ານມາ, ເພື່ອນ ຈິນດາ ສີບຸນເຮືອງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍຄວາມປາດຖະໜາຢາກຮັບຟັງການແນະນຳກ່ຽວກັບບັນດາໝູ່ບ້ານອາຊີບພື້ນເມືອງຢູ່ ຮ່າໂນ້ຍ. ປັດຈຸບັນ, ຮ່າໂນ້ຍ ມີໝູ່ບ້ານອາຊີບພື້ນເມືອງທັງໝົດຈັກແຫ່ງ ແລະ ໝູ່ບ້ານອາຊີບໃດແດ່ທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ?

ປັດຈຸບັນ, ຮ່າໂນ້ຍ ມີປະມານ 1.350 ໝູ່ບ້ານອາຊີບທີ່ແຕກຕ່າງກັນ. ໃນນັ້ນ, ມີ 318 ໝູ່ບ້ານ ເປັນໝູ່ບ້ານອາຊີບພື້ນເມືອງ ໂດຍໄດ້ຮັບການຮັບຮອງ ແລະ ອະນຸລັກຮັກສາຄືດັ່ງມໍລະດົກຮ່ອງຮອຍປະຫວັດສາດ. ແຕ່ລະປີ ໄດ້ດຶງດູດແຂກທ່ອງທ່ຽວນັບລ້ານຄົນມາທ່ຽວຊົມ, ຄົ້ນຫາ. ແຕ່ລະໝູ່ບ້ານ ລ້ວນແຕ່ມີຈຸດທີ່ເປັນເອກະລັກສະເພາະ. ຕໍ່ໄປນີ້, ພວກຂ້າພະເຈົ້າ ຈະແນະນຳໂດຍຫຍໍ້ກ່ຽວກັບໝູ່ບ້ານອາຊີບພື້ນເມືອງທີ່ມີຊື່ສຽງຢູ່ ຮ່າໂນ້ຍ ຈຳນວນໜຶ່ງ ເຊິ່ງແຂກທ່ອງທ່ຽວນິຍົມມາທ່ຽວຊົມຫຼາຍທີ່ສຸດ.

1.  ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ຢູ່ເມືອງ ຢາເລິມ. ອາດເວົ້າໄດ້ວ່າ ນີ້ແມ່ນສະຖານທີ່ທ່ອງທ່ຽວຊື່ດັງທີ່ສຸດຢູ່ນະຄອນຫຼວງຮ່າໂນ້ຍ. ໂດຍມີມາແຕ່ກ່ອນນີ້ກວ່າ 500 ປີ, ມີຫໍພິພິທະພັນ ເຄື່ອງປັ້ນດິນເຜົາ, ເມື່ອມາທ່ອງແຫ່ງນີ້, ທ່ານບໍ່ພຽງແຕ່ໄດ້ຊອກຮູ້ກ່ຽວກັບປະຫວັດສາດ ແລະ ສິລະປະເຮັດເຄື່ອງດິນເຜົາເທົ່ານັ້ນ, ຫາກຍັງ ສາມາດເຂົ້າຮ່ວມການປັ້ນ ແລະ ແຕ້ມລວດລາຍເພື່ອສ້າງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຕົນ ຄືກັນກັບນັກສິລະປະການເຮັດເຄື່ອງປັ້ນດິນເຜົາຜູ້ໜຶ່ງ.

ແນະ​ນຳ​​ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ ຢູ່​ຮ່າ​ໂນ້ຍ - ảnh 3ບັນຍາກາດຢູ່ໝູ່ບ້ານເຮັດທູບ ກວ໋າງຝຸເກົ່າ

2.  ໝູ່ບ້ານອາຊີບ ກຸບ ຈວງ ຢູ່ ແທງອວາຍ ແລະ ໝູ່ບ້ານເຮັດທູບ ກວ໋າງຝຸເກົ່າ ຢູ່ເມືອງ ເຈືອງໝີ ກໍເປັນສະຖານທີ່ ທີ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວ. ນອກຈາກໄດ້ສຳຜັດກັບອາຊີບເຮັດກຸບ, ເຮັດທູບແລ້ວ, ແຂກທ່ອງທ່ຽວ ຈະມີຄວາມຈັບໃຈກັບບັນຍາກາດທີ່ສວຍງາມ ແລະ ຫຼາກຫຼາຍສີສັນດັ່ງພາບແຕ້ມ ເຊິ່ງໄດ້ສ້າງຂຶ້ນຈາກບັນດາຜະລິດຕະພັນຂອງໝູ່ບ້ານເຫຼົ່ານັ້ນ. ແນ່ນອນວ່າ ເມື່ອມາທີ່ນີ້, ທ່ານຈະມີ ຮູບຖ່າຍຫຼາບພາບທີ່ຈັບໃຈ.

3.  ຍັງມີອີກໝູ່ບ້ານໜຶ່ງ ທີ່ພວກຂ້າພະເຈົ້າຢາກແນະນຳເຖິງທ່ານຜູ້ຟັງ ກ່ອນສິ້ນສຸດລາຍການໂອ້ລົມກັບເພື່ອນລາວມື້ນີ້, ນັ້ນກໍຄື ໝູ່ບ້ານຟ້ອນຕຸກກະຕານ້ຳ ດ່າວທູກ ຢູ່ຕາແສງ ຖຸຍເລິມ, ເມືອງດົງແອັງ.  ນີ້ແມ່ນສະຖານທີ່ທີ່ທ່ານສາມາດຊອກຮູ້ກ່ຽວກັບວັດທະນະທຳພາກເໜືອ ຫວຽດນາມ ຜ່ານບັນດາລະຄອນຟ້ອນຕຸກກະຕານໍ້າ ແລະ ໄດ້ເຫັນປະຈັກຕາຂັ້ນຕອນການກະກຽມ ແລະ ສ້າງລະຄອນເລື່ອງໜຶ່ງທີ່ຕະຫຼົກ, ຄຶກຄື້ນ ເປັນຄືແນວໃດ.

ລາຍການໂອ້ລົມກັບເພື່ອນລາວພາກນີ້ ກໍສິ້ນສຸດລົງພຽງເທົ່ານີ້. ທ່ານຜູ້ຟັງສາມາດຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ