ຫວຽດນາມ ປະຕິບັດສຳເລັດໜ້າທີ່ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2

Minh Duc
Chia sẻ
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 330 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ. 

ຫວຽດນາມ ປະຕິບັດສຳເລັດໜ້າທີ່ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 - ảnh 1 ການນຳອາເມລິກາ - ສປປ.ເກົາຫຼີ

(ພາບ: Reuters)

ໃນອາທິດຜ່ານມາ, ມີຜູ້ຟັງຫຼາຍທ່ານຢູ່ບັນດາປະເທດຄື: ລາວ, ອິນໂດເນເຊຍ, ອາເມລິກາ, ຝລັ່ງ… ໄດ້ຝາກຈົດໝາຍ, ສົ່ງອີແມວ, ໂທລະສັບມາວິທະຍຸກະຈາຍສຽງຫວຽດນາມ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ອວຍພອນ ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, ທີ່ໄດ້ຮັບການເລືອກເຟັ້ນເປັນສະຖານທີ່ຈັດກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍຂອງທ່ານຜູ້ຟັງທີ່ສົ່ງເຖິງລາຍການ:

ເພື່ອນ  ວິໄລ ແສງຄຳ, ໄດ້ໂທລະສັບມາຍັງລາຍການ ອວຍພອນເລື່ອງຫວຽດນາມ ປະຕິບັດສຳເລັດໜ້າທີ່ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2. ຜ່ານເຫດການນີ້, ຫວັງວ່າຈະມີນັກທ່ອງທ່ຽວຫຼາຍຄົມມາຢ້ຽມຊົມ, ທ່ອງທ່ຽວ ແລະ ຊອກຮູ້ກ່ຽວກັບປະເທດຫວຽດນາມ ແຫ່ງສັນຕິພາບ, ຮັກແພງແຂກຄົນ.

ໃນຈົດໝາຍສົ່ງເຖິງລາຍການເພື່ອນ Lin Tjing, ຢູ່ປະເທດອິນໂດເນເຊຍ, ຂຽນວ່າ: “ຂ້າພະເຈົ້າມີຄວາມເອກອ້າງຖະນົງໃຈ ແລະ ຕື້ນຕັນໃຈເມື່ອ ຮ່າໂນ້ຍ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2. ນີ້ແມ່ນສະຖານທີ່ມີຄວາມປອດໄພທີ່ສຸດ ແລະ ມີຄວາມໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າໄດ້ຕິດຕາມຂ່າວທັງໝົດກ່ຽວກັບການພົບປະລະຫວ່າງອາເມລິກາ - ສປປ.ເກົາຫຼີຜ່ານລາຍການຂອງ VOV5”.

ສ່ວນໃນຈົດໝາຍຂອງເພື່ອນ Thiery, ຊາວຝລັ່ງ, ຂຽນວ່າ: “ເຫດການສຳຄັນຄືກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ໄດ້ເຮັດໃຫ້ພວກເພື່ອນຕ້ອງອອກຂ່າວຢ່າງຫຼວງຫຼາຍ. ຂ້າພະເຈົ້າຕີລາຄາສູງລັກສະນະເປັນມືອາຊີບຂອງພວກເພື່ອນ”.

ຫວຽດນາມ ປະຕິບັດສຳເລັດໜ້າທີ່ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 - ảnh 2 ຊຸດສະແຕມໂດຍຫວຽດນາມ ພິມຈຳໜ່າຍ ເນື່ອງໃນໂອກາດ ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2

(ພາບ: ອິນເຕີແນັດ)

ເພື່ອນ ວິໄລຄຳ, ສົ່ງຂໍ້ຄວາມທາງ Facebook ມາລາຍການ, ຢາກຊອກຮູ້ກ່ຽວກັບຄວາມໝາຍຂອງຊຸດສະແຕມໂດຍຫວຽດນາມ ພິມຈຳໜ່າຍ ເນື່ອງໃນໂອກາດ ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ດຳເນີນໄປຢູ່ຮ່າໂນ້ຍ ຫວ່າງແລ້ວນີ້ ແລະ ເພື່ອນໄດ້ຖາມວ່າ ຊຸດສະແຕມນັ້ນໄດ້ຂາຍທົ່ວໄປບໍ່?.

ເພື່ອນ ວິໄລຄຳ, ທີ່ຮັກແພງ, ຊຸດສະແຕມ “ຂ່ຳນັບຊົມເຊີຍກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2” ຢູ່ຮ່າໂນ້ຍ ສະແດງໃຫ້ເຫັນສັນຍາລັກການນຳອາເມລິກາ - ສປປ.ເກົາຫຼີ ຈັບມືກັນ, ໃນພື້ນທີ່ຂອງແຖວໄມ້ໄຜ່ຂຽວສະຫງົບງຽບ, ຄວາມໃກ້ຊິດສະໜິດສະໜົມຂອງຫວຽດນາມ. ນອກຈາກນັ້ນ, ຊຸດສະແຕມຍັງແຕ້ມທຸງຊາດຫວຽດນາມ ແລະ ນົກສັນຕິພາບ ພ້ອມກັບແຖວຕົວໜັງສື “Partnership for sustainable peace” (ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ) ເພື່ອແນໃສ່ຢືນຢັນກຳລັງຄວາມສາມາດຈັດຕັ້ງບັນດາເຫດການສາກົນ, ກໍຄືຄວາມໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນ ແລະ ເຕັມໄປດ້ວຍໜ້າທີ່ຄວາມຮັບຜິດຊອບຂອງຫວຽດນາມ ສຳລັບພື້ນຖານສັນຕິພາບໃນທົ່ວໂລກ. ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ດຳເນີນກົງກັບໂອກາດ 20 ປີ ນະຄອນຮ່າໂນ້ຍ ໄດ້ຮັບນາມມະຍົດນະຄອນແຫ່ງສັນຕິພາບ ໂດຍ UNESCO ມອບໃຫ້. ນີ້ກໍ່ແມ່ນກາລະໂອກາດໃຫຍ່ຫຼວງເພື່ອໃຫ້ນະຄອນຮ່າໂນ້ຍ ໂຄສະນາພາບພົດຂອງນະຄອນທີ່ຮັກຫອມສັນຕິພາບ, ມີຄວາມໃກ້ຊິດສະໜິດສະໜົມ, ມີພື້ນຖານອະລິຍະທຳມາແຕ່ດົນນານ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື ແລະ ພັດທະນາ. ດ້ວຍຄວາມໝາຍ, ຂໍ້ມູນຂ່າວຫຼາຍຢ່າງ, ຊຸດສະແຕມນັ້ນໄດ້ປະກອບສ່ວນສົ່ງສານຢ່າງແຮງທີ່ວ່າ “ຫວຽດນາມ - ຈຸດນັດພົບທີ່ປອດໄພ, ມີຄວາມໃກ້ຊິດສະໜິດສະໜົມ”, “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ” ເຖິງເພື່ອນມິດ, ປະຊາຄົມສາກົນ; ພ້ອມທັງຢືນຢັນບົດບາດຂອງປະເທດສະມາຊິກສະຫະປະຊາຊາດ ທີ່ມີຄວາມຮັບຜິດຊອບ ແລະ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ ໃນການປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ຊຸດສະແຕມດັ່ງກ່າວໄດ້ນຳຂາຍທາງອິນເຕີແນັດຂອງໄປສະນີຫວຽດນາມ ນັບແຕ່ວັນທີ 26 ກຸມພາ 2019 ຫາວັນທີ 31 ທັນວາ 2020.

ຕອບກັບ