ວັນບຸນໄຫວ້ພະຈັນແມ່ນວັນບຸນປະເພນີ ແລະ ພິເສດຂອງຊາວ ຫວຽດນາມ

Minh Duc
Chia sẻ
(VOVWORLD) -  ໃນຊຸມມື້ນີ້, ເດັກນ້ອຍໃນທົ່ວປະເທດ ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຄື: ແຫ່ໂຄມໄຟ, ຊົມຟ້ອນສິງໂຕ, ກິນເຂົ້າໜົມໃນພາໄຫ້ວພະຈັນ...

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 533 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງລາວ.

ວັນບຸນໄຫວ້ພະຈັນແມ່ນວັນບຸນປະເພນີ ແລະ ພິເສດຂອງຊາວ ຫວຽດນາມ - ảnh 1(ພາບປະກອບອີນເຕີເນັດ)

ເພື່ອນ ດາລາວັນ ສີຫາລາດ ຢູ່ແຂວງຫົວພັນ ໄດ້ໂທລະສັບມາຫາລາຍການໂດຍແບ່ງປັນວ່າ: ວັນທີ 21 ກັນຍາ, ແມ່ນວັນສັນຕິພາບສາກົນ ທີ່ອົງການສະຫະປະຊາຊາດລິເລີ່ມເພື່ອເຊີດຊູສັນຕິພາບ, ສົ່ງເສີມບັນດາປະເທດຮ່ວມແຮງຮ່ວມໃຈເພື່ອສັນຕິພາບໃນທົ່ວໂລກ. ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດພ້ອມກັນປະລະອາວຸດ ແລະ ຍົກອອກຂໍ້ຕົກລົງສັນຕິພາບ. ພ້ອມກັນນັ້ນ, ວັນນີ້ຍັງແມ່ນໂອກາດເພື່ອລະນຶກ, ຮັດແໜ້ນຄຳໝັ້ນສັນຍາສັນຕິພາບຂອງບັນດາປະເທດໃນທົ່ວໂລກ, ເຕືອນໃຫ້ບັນດາປະເທດປະຕິບັດບັນດາຄຳໝັ້ນສັນຍາເພື່ອຮັບປະກັນສັນຕິພາບຂອງໂລກ. ຂ້າພະເຈົ້າໄດ້ຮູ້ວ່າ ຮ່າໂນ້ຍ ໄດ້ຮັບນາມມະຍົດນະຄອນເພື່ອສັນຕິພາບຈາກ UNESCO, ຫວັງວ່າ ດ້ວຍນາມມະຍົດດັ່ງກ່າວ, ຮ່າໂນ້ຍ ຈະເຜີຍແຜ່ສານສັນຕິພາບໄປຍັງບັນດາປະເທດໃນໂລກ.

ວັນບຸນໄຫວ້ພະຈັນແມ່ນວັນບຸນປະເພນີ ແລະ ພິເສດຂອງຊາວ ຫວຽດນາມ - ảnh 2ງານແຂ່ງຂັນບານເຕະຊາວໜຸ່ມ ຫວຽດນາມ ຄັ້ງທີ 9 ຢູ່ລາວ
(ພາບ: TTXVN)

ເພື່ອນ ວັນວິໄລ, ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງເຟສບຸກ ແບ່ງປັນຂໍ້ມູນກ່ຽວກັບການເຄື່ອນໄຫວກິລາຂອງຊາວໜຸ່ມ ຫວຽດນາມ ຢູ່ລາວ ດ້ວຍເນື້ອໃນວ່າ: ຫວ່າງມໍ່ໆມານີ້, ຢູ່ສູນກິລາ ຈຳປາສັ, ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີປິດງານແຂ່ງຂັນບານເຕະຊາວໜຸ່ມ ຫວຽດນາມ ຄັ້ງທີ 9 ຢູ່ລາວ ຊິງຂັນວຽງຈັນ 2023 ໄດ້ດຳເນີນແຕ່ວັນທີ 26 ສິງຫາ 16 ກັນຍາ 2023 ໂດຍມີການເຂົ້າຮ່ວມຂອງ 10 ທິມທີ່ມາຈາກກຸ່ມ, ສະໂມສອນຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ລາວ. ນອກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບຂອງຂວັນການກຸສົນໃຫ້ຜູ້ຕາງໜ້າຂອງ 2 ສູນມູນນິທິເດັກພິການຫູ, ພິການຕາ ແລະ ເດັກພິການ ນະຄອນຫຼວງວຽງຈັນ ເຊິ່ງໄດ້ສະແດງໃຫ້ເຫັນການກະທຳອັນລ້ຳຄ່າ, ນ້ຳໃຈຮັກແພງເຊິ່ງກັນ ແລະ ກັນຂອງປະຊາຄົມຊາວ ຫວຽດນາມ ທີ່ສະຫງວນໃຫ້ເດັກນ້ອຍ, ຄົນພິການ... ຢູ່ລາວ, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດອ້າຍນ້ອງ ຫວຽດນາມ-ລາວ.

ວັນບຸນໄຫວ້ພະຈັນແມ່ນວັນບຸນປະເພນີ ແລະ ພິເສດຂອງຊາວ ຫວຽດນາມ - ảnh 3ວັນບຸນໄຫວ້ພະຈັນແມ່ນໄດ້ຈັດຂຶ້ນໃນວັນທີ 15 ວັນເພັງເດືອນ 8 ຂອງທຸກໆປີ
(ພາບ: tuoitrethudo)

        ເພື່ອນ ຄຳປະສົງ ໄດ້ສົ່ງຂໍ້ຄວາມມາຍັງລາຍການ, ຢາກຮູ້ວ່າ ວັນບຸນໄຫວ້ພະຈັນປີ 2023 ຢູ່ ຫວຽດນາມ ຈະຈັດຂຶ້ນໃນມື້ໃດ? ໂອກາດນີ້ຈະຈັດການເຄື່ອນໄຫວໃດແດ່?

ເພື່ອນ ຄຳປະສົງ ທີ່ຮັກແພງ! ວັນບຸນໄຫວ້ພະຈັນແມ່ນວັນບຸນປະເພນີ ແລະ ພິເສດຂອງຊາວ ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວເຕົ້າໂຮມກັນ, ພ້ອມກັນຊົມດວງຈັນເຕັມດວງ. ໃນຊຸມມື້ນີ້, ເດັກນ້ອຍໃນທົ່ວປະເທດ ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຄື: ແຫ່ໂຄມໄຟ, ຊົມຟ້ອນສິງໂຕ, ກິນເຂົ້າໜົມໃນພາໄຫ້ວພະຈັນ... ໃນນັ້ນ, ເຄື່ອງຫຼິ້ນໃນວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອຂອງ ຫວຽດນາມ ແມ່ນໄດ້ຕິດພັນກັບວັດທະນະທຳກະສິກຳເຂົ້ານ້ຳ, ເຊັ່ນ: ໂຄມໄຟດາວ, ໜ້າກາກ, ຕໍ່ແຮ... ລ້ວນແຕ່ເຮັດດ້ວຍມື ຈາກວັດສະດຸທີ່ໃກ້ຊິດກັບທຳມະຊາດ ແລະ ຕົ້ນໄມ້.

ວັນບຸນໄຫວ້ພະຈັນແມ່ນໄດ້ຈັດຂຶ້ນໃນວັນທີ 15 ວັນເພັງເດືອນ 8 ຂອງທຸກໆປີຕາມຈັນທະປະຕິທິນ. ວັນບຸນໄຫວ້ພະຈັນ ປີ 2023 ກົງກັບວັນສຸກ ທີ 29 ກັນຍາ 2022.

ເພື່ອນ ວົງຄຳ, ູ່ແຂວງອຸດົມໄຊ ໄດ້ໂທລະສັບມາຫາລາຍການຢາກຮູ້ວ່າ ໃນເດືອນ ຕຸລາ ຈະມາເຖິງນີ້, ຢູ່ ຮ່າໂນ້ຍ ຈະຈັດການເຄື່ອນໄຫວໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວບໍ່?

ເພື່ອນ ວົງຄຳ ທີ່ຮັກແພງ! ຕາມຂໍ້ມູນຈາກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ແຕ່ວັນທີ 6 – 8 ຕຸລາ ຢູ່ເຂດຖະໜົນຍ່າງ - ວັດທະນະທຳ ຢູ່ຖະໜົນ ເຈິ່ນເຍີນຕົງ, ເມືອງ ຫາຍບ່າຈຶງ, ຈະຈັດງານບຸນຂອງຂວັນທ່ອງທ່ຽວ ຮ່າໂນ້ຍ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 - 10 ຕຸລາ 2023). ຢູ່ງານບຸນ, ຄາດວ່າຈະມີ 70 – 80 ຮ້ານວາງສະແດງທີ່ບັນລຸມາດຕະຖານ, ໃນນັ້ນມີ 8 ເຂດວາງສະແດງແນະນຳບັນດາຜະລິດຕະພັນຂອງຕ້ອນຂອງຂວັນ ທີ່ເປັນເອກະລັກສະເພາະຂອງບັນດາຮາດກຖານການຜະລິດ, ດຳເນີນທຸລະກິດເພື່ອເປັນຂອງຂວັນສຳລັບແຂກທ່ອງທ່ຽວ. ເຂົ້າຮ່ວມງານບຸນ, ແຂກທ່ອງທ່ຽວຍັງສາມາດຮັບຊົມບັນດາຜະລິດຕະພັນຈາກໝູ່ບ້ານອາຊີບ, ເຮັດແມງປໍດ້ວຍໄມ້ໄຜ່, ເຂົ້າຮ່ວມການເຮັດຂອງຂວັນທີ່ມີສີສັນຫຼາກຫຼາຍ, ການປັກດອກໄມ້ສິລະປະ... ງານບຸນຍັງແນໃສ່ເຊື່ອມຕໍ່ການທ່ອງທ່ຽວ, ເຊື່ອມຕໍ່ວັດທະນະທຳ, ເຊື່ອມຕໍ່ມະນຸດດ້ວຍກັນ; ສ້າງໂອກາດໃຫ້ບັນດານັກສິລະປະການ, ໝູ່ບ້ານອາຊີບ, ວິສາຫະກິດຜະລິດຂອງຂວັນທີ່ລະນຶກ, ວິສາຫະກິດດຳເນີນທຸລະກິດການບໍລິການທ່ອງທ່ຽວໄດ້ພົບປະ, ແນະນຳຜະລິດຕະພັນ, ໂຄສະນາບັນດາເຄື່ອງໝາຍການຄ້າກັບແຂກທ່ອງທ່ຽວ.

ຕອບກັບ