ແນະນຳກິດຈະກຳ, ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ)

Dieu Hong
Chia sẻ
(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 406 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 14 ສະບັບຈາກທ່ານຜູ້ຟັງ.

ແນະນຳກິດຈະກຳ, ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ) - ảnh 1ພິທີຕັດແຖບຜ້າເປີດສະຫຼອງ ຂົວຫວິງຕຸຍ ໄລຍະ 2

ໃນອາທິດ, ເພື່ອນ ແສງມະລີ, ສະມາຊິກຊາວໜຸ່ມແຂວງ ວຽງຈັນ ໄດ້ສົ່ງອີເມວອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ (ວັນທີ 10 ຕຸລາ) , ເພື່ອນໄດ້ຂຽນວ່າ: ຂ້າພະເຈົ້າຫາກໍ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມ, ໃນນັ້ນມີເນື້ອໃນແນະນຳວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ, ຂອງ ຫວຽດນາມ (ວັນທີ 10 ຕຸລາ). ຜ່ານລາຍການພາກພາສາລາວ, ຂ້າພະເຈົ້າຢາກຝາກຄຳອວຍພອນອັນດີງາມເຖິງປະຊາຊົນ ຫວຽດນາມ, ບັນດາປະຊາຊົນຜູ້ທີ່ມີຄວາມຜາສຸກ ແລະ ເບີກບານມ່ວນຊື່ນຍ້ອນໄດ້ດຳລົງຊີວິດໃນນະຄອນແຫ່ງສັນຕິພາບ. ຂໍອວຍພອນໃຫ້ນະຄອນຫຼວງ ຮ່າໂນ້ຍ ຈະເປັນນະຄອນແຫ່ງສັນຕິພາບຕະຫຼອດໄປ ແລະ ນັບມື້ນັບສວຍງາມ, ຮັ່ງມີກ່ວາອີກ. ແລະ ຂ້າພະເຈົ້າກໍ່ຢາກຖາມຂໍ້ມູນກ່ຽວກັບກິດຈະກຳ, ການເຄື່ອນໄຫວທີ່ຈະຈັດຂຶ້ນເນື່ອງໃນໂອກາດນີ້ແດ່?

ເພື່ອນ ແສງມະລີ ທີ່ຮັກແພງ, ເພື່ອສະເຫຼີມສະຫຼອງ 78 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ (2/9/1945 – 2/9/2023) ແລະ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2023), ຄະນະກຳມະການນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດພິທີເປີດສະຫຼອງໂຄງການລົງທຶນກໍ່ສ້າງຂົວຂ້າມແມ່ນ້ຳແດງ ຫວີງຕຸຍ ໄລຍະທີ 2 ໃນທ້າຍເດືອນສິງຫາຜ່ານມາ. ຂົວຫວີງຕຸຍ ໄລຍະທີ 2 ຕັ້ງຢູ່ເຂດຍ່ານລຸ່ມແມ່ນ້ຳແດງ, ຕິດກັບຂົວທີ່ສ້າງໄລຍະທີ 1, ດ້ວຍຂອບຂະໜາດ 4 ເລນ ແລະ ມີຈຳນວນເງິນລົງທຶນທັງໝົດກ່ວາ 2.500 ຕື້ດົ່ງ. ນີ້ແມ່ນກິດຈະກຳທີ່ມີຂອບຂະໜາດໃຫຍ່, ຊ່ວຍໃຫ້ການຄົມມະນາຄົມຂ້າມແມ່ນ້ຳແດງມີຄວາມສະດວກກ່ວາ, ແນ່ນອນວ່າ ກິດຈະກຳນີ້ຈະຊ່ວຍໃຫ້ນະຄອນຫຼວງ ຮ່າໂນ້ຍ ນັບມື້ນັບພັດທະນາຍິ່ງໆຂຶ້ນ.

        ນອກຈາກນັ້ນ, ເນື່ອງໃນໂອກາດນີ້, ຄະນະຄຸ້ມຄອງເຂດປູຊະນີຍະສະຖານ ຄຸກຫວາລໍ່ ກໍ່ໄດ້ຈັດງານວາງສະແດງ “ຄື້ນຟອງແມ່ນ້ຳແດງ” ໃນວັນທີ 4 ຕຸລາ. ງານວາງສະແດງ “ຄື້ນຟອງແມ່ນ້ຳແດງ” ໄດ້ເຕື້ອງເຖິງບັນດາການເສຍສະຫຼະຊີວິດຂອງກອງທັບ, ປະຊາຊົນນະຄອນຫຼວງ, ເຊິ່ງໄດ້ປະກອບສ່ວນສ້າງໄຊຊະນະຂອງບັ້ນຕໍ່ຕ້ານ ຝລັ່ງ ທີ່ຍາວນານ, ຜ່ານນັ້ນກໍ່ໄດ້ປະກອບສ່ວນປຸກລຸກຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ສຶກສາອົບຮົມມູນເຊື້ອຮັກຊາດ, ສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ເພື່ອໃຫ້ລຸ້ນໜຸ່ມໃນປະຈຸບັນ ຍິ່ງມີຄວາມຮັກຕໍ່ປະເທດຊາດ, ປະກອບສ່ວນສ້າງສາປະເທດໃນໄລຍະໃໝ່ຕື່ມອີກ.

 
ແນະນຳກິດຈະກຳ, ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ) - ảnh 2ພາບປະກອບ

        ສ່ວນເພື່ອນ ຈັນທະສອນ, ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການ, ໃນນັ້ນມີຕອນຂຽນວ່າ: ມີເພື່ອນ ຫວຽດນາມ ຄົນໜຶ່ງໄດ້ມອບເຂົ້າເໝົ້າຮ່າໂນ້ຍ ແລະ ໝາກພັບມົນໆກອບໆໃຫ້ຄອບຄົວຂ້າພະເຈົ້າ, ເພື່ອນວ່າ ນີ້ແມ່ນຂອງກິນທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ. ຂ້າພະເຈົ້າເຄີຍໄດ້ກິນເຂົ້າເໝົ້າມາແລ້ວ ແຕ່ບໍ່ເຄີຍກິນໝາກພັບກອບຄືແນວນີ້ຈັກເທື່ອ. ຂໍໃຫ້ທາງລາຍການແນະນຳກ່ຽວກັບບ່ອນປູກ, ເວລາເກັບໝາກພັບໃຫ້ຮູ້ແດ່?

        ເພື່ອນ ຈັນທະສອນ ທີ່ຮັກແພງ, ໝາກພັບກອບເລີ່ມສຸກແຕ່ເດືອນ 7 – 9 ຂອງແຕ່ລະປີ, ແຕ່ໝາກພັບໃນຕົ້ນລະດູບໍ່ທັນຫວານແຊບປານໃດ, ຮອດທ້າຍລະດູການ ໝາກພັບຈຶ່ງຫວານ, ແຊບດີ ດັ່ງນັ້ນ, ຊ່ວງເດືອນ 8 ໝາກພັບກອບຈະຫວານແຊບທີ່ສຸດ. ໂດຍຂຶ້ນກັບສະພາບດິນຟ້າອາກາດ, ໝາກພັບອາດຈະສຸກໄວ ຫຼື ຊ້າກ່ວາປົກກະຕິ. ໝາກພັບກອບເຄີຍໄດ້ປູກຢູ່ ດາລາດ, ແຂວງ ເລີມດົ່ງ ແລະ ບັນດາແຂວງທາງພາກເໜືອ ຫວຽດນາມ, ຄື: ແຂວງ ລາຍເຈົາ, ເຊີນລາ, ຕວຽນກວາງ… ໃນໝາກພັບມີວີຕາມິນ: A, C, B ສູງ ແລະ Fiber, Cacbohydrate, Beta Carotene, ແຮ່ທາດຫຼາຍຊະນິດ… ດັ່ງນັ້ນ, ກິນໝາກພັບກອບຈະດີຕໍ່ຕາ, ມີ calories ໜ້ອຍ ແລະ ພະລັງງານສູງ ດັ່ງນັ້ນຈິ່ງອິ່ມດົນ, ຊ່ວຍໃນການຫລຸດນ້ຳໜັກ… ປະຈຸບັນ, ໝາກພັບພວມສຸກດີເຫຼືອງ ງາມຕາຫຼາຍ, ເພື່ອນ ຈັນທະສອນ ຈົ່ງຍາດໂອກາດໄປ ຫວຽດນາມ ເພື່ອ Check – in ຢູ່ສວນໝາກພັບແດ່ເດີ.

ແນະນຳກິດຈະກຳ, ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ) - ảnh 3ໂຮງລະຄອນ ໂຮ່ເກືອມ

        ໃນອາທິດ, ເພື່ອນ ແສງຈັນ, ແຂວງ ຜົ້ງສາລີ ໄດ້ຝາກອີເມວເຖິງລາຍການ, ເພື່ອນຢາກຖາມຂໍ້ມູນກ່ຽວກັບໂຮງລະຄອນ ໂຮ່ເກືອມ, ເຊິ່ງຫາກໍ່ໄດ້ເປີດນຳໃຊ້ຫວ່າງແລ້ວນີ້ຢູ່ນະຄອນຫຼວງຮ່າໂນ້ຍ.

        ເພື່ອນ ແສງຈັນ ທີ່ຮັກແພງ, ໂຮງລະຄອນ ໂຮ່ເກືອມ ມີເນື້ອທີ່ກ່ວາ 5.000 ມ2, ໂດຍກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ ລົງມືກໍ່ສ້າງຢູ່ໃກ້ກັບ ໂຮ່ເກືອບ (ເຮືອນເລກທີ 40 ຮ່າງບ່າຍ, ເມືອງ ຮວ່າມກຽມ, ນະຄອນຫຼວງ ຮ່າໂນ້ຍ). ນີ້ແມ່ນສະຖານທີ່ວັດທະນະທຳໃໝ່ ເຊິ່ງໄດ້ເຊື່ອມຕໍ່ກັບບັນດາກິດຈະກຳວັດທະນະທຳ, ປູຊະນີຍະສະຖານປະຫວັດສາດ, ສະຖານທີ່ສະຖາປັດຕະຍາກຳອາຍຸນັບພັນປີຂອງ ຫວຽດນາມ, ສ້າງເປັນເຂດສູນລວມວັດທະນະທຳສິລະປະ, ບັນເທິງຢູ່ອ້ອມແອ້ມ ໂຮ່ເກືອມ. ເຖິງວ່າໄດ້ລົງມືກໍ່ສ້າງໃນໄລຍະເກີດໂລລະບາດໂຄວິດ -19 ກໍ່ຕາມ, ແຕ່ໂຄງການນີ້ກໍ່ໄດ້ຮັບການກໍ່ສ້າງສຳເລັດໃນໄລຍະເວລາພຽງແຕ່ 22 ເດືອນເທົ່ານັ້ນ. ໂຮງລະຄອນແຫ່ງນີ້ ມີ 6 ຊັ້ນ ແລະ ຊັ້ນໃຕ້ດິນ 3 ຊັ້ນ, ຫ້ອງຮັບຊົມການສະແດງໃຫຍ່ມີ 900 ບ່ອນນັ່ງ, ຫ້ອງສະແດງດົນຕີປະສານສຽງນ້ອຍມີ 500 ບ່ອນນັ່ງ ແລະ ບັນດາເຂດວາງສະແດງສິລະປະຕ່າງໆ… ດັ່ງທີ່ກ່າວມາຂ້າງເທິງແມ່ນຂໍ້ມູນພື້ນຖານກ່ຽວກັບໂຮງລະຄອນ ໂຮ່ເກືອມ, ຫວັງວ່າເພື່ອນ ແສງຈັນ ແລະ ທ່ານຜູ້ຟັງທີ່ມີຄວາມສົນໃຈ ຈະມີໂອກາດມາຢາມກິດຈະກຳສະຖາປັດຕະຍາກຳ, ວັດທະນະທຳ, ສິລະປະຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍາທຳນີ້.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ