ຕະຫຼາດ​ນັດ​ຊາ​ປາ

Chia sẻ
(VOVWORLD) - ຕະຫຼາດນັດຊາປາ ຕັ້ງຢູ່ໃຈກາງເທດສະບານ ຊາປາ, ເຊິ່ງໄດ້ດຳເນີນໃນທຸກວັນອາທິດ ໂດຍດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ຕະຫຼາດນັດ ແມ່ນສະຖານທີ່ເຕົ້າໂຮມບັນດາຮີດຄອງປະເພນີ, ຄວາມເຫຼື້ອມໃສຂອງປະຊາຊົນບັນດາເຜົ່າຄື: ເຜົ່າຢ້າວ, ເຜົ່າເຮິມົ້ງ… ຜ່ານນີ້, ເພື່ອນອາດຈະເຫັນໄດ້ສີສັນວັດທະນະທຳທີ່ອຸດົມສົມບູນ ແລະ ພິເສດຂອງເຂດພູສູງ. 
ຕະຫຼາດ​ນັດ​ຊາ​ປາ - ảnh 1VietLao Expo 2023 (ພາບ: nhandan.vn)

ອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 435 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກບັນດາປະເທດຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ… ໃນນັ້ນ ມີທ່ານຜູ້ຟັງລາວ ແລະ ຫວຽດນາມ ຫຼາຍຄົນໄດ້ຝາກຈົດໝາຍມາຍັງລາຍການ ດ້ວຍເນື້ອໃນຢາກແບ່ງປັນຄວາມຮູ້ສຶກ, ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຄຳເຫັນ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ທ່ານຜູ້ຟັງ  Herbert Sunu Budihardjo ມາຈາກ ອິນໂດເນເຊຍ ແບ່ງປັນວ່າ: ຫວັງວ່າການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ ຈະປັບປຸງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃຫ້ຫຼາຍກ່ວາອີກ. ກໍ່ຄືກັນກັບການພົວພັນຢ່າງສະໜິດແໜ້ນລະຫວ່າງທ່ານຜູ້ຟັງ ກັບ VOV”. ສ່ວນທ່ານຜູ້ຟັງ Idris ຂຽນມາວ່າ: “ຂໍສະແດງຄວາມຊົມເຊີຍຕໍ່ການນຳສອງປະເທດ ອິນໂດເນເຊຍ ແລະ ຫວຽດນາມ, ຫວັງວ່າການພົວພັນນີ້ຈະນັບມື້ນັບພັດທະນາໃນອະນາຄົດ”.

ທ່ານຜູ້ຟັງ  Anselmo Delgado ມາຈາກ ເມັກຊີໂກ ໄດ້ແບ່ງປັນວ່າ: ດົນແລ້ວ ຂ້າພະເຈົ້າຈິ່ງໄດ້ ຂຽນຈົດໝາຍສົ່ງເຖິງ VOV. ຂ້າພະເຈົ້າມັກບັນດາລາຍການຂອງ VOV ຫຼາຍ, ມັນມີລັກສະນະວັດທະນະທຳ ແລະ ບັນເທິງ, ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອະນາຄົດ ບັນດາລາຍການກະຈາຍສຽງທາງຄື້ນສັ້ນ ຂອງວິທຸຍຸກະຈາຍສຽງ ຫວຽດນາມ ຈະກັບຄືນມາ ຂົງເຂດ ອາເມລິກາ ລາຕິນ.

ທ່ານຜູ້ຟັງ Jose Ignacio Cos Lezama ມາຈາກ ແອັດສະປາຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງຂະແໜງກະສິກຳ ຫວຽດນາມ ໃນທົດສະວັດຜ່ານມາ. ທ່ານໃຫ້ຂໍ້ສັງເກດວ່າ: “ການຜະລິດກະສິກຳ ເພີ່ມຂຶ້ນຫຼາຍທີ່ສຸດໃນ 10 ປີຜ່ານມາ, ພິເສດແມ່ນເຂົ້າສານ, ຜັກໝາກໄມ້, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ໄດ້ນຳຫວຽດນາມ ກາຍເປັນຮູບແບບປ່ຽນແປງໃໝ່ທີ່ປະສົບຜົນສຳເລັດຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງອອກ ແລະ ອາດຈະບັນລຸໄດ້ເປົ້າໝາຍສົ່ງອອກໄປຍັງທົ່ວໂລກ ເມື່ອແຫຼ່ງສະໜອງພາຍໃນປະເທດໄດ້ຮັບການຮັບປະກັນ. ເຊິ່ງເປັນຜົນງານທີ່ດີເດັ່ນ”.

ເພື່ອນ ເພັດສະຫວັນ ສົມສະນິດ ນັກສຶກສາປີສຸດທ້າຍພາກວິຊາເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລາວໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: “ພວກຂ້າພະເຈົ້າພວມຂຽນບົດນິພົນຈົບຊັ້ນ. ໃນນັ້ນ ມີເນື້ອໃນກ່ຽວຂ້ອງເຖິງວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ. ດັ່ງນັ້ນ, ຂໍໃຫ້ທາງລາຍການຊ່ວຍຂ້າພະເຈົ້າຮູ້ຂໍ້ມູນກ່ຽວກັບວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງລາວ ໃນຊຸມເດືອນທ້າຍປີ 2023 ຕື່ມອີກໄດ້ບໍ່? ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ! ເພື່ອຮູ້ລະອຽດກ່ຽວກັບວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ, ເພື່ອນສາມາດຕິດຕາມໂດຍກົງກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫຼື ຫ້ອງການທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳລາວ. ແຕ່ເຖິງຢ່າງໃດກໍ່ຕາມ ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຈະນຳສະເໜີໂດຍພື້ນຖານກ່ຽວກັບສະພາບການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ ເພື່ອເພື່ອນອາດຈະເຂົ້າໃຈໄດ້ຕື່ມສ່ວນໃດສ່ວນໜຶ່ງ.

ຕາມຕົວເລກຂອງກົມໃຫຍ່ພາສາອາກອນ ຫວຽດນາມ ແລ້ວ, ວົງເງິນການຄ້າ ຫວຽດນາມ - ລາວ ປີ 2022 ບັນລຸ 1,65 ຕື້ USD, ເພີ່ມຂຶ້ນ24,1% ເມື່ອທຽບໃສ່ກັບປີ 2021. ວົງເງິນການຄ້າ ຫວຽດນາມ - ລາວ ໄລ່ຮອດເດືອນພະຈິກ ປີ 2023 ບັນລຸ 1,5 ຕື້ USD. ໃນນັ້ນ ການສົ່ງອອກ ຫວຽດນາມ ໄປຍັງ ລາວ ບັນລຸ 485 ລ້ານ USD, ຫຼຸດລົງ 12,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2022, ການນຳເຂົ້າຂອງ ຫວຽດນາມ ຈາກລາວ ບັນລຸ 977 ລ້ານ USD, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ບັນດາຜະລິດຕະພັນສົ່ງອອກຫຼັກຂອງ ຫວຽດນາມ ໄປຍັງລາວ ລວມມີ: ນ້ຳມັນຊະນິດຕ່າງໆ, ຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່, ເຄື່ອງຈັກ, ວັດຖຸອຸປະກອນ, ເຄື່ອງມື; ປຸ໋ຍຊະນິດຕ່າງໆ, ຜັກໝາກໄມ້. ໃນໄລຍະຈະມາເຖິງ ການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ ອາດຈະສືບຕໍ່ມີການເຕີບໂຕບົນພື້ນຖານການພົວພັນທາງການຄ້າທີ່ຕັ້ງໜ້າລະຫວ່າງສອງປະເທດ. …

ຕະຫຼາດ​ນັດ​ຊາ​ປາ - ảnh 2ຕະຫຼາດນັດ ຊາປາ (ພາບ: laocaitourism.vn)

ຕໍ່ໄປ ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງກ່ຽວກັບສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈນັ້ນແມ່ນ ຕະຫຼາດນັດ ຊາປາ, ນີ້ແມ່ນຄຳຖາມທີ່ທ່ານ ດວງໃຈ ມາຈາກແຂວງ ຫົວພັນ ໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ.

ຕະຫຼາດນັດຊາປາ ຕັ້ງຢູ່ໃຈກາງເທດສະບານ ຊາປາ, ເຊິ່ງໄດ້ດຳເນີນໃນທຸກວັນອາທິດ ໂດຍດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ຕະຫຼາດນັດ ແມ່ນສະຖານທີ່ເຕົ້າໂຮມບັນດາຮີດຄອງປະເພນີ, ຄວາມເຫຼື້ອມໃສຂອງປະຊາຊົນບັນດາເຜົ່າຄື: ເຜົ່າຢ້າວ, ເຜົ່າເຮິມົ້ງ… ຜ່ານນີ້, ເພື່ອນອາດຈະເຫັນໄດ້ສີສັນວັດທະນະທຳທີ່ອຸດົມສົມບູນ ແລະ ພິເສດຂອງເຂດພູສູງ. ປະຊາຊົນຢູ່ແຫ່ງນີ້, ພິເສດແມ່ນຊາວເຜົ່າຢ້າວ, ມັກໃຊ້ເວລາໃນຕອນຄ່ຳວັນເສົາ ເພື່ອຈັດກິດຈະກຳຕ່າງໆ, ວາງຄ້າຂາຍສິນຄ້າ, ລະຫລິ້ນບັນເທິງ ໃຫ້ສຳລັບແຂກທ່ອງທ່ຽວໃນວັນຕໍ່ໄປ. ມາຕະຫຼາດແຫ່ງນີ້, ເພື່ອນຈະໄດ້ພົບປະ ກັບບັນດາຊາວທ້ອງຖິ່ນຜູ້ທີ່ເປັນມິດ, ຮັກແພງແຂກຄົນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ຈັບໃຈ. ໄປຄຽງຄູ່ກັບວັນບຸນທີ່ພິເສດຄື ງານບຸນລົງທົ່ງ ຊາປາ, ງານບຸນເຕັ້ນ… ແລ້ວນັ້ນ ຕະຫຼາດນັດ ຊາປາ ກໍ່ມີລັກສະນະສະເພາະຂອງຕົນໃນພື້ນຖານວັດທະນະທຳເຂດ ໄຕບັກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງທ່ານຜູ້ຟັງຈຳນວນໜຶ່ງທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ