ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງ VOV

Minh Duc
Chia sẻ
(VOVWORLD) - ໃນ 78 ປີຜ່ານມາ, VOV ໄດ້ກາຍເປັນເພື່ອນທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 327 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 16 ສະບັບຈາກທ່ານຜູ້ຟັງລາວ.
ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງ VOV - ảnh 1ທ່ານພົນເອກ ຫວໍງວຽນຢາບ ບໍ່ພຽງແຕ່ແມ່ນອ້າຍກົກຂອງກອທັບປະຊາຊົນ ຫວຽດນາມ
(ພາບ: cand.com.vn)

ໃນອາທິດຜ່ານມາ ເພື່ອນ ເພັດມາລີ, ດຳລົງຊີວິດຢູ່ ສາລະວັນ, ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ວັນທີ 25 ສິງຫາ ແມ່ຄົບຮອບ 112 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ. ທ່ານພົນເອກ ຫວໍງວຽນຢາບ ບໍ່ພຽງແຕ່ແມ່ນອ້າຍກົກຂອງກອທັບປະຊາຊົນ ຫວຽດນາມ - ເປັນນາຍພົນທີ່ປີຊາສາມາດ, ດີເລີດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຂອບຂະໜາດທົ່ໂລກອີກດ້ວຍ. ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ, ທ່ານພົນເອກ ຫວໍງວຽນຢາບ ແມ່ນນາຍພົນທີ່ມີຄຸນງາມຄວາມດີ, ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງກອງທັບປະຊາຊົນ ຫວຽດນາມ ໃຫ້ເຂັ້ມແຂງ, ເປັນກຳລັງຫຼວງ, ສະຫຼາດຫຼັກແຫຼມ, ນັບມື້ນັບທັນສະໄໝເທື່ອລະກ້າວ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ກອງທັບປະຊາຊົນ ຫວຽດນາມ ບັນລຸໄດ້ຫຼາຍບາດກ້າວໃໝ່ ເພື່ອສືບຕໍ່ການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ເອກະາດຊົນຊາດ.

ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງ VOV - ảnh 2

ເພື່ອນ ຄຳຫຼ້າ ທອງສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນທີ່ວ່າ: ວັນທີ 07 ກັນຍາ ຈະມາເຖິງນີ້, ແມ່ນສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV). ໃນ 78 ປີຜ່ານມາ, VOV ໄດ້ກາຍເປັນເພື່ອນທີ່ມຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ. VOV ໄດ້ຢືນຢັນບົດບາດເປັນຽງເວົ້າຂອງພັກ, ຂອງລັດ ແລະ ຂອງປະຊາຊົນ ຫວຽດນາມ, ເປັນຂົວເຊື່ອມຕໍ່ມິດພາບທີ່ສະໜິດສະໜົມ, ມີຄວາມໄວ້ເນື້ອເຊື່ອໃຈ ເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດສາກົນ. ເນື່ອງໃນໂອກາດພິເສດນີ້, ຂ້າພະເຈົ້າຂໍອວພອນໃຫ້ພະນັກງານ, ນັກຂ່າວ, ບັນນາທິການ, ໂຄສົກຂອງ VOV ທຸກຄົນຈົ່ງປະຕິບັດສຳເລັດໜ້າທີ່ການງານທີ່ໄດ້ຮັບມອບໝາຍ, ສືບຕໍ່ແມ່ນບ່ອນສະໜອງຂໍ້ມູນຂ່າວຢ່າງວ່ອງໄວ, ຊັດເຈນເຖິງເພື່ອນຜູ້ຟັງ, ຜູ້ອ່ານໃນທົ່ວໂລກ.

ຂໍຂອບໃຈເພື່ອນ ຄຳຫຼ້າ ທອງສຸກ ທີ່ໄດ້ສົ່ງຄຳອວຍພອນມາຫາລາຍການ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງ VOV. ຫວັງວ່າ ໃນໄລຍະຈະມາເຖິງ, ເພື່ອນຈະສືບຕໍ່ຮ່ວມເດີນທາງພ້ອມກັບລາຍການ, ສືບຕໍ່ສົ່ງຈົດໝາຍ, ອີເມວ ປະກອບຄຳເຫັນໃຫ້ VOV ແລະ ລາຍການພາກພາສາ ລາວ, ເພື່ອໃຫ້ລາຍການມີຫຼາຍຂ່າວ ແລະ ບົດຂຽນທີ່ສ້າງຄວາມປະທັບໃຈສົ່ງເຖິງຜູ້ຟັງ, ຜູ້ອ່ານທຸກໆທ່ານ.

ເພື່ອນ ວຽງໄຊ ຢູ່ແຂວງ ສະຫວັນນະເຂດ, ໄດ້ໂທລະສັບມາຫາລາຍການແບ່ງປັນວ່າ: ໃນທ້າຍເດືອນ ສິງຫາ, ຕົ້ນເດືອນ ກັນຍາ ຈະມາເຖິງນີ້, ຂ້າພະເຈົ້າຈະພາຄອບຄົວໄປທ່ອງທ່ຽຢູ່ ຫວຽດນາມ. ຂ້າພະເຈົ້າຢາກໃຫ້ລາຍການພາກພາສາລາວ ແນະນຳບັນດາເຍື່ອງອາຫານທີ່ແຊບຂອງ ຫວຽດນາມ, ກໍ່ຄືສະຖານທີ່ເໝາະສົມຕ່າງໆໃຫ້ຄອບຄົວຂອງຂ້າພະເຈົ້າ.

ເພື່ອນ ວຽງໄຊ ທີ່ຮັກແພງ, ຕາມແຫຼ່ງຂ່າວ ພວກຂ້າພະເຈົ້າໄດ້ຮູ້ມາວ່າ ແຕ່ວັນທີ 31 ສິງຫາ ຫາວັນທີ 03 ກັນຍາ 2023 ຄາດວ່າ, ຢູ່ແຂວງ ກວ໋າງນາມ ຈະຈັດງານມະໂຫລານອາຫານການກິນສາກົນ - ກວ໋າງນາມ 2023 ດ້ວຍຫົວຂໍ້ທີ່ວ່າ “ດິນແດນ ກວ໋າງ ສິ່ງຍອດຍິ່ງຂອງອາຫານການກິນຢູ່ທົ່ວທຸກສາລະທິດ”, ເຊິ່ງຈະຈັດຂຶ້ນຢູ່ຖະໜົນ ຫງວຽນຝຸກຈູ, ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ. ໃນຂອບເຂດງານມະໂຫລານນີ້ ຈະມີບັນດາການເຄື່ອນໄຫວ, ຄື: ເຂດວາງສະແດງ, ແນະນຳວັດທະນະທຳອາຫານການກິນ, ການທ່ອງທ່ຽວ, ຜະລິດຕະພັນ OCOP ດ້ວຍບັນດາການເຄື່ອນໄຫວ “ລົງພຶດຕິກຳຕົວຈິງ - ກະຕຸ້ນ - ຊື້ຂາຍ” ດ້ວຍ 85 ຮ້ານວາງສະແດງ, ໄດ້ຈັດແບ່ງເປັນຫຼາຍເຂດໃຫ້ລົງຕົວຈິງກ່ຽວກັບວັດທະນະທຳອາຫານການກິນຂອງບັນດາປະເທດ; ອາຫານການກິນທີ່ເປັນເອກະລັກສະເພາະຂອງ 3 ພາກ ເໜືອ - ກາງ - ໃຕ້ ຂອງ ຫວຽດນາມ…

ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງ VOV - ảnh 3ຊາດອກບົວ
(ພາບ: baovanhoa.vn)

ເພື່ອນ ຄຳສຸວັນ, ຢູ່ແຂວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ, ດອກບົວ ຫວຽດນາມ ພ້ອມກັບຕົ້ນໄມ້ບາງຊະນິດໄດ້ສ້າງເປັນລົດຊາດຂອງຊາຊະນິດໜຶ່ງທີ່ມີກິ່ນຫອມພິເສດ. ຂ້າພະເຈົ້າໄດ້ດື່ມຊາຊະນິດນີ້ແລ້ວ ແລະ ມີຄວາມປະທັບໃຈຕໍ່ຊາຊະນິດນີ້ຫຼາຍ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຊາດອກບົວນີ້ໄດ້ຜະລິດຄືແນວໃດ.

ເພື່ອນ ຄຳສຸວັນ, ທີ່ຮັກແພງ, ແຕ່ລະເທື່ອ, ເມື່ອລະດູຮ້ອນວຽນມາ, ປະຊາຊົນທີ່ດຳລົງຊີວິດຢູ່ເມືອງ ໄຕໂຮ່, ຮ່າໂນ້ຍ ພັດຫ້າງຫາກັບວຽກງານເອືອບຊາດອກບົວ. ເພື່ອໃຫ້ມີຊາດອກບົວທີ່ແຊບໆນັ້ນ ກໍຕ້ອງເລືອກເອົາຊາຊະນິດພິເສດ, ໃນນັ້ນ, ມີຊາ ຊານຕວຽດ (ແຂວງ ຮ່າຢາງ). ນີ້ແມ່ນຊາທີ່ໄດ້ຮັບການຕີລາຄາວ່າແຊບທີ່ສຸດ. ເພື່ອໃຫ້ຊາມີກິ່ນຫອມຂອງດອກບົວ ແຕ່ຍັງຮັກສາລົດຊາດຂອງຊານັ້ນ ມັນຮຽກຮ້ອງຕ້ອງມີຄວາມລະອຽດລະອໍ. ທຳອິດ, ຊາໄດ້ໝັກໃນດອກບົວສົດ, ຫຼັງຈາກນັ້ນ ກໍຫໍ່ດ້ວຍໃບດອກບົວ ແລ້ວປັກໃສ່ນ້ຳເປັນເວລາ 5 – 10 ມື້ຈຶ່ງສາມາດນຳມາໃຊ້ໄດ້. ຊາດອກບົວທີ່ບັນລຸໄດ້ມາດຕະຖານແມ່ນຕ້ອງມີກິ່ນຫອມຂອງດອກບົວອ່ອນໆ, ເມື່ອດື່ມຈະມີລົດຝາດຂອງຊາ. ໃນປີໜຶ່ງ ດອກບົວຈະບານພຽງແຕ່ໃນຕົ້ນເດືອນ ມິຖຸນາ ຫາເດືອນ ກັນຍາ ເທົ່ານັ້ນ. ປະຊາຊົນທີ່ດຳລົງຊີວິດຢູ່ເຂດອ້ອມໜອງ ໂຮ່ໄຕ ໄດ້ໝັກຊາດອກບົວດ້ວຍມືຕາມວິທີທີ່ເປັນມູນເຊື້ອປະໄວ້ໃຫ້.

ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງ VOV - ảnh 4ຫາດຫີນແມ່ນ້ຳແດງ
(ພາບ: sunnyvali.vn)

ເພື່ອນ ບຸນທັດ, ນັກສຶກສາມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມ ມາຫາລາຍການທາງ Fackbook ໂດຍໃຫ້ຮູ້ວ່າ: ບັນດາເພື່ອນັກສຶກສາ ຫວຽດນາມ ເຄີຍເວົ້າເຖິງຫາດຫີນຢູ່ແຄມແມ່ນ້ຳແດງ ແລະ ຢູ່ແຫ່ງນີ້ມີຫຼາຍຄົນມັກມາເຕົ້າໂຮມກັນໃນເວລາທ້າຍອາທິດ. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ວ່າ ຫາດຫີນຢູ່ແມ່ນ້ຳແດງນີ້ແມ່ນຢູ່ໃສ, ຂ້າພະເຈົ້າຢາກໄປແຫ່ງນີ້ຕ້ອງໃຊ້ພາຫະນະໃດ? ຂໍຂອບໃຈ.

ເພື່ອນ ບຸນທັດ ທີ່ຮັກແພງ, ເພື່ອມາຫາດຫີນແມ່ນ້ຳແດງນັ້ນ, ເພື່ອນຕ້ອງໄປສຸດຮ່ອມທີ 246 ຖະໜົນເອົາເກີ, ບ້ານ ເຍີດເຕີນ, ຮ່າໂນ້ຍ. ເຖິງວ່າຈະຢູ່ໃກ້ກັບເຂດຕົວເມືອງທີ່ຄຶກໂຄມໜາແໜ້ນກໍ່ຕາມ, ແຕ່ຫາດຫີນນີ້ໄດ້ນຳມາເຊິ່ງຄວາມງາມ, ສະຫງົບງຽບ. ສະຖານທີ່ດັ່ງກ່າວຕັ້ງຢູ່ໃກ້ກັບໃຈກາງນະຄອນ ຮ່າໂນ້ຍ, ສະນັ້ນ, ມາແຫ່ງນີ້ກໍ່ງ່າຍ ແລະ ສະດວກ. ຖ້າຫາກວ່າ ເພື່ອນຂີ່ລົດເມແມ່ນຂີ່ລົດເບີ 13, 31, 33... ໄປດ້ວຍພາຫະນະສ່ວນຕົວຄື ລົດໃຫຍ່ ຫຼື ລົດຈັກ - ຈາກເຂດ ມິ້ດິ່ງ, ໄປທາງ ເກົ່າໄຢ ຮອດທາງ ເບືອຍ ໄປຕໍ່ທາງ ລາກລອງກວນ ແລ້ວລ້ຽວເຂົ້າທາງ ເອົາເກີ, ຫຼັງຈາກນັ້ນໄປສຸດຮ່ອມທີ 264 ກໍ່ຈະເຫັນຫາດຫີນແມ່ນ້ຳແດງ.

ຕອບກັບ