ວັນບຸນໄມຕີຈິດມິດຕະພາບ ຫວຽດນາມ - ລາວ ປີ 2023

Minh Duc
Chia sẻ
(VOVWORLD) - ຈຸດເດັ່ນແມ່ນມີບັນດາຮ້ານວາງສະແດງຂອງ ສຳນັກຂ່າວສານ ຫວຽດນາມ, ໜັງສືພິມປະຊາຊົນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV)… ດ້ວຍບັນດາສື່ສິ່ງພິມ, ຮູບຖ່າຍການຮ່ວມມືລະຫວ່າງ ຫວຽດນາມ - ລາວ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 363 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 14 ສະບັບຈາກ ທ່ານຜູ້ຟັງລາວ.

ວັນບຸນໄມຕີຈິດມິດຕະພາບ ຫວຽດນາມ - ລາວ ປີ 2023 - ảnh 1(ພາບປະກອບ: baotintuc.vn)

  ເພື່ອນ ຄຳຫຼ້າ ທອງສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຄວາມສາມັກຄີຊົນຊາດ, ແມ່ນປັດສຳຄັນພິເສດໃນແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຫວຽດນາມ. ຫວຽດນາມ ປະຕິບັດຂົງເຂດນີ້ໄດ້ເປັນຢ່າງດີ, ເຊິ່ງໄດ້ສະແດງອອກ ໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ 10 ປີ ໄລຍະ 2021 2030 ແລະ ແຜນການພັດທະນາເສດຖະກິດສັງຄົມ 5 ປີ ໄລຍະ 2021 2025. ຂໍວຍພອນໃຫ້ບັນດາເພື່ອນ ປະສົບຜົນສຳເລັດ. ນອກນັ້ນ, ຍາມໃດ ຫວຽດນາມ ກໍ່ຖືມະນຸດເປັນໃຈກາງຂອງທຸກນະໂຍບາຍພັດທະນາ, ພ້ອມທັງມີຄຳໝັ້ນສັນຍາເປັນເອກະພາບຜ່ານຜ່າທຸກສິ່ງກີດວາງ, ຄວາມຫຍຸ້ງຍາກດ້ວຍຄວາມສາມັກຄີ, ວັດທະນະທຳເຫັນດີເຫັນພ້ອມ ແລະ ການເຊື່ອມໂຍງ.

  ເພື່ອນ ຄຳປະສົງ ໄດ້ແບ່ງປັນທາງ Facebook ດ້ວຍເນື້ອໃນທີ່ວ່າ: ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ. ຂ້າພະເຈົ້າໄດ້ຊອກຮູ້ຂໍ້ມູນ ຜ່ານບັນດາເວັບໄຊຂອງ ຫວຽດນາມ ແລ ໄດ້ຮູ້ວ່າ ນອກຈາກບັນດາສະຖານທີ່ທ່ອງທ່ຽທີ່ມີຊື່ສຽງ ເຊິ່ງແຂກ່ອງທ່ຽວຫຼາຍຄົນຮູ້ຈັກແລ້ວ, ຢູ່ ຫວຽດນາມ ຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ດູດດື່ມໃຈ, ມີທິວທັດທຳມະຊາດທີີ່ສວຍງາມ, ຄື: ປາກບໍ໋ ຢູ່ແຂວງ ກາວບັ່ງ; ຣ້ານນາມໂອ ຢູ່ ດ່ານັ້ງ; ເຂດທ່ອງທ່ຽວ ວຍແຈ ຢູ່ ດົ່ງນາຍຫວັງວ່າ ຂ້າພະເຈົ້າຈະໄດ້ໄປຢ້ຽມຢາມບັນດາສະຖານທີ່ດັ່ງກ່າວໃນໄວໆນີ້. ຂ້າພະເຈົ້າກໍ່ຫວັງວ່າ ພວກເພື່ອນຈະໂຄສະນາບັນດາສະຖານທີ່ທ່ອງທ່ຽວຂອງຕົນຢ່າງກວ້າງຂວາງກວ່າ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວສາກົນມາຢ້ຽມຢາມ.

        ເພື່ອນ ວັນວິໄລ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ງານບຸນ ທາດຫຼວງ, ແມ່ນງານບຸນພຸດທະສາສະໜາໃຫຍ່ທີ່ສຸດໃນປີຂອງ ລາວ ທີ່ຫາກໍ່ດຳເນີນໄປແລ້ວນັ້ນ ແມ່ນໄດ້ຈັດຂຶ້ນປະຈຳປີ. ຕາມການເຊື່ອຖືຂອງຊາວ ລາວ ແລ້ວ, ພະທາດຫຼວງ ບໍ່ພຽແຕ່ແມ່ນທາດໃຫຍ່ສຸດ ແລະ ສວຍງາມທີ່ສຸດ, ຫາກຍັງແມ່ນແຫ່ງເຕົ້າໂຮມອງນ້ຳໃຈຄວາມສາມັກຄີຂອງປະຊາຊົນລາວ ບັນດາເຜົ່າອີກດ້ວຍ, ເຖິງວ່າແມ່ນສາມັນຊົນ ຫຼື ຄູບາ ໍ່ລ້ວນແຕ່ຕ້ອງມາ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນ ບັນນາທິການຂອງລາຍການພາກພາສາລາວ ຈົ່ງປະສົບສິ່ງດີໆ, ມີສຸຂະພາບແຂງແຮງ, ສືບໍ່ເປັນຂົວເຊື່ອມຕໍ່ ດ້ານວັດທະທຳລະຫວ່າງ 2 ປະເທດພວກເຮົ.

ວັນບຸນໄມຕີຈິດມິດຕະພາບ ຫວຽດນາມ - ລາວ ປີ 2023 - ảnh 2(ຮ້ານວາງສະແດງຂອງລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ໄດ້ດຶງດູດຄວາມສົນໃຈຂອງຜູ້ມາຢ້ຽມຊົມເປັນຈຳນວນຫຼາຍ)

        ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ໃນເດືອນ ພະຈິກ ນີ້ໄດ້ເຂົ້າຮ່ວມວັນບຸນໄມຕີຈິດມິດຕະພາບ ຫວຽດນາມ - ລາວ 2023 ຢູ່ ເຫວ້. ຂ້າພະເຈົ້າໄດ້ເບິ່ງພາບຖ່າຍຈຳນວນໜຶ່ງ ກ່ຽວກັບວັນບຸນດັ່ງກ່າວ. ເປັນໜ້າເສຍດາຍທີ່ຂ້າພະເຈົ້າບໍ່ໄດ້ເຂົ້າຮ່ວມວັນບຸນນີ້. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ວ່າ ແຂກເຂົ້າຮ່ວມລາຍການໄດ້ຕີລາຄາຄືແນວໃດກ່ຽວກັບຮ້ານວາງສະແດງຂອງ VOV ຢູ່ທີ່ນີ້?.

        ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ, ວັນບຸນໄມຕີຈິດມິດຕະພາບ ຫວຽດນາມ - ລາວ ປີ 2023 ໄດ້ຈັດຂຶ້ນໃນຕົ້ນເດືອນ ພະຈິກ ຢູ່ສູນວັດທະນະທຳຮູບເງົາ, ແຂວງ ເທື່ອທຽນເຫວ້, ໄດ້ດຶງດູດປະຊາຊົນດຳລົງຊີວິດຢູ່ ເຫວ້ ແລະ ບັນດາແຂວງໃກ້ຄຽງເຂົ້າຮ່ວມເປັນຈຳນວນຫຼາຍ. ນອກຈາກລາຍການໄຂວັນບຸນ ແລະ ງານວາງສະແດງພາບຖ່າຍແລ້ວ, ຢູ່ທີ່ນີ້ຍັງຈັດງານຕະຫຼາດນັດ - ວາງສະແດງ ດ້ວຍການວາງສະແດງຂອງ 50 ຮ້ານ ເຊິ່ງໄດ້ແນະນຳບັນດາຜະລິດຕະພັນຂອງ ຫວຽດນາມ. ໃນນັ້ນ, ຈຸດເດັ່ນແມ່ນມີບັນດາຮ້ານວາງສະແດງຂອງ ສຳນັກຂ່າວສານ ຫວຽດນາມ, ໜັງສືພິມປະຊາຊົນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV)… ດ້ວຍບັນດາສື່ສິ່ງພິມ, ຮູບຖ່າຍການຮ່ວມມືລະຫວ່າງ ຫວຽດນາມ - ລາວ, ລາຍການສື່ສານດ້ວຍພາສາລາວ. ຮ້ານວາງສະແດງຂອງລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ໄດ້ດຶງດູດຄວາມສົນໃຈຂອງຜູ້ມາຢ້ຽມຊົມເປັນຈຳນວນຫຼາຍ. ຕໍ່ໄປນີ້ແມ່ນການຕີລາຄາຂອງຜູ້ມາຊົມເມື່ອມາຢ້ຽມຊົມຮ້ານວາງສະແດງຂອງລາຍການພາກພາສາລາວ.

        “ຂ້າພະເຈົ້າເຫັນວ່າ, VOV ໄດ້ປະດັບປະດາຮ້ານຂອງຕົນສວຍງາມທີ່ສຸດຢູ່ເຂດວາງສະແດງນີ້. ບັນດາອ້າຍ, ເອື້ອຍນັກຂ່າວ, ບັນນາທິການຂອງ VOV ກໍ່ມີຄວາມສຸດຈິດສຸດໃຈທີ່ສຸດ, ມີຫຼາຍພາບຖ່າຍ, ເຄື່ອງຂອງວາງສະແດງຢູ່ທີ່ນີ້ໄດ້ສະແດງໃຫ້ເຫັນວັດທະນະທຳຂອງ 2 ປະເທດ. ພິເສດແມ່ນບັນດາຂອງທີ່ລະນຶກຂອງ ລາວ ທີ່ໄດ້ສະສົມ, ໄດ້ຮັບ, ບັນດາພາບສາລະຄະດີ… ໄດ້ເອົາມາວາງສະແດງໃນຮ້ານນ້ອຍໆຄືແນວນັ້ນ, ໄດ້ສ້າງຂີດໝາຍສະເພາະຂອງ VOV. ເມື່ອທຽບໃສ່ບັນດາຮ້ານວາງສະແດງອື່ນ, ຮ້ານວາງສະແດງຂອງ VOV ໄດ້ສ້າງຈຸດພົ້ນເດັ່ນຫຼາຍຢ່າງ, ມີສີສັນສະເພາະ ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີລະຫວ່າງ 2 ປະເທດ”.

        “ຂ້າພະເຈົ້າໄປຢ້ຽມຊົມຢູ່ງານຕະຫຼາດນັດວາງສະແດງນີ້ຮອບໜຶ່ງແລ້ວ, ຂ້າພະເຈົ້າເຫັນວ່າ ຮ້ານວາງສະແດງຂອງ VOV ແມ່ນໄດ້ປະດັບປະດາສວຍງາມທີ່ສຸດ. ມີຫຼາຍພາບຖ່າຍ ແລະ ວັດຖຸຂອງ ລາວ ໄດ້ປະດັບປະດາຢູ່ທີ່ນີ້”.

        ເພື່ອນ ສຸພະຈັນ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກກິນກາເຟຂອງ ຫວຽດນາມ. ຂ້າພະເຈົ້າເຄີຍໄດ້ກິນກາເຟ ຈູງງວຽນ ແບບເປັນຫໍ່ ທີ່ຂາຍຢູ່ ລາວ ແລ້ວ. ຂ້າພະເຈົ້າຢາກຮູ້ວ່າ, ຢູ່ ຫວຽດນາມ ຍັງມີຍີ່ຫໍ້ກາເຟໃດທີ່ມີຊື່ສຽງອີກບໍ່ ແລະ ຊື່ຂອງຍີ່ຫໍ້ນັ້ນແມ່ນຫຍັງ? ຂໍຂອບໃຈທາງລາຍການ.

        ເພື່ອ ສຸພະຈັນ ທີ່ຮັກແພງ,  ຫວຽດນາມ ແມ່ນປະເທດມີວັດທະນະທຳກິນກາເຟ ແລະ ນັບມື້ນັບທະວີຄູນ. ແຕ່ດົນນານມາແລ້ວ, ປະຊາຊົນໄດ້ກິນກາເຟຄືດັ່ງຄວາມຊີ້ນເຄີຍ. ນອກຈາກຍີ່ຫໍ້ກາເຟ ຈູງງວຽນ ແລ້ວ, ຫວຽດນາມ ຍັງມີບາງຍີ່ຫໍ້ໃຫຍ່, ຄື: Highlands Coffee ຂອງບໍລິສັດ ຫວຽດທາຍກວກເຕ, ໄດ້ສ້າງຂຶ້ນແຕ່ປີ 2002, ມາຮອດປະຈຸບັນ, ເຄື່ອງໝາຍນີ້ມີຮ້ານຂາຍກວ່າ 600 ຮ້ານ. ມີຍີ່ຫໍ້ກາເຟທີ່ໄດ້ມີມາແຕ່ດົນຢູ່ ຫວຽດນາມ ນັ້ນແມ່ນ ຟຸກລອງ ເຊິ່ງໄດ້ເປີດຕົວນັບແຕ່ປີ 1968, ຢູ່ແຂວງ ເລິມດົ່ງ. ຍີ່ຫໍ້ ກົ້ງກາເຟ ແມ່ນປະສົບຜົນສຳເລັດທີ່ສຸດແມ່ນຢູ່ ຮ່າໂນ້ຍ ແລະ ໄດ້ຈັດເຂົ້າບັນຊີລາຍຊື່ບັນດາຍີ່ຫໍ້ກາເຟມີຊື່ສຽງຢູ່ ຫວຽດນາມ. ນອກນັ້ນ, Vinacafe ກໍ່ແມ່ນກາເຟເປັນຫໍ່ (ກາເຟສຳເລັດຮູບ) ທີ່ໄດ້ເລີ່ມຜະລິດໃນປີ 1968 ແລະ ສຸມໃສ່ເປົ້າໝາຍລູກຄ້າບໍ່ມີເວລາຫຼາຍ ແລະ ມັກກາເຟເປັນຫໍ່… ບັນດາຍີ່ຫໍ້ກາເຟດັ່ງກ່າວແມ່ນມີຊື່ສຽງຢູ່ ຫວຽດນາມ. ເມື່ອມາຢ້ຽມຢາມ ຫວຽດນາມ, ເພື່ອນຈົ່ງລອງກິນບັນດາຍີ່ຫໍ້ກາເຟດັ່ງກ່າວເດີ. ຂໍອວຍພອນໃຫ້ເພື່ອນຈົ່ງມີການໄປທ່ອງທ່ຽວດ້ວຍຄວາມປອດໄພ ແລະ ມ່ວນຊື່ນ. ແລະຫວັງວ່າເພື່ອນຈະແບ່ງປັນກ່ຽວກັບການຢ້ຽມຢາມ ຫວຽດນາມ ໃຫ້ກັບລາຍການເດີ.

ຕອບກັບ