ແຂກທ່ອງທ່ຽວ ໄທ ກັບລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນມ໋ຽວ - ກວກຕື້ຢາມ

Nguyễn Yến
Chia sẻ
(VOVWORLD) -

ໄລຍະມໍ່ໆມານີ້, ບັນດາຮູບພາບກ່ຽວກັບລາຍການທ່ອງທ່ຽວ ຍາມຄ່ຳຄືນຢູ່ ວັນມ໋ຽວ - ກວກຕື້ຢາມ ພວມສ້າງຄວາມປະທັບໃຈໃນສື່ສັງຄົມອອນລາຍ, ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ສາກົນຫຼາຍຄົນເຂົ້າຮ່ວມ, ໃນນັ້ນມີແຂກທ່ອງທ່ຽວມາຈາກໄທ. ດັ່ງນັ້ນ, ແຂກທ່ອງທ່ຽວມີຄວາປະທັບໃຈດ້ວຍລາຍການທ່ອງທ່ຽວຍາມຄ່ຳຄືນທີ່ໃໝ່ອ່ຽມນີ້, ເຊີນທ່ານຜູ້ຟັງພ້ອມກັບ ນັກຂ່າວ VOV ຫງວຽນອ໋ຽນ, ຄົ້ນຫາລາຍການທ່ອງທ່ຽວຍາມຄ່ຳຄືນນີ້ພ້ອມກັບແຂກທ່ອງທ່ຽວໄທ.

ແຂກທ່ອງທ່ຽວ ໄທ ກັບລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນມ໋ຽວ - ກວກຕື້ຢາມ - ảnh 1ທາງເຂົ້າ ວັນມ໋ຽວ - ກວກຕື້ຢ໋າມ

 “ຢູ່ທີ່ນີ້ໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຂ້າພະເຈົ້າບໍ່ເຄີຍໄດ້ຮັບຊົມລາຍການແບບນີ້ເທື່ອ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ”.

ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບເພງ, ແສງສີໃນລາຍການທ່ອງທ່ຽວນີ້. ມີຄວາມດຶງດູດທີ່ສຸດ. ຍ້ອນໄດ້ນຳໃຊ້ເພງ, ສຽງ, ແສງສີ ຍິ່ງມີຄວາມດຶງດູດແຂກທ່ອງທ່ຽວກ່ວາອີກ. ສ້າງລາຍການແບບນີ້ຈະດຶງດູດຜູ້ຊົມກ່ວາ. ເມືອຊົມຢູ່ທາງໄກກໍ່ເຫັນດຶງດຸດ ແລະ ຢາກເຂົ້າໃນເພື່ອເບິ່ງລາຍການເລີຍ. ສ້າງລາຍການແບບນີ້ແມ່ນຖືກຕ້ອງ ແລະ ດີເລີດ”.

ນີ້ແມ່ນລາຍການທ່ອງທ່ຽວທີ່ດີ. ຍ້ອນວ່າໄດ້ນຳມາເຊິ່ງຫຼາຍຄວາມຮູ້, ຊ່ວຍໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ອາດຈະໄດ້ຮ່ຳຮຽນ, ຊອກຮູ້ຂໍ້ມູນຕ່າງໆກ່ຽວກັບ ຮ່າໂນ້ຍ. ນອກຈາກນັ້ນ, ເມື່ອນຳໃຊ້ເຕັກໂນໂລຊີ AI ຢູ່ລາຍການທ່ອງທ່ຽວນີ້ຈະຊ່ວຍໃຫ້ແຂກທ່ອງທ່ຽວມີຄວານິຍົມທີ່ສຸດ”.

ນີ້ແມ່ນຄຳເຫັນຂອງແຂກທ່ອງທ່ຽວ ໄທ ເມື່ອໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນມ໋ຽວ - ກວກຕື້ຢ໋າມ. ລາຍການນີ້ໄດ້ນຳຄວາມຮູ້ສຶກທີ່ໃໝ່ອ່ຽມມາໃຫ້ແຂກທ່ອງທ່ຽວ, ແຕກຕ່າງເມື່ອທຽບໃສ່ການເຂົ້າທ່ຽວຊົມໃນຍາມກາງເວັນ. ຈຸດແຕກຕ່າງກັນຂອງລາຍການທ່ອງທ່ຽວນີ້ແມ່ນໄດ້ນຳໃຊ້ເຕັກໂນໂລຊີ ແລະ ແສງສີ, ເຊິ່ງບໍ່ມີຮູບແບບການສະແດງບົນເວທີ.

ເຖິງວ່າ ມາ ຫວຽດນາມ ຫຼາຍເທື່ອ ແລະ ຢ້ຽມຢາມ ວັນມ໋ຽວ - ກວກຕື້ຢ໋າມ ໃນກາງເວັນຫຼາຍເທື່ອແລ້ວກໍ່ຕາມ, ແຕ່ວ່າ ນີ້ແມ່ນຄັ້ງທຳອິດທີ່ ທ່ານ ອຳນາດ, ມາຈາກ ຊຽງໃໝ່ - ປະເທດໄທ ໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຢູ່ ວັນມ໋ຽວ - ກວກຕື້ຢ໋າມ ຍາມຄ່ຳຄືນ. ເມື່ອກ້າວເຂົ້າປະຕູໂຂງ, ທ່ານ ອຳນາດ ມີຄວາມປະເອີບໃຈຕໍ່ຄວາມງາມທີ່ແປກໃໝ່ຂອງ ວັນມ໋ຽວ - ກວກຕື້ຢ໋າມ. ຄວາມງາມທີ່ລະຍິບລະຍັບ, ທັນສະໄໝ ກັບສີສັນຫຼາກຫຼາຍ ແລະ ສຽງເພງ, ດົນຕີທີ່ອອນຊອນໃຈເພື່ອຕ້ອນຮັບແຂກທ່ອງທ່ຽວ. ຢູ່ລຽບຕາມທາງເຂົ້າຈາກປະຕູໂຂງໄປຍັງເຂດ ດ້າຍຈູງ, ເຮົາຈະເຫັນແຖວໜັງສື “ຈຸດຍອດຢ້ຽມຂອງການຮ່ຳຮຽນ” ໄດ້ຈັດຕາມລວງຕັ້ງ, ເພື່ອສະແດງສານທີ່ວ່າ ເສັ້ນທາງຫຼັກເຂົ້າໄປ ວັນມ໋ຽວ - ກວກຕື້ຢ໋າມ ແມ່ນເສັ້ນທາງພາໄປເຖິງຈຸດຍອດຢ້ຽມການຮ່ຳຮຽນຂອງຊາວ ຫວຽດນາມ. ຢູ່ສອງຝາກທາງຫຼັກເຂົ້າໄປຍັງເຂດ ເຫຍິບດ້າວ ແມ່ນຮູບ ຂອງ “ສັດມົງຄຸນສອນລູກ” ເຊິ່ງແມ່ນຮູບພາບຜູ້ເປັນພໍ່ບອກສອນ ລູກຢູ່ພາຍໃຕ້ຊາຍຄາທີ່ອົບອຸ່ນ.

     ຫລາຍປີກ່ອນ ມັນບໍ່ໄດ້ພັດທະນາແບບນີ້. ຍັງບໍ່ທັນຈັດ ແຕ່ມື້ນີ້ກໍ່ຈັດແລ້ວ ຍ່າງງາມ, ຄຸ້ມຄ່າ, ຍ່າງໄປມາສະດວກສະບາຍ. ມັນສາມາດເປັນຈຸດດຶງດູດການທ່ອງທ່ຽວຢູ່ທີ່ນີ້”.

ແຂກທ່ອງທ່ຽວ ໄທ ກັບລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນມ໋ຽວ - ກວກຕື້ຢາມ - ảnh 2ຄະນະນັກທ່ອງທ່ຽວ ໄທ ຖ່າຍຮູບເປັນທີ່ລະນຶກ

ບໍ່ພຽງແຕ່ທ່ານ ອຳນາດ ເທົ່ານັ້ນ ຫາກແຂກທ່ອງທ່ຽວຫຼາຍຄົນກໍ່ຮູ້ສຶກປະເອີບໃຈຕໍ່ຄວາມງາມທີ່ລະຍິບລະຍັບ ທັງເກົ່າແກ່ ທັງທັນສະໄໝ ພາຍໃຕ້ແສງສີ ແລະ ດົນຕີພື້ນເມືອງ ຢູ່ວັນມ໋ຽວ - ກວກຕື້ຢ໋າມ ຍາມຄ່ຳຄືນ. ຢູ່ແຫ່ງນີ້, ນອກຈາກບັນດາສະຖານທີ່ຄື: ເຂດຜົນສຳເລັດ, ເຂດແຜ່ນສິລາ ປະລິນຍາເອກ… ແຂກທ່ອງທ່ຽວຍັງໄດ້ຮັບຊົມເຕັກໂນໂລຊີ Leap Motion, ເຊິ່ງໄດ້ບັນຊາດ້ວຍມືດ້ວຍການສຳຜັດ (touchless sensor). ຫຼືຊອກຮູ້ບັນດາເນື້ອໃນພື້ນຖານໃນແຜ່ນສິລາປະລິນຍາເອກແຕ່ລະແຜ່ນ ດ້ວຍການໜູນຊ່ວຍຂອງເຕັກໂນໂລຊີ slide mapping ທີ່ກ້າວໜ້າ, ທັນສະໄໝ, ເຕັກໂນໂລຊີ ຖາມ - ຕອບ AI Talk ກັບໂຕເຕົ່າ; ຮຽນຂຽນພາສາ ຫວຽດ ເດີມ… ເມື່ອເວົ້າເຖິງການໝູນໃຊ້ເຕັກໂນໂລຊີ, ສ້າງຄວາມປະທັບໃຈທີ່ແຕກຕ່າງກັນໃຫ້ແກ່ແຂກທ່ອງທ່ຽວ, ທ່ານ ເລຊວນກຽວ, ຜູ້ອຳນວຍການສູນເຄື່ອນໄຫວວັດທະນະທຳ, ວິທະຍາສາດ ວັນມ໋ຽວ - ກວກຕື້ຢ໋າມ, ໃຫ້ຮູ້ວ່າ:

 “ດ້ວຍເຕັກໂນໂລຊີ 3D  Mapping ໄດ້ອະທິບາຍເລື່ອງລາວກ່ຽວກັບຈຸດຍອດຢ້ຽມຂອງການຮ່ຳຮຽນຢູ່ ຫວຽດນາມ, ບັນດາຄຸນຄ່າກ່ຽວກັບນ້ຳໃຈມັກຮ່ຳຮຽນ, ເຄົາລົບນັບຖືຄູອາຈານ ແລະ ເຄົາລົບຜູ້ມີຄວາມເກັ່ງກ້າສາມາດ. ພວກເຮົາອາດຈະບໍ່ຮັບຮູ້ບັນດາຄຸນຄ່າບໍ່ເປັນຮູບປະທຳນັ້ນ  ດ້ວຍອະໄວຍະວະສຳຜັດ ແຕ່ຜ່ານວິທີການເລົ່າເລື່ອງດ້ວຍເຕັກໂນໂລຊີຢູ່ ວັນມ໋ຽວ - ກວກຕື້ຢ໋າມ ນັ້ນ, ເລື່ອງລາວນັ້ນຍິ່ງດຶງດູດກ່ວາ, ຮັບຮູ້ໄດ້ງ່າຍກວ່າ”.

          “ການສະແດງແສງສະຫວ່າງ ແລະ ສຽງແມ່ນປະທັບໃຈ. ແມ່ນເພື່ອເຂົ້າໃຈການນໍາສະເຫນີ ການສະແດງທີ່ງານມະໂຫລານເພື່ອເຮັດໃຫ້ປະຊາຊົນຫວຽດນາມເຂົ້າເຖິງງ່າຍຂຶ້ນ ການພັດທະນາຂອງປະເທດພວມກ້າວໄປໜ້າຢ່າງກ້າວກະໂດດຂັ້ນ, ເປັນການດີຫຼາຍ.”

     ຊົມເຊີຍວຽກງານຂອງລັດຖະບານນະຄອນຮ່າໂນ້ຍ. ບໍ່ຢ້ານການເສຍຄ່າໄຟຟ້າ, ເສຍຄ່າຫຍັງ, ທຸກຄົນສາມາດມາຕອນແລງ. ຮູ້ສຶກປອດໄພ ມາຮຽນ ໃຜທີ່ຢາກຮຽນ ຢາກມີຄວາມຮູ້ ສາມາດມາໄດ້ທຸກທີ່ ໂດຍສະເພາະເມື່ອບໍ່ດົນມານີ້ແມ່ນເປັນການສະແດງລະຄອນໂອເປຣາ. ເຂົ້າມາແລະມ່ວນຊື່ນ. ເມື່ອເຈົ້າໄດ້ມາ, ເຈົ້າຢາກກັບມາອີກ. ຖ້າຂ້ອຍເປັນຄົນຢູ່ທີ່ນີ້, ຂ້ອຍອາດຈະມາທີ່ນີ້ເລື້ອຍໆ. ມີຊາໃຫ້ດື່ມ, ອາຫານຫວ່າງໃຫ້ກິນ, ແລະບ່ອນນັ່ງທີ່ດີໃຫ້ນັ່ງ.”

          ຈຸດພົ້ນເດັ່ນຂອງລາຍການທ່ອງທ່ຽວ ວັນມ໋ຽວ - ກວກຕື້ຢ໋າມ ທີ່ໄດ້ສ້າງຄວາມຕື່ນເຕັ້ນທີ່ສຸດໃຫ້ແກ່ຜູ້ມາຊົມ ແມ່ນການສາຍ Mapping 3D ພາຍໃຕ້ຫົວຂໍ້: “ຈຸດຍອດຢ້ຽມໃນການຮ່ຳຮຽນ”. ຢູ່ໜ້າອາຄານ ຕຽນເດື່ອງ ໄດ້ກາຍເປັນບ່ອນສະແດງແສງສີໃຫຍ່ ເຊິ່ງໄດ້ວາດພາບບັນດາສັດມົງຄຸນ, ຄື: ມັງກອນ, ກິເລນ, ເຕົ່າ, ແລະ ຫົງຄຳ, ຮູບປາໄນຂ້າມປະຕູມັງກອນ ຖືວ່າເປັນສັນຍາລັກຂອງນັກຮຽນທີ່ຮໍ່າຮຽນຢ່າງດຸໝັ່ນ ມີຄວາມມຸ່ງຫວັງທີ່ຈະປະສົບຜົນສຳເລັດໃນອະນາຄົດ, ຄືກັນກັບປາໄນຢາກກາຍເປັນມັງກອນ ຫຼື ເຕົ່າຫີນທີ່ມີແຜ່ນຈາລຶກເຊີດຊູ ຈໍຫງວນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ນັກທ່ອງທ່ຽວຄົ້ນຄ້ວາບັນດາຄຸນຄ່າອັນດີເລີດຂອງມູນເຊື້ອການຮ່ຳຮຽນຂອງຊາວ ຫວຽດນາມ, ເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມ. ແລະມີຄວາມປະທັບໃຈທີ່ແຕກຕ່າງກ່ຽວກັບ ວັນມ໋ຽວ - ກວກຕື້ຢ໋າມ - ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງປະເທດ ຫວຽດນາມ ຕື່ມອີກ.

ຕອບກັບ