ເດືອນ Ramadhan ຂອງຊາວມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ

Nguyen Ha
Chia sẻ
(VOVWORLD) -  ເດືອນ Ramadhan ແມ່ນເທດສະການຖືສິນອົດຂອງຊາວມຸດສະລິມ. ເດືອນແຫ່ງເທດສະການຖືສິນອົດ Ramadhan ແມ່ນເພື່ອແນໃສ່ນໍາຊາວມຸດສະລິມ ໄດ້ເຂົ້າໃກ້ກັບພະເຈົ້າຫຼາຍກວ່າ ໂດຍຜ່ານການຄວບຄຸມ ດ້ວຍຕົນເອງ, ຄວາມລະລຶກເຖິງ ແລະ ຄວາມອ່ອມນ້ອມຖ່ອມຕົວ. ເດືອນ Ramadhan ໄດ້ໄລ່ຕາມວົງວຽນຂອງດວງພະຈັນ. ຕາມປະຕິທິນຂອງສາສະໜາອິດສະລາມແລ້ວ, ປີນີ້, ເດືອນ Ramadhan ໄດ້ເລີ່ມແຕ່ວັນທີ 6 ພຶດສະພາ. ໂດຍເຈືອຈານເຂົ້າກັບບັນຍາກາດນັ້ນ, ພ້ອມກັບຍາດຕິພີ່ນ້ອງ ແລະ ເພື່ອນມິດຢູ່ບ້ານເກີດເມືອງນອນພວມດໍາເນີນເດືອນ Ramadhan, ປະຊາຄົມ ຊາວມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ ກໍຕ້ອນຮັບເດືອນ Ramadhan - ເດືອນສັກສິດທີ່ສຸດໃນປີ ຂອງຊາວມຸດສະລິມ ດ້ວຍຄວາມປິຕິຊົມຊື່ນ.

18 ໂມງ 45 ນາທີ, ໃນສະຖານທີ່ມີເນື້ອທີ່ກວ້າງປະມານ 400 ຕາແມັດ ຂອງ ໂບດ ອິດສະລາມ Al Noor, ຕັ້ງຢູ່ເຮືອນເລກທີ 12 ຮ່າງເລືອກ, ຮ່າໂນ້ຍ, ຊາວ ມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ ກວ່າ 200 ຄົນ ແລະ ປະເທດອື່ນໆອີກຄື ມາເລເຊຍ, ບຣູໄນ, ປາກິດສະຖານ, ຫວຽດນາມ... ພວມພ້ອມກັນເຂົ້າຮ່ວມພິທີພາວະນາ  Magrib ເຊິ່ງເປັນພິທີຕ້ອງປະຕິບັດຫຼັງຈາກຕາເວັນຕົກດິນຂອງວັນສຳລັບຊາວມຸດສະລິມ. ເມື່ອເຂົ້າຮ່ວມພິທີສວດມົນພາວະນາດັ່ງກ່າວ ບ່ອນນັ່ງຂອງຜູ້ຊາຍ ແລະ ຜູ້ຍິງໄດ້ກັ້ນດ້ວຍຜ້າກັ້ງແຜ່ນໜຶ່ງ. ເຂົາເຈົ້ານຸ່ງຊຸດອາພອນພິເສດຂອງ ຊາວມຸດສະລິມ - ຜູ້ຍິງນຸ່ງເຄື່ອງປົກປິດໝົດທັງຕົວນັບແຕ່ຫົວລົງຮອດຕີນ ຈົົ່ງພຽງແຕ່ໜ້າ ເຊິ່ງໄດ້ເອີ້ນວ່າ “Mukena”, ສ່ວນຜູ້ຊາຍໃສ່ໝວກ “Peci”  ແລະ ຕັ້ງໃຈປະຕິບັດບັນດາພິທີກໍາພາວະນາຕາມການແນະນຳຂອງຄຸນພໍ່ ຫຼື ເອີນວ່າ Idam.

ໃນຫຼາຍຊຸມປີຜ່ານມາ, ສະຖານທູດຂອງບັນດາປະເທດ ອິດສະລາມ ປະຈຳຮ່າໂນ້ຍ ໄດ້ຈັດຕັ້ງເທດສະການ “Iftar Ramadhan” ເປັນປະຈໍາ - ເຊິ່ງເປັນພິທີສິ້ນສຸດການຖືສິນອົດພາຍຫຼັງປະຕິບັດມາໝົດມື້ ໃຫ້ແກ່ປະຊາຄົມຊາວມຸດສະລິມຢູ່ທີ່ນີ້. ຕາມປົກກະຕິແລ້ວ, ປີນີ້, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ກໍສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນ. ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ໃນເດືອນ Ramadhan, ພວກຂ້າພະເຈົ້າ ພາວະນາຫຼາຍກວ່າປົກກະຕິ. ນອກຈາກ 5 ພິທີກຳພາວະນາທີ່ຕ້ອງປະຕິບັດໃນວັນທໍາມະດາແລ້ວ, ໃນໂອກາດນີ້ ຍັງມີພິທີກຳພາວະນາ Tarawith ຕື່ມອີກ. ຂ້າພະເຈົ້າຄິດວ່າ ການຈັດຕັ້ງ ເທດສະການ Iftar Ramadhan ແມ່ນປະເພນີອັນດີງາມ ທີ່ໂບດ Al Noor ຍັງຮັກສາໄວ້ໄດ້. ຊາວມຸດສະລິມ ທຸກຄົນມາທີ່ນີ້ ເພື່ອພົບປະໂອ້ລົມກັນ, ພາວະນາ ແລະ ພ້ອມກັນຮັບປະທານອາຫານພາຍຫຼັງຖືສິນອົດໝົດມື້”.

ເດືອນ Ramadhan ຂອງຊາວມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ - ảnh 1 ງານລ້ຽງ

        ເທດສະການ Iftar Ramadhan ແມ່ນພິທີສິ້ນສຸດວິວັດການຖືສິນອົດມາເປັນເວລາໜຶ່ງວັນ. ນີ້ແມ່ນງານລ້ຽງທີ່ມີອາຫານການກິນຫຼາຍເຍື່ອງ ແລະ ມີຈຳນວນຫຼວງຫຼາຍ. ເມື່ອອົດດື່ມ, ອົດກິນມາທັງວັນນັ້ນ ສິ່ງດັ່ງກ່າວແມ່ນຈຳເປັນເພື່ອເພີ່ມພະລັງໃຫ້ແກ່ບັນດາສາສະນິກກະຊົນ. ພິທີໄດ້ເລີ່ມຕົ້ນແຕ່ 18 ໂມງ 30 ນາທີ, ນີ້ກໍແມ່ນຈຸດເວລາທີ່ຊາວມຸດສະລິມທຸກຄົນ ສາມາດຮັບປະທານອາຫານວ່າງເຍື່ອງຕ່າງໆຄື ໝາກໄມ້, ນ້ຳດື່ມເພື່ອເຮັດໃຫ້ຮ່າງກາຍກັບຄືນສູ່ປົກກະຕິ. ຫຼັງຈາກນັ້ນ, ເຂົາເຈົ້າພ້ອມກັນເຂົ້າຮ່ວມພິທີພາວະນາ “Magrib”. ພາຍຫຼັງສິ້ນສຸດພິທີພາວະນາດັ່ງກ່າວແລ້ວ, ທຸກຄົນເລີ່ມຮັບປະທານອາຫານເຄັມ. ເທດສະການ Iftar Ramadhan ໄດ້ອັດລົງດ້ວຍພິທີພາວະນາ “Tarawih”  ນັ້ນກໍແມ່ນຈຸດເວລາທີ່ທຸກຄົນພ້ອມກັນສວດມົນ Koran. ເຂົ້າຮ່ວມເທດສະການ Iftar Ramadhan ໂດຍສະຖານທູດອິນໂດເນເຊຍ ປະຈໍາ ຫວຽດນາມ ຈັດຕັ້ງ, ເອື້ອຍ Hera Nurlaela ແລະ ເອື້ອຍ Miranti Ratnasari Mia, ເຊິ່ງແມ່ນພົນລະເມືອງ ອິນໂດເນເຊຍ ແບ່ງປັນວ່າ:

        “ຂ້າພະເຈົ້າ ພ້ອມດ້ວຍຄອບຄົວຂອງຕົນ ຢູ່ທີ່ນີ້ ໄດ້ 18 ປີແລ້ວ. ແລະ ເຄີຍເຂົ້າຮ່ວມເທດສະການ Ramadhan ຢູ່ຫວຽດນາມ ມາຫຼາຍກວ່າ 10 ຄັ້ງແລ້ວ. ຢູ່ຮ່າໂນ້ຍ ມີໂບດແຫ່ງດຽວເທົ່ານັ້ນ, ນັ້ນຄືໂບດ Al Noor. ເຖິງວ່າມີເນື້ອທີ່ອ່າວແຄບ, ບໍ່ມີບ່ອນນັ່ງພຽງພໍໃຫ້ແກ່ຊາວມຸດສະລິມມາເຂົ້າຮ່ວມເທດສະການພ້ອມກັນໃນວັນດຽວກັນກໍຕາມ ແຕ່ພວກຂ້າພະເຈົ້າ ຍັງມີຄວາມຕື້ນຕັນໃຈ ທີ່ລັດຖະບານຫວຽດນາມ ໄດ້ເອື້ອອໍານວຍຄວາມສະດວກ ແລະ ອະນຸຍາດໃຫ້ຈັດຕັ້ງບັນດາການເຄື່ອນໄຫວທາງສາສະໜາ, ໃນນັ້ນມີສາສະໜາ ອິດສະລາມ”.

        “ໃນເດືອນແຫ່ງເທດສະການ Ramadhan, ແຕ່ລະມື້, ຢູ່ ໂບດ Al Noor ລ້ວນແຕ່ໄດ້ຈັດພິທີ Iftar Ramadhan ຂຶ້ນໃຫ້ແກ່ຊາວມຸດສະລິມ ໂດຍບໍ່ເສຍຄ່າ . ໃນເດືອນນີ້, ຂ້າພະເຈົ້າພະຍາຍາມຊັບຊ້ອນເວລາ ເພື່ອມາໂບດແຫ່ງນີ້ພາວະນາໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ມາແຫ່ງນີ້ ເພາະວ່າ ໄດ້ພົບປະກັບຊາວມຸດສະລິມຄົນອື່ນໆອີກ. ເຖິງຢ່າງໃດກໍຕາມ ຖ້າຫາກວ່າບໍ່ມີເງື່ອນໄຂມາໂບດແຫ່ງນີ້, ແຕ່ ທຸກໆວັນ, ພວກຂ້າພະເຈົ້າກໍຈະເຮັດພິທີ Iftar Ramadhan ແລະ ພິທີພາວະນາຢູ່ເຮືອນຂອງຕົວ”.

        ເພື່ອອະທິບາຍແຈ້ງກວ່າ ກ່ຽວກັບຄວາມໝາຍຂອງເດືອນ Ramadhan, ທ່ານ Ibnu Hani ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ການຖືສິນອົດ ແມ່ນສິ່ງທີ່ຕ້ອງໄດ້ປະຕິບັດສໍາລັບຊາວມຸດສະລິມ, ເຖິງຢ່າງໃດກໍຕາມ, ສໍາລັບເດັກນ້ອຍ, ແມ່ຍິງຖືພາ, ແຂກທ່ອງທ່ຽວຈາກຕ່າງປະເທດ... ອາດຈະຍົກເວັ້ນໃຫ້ກໍໄດ້. ການຖືສິນອົດ ໄດ້ເລີ່ມປະຕິບັດນັບແຕ່ເວລາດວງຕາເວັນອອກຈົນເຖິງເວລາຕາເວັນຕົກ, ອັນໄດ້ຊ່ວຍໃຫ້ຊາວມຸດສະລິມ ໄດ້ເຂົ້າໃກ້ກັບພະເຈ້ົາຫຼາຍກວ່າ, ລະງັບ, ຄວາມຢາກໄດ້ ແລະ ເຮັດແຕ່ສິ່ງທີ່ດີ ເພື່ອໃຫ້ບັນລຸໄດ້ຄຸນນະທໍາ”

        ປີນີ້ເດືອນ Ramadhan ສິ້ນສຸດໃນຕົ້ນເດືອນ ມິຖຸນາ, ພາຍຫຼັງສິ້ນສຸດເດືອນ Ramadhan, ຊາວມຸດສະລິມ ອິນໂດເນເຊຍ ຈະໄດ້ຕ້ອນຮັບປີໃໝ່ Idul Fitri. ເຂົາເຈົ້າ ຈະໄດ້ພັກວຽກອາທິດໜຶ່ງ ເພື່ອເຕົ້າໂຮມຊຸມນຸມພ້ອມກັບຄອບຄົວ, ຍາດຕິພີ່ນ້ອງ. ນີ້ແມ່ນໂອກາດເພື່ອໃຫ້ທຸກຄົນອວຍພອນເຊິ່ງກັນແລະກັນ ແລະ ໃຫ້ອະໄພກັນໃນບັນດາສິ່ງທີ່ຜິດພາດ.

ຕອບກັບ