ໂຮງໝໍເຈິເຣີ໊ຍພະນົມເປັນ - ຂົວເຊື່ອມຕໍ່ການເຄື່ອນໄຫວສາທາ​ລະຍະ​ສຸກລະຫວ່າງຫວຽດນາມ ແລະ ກໍາປູເຈຍ

Van Hoa
Chia sẻ
(VOVWORLD) - ຄົນເຈັບກໍາປູເຈຍ 500 ເທື່ອຄົນ ໄດ້ຮັບການຜ່າຕັດຢ່າງສໍາເລັດ ແລະ ເກືອບ 20 ພັນເທື່ອຄົນນອນໂຮງໝໍໄດ້ຮັບການປິ່ນປົວແມ່ນບັນດາຕົວເລກທີ່ໜ້າປະທັບໃຈເຊິ່ງ ໂຮງໝໍເຈິເຣີ໊ຍ ພະນົມເປັນ ບັນລຸໄດ້ໃນໄລຍະ 5 ປີຜ່ານມາ. ໂຮງໝໍເຈິເຣີ໊ຍພະນົມເປັນ ເປັນສະຖານທີ່ກວດ, ປິ່ນປົວພະຍາດທີ່ມອິດທິພົນຊື່ສຽງຢູ່ກໍາປູເຈຍ, ພ້ອມທັງແມ່ນ ຂົວເຊື່ອມຕໍ່ ຮັດແໜ້ນບັນດາການເຄື່ອນໄຫວທາງດ້ານສາທາລະນະສຸກລະຫວ່າງສອງນະຄອນ ໂຮ່ຈີມິນ - ພະນົມເປັນເວົ້າສະເພາະ ແລະ ລະຫວ່າງ 2 ປະເທດຫວຽດນາມ-ກໍາປູເຈຍ ເວົ້າລວມ.

ເມື່ອຂ້າພະເຈົ້າຖືກເຈັບໜັກ, ຂ້າພະເຈົ້າຕ້ອງຂີ່ລົດໄປປົວຢູ່ຫວຽດນາມ. ແຕ່ວ່າ, ນັບແຕ່ເມື່ອມີໂຮງໝໍເຈິເຣີ໊ຍພະນົມເປັນແລ້ວ ຂ້າພະເຈົ້າສາມາດປະຢັດຄ່າໃຊ້ຈ່າຍໄປ-ມາ, ຄ່າກິນຄ່າຢູ່ໄດ້ຫຼາຍພໍສົມຄວນ, ຍິ່ງໄປກວ່ານັ້ນບັນດາທ່ານໝໍຢູ່ທີ່ນີ້ລ້ວນແຕ່ແມ່ນເກັ່ງທາງດ້ານວິຊາສະເພາະ, ນອກນັ້ນຄ່າກວດ ແລະ ປິ່ນປົວພະຍາດກໍຖືກກວ່າຫຼາຍເທົ່າ ເມື່ອທຽບໃສ່ໂຮງໝໍສາກົນແຫ່ງຕ່າງໆຢູ່ກໍາປູເຈຍ”.

ຕາມພະແນກການຂ່່າວຂອງໂຮງໝໍ ເຈິເຣີ໊ຍ ໂຮ່ຈີມິນ ແລ້ວ, ຍ້ອນສາທາລະນະສຸກຂອງ ກໍາປູເຈຍ ຍັງມີຂໍ້ຈໍາກັດທັງດ້ານພື້ນຖານໂຄງລ່າງ, ວັດຖຸ, ອຸປະກອນ, ພະນັກງານການແພດ ແລະ ລະດັບຄວາມຮູ້ດ້ານວິຊາສະເພາະ, ສະນັ້ນໃນໄລຍະນັບແຕ່ປີ 2010 – 2013, ແຕ່ລະມື້ມີຄົນເຈັບ ກຳປູເຈຍ ປະມານ 300 ຄົນມາກວດ ແລະ ປິ່ນປົວພະຍາດຢູ່ຫວຽດນາມ. ໃນນັ້ນ, ຈຳນວນຄົນເຈັບປິ່ນປົວຢູ່ໂຮງໝໍ ເຈິເຣີ໊ຍ ໂຮ່ຈີມິນ ເພິ່ມຂຶ້ນ 90% ເຮັດໃຫ້ຄົນເຈັບລົ້ນໂຮງໝໍ. ຕໍ່ໜ້າສະພາບການດັ່ງກ່າວ, ໂດຍໄດ້ມີການໜູນຊ່ວຍ ແລະ ການຮ່ວມມືຈາກໂຮງໝໍເຈິເຣີ໊ຍໂຮ່ຈີມິນ, ໂຮງໝໍເຈິເຣີ໊ຍພະນົມເປັນ ໄດ້ເລີ່ມນໍາເຂົ້າເຄື່ອນໄຫວຢ່າງເປັນທາງການເມື່ອປີ 2014 ດ້ວຍຈຸດປະສົງຢາກກາຍເປັນໜຶ່ງໃນບັນດາໂຮງໝໍບັນລຸມາດຕະຖານສາກົນ ເພື່ອຮັບໃຊ້ບໍລິການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ກຳປູເຈຍ. ພ້ອມທັງກໍ່ສ້າງ, ຖ່າຍທອດເຕັກໂຍໂລຢີ ສາທາລະນະສຸກໃຫ້ບັນດາທ່ານໝໍຂອງ ກຳປູເຈຍ. ນັບແຕ່ປີ 2014 ຮອດປີ 2017, ຈຳນວນຄົນເຈັບນອນຢູ່ໂຮງໝໍດັ່ງກ່າວແມ່ນ 4.300 ຄົນ ໄດ້ເພີ່ມຂຶ້ນເກືອບ 5 ເທົ່າ ແລະ ເດືອນສິງຫາປີ 2018 ຈໍານວນຄົນເຈັບນອນໂຮງໝໍເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

ໂຮງໝໍເຈິເຣີ໊ຍພະນົມເປັນ - ຂົວເຊື່ອມຕໍ່ການເຄື່ອນໄຫວສາທາ​ລະຍະ​ສຸກລະຫວ່າງຫວຽດນາມ ແລະ ກໍາປູເຈຍ - ảnh 1  ເດືອນສິງຫາປີ 2018 ຈໍານວນຄົນເຈັບນອນໂຮງໝໍເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017

        ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ ແນ່ນອນວ່າ ຕ້ອງມີການປະກອບສ່ວນ, ການເສຍສະຫຼະຂອງບັນດານັກຊ່ຽວຊານ ຫວຽດນາມ ທີ່ໄດ້ຈັດສົ່ງໄປຊ່ວຍປະເທດເພື່ອນບ້ານຈຳນວນບໍ່ແມ່ນໜ້ອຍ. ທ່ານໝໍ ເຈິ່ນຫວູດຶກ ສັງກັດພະແນກພາຍນອກ ໂຮງໝໍ ເຈິເຣີ້ຍພະນົມເປັນ ເຊິ່ງແມ່ນໜຶ່ງໃນບັນດານັກຊ່ຽວຊານຄົນທຳອິດທີ່ໄປປະຕິບັດໜ້າທີ່ກວດ, ປິ່ນປົວພະຍາດໃຫ້ຄົນເຈັບຢູ່ໂຮງໝໍ ແລະ ບຳລຸງສ້າງແພດໝໍຢູ່ໂຮງໝໍ ເຈິ້ເຣີ໊ຍພະນົມເປັນ ແບ່ງປັນວ່າ: ຕອນທໍາອິດ ຈໍານວນຄົນເຈັບມາກວດຢູ່ທີ່ນີ້ແມ່ນໜ້ອຍ, ຈໍານວນພະນັກງານການແພດບໍ່ພໍ, ວັດທະນະທໍາກໍມີຄວາມແຕກຕ່າງກັນ ສະນັ້ນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນວຽກງານຜັນຂະຫຍາຍການເຄື່ອນໄຫວຂອງໂຮງໝໍ:

“ຕອນທີ່ໂຮງໝໍຫາກໍນໍາເຂົ້າເຄື່ອນໄຫວ, ພວກຂ້າພະເຈົ້າຕ້ອງລົງມືເຮັດໃໝ່ທຸກສິ່ງທຸກຢ່າງ, ນັບແຕ່ການສ້າງຫ້ອງບໍລິຫານ, ຂັ້ນຕອນກວດພະຍາດຢູ່ພະແນກຕ່າງໆ ຕະຫຼອດຮອດວຽກງານກໍ່ສ້າງ, ບໍາລຸງສ້າງພະຍາບານ, ແພດໝໍ ລ້ວນແຕ່ແນະນໍາຢ່າງລະອຽດທີ່ສຸດ. ໄປຄຽງຄູ່ກັນນັ້ນ ແມ່ນບັນຫາພາສາ, ວັດທະນະທໍາ, ຮີດຄອງປະເພນີຢູ່ກໍາປູເຈຍ ກໍແຕກຕ່າງຫຼາຍ ສະນັ້ນພວກຂ້າພະເຈົ້າຕ້ອງຄ່ອຍໆປັບຕົວໃຫ້ເໝາະສົມ”.

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍຕາມ, ແຕ່ດ້ວຍທິດນໍາທີ່ວ່າ “ແພດໝໍເກັ່ງເໝືອນດັ່ງຜູ້ເປັນແມ່ທີ່ດີ”, ສະນັ້ນບັນດານັກຊ່ຽວຊານ ແລະ ແພດໝໍຈາກໂຮງໝໍເຈິເຣີ໊ຍໂຮ່ຈີມິນ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ ເດີນທາງໄປກໍາປູເຈຍ ເພື່ອປະຕິບັດສໍາເລັດໜ້າທີ່ຂອງຕົນ. ບໍ່ວ່າຈະເປັນມື້ພັກການກໍຕາມ ເມື່ອມີຄໍາສະເໜີຈາກຝ່າຍ ກໍາປູເຈຍ ຢາກມາຊ່ວຍການຜ່າຕັດໃຫຍ່ ຫຼື ກໍລະນີີສຸກເສີນນັ້ນ, ເຂົາເຈົ້າຍາມໃດກໍກຽມພ້ອມໄປກໍາປູເຈຍ ຢ່າງທັນທີ. ທ່ານໝໍ ດຶກ ແບ່່ງປັນວ່າ:

“ຄວາມຈິງ, ຜູ້ຄົນທີ່ເຮັດວຽກໃນຂະແໜງສາທາລະນະສຸກແມ່ນບໍ່ມີວັນພັກຢູ່ແລ້ວ, ໂອກາດທີ່ໄດ້ເຕົ້າໂຮມນໍາຄອບຄົວໃນມື້ກິນກຸດກໍບໍ່ຄ່ອຍມີ ແລະ ຕ້ອງໄປປະຕິບັດງານຕະຫຼອດ, ຄວາມສຸກຂອງຂ້າພະເຈົ້າແມ່ນ “ກູ້ເອົາຊີວິດຄົນເຈັບ”. ສິ່ງທີ່ໜ້າຊື່ນຊົມແມ່ນມີຄົນເຈັບ ກໍາປູເຈຍຫຼາຍຄົນ ໄດ້ຕັ້ງຄວາມຫວັງໃສ່ບັນດາແພດໝໍຂອງຫວຽດນາມ ແລະ ກໍາປູເຈຍນັບມື້ນັບຫຼາຍກວ່າ, ນີ້ແມ່ນກໍາລັງໜູນເພື່ອໃຫ້ພວກຂ້າພະເຈົ້າສູ້ຊົນ ແລະ ເຮັດວຽກໃຫ້ດີກວ່າອີກໃນໄລຍະຕໍ່ໄປ”.

ໂຮງໝໍເຈິເຣີ໊ຍພະນົມເປັນ - ຂົວເຊື່ອມຕໍ່ການເຄື່ອນໄຫວສາທາ​ລະຍະ​ສຸກລະຫວ່າງຫວຽດນາມ ແລະ ກໍາປູເຈຍ - ảnh 2ໂຮງໝໍ ເຈິເຣີ້ຍພະນົມເປັນ ໄດ້ປະກອບເຄື່ອງຈັກອຸປະກອນຕ່າງໆທີ່ທັນສະໄໝຕາມມາດຕະຖານ ISO ສາກົນ 

ໄລ່ມາຮອດປັດຈຸບັນ,  ໂຮງໝໍເຈິເຣີ້ຍພະນົມເປັນ ໄດ້ມີຕຽງນອນ 200 ຕຽງ, 21 ພະແນກ  ແລະ ພະນັກງານການແພດ 314 ຄົນ. ຄາດວ່າ ປີ 2020 ຈະເປີດກວ້າງຂອບຂະໜາດໃຫ້ເພີ່ມຈໍານວນຕຽງນອນຕື່ມອີກ 300 ຕຽງ. ສໍາລັບບັນດາກໍລະນີທີ່ສັບສົນຄື ອຸບັດຕິເຫດສາຫັດ ທີ່ຕ້ອງການການຊ່ວຍເຫຼືອຈາກບັນດານັກຊ່ຽວຊານນັ້ນ, ທິມແພດຍາມປະຈໍາການຈະໂທແຈ້ງໃຫ້ທາງໂຮງໝໍເຈິເຣີ້ຍໂຮ່ຈີມິນທັນທີ ເພື່ອມີວິທີການແກ້ໄຂ ແລະ ຊ່ວຍເຫຼືອຢ່າງທັນການ. ປັດຈຸບັນ, ໄລ່ສະເລ່່ຍແລ້ວ, ທິດໜຶ່ງຈະມີນັກຊ່ຽວຊານ, ແພດໝໍ, ພະນັກງານເຕັກນິກຂອງໂຮງໝໍເຈິເຣີ໊ຍ ໂຮ່ຈີມິນປະມານ 14 – 15 ເທື່ອຄົນໄປເຮັດວຽກໂດຍກົງຢູ່ໂຮງໝໍເຈິເຣີ໊ຍພະນົມເປັນ. ທ່ານໝໍ Dara Rithy - ທ່ານໝໍສະເພາະພະແນກຫົວໃຈຊີບພະຈອນ ໂຮງໝໍເຈິເຣີ້໊ຍພະນົມເປັນ ໃຫ້ຮູ້ວ່າ:

“ມີປະມານ 90% ຈໍານວນແພດໝໍຂອງກໍາປູເຈຍຢູ່ໂຮງໝໍແຫ່ງນີ້ ລ້ວນແຕ່ຮູ້ພາສາຫວຽດນາມ, ເພາະວ່າເຂົາເຈົ້າເຄີຍໄດ້ໄປຮຽນຢູ່ຫວຽດນາມ. ສ່ວນບັນດາແພດໝໍຫວຽດນາມ, ເຂົາເຈົ້າກໍພະຍາຍາມຮຽນພາສາ ຂະແມ ເພື່ອສະດວກໃນໃນການເຮັດວຽກ ແລະ ພົວພັນກັບຄົນເຈັບ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍໃຊ້ພາສາ ອັງກິດ ນໍາ ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາເຕັກນິກສາທາລະນະສຸກ ເພື່ອໃຫ້ບັນລຸໄດ້ມາດຕະຖານສາກົນ. ແພດໝໍຫວຽດນາມ ກໍພະຍາຍາມຊອກຮູ້ກ່ຽວກັບວັດທະນະທໍາທີ່ເປັນມູນເຊື້ອຂອງຊາວເຜົ່າຂະແມ ເພື່ອສາມາດເບິ່ງແຍງຄົນເຈັບກໍາປູເຈຍໄດ້ເປັນຢ່າງດີກວ່າ. ພວກຂ້າພະເຈົ້າຈະສືບຕໍ່ມານະພະຍາຍາມຮຽນຮູ້ເຕັກນິກທາງສາທາລະນະສຸກຂອງຫວຽດນາມຕື່ມອີກ ເພື່ອເພີ່ມທະວີບັນດາບໍລິການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ”.

ໃນໄລຍະ 5 ປີຜ່ານມາ, ທາງໂຮງໝໍ ເຈິເຣີ້ຍພະນົມເປັນ ໄດ້ປະກອບເຄື່ອງຈັກອຸປະກອນຕ່າງໆທີ່ທັນສະໄໝຕາມມາດຕະຖານ ISO ສາກົນ ແລະ ທາງໂຮງໝໍເຈິເຣີ໊ຍ ໂຮ່ຈີມິນ ກໍໄດ້ຖ່າຍທອດວິທີການເຕັກນິກນັບພັນຢ່າງໃຫ້ແກ່ແພດໝໍ ກໍາປູເຈຍ. ພິເສດ, ແຕ່ລະປີ, ໂຮງໝໍເຈິເຣີ໊ຍໂຮ່ຈີມິນ ລ້ວນແຕ່ຈັດການເຄື່ອນໄຫວມະນຸດສະທໍາຕ່າງໆ ດ້ວຍການຈັດສົ່ງແພດໝໍຈາກຫວຽດນາມ ໄປຍັງໂຮງໝໍເຈິເຣີ໊ຍພະນົມເປັນເພື່ອກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກໍາປູເຈຍຜູ້ທີ່ທຸກຍາກທີ່ເປັນພະຍາດກ່ຽວກັບຫູ, ດັງ, ຄໍ, ຕາ, ກະດູກ... ກວ່າ 1.000 ຄົນ. ບັນດາການເຄື່ອນໄຫວນີ້ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນຢ່າງສຸດຈິດສຸດໃຈຈາກປະຊາຊົນທ້ອງຖິ່ນ ແລະ ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີໄມຕີຈິດມິດຕະພາບທີ່ໝັ້ນແກ່ນຂອງປະຊາຊົນສອງປະເທດ ຫວຽດນາມ - ກໍາປູເຈຍ.

ຕອບກັບ