ແນະ​ນຳ​ກ່ຽວ​ກັບການ​ຟ້ອນຕຸກ​ກະ​ຕາ​ນ້ຳ

Chia sẻ
(VOVWORLD) - ຟ້ອນຕຸກກະຕານ້ຳ ແມ່ນສິລະປະວັດທະນະທຳທີ່ເປັນມູນເຊື້ອປະເພດໜຶ່ງ ທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍຂອງພື້ນຖານອະລິຍາທຳກະສິກຳເຂົ້ານາທາມ, ຕິດພັນກັບພື້ນຖານວັດທະນະທຳ ດ້າຍວຽດ. ບໍ່ພຽງແຕ່ແມ່ນການຟ້ອນຕຸກກະຕາ ເທິງໜ້ານ້ຳເທົ່ານັ້ນ, ຮູບແບບນີ້ຍັງໄດ້ປະສົມປະສານລະຫວ່າງການຮ້ອງເພງ, ຟ້ອນ, ດົນຕີ, ເລື່ອງລາວຕ່າງໆ, ການສະແດງ, ຄວາມຕະຫຼົກ… ທຸກສິ່ງທຸກຢ່າງໄດ້ສ້າງເປັນລາຍການຟ້ອນຕຸກກະຕາທີ່ພົ້ນເດັ່ນ, ມີຊີວິດຊີວາ, ແທດຈິງ ແລະ ເຕັມໄປດ້ວຍນ້ຳໃຈ.
ແນະ​ນຳ​ກ່ຽວ​ກັບການ​ຟ້ອນຕຸກ​ກະ​ຕາ​ນ້ຳ  - ảnh 1ການຟ້ອນຕຸກກະຕານ້ຳ (ພາບ: TTXVN)

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 378 ສະບັບ ແລະ ໂທສະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ ຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນນັ້ນ ມີທ່ານຜູ້ຟັງລາວ ກໍ່ຄື ຫວຽດນາມ ຫຼາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ກໍ່ຄືຕອບຄຳຖາມຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ຈັນທິມາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ແບ່ງປັນ: ຂໍຂອບໃຈພວກເພື່ອນທີ່ໄດ້ແນະນຳຫຼາຍບົດເພງມ່ວນກ່ຽວກັບລະດູໃບໄມ້ຫຼົ່ນຮ່າໂນ້ຍ ແລະ ແນະນຳຫຼາຍສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈຢູ່ ຫວຽດນາມ ໃນຈຸດເວລານີ້, ເຊິ່ງໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກຢາກໄປທ່ຽວຢູ່ ຫວຽດນາມໃນທັນທີ.

ເພື່ອນ Ashik Eqbal Tokon ມາຈາກປະເທດ ບັງກະລາເທດ ໄດ້ສົ່ງຈົດໝາຍມາຍັງລາຍການກະຈາຍສຽງພາກພາສາອັງກິດດ້ວຍເນື້ອໃນ: ບັນດາລາຍການຂອງ VOV ລ້ວນແຕ່ເປັນປະໂຫຍດ, ໄດ້ຮັບການປະຕິບັດຢ່າງລອບຄອບຖີ່ຖ້ວນ, ດ້ວຍແຫຼ່ງຂໍ້ມູນຂ່າວທີ່ອຸດົມສົມບູນ, ອັນໄດ້ຊ່ວຍໃຫ້ຜູ້ຟັງຕ່າງປະເທດຄືພວກຂ້າພະເຈົ້າ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ວາກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.

ເພື່ອນ Amir Jameel ມາຈາກ ປາກິດສະຖານ ໄດ້ຂຽນວ່າ: ຂ້າພະເຈົ້າຢາກຝາກຄຳອວຍພອນໄຊໄປຍັງບັນດາບັນນາທິການ ຢູ່ VOV ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ ຄືວັນທີ 20 ຕຸລາ. ຂ້າພະເຈົ້າຂໍອວຍພອນໃຫ້ທຸກຄົນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ, ເຕັມໄປດ້ວຍຄວາມສຸດຈິດສຸດໃຈ ເພື່ອສືບຕໍ່ອຸທິດສ່ວນໃຫ້ແກ່ອາຊີບເຮັດຂ່າວ.

ເພື່ອນ ດາລາວັນ ມາຈາກແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ເດືອນຕຸລາຜ່ານມາ, ຂ້າພະເຈົ້າມີໂອກາດເຂົ້າຮ່ວມ ຊຸດຝືກອົບຮົບທັກສະ, ວິຊາການວຽກງານເຍົາວະຊົນ ໃຫ້ແກ່ຜູ້ຮັບຜິດຊອບເຍົາວະຊົນ - ອະນຸຊົນ ນະຄອນຫຼວງ ວຽງຈັນ ຊຸດທີ 13, ໃນຊຸດຮຽນຄັ້ງນີ້ ຂ້າພະເຈົ້າໄດ້ເຂົ້າຮ່ວມຫຼາຍກິດຈະກຳທີ່ເປັນປະໂຫຍດຄື: ຢ້ຽມຊົມ ວັນມຽວ ກວັກຕືຢາມ, ສຸສານລຸງໂຮ່, ພາວະຊາວັງ ທັງລອງ… ໃນນັ້ນຂ້າພະເຈົ້າຮູ້ສຶກປະຈັບໃຈທີ່ສຸດ ເມື່ອໄດ້ຮັບຊົມການເຄື່ອນໄຫວຟ້ອນຕຸກກະຕານ້ຳ ຢູ່ໂຮງລະຄອນຕຸກກະຕາ ທັງລອງ. ຂ້າພະເຈົ້າຢາກຮູ້ຂໍ້ມູນກ່ຽວກັບຮູບແບບສິລະປະນີ້ຕື່ມອີກ, ຫວັງວ່າບັນດາອ້າຍ, ເອື້ອຍ, ນ້ອງບັນນາທິການລາຍການພາສາລາວ ຈະສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວນີ້ ໃຫ້ແກ່ຂ້າພະເຈົ້າ? ຂໍຂອບໃຈ.

ເພື່ອນ ດາລາວັນ ທີ່ຮັກແພງ! ຟ້ອນຕຸກກະຕານ້ຳ ແມ່ນສິລະປະວັດທະນະທຳທີ່ເປັນມູນເຊື້ອປະເພດໜຶ່ງ ທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍຂອງພື້ນຖານອະລິຍາທຳກະສິກຳເຂົ້ານາທາມ, ຕິດພັນກັບພື້ນຖານວັດທະນະທຳ ດ້າຍວຽດ. ບໍ່ພຽງແຕ່ແມ່ນການຟ້ອນຕຸກກະຕາ ເທິງໜ້ານ້ຳເທົ່ານັ້ນ, ຮູບແບບນີ້ຍັງໄດ້ປະສົມປະສານລະຫວ່າງການຮ້ອງເພງ, ຟ້ອນ, ດົນຕີ, ເລື່ອງລາວຕ່າງໆ, ການສະແດງ, ຄວາມຕະຫຼົກ… ທຸກສິ່ງທຸກຢ່າງໄດ້ສ້າງເປັນລາຍການຟ້ອນຕຸກກະຕາທີ່ພົ້ນເດັ່ນ, ມີຊີວິດຊີວາ, ແທດຈິງ ແລະ ເຕັມໄປດ້ວຍນ້ຳໃຈ. ຕາມການສະຖິຕິ, ມີລາຍການສະແດງຟ້ອນຕຸກກະຕານ້ຳປະມານ 30 ລາຍການທີ່ເປັນມູນເຊື້ອ ແລະ ລາຍການໄດ້ສະແດງ ຫວຽດນາມ. ເນື້ອໃນຂອງບັນດາລາຍການສ່ວນຫຼາຍແມ່ນກ່ຽວກັບເລື່ອງລາວປະຊາຊົນ, ການດຳລົງຊີວິດຂອງຊາວກະສິກອນ. ປັດຈຸບັນ ບັນດາຫົວເລື່ອງ ການຟ້ອນຕຸກກະຕານ້ຳ ໄດ້ຮັບການຂຸດຄົ້ນຢ່າງອຸດົມສົມບູນກ່ວາ, ເປີດກວ້າງກ່ວາ ຄືກ່ຽວກັບການຜະລິດ, ການຕໍ່ສູ້ຕ້ານສັດຕູ… ພ້ອມທັງໄດ້ຮັບການລົງທຶນຢ່າງພິຖີພິຖັນ, ໃຫຍ່ໂຕມະໂຫຖານ ເມື່ອມີການເຂົ້າຮ່ວມຂອງບັນດາທັກສະໃນການສະແດງທີ່ທັນສະໄໝ.

ເພື່ອນ ຄຳພອຍ ມາຈາກນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານໃຫຍ່ທີ່ສຸດໂລກ. ສະເລ່ຍແຕ່ລະປີ, ຕະຫຼາດເຂົ້າສານ ຫວຽດນາມ ອາດຈະມີການສົ່ງອອກເຂົ້າສານ ແຕ່ 6 – 6,5 ລ້ານໂຕນ. ດັ່ງນັ້ນ ເມື່ອທຽບໃສ່ກັບບັນດາປະເທດສົ່ງອອກເຂົ້າສານໃນໂລກ ຫວຽດນາມ ຢືນຢູ່ອັນດັບເທົ່າໃດ? ສະພາບການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2023 ເປັນຄືແນວໃດ?

ເພື່ອນ ຄຳພອຍ ທີ່ຮັກແພງ! ຕາມການຄາດຄະເນ ໃນປີ 2023, ການສົ່ງອອກເຂົ້າສານ ຫວຽດນາມ ຈະບັນລຸປະມານ 6,5 – 7 ລ້ານໂຕນ, ໃນນັ້ນມີເຂົ້າສານທີ່ມີຄຸນນະພາບສູງ ປະມານ 3 ລ້ານໂຕນ. ໃນໄລຍະສັ້ນ, ລາຄາເຂົ້າສານຍັງຢູ່ລະດັບສູງ, ຊ່ວຍໃຫ້ບັນດາວິສາຫະກິດ ເຂົ້າສານ ໄດ້ຮັບຜົນປະໂຫຍດໃນໄລຍະຈະມາເຖິງ. ບັນດາຕະຫຼາດທີ່ມີມາດຖານສູງຄື: ເອີລົບ, ສ.ເກົາຫຼີ, ອົດສະຕາລີ ແລະ ບາງຕະຫຼາດໃໝ່ ຄືບັນດາປະເທດຢູ່ເຂດຕາເວັນອອກກາງ ສືບຕໍ່ສ້າງໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ເພີ່ມທະວີການສົ່ງອອກ ເມື່ອຜູ້ບໍລິໂພກ ພວມນິຍົມເຂົ້າສານທີ່ມີຄຸນນະພາບສູງຂອງ ຫວຽດນາມ. ປັດຈຸບັນ ຫວຽດນາມ ພວມແມ່ນປະເທດທີ່ມີສະມັດຕະພາບການສົ່ງອອກເຂົ້າສານໃຫຍ່ອັນດັບທີ 3 ຂອງໂລກ ດ້ວຍພື້ນຖານຢ່າງໝັ້ນແກ່ນ ແມ່ນປະເທດພັດທະນາຈາກພື້ນຖານອະລິຍະທຳເຂົ້ານ້ຳຊ້ຳປາ. ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ວົງເງິນການສົ່ງອອກເຂົ້າສານໃນ 9 ເດືອນຕົ້ນປີ 2023 ບັນລຸ 3,66 ຕື້ USD, ເພີ່ມຂຶ້ນ 40,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ຕົວເລກນີ້ ໄດ້ລື່ນມູນຄ່າສົ່ງອອກເຂົ້າສານສູງທີ່ສຸດທີ່ເຄີຍບັນລຸໄດ້ໃນປີ 2011 (3,65 ຕື້ USD). ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ມູນຄ່າການສົ່ງອອກເຂົ້າສານບັນລຸໄດ້ 3,66 ຕື້ USD ໃນ 9 ເດືອນຕົ້ນປີ 2023 ແຕ່ປະລິມານເຂົ້າສານສົ່ງອອກມີພຽງແຕ່ 6,6 ລ້ານໂຕນ.

ທ່ານຜູ້ຟັງທີ່ເຄົາລົບ ແລະ ເພື່ອນມິດທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເທິງແມ່ນບາງຄຳເຫັນ ແລະ ຄຳຖາມຂອງທ່ານຜູ້ຟັງທີ່ຝາກມາລາຍການພາກພາສາລາວ, VOV5. ໃນໄລຍະຈະມາເຖິງ, ລາຍການພາກພາສາລາວ ປາດຖະໜາວ່າຈະໄດ້ຮັບຈົດໝາຍ ແລະ ໂທລະສັບຈາກທ່ານຜູ້ຟັງຫຼາຍກ່ວາອີກ. ທຸກຄຳເຫັນຂອງທ່ານຜູ້ຟັງ, ຜູ້ອ່ານທີ່ປະກອບໃຫ້ແກ່ລາຍການ ແມ່ນສົ່ງໄປຍັງ ພະແນກກະຈາຍສຽງບັນດາພາສາຕ່າງປະເທດ - ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ, ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ອ່ານ ກໍ່ສາມາດໃຫ້ຄຳຕິຊົມບັນດາລາຍການຜ່ານເວັບໄຊ vovworld.vn ຫຼື vov5.vn ໄດ້.

ຕອບກັບ